ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ
ໃນເດືອນມິຖຸນາ 2026, ຈີນ ແລະ ລາວ ໄດ້ອອກຖະແຫຼງການຮ່ວມຂອງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນຍຸກໃໝ່”, ໄດ້ລະບຸຢ່າງຊັດເຈນ ເຖິງແນວທາງການດໍາເນີນ "ແຜນປະຕິບັດງານເພື່ອສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028)".

 

ສງເສມຄຮວມຊາຕາກາ ລາວ-ຈນ ໃນຍກໃໝ ໃຫກາວສລະດບສງໃໝ ຢາງບຢດຢງ - image 1
 

ເມື່ອປະເຊີນກັບສິ່ງທ້າທາຍທີ່ສຳຄັນໃນປັດຈຸບັນ ກ່ຽວກັບວິທີການທີ່ປະເທດກຳລັງພັດທະນາ ສາມາດບັນລຸການຫັນເປັນທັນສະໄໝ. ພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ, ອີງໃສ່ສະພາບຕົວຈິງ ໃນຂະບວນການກ້າວສູ່ສັງຄົມນິຍົມຂອງປະເທດຕົນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບກົດເກນປະຫວັດສາດ ຂອງອະນາຄົດຮ່ວມກັນ ສຳລັບມະນຸດຊາດ, ໄດ້ສົ່ງເສີມການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ການຮ່ວມມືໃນຂົງເຂດຕ່າງໆ ຊຶ່ງເປັນຕົວຢ່າງທີ່ຊັດເຈນຂອງການຮ່ວມມືທີ່ເປັນປະໂຫຍດຮ່ວມກັນ ລະຫວ່າງບັນດາປະເທດໃນໂລກໃຕ້.

ເພີ່ມທະວີການຮ່ວມມືດ້ານອຸດສາຫະກໍາ ເພື່ອສ້າງແຮງຊຸກດັນທີ່ຍືນຍົງສູ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ

ການຮ່ວມມືດ້ານເສດຖະກິດ ແມ່ນພື້ນຖານສໍາຄັນສໍາລັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ. ໃນຖານະເປັນໂຄງການຫຼັກ ຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ທາງລົດໄຟລາວ-ຈີນ ໄດ້ປັບປຸງສະພາບການຂົນສົ່ງຂອງລາວ ຢ່າງມີປະສິດທິພາບ, ສະໜັບສະໜູນຢ່າງສໍາຄັນ ຕໍ່ການຫັນປ່ຽນຂອງລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ມີການເຊື່ອມໂຍງເຊື່ອມຈອດທາງບົກ. ຕະຫຼອດໄລຍະ 5 ປີ, ນັບຕັ້ງແຕ່ເປີດໃຫ້ບໍລິການ, ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 90 ລ້ານໂຕນ, ລວມທັງສິນຄ້າຂ້າມຊາຍແດນຫຼາຍກວ່າ 21 ລ້ານໂຕນ. ປະເພດສິນຄ້າຂ້າມຊາຍແດນໄດ້ເພີ່ມຂຶ້ນຈາກຫຼາຍກວ່າ 500 ຊະນິດໃນຕອນເລີ່ມຕົ້ນ ເພີ່ມຂຶ້ນຫຼາຍກວ່າ 4,000 ຊະນິດ ຊຶ່ງສະແດງໃຫ້ເຫັນເຖິງປະສິດທິພາບ ຢ່າງຕໍ່ເນື່ອງຂອງທາງລົດໄຟໃນຖານະເປັນ “ເສັ້ນທາງຄຳ”.

ເພື່ອເສີມຂະຫຍາຍບົດບາດການຂັບເຄື່ອນທາງລົດໄຟຕື່ມອີກ, ສິ່ງສຳຄັນແມ່ນການຍົກລະດັບ “ເສດຖະກິດການຂົນສົ່ງ” ໄປສູ່ “ເສດຖະກິດອຸດສາຫະກຳ”. ຈີນ ແລະ ລາວ ສາມາດນຳໃຊ້ເວທີຕ່າງໆເຊັ່ນ: ເຂດເສດຖະກິດພິເສດໄຊເສດຖາ ແລະ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ເພື່ອເພີ່ມທະວີການຮ່ວມມືລະບົບຕ່ອງໂສ້ອຸດສາຫະກຳ ໃນຂົງເຂດຕ່າງໆຄື: ການປຸງແຕ່ງຜະລິດຕະພັນກະສິກຳ, ການປຸງແຕ່ງຊັບພະຍາກອນແຮ່ທາດ ຢ່າງເລິກເຊິ່ງ, ພະລັງງານສະອາດ, ການຜະລິດອຸປະກອນ ແລະ ການຂົນສົ່ງຂ້າມຊາຍແດນ, ຈະເປັນການຊ່ວຍດຶງດູດການເຊື່ອມໂຍງການປຸງແຕ່ງທີ່ມີມູນຄ່າເພີ່ມ ມາສູ່ ສປປ ລາວ ຫຼາຍຂຶ້ນ. ວິສາຫະກິດຈີນ ຄວນຢຶດໝັ້ນໃນຫຼັກການ “ທ້ອງຖິ່ນ ແລະ ເພື່ອທ້ອງຖິ່ນ”, ເສີມສ້າງການຖ່າຍທອດເຕັກໂນໂລຊີ ແລະ ການຝຶກອົບຮົມບຸກຄະລາກອນໃນທ້ອງຖິ່ນ ເພື່ອຫັນປ່ຽນຂໍ້ໄດ້ປຽບດ້ານການຂົນສົ່ງໃຫ້ກາຍເປັນຂໍ້ໄດ້ປຽບດ້ານອຸດສາຫະກຳ, ໂອກາດການຈ້າງງານ ແລະ ສະຫວັດດີພາບຂອງປະຊາຊົນໃຫ້ດີຂຶ້ນ.

ການຮ່ວມມືດ້ານກະສິກຳ ຍັງມີຄວາມສຳຄັນຢ່າງຍິ່ງ ຕໍ່ການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ທັງສອງຝ່າຍ ຄວນປັບປຸງການກວດກາ ແລະ ກັກກັນຜະລິດຕະພັນກະສິກຳ, ການຂົນສົ່ງລະບົບຕ່ອງໂສ້ເຢັນ ແລະ ລະບົບການຄ້າທາງເອເລັກໂຕຣນິກຂ້າມຊາຍແດນ, ສະໜັບສະໜູນຜະລິດຕະພັນກະສິກຳຂອງລາວ ທີ່ມີຄຸນນະພາບສູງ ເຂົ້າສູ່ຕະຫຼາດຈີນຫຼາຍຂຶ້ນ. ເພີ່ມທະວີການຮ່ວມມືໃນການປູກຝັງ ແລະ ປັບປຸງພັນ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ການຝຶກອົບຮົມເຕັກໂນໂລຊີກະສິກຳ ເພື່ອເສີມຂະຫຍາຍປະສິດທິພາບການຜະລິດກະສິກຳຂອງລາວ ແລະ ມູນຄ່າເພີ່ມຂອງຜະລິດຕະພັນ ທີ່ເປັນແຮງກະຕຸ້ນທີ່ໝັ້ນຄົງໃຫ້ແກ່ການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ຮັດແໜ້ນການແລກປ່ຽນ ລະຫວ່າງ ປະຊາຊົນ ເພື່ອເສີມສ້າງພື້ນຖານຄວາມຄິດເຫັນ ເພື່ອຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນລາວ - ຈີນ

ພື້ນຖານຂອງສາຍພົວພັນລະຫວ່າງລັດ ແມ່ນຢູ່ທີ່ປະຊາຊົນ ແລະ ຄວາມມີຊີວິດຊີວາຂອງຄູ່ຮ່ວມຊາຕາກໍາ ແມ່ນຢູ່ໃນຫົວໃຈຂອງປະຊາຊົນ. ທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງເສດຖະກິດທີ່ສົ່ງເສີມການຄ້າເທົ່ານັ້ນ, ແຕ່ຍັງເປັນຂົວມິດຕະພາບທີ່ເຊື່ອມໂຍງປະຊາຊົນຂອງສອງປະເທດ. ນັບຕັ້ງແຕ່ການເປີດໃຫ້ບໍລິການລົດໄຟໂດຍສານສາກົນຂອງທາງລົດໄຟ ລາວ-ຈີນ, ການທ່ອງທ່ຽວຂ້າມຊາຍແດນ, ການທັດສະນະສຶກສາຕ່າງປະເທດ ແລະ ການແລກປ່ຽນທາງທຸລະກິດ ກໍສະດວກສະບາຍຫຼາຍຂຶ້ນ. ມາຮອດວັນທີ 7 ກັນຍາ 2026, ທາງລົດໄຟ ລາວ-ຈີນ ໄດ້ໃຫ້ບໍລິການລົດໄຟໂດຍສານຂ້າມຊາຍແດນ ລວມ 3,789 ຂະບວນ, ຂົນສົ່ງຜູ້ໂດຍສານ 926,000 ເທື່ອຄົນ ຈາກກວ່າ 120 ປະເທດ ແລະ ພາກພື້ນ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເສີມຂະຫຍາຍຄວາມເຂົ້າໃຈ ແລະ ຮັດແໜ້ນມິດຕະພາບ ລະຫວ່າງປະຊາຊົນຂອງສອງປະເທດ.

ການຮ່ວມມືດ້ານການສຶກສາ ແມ່ນສິ່ງສໍາຄັນ ໃນການສົ່ງເສີມການເຊື່ອມຕໍ່ ລະຫວ່າງປະຊາຊົນ. ລາວ ໄດ້ລວມເອົາການສຶກສາພາສາຈີນ ເຂົ້າໃນລະບົບການສຶກສາແຫ່ງຊາດ ແລະ ສະຖິຕິ ສະແດງໃຫ້ເຫັນວ່າ: ມີຜູ້ຮຽນພາສາຈີນ ຫຼາຍກວ່າ 100,000 ຄົນໃນລາວ. ສະຖາບັນຂົງຈື ທີ່ມະຫາວິທະຍາໄລແຫ່ງຊາດລາວ ເປີດຫຼັກສູດຝຶກອົບຮົມຄູສອນພາສາຈີນ. ຂະນະທີ່ສະຖາບັນຂົງຈື ທີ່ມະຫາວິທະຍາໄລ ສຸພານຸວົງສົ່ງເສີມການຝຶກອົບຮົມແບບປະສົມປະສານ ທີ່ລວມເອົາທັກສະພາສາຈີນ ແລະ ວິຊາຊີບ ໃນສາຂາຕ່າງໆເຊັ່ນ: ເຕັກໂນໂລຊີທາງລົດໄຟ, ທຸລະກິດຂ້າມຊາຍແດນ ແລະ ວິສະວະກຳໄຟຟ້າ ເຊື່ອມໂຍງການຮຽນຮູ້ພາສາ, ການພັດທະນາອາຊີບ ແລະ ຄວາມຕ້ອງການຂອງອຸດສາຫະກຳເຂົ້າກັນ ຢ່າງເປັນລະບົບ. ໃນອະນາຄົດ, ທັງສອງຝ່າຍ ຄວນເສີມສ້າງການຝຶກອົບຮົມຄູສອນພາສາຈີນໃນທ້ອງຖິ່ນ ແລະ ບຸກຄະລາກອນວິຊາຊີບ ແລະ ເຕັກນິກວິຊາການ, ສົ່ງເສີມໂຄງການຮ່ວມມືລະຫວ່າງໂຮງຮຽນ ແລະ ວິສາຫະກິດ, ການສຶກສາຮ່ວມມື, ການຝຶກອົບຮົມໃນສະຖານທີ່ເຮັດວຽກ, ເພື່ອໃຫ້ຊາວໜຸ່ມຈໍານວນຫຼາຍ ໄດ້ຮັບໂອກາດໃນການພັດທະນາຜ່ານການຮຽນຮູ້ ແລະ ທັກສະ.

ພ້ອມກັນນີ, ທັງສອງຝ່າຍ ຄວນໃຊ້ “ປີມິດຕະພາບລາວ-ຈີນ” ເປັນໂອກາດເພີ່ມທະວີການແລກປ່ຽນດ້ານສື່ມວນຊົນ, ວັດທະນະທຳ, ການທ່ອງທ່ຽວ ແລະ ຊາວໜຸ່ມ, ບອກເລົ່າເລື່ອງຈິງກ່ຽວກັບການກໍ່ສ້າງທາງລົດໄຟ, ການຮ່ວມມືດ້ານອຸດສາຫະກຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ສົ່ງເສີມການແປ ແລະ ການພິມເຜີຍແຜ່ຜົນງານວັນນະກໍາຄລາສສິກຮ່ວມກັນ, ດຳເນີນກິດຈະກຳແລກປ່ຽນວັດທະນະທຳຕ່າງໆ, ເພື່ອໃຫ້ຄວາມເຂົ້າໃຈ ແລະ ມິດຕະພາບເຊິ່ງກັນ ແລະ ກັນ ກາຍເປັນລັກສະນະໂດດເດັ່ນຂອງມິດຕະພາບ ລາວ-ຈີນ.

ເສີມສ້າງການຮ່ວມມືໃນພາກພື້ນ ເພື່ອເປັນແບບຢ່າງໃຫ້ແກ່ບັນດາປະເທດກໍາລັງພັດທະນາ

ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຍຸກໃໝ່ ຊຶ່ງບໍ່ພຽງແຕ່ເປັນປະໂຫຍດຕໍ່ປະຊາຊົນທັງສອງປະເທດເທົ່ານັ້ນ, ແຕ່ຍັງເປັນປະສົບການທີ່ມີຄຸນຄ່າ ໃຫ້ແກ່ບັນດາປະເທດກຳລັງພັດທະນາ ໃນການສໍາຫຼວດແນວທາງການຫັນເປັນທັນສະໄໝອີກດ້ວຍ. ເມື່ອປະເຊີນກັບສະພາບແວດລ້ອມສາກົນ ທີ່ສັບສົນແລະ ມີການປ່ຽນແປງຢູ່ຕະຫຼອດເວລາ. ຈີນ ແລະ ລາວ ຄວນເສີມສ້າງການປະສານງານນະໂຍບາຍ ພາຍໃຕ້ກົນໄກຕ່າງໆເຊັ່ນ: ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ການຮ່ວມມື ຈີນ-ອາຊຽນ ແລະ ການຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສົ່ງເສີມການເຊື່ອມຕໍ່ພື້ນຖານໂຄງລ່າງຂ້າມຊາຍແດນ, ຮັກສາສະຖຽນລະພາບຂອງອຸດສາຫະກຳ ແລະ ລະບົບຕ່ອງໂສ້ການສະໜອງໃນພາກພື້ນ.

ທັງສອງຝ່າຍ ຄວນຮັດແໜ້ນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງ, ຮ່ວມກັນຕ້ານອາຊະຍາກຳເຊັ່ນ: ການພະນັນຂ້າມຊາຍແດນ ແລະ ການສໍ້ໂກງໂທລະຄົມມະນາຄົມ, ສ້າງກົນໄກການແບ່ງປັນຂໍ້ມູນຂ່າວສານ ແລະ ການປະສານງານທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ໝັ້ນຄົງ ສຳລັບການແລກປ່ຽນບຸກຄະລາກອນ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ. ໃນເວລາດຽວກັນ, ຄວນຢຶດໝັ້ນຫຼັກການປຶກສາຫາລື, ການກໍ່ສ້າງຮ່ວມກັນ ແລະ ການແບ່ງປັນຜົນປະໂຫຍດ, ເຄົາລົບເສັ້ນທາງການພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງກັນ ແລະ ກັນ. ສົມທົບປະສົບການໃນການພັດທະນາ ແລະ ຄວາມສາມາດດ້ານເຕັກໂນໂລຊີຂອງຈີນ ເຂົ້າກັບເງື່ອນໄຂຊັບພະຍາກອນ ແລະ ຄວາມຕ້ອງການດ້ານອຸດສາຫະກຳຂອງລາວ ເພື່ອສ້າງຮູບແບບການຮ່ວມມືທີ່ສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ຄວາມໄດ້ປຽບທີ່ເສີມສ້າງເຊິ່ງກັນ ແລະ ກັນ.

ຕົວຈິງຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ພິສູດໃຫ້ເຫັນວ່າ: ປະເທດກຳລັງພັດທະນາສາມາດຄົ້ນຫາແນວທາງທີ່ເປັນຮູບປະທໍາ ສູ່ຄວາມທັນສະໄໝຮ່ວມກັນ ບົນພື້ນຖານຜົນປະໂຫຍດຮ່ວມກັນ ແລະ ການຮ່ວມມືແບບ win-win. ເມື່ອເບິ່ງໄປຂ້າງໜ້າ, ຕາບໃດທີ່ທັງສອງຝ່າຍ ຢຶດໝັ້ນໃນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຄວາມໝັ້ນຄົງ, ຄວາມເຂົ້າໃຈ ແລະ ຄວາມສາມັກຄີກັນ ໃນດ້ານວັດທະນະທຳ, ການປົກຄອງແບບຮ່ວມມືກັນ ໃນດ້ານນິເວດວິທະຍາ, ທັງສອງຝ່າຍ ກໍຈະສາມາດຊຸກຍູ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ກ້າວສູ່ລະດັບສູງໃໝ່ ແລະ ຮ່ວມກັນຂຽນບົດໃໝ່ໃນປະຫວັດສາດຂອງສາຍພົວພັນ ລາວ-ຈີນ ໄດ້ຢ່າງແນ່ນອນ.

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ເພີ່ມເຕີມ