ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ
ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະ, ໃນວັນທີ 5 ກຸມພາຜ່ານມາ ທີ່ສະພາແຫ່ງຊາດ.
ສອງສະພາແຫງຊາດລາວ - ຫວຽດນາມ ສບຕການຮວມມຮອບດານ - image 1
 

ໂອກາດດັ່ງກ່າວ ສະຫາຍ ໄຊສົມພອນ ພົມວິຫານ ສະແດງຄວາມຕ້ອນຮັບ ແລະ ພົບປະກັບ ສະຫາຍ ເຈິນ ແທັງ ເໝິ້ນ ພ້ອມດ້ວຍຄະນະ, ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ພິເສດສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ສະຫາຍ ເຈິ່ນ ແທັງ ເໝິ້ນ ທີ່ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ອີກສະໄໝໜຶ່ງ. ໂອກາດດັ່ງກ່າວ, ທັງສອງໄດ້ຜັດປ່ຽນກັນລາຍງານສະພາບການທີ່ພົ້ນເດັ່ນພາຍໃນປະເທດ ແລະ ວຽກງານຕ່າງໆ ໃນໄລຍະທີ່ຜ່ານມາ ໃຫ້ກັນຊາບ ໂດຍຫຍໍ້.

 ສະຫາຍ ໄຊສົມພອນ ພົມວິຫານ ກ່າວວ່າ: ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເສີມຂະຫຍາຍທາງກວ້າງ ແລະ ທາງເລິກສະເໝີມາ, ສອງຝ່າຍ ໄດ້ມີການພົວພັນຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ເປັນຢ່າງດີ, ໄດ້ມີການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງໃນລະດັບຂັ້ນປະທານ, ຮອງປະທານສະພາແຫ່ງຊາດ, ຂັ້ນປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ແລະ ຂັ້ນວິຊາການນໍາກັນ. ອັນພົ້ນເດັ່ນໃນປີ 2025 ສອງສະພາແຫ່ງຊາດລາວ-ຫວຽດນາມ ໄດ້ຮ່ວມກັນຂຽນປຶ້ມສໍາເລັດ ແລະ ໄດ້ຈັດພິທີເປີດປຶ້ມ “50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ - ການຮ່ວມມືຮອບດ້ານ ແລະ ການພັດທະນາ (1975-2025)” ໃນເດືອນທັນວາ 2025 ຜ່ານມາ. 

ສອງສະພາແຫງຊາດລາວ - ຫວຽດນາມ ສບຕການຮວມມຮອບດານ - image 2
 

ໂອກາດນີ້ ສະຫາຍ ໄຊສົມພອນ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນອັນລໍ້າຄ່າ ໂດຍສະເພາະການຊ່ວຍເຫຼືອດ້ານການບໍາລຸງຮັກສາຕຶກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສາຍພົວພັນທີ່ມີລັກສະນະພິເສດ ຂອງສອງປະເທດລາວ-ຫວຽດນາມ; ພ້ອມນັ້ນ, ຍັງໄດ້ສົ່ງຊ່ຽວຊານມາໃຫ້ບົດຮຽນທາງດ້ານກົດໝາຍ ແລະ ຊ່ວຍດ້ານວັດຖຸອຸປະກອນເຄື່ອງໃຊ້ຕ່າງໆ ໃຫ້ແກ່ສະພາແຫ່ງຊາດລາວ.

ສປປ ລາວ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; ເສດຖະກິດ ມີການຂະຫຍາຍຕົວໃນທ່ວງທ່າທີ່ດີຂຶ້ນຢ່າງຕໍ່ເນື່ອງ (ໃນປີ 2025 ສາມາດບັນລຸໄດ້ ໃນລະດັບ 4,8%).

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ລະຫວ່າງ ສອງສະພາແຫ່ງຊາດພວກເຮົາ, ສະເໜີທິດທາງການພົວພັນຮ່ວມມືໃນຕໍ່ໜ້າຄື: 

ສືບຕໍ່ປັບປຸງເນື້ອໃນຂອງບົດບັນທຶກ ວ່າດ້ວຍການຮ່ວມມື (MOU) ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ສະບັບປີ 2022 ທີ່ຈະໝົດອາຍຸໃນປີ 2026 ໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງແຕ່ລະໄລຍະ;

ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ລະຫວ່າງສອງລັດຖະບານ ກໍຄືຜົນຂອງກອງປະຊຸມ ຂອງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ແລະ ບັນດາໂຄງການຮ່ວມມືຂອງສອງປະເທດ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວສູງຂຶ້ນ ສົມຄູ່ກັບການພົວພັນຮ່ວມມືດ້ານການເມືອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນໍາສູງສຸດ ໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນທ້າຍເດືອນມັງກອນ ທີ່ຜ່ານມາ;

ສະເໜີສະພາແຫ່ງຊາດຫວຽດນາມ ສືບຕໍ່ໃຫ້ບົດຮຽນກ່ຽວກັບການສ້າງນິຕິກໍາຕ່າງໆ ທີ່ຕິດພັນກັບການສ້າງ ແລະ ປັບປຸງກົດໝາຍ ໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງລັດໃຫ້ຄຸ້ມຄອງດ້ວຍກົດໝາຍ;

ຂໍຂອບໃຈການບິແບ່ງທຶນຮອນອັນໃຫຍ່ຫຼວງ ເພື່ອກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງນີ້ ທີ່ເປັນອາຄານທີ່ທັນສະໄໝ, ນຳໃຊ້ໄດ້ຮັບຜົນປະໂຫຍດທີ່ສຸດ. ຜ່ານການນຳໃຊ້ຕົວຈິງເຫັນວ່າ ຍັງມີຄວາມຈຳເປັນ ແລະ ຕ້ອງການການບໍາລຸງຮັກສາທີ່ເໝາະສົມ, ໂດຍສະເພາະການຮັກສາລະບົບທີ່ທັນສະໄໝ, ການສ້າງບຸກຄະລາກອນທີ່ເປັນມືອາຊີບເພື່ອເຮັດຫຼ້ອນໜ້າທີ່ ໃນການບົວລະບັດຮັກສາລະບົບຕ່າງໆໃນອາຄານ.

ສືບຕໍ່ເຜີຍແຜ່ເນື້ອໃນປຶ້ມ “50 ປີ ແຫ່ງສາຍພົວພັນ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ-ການຮ່ວມມືຮອບດ້ານ ແລະ ພັດທະນາ” ໃຫ້ກວ້າງຂວາງ ເພື່ອໃຫ້ຄົນຮຸ່ນໜຸ່ມໄດ້ສຶກສາ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບພິເສດລາວ-ຫວຽດນາມ ມີໜຶ່ງດຽວໃນໂລກນີ້ ໃຫ້ໝັ້ນຄົງຕະຫຼອດໄປ;

ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວ ໃນອົງການລັດຖະສະພາພາກພື້ນ ແລະ ສາກົນ.

ສອງສະພາແຫງຊາດລາວ - ຫວຽດນາມ ສບຕການຮວມມຮອບດານ - image 3
 

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດໃນປັດຈຸບັນ; ເນື່ອງໃນໂອກາດປີໃໝ່ປະຈຳຊາດຫວຽດນາມ (2026), ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ອວຍພອນໄຊອັນປະເສີດມາຍັງ ສະຫາຍ ເຈີນ ແທັງ ເໝິ້ນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດສະຫງ່າຂອງຕົນ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.  

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ