ສປປ ລາວ ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊິນກັນພະຍາດ

ສປປ ລາວ ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊິນກັນພະຍາດ

ສປປ ລາວ ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊິນກັນພະຍາດ
ກອງປະຊຸມເຜີຍແຜ່ ສື່ກ່ຽວກັບວັກຊິນກັນພະຍາດ ຊຶ່ງອີງໃສ່ "ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ" ເພື່ອຊຸກຍູ້ຄວາມຮູ້ແກ່ປະຊາຊົນກຸ່ມທີ່ເຂົ້າເຖິງຍາກ ໄດ້ຈັດຂຶ້ນວັນທີ 19 ພຶດສະພາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ,

 

 ມີ ທ່ານ ບັນດິດ ຊຸມພົນພັກດີ ຫົວໜ້າສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ, ທ່ານ ຍຳບັດ ບັນມູນ ຫົວໜ້າໜ່ວຍງານວັກຊິນ ອົງການອະນາໄມໂລກ ປະຈໍາ ສປປ ລາວ, ທ່ານ Mohammed Yunus ຕາງໜ້າຈາກອົງການອຸຍນີເຊັບ ປະຈໍາ ສປປ ລາວ, ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານສາທາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອການສົ່ງເສີມວຽກໃຫ້ວັກຊິນກັນພະຍາດຮອບປົກກະຕິ, ກະຊວງສາທາລະນະສຸກ ສປປ ລາວ ໄດ້ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊິນກັນພະຍາດທີ່ດັດປັບມາຈາກ “ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ” ຫຼື “ປຶ້ມຫົວສີບົວ” ເພື່ອຊຸກຍູ້ປະຊາຊົນໃຫ້ພາລູກ-ຫຼານມາຮັບບໍລິການວັກຊິນກັນພະຍາດຮອບປົກກະຕິ ຊຶ່ງການຜະລິດສື່ດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO), ອົງການອຸຍນີເຊັບ (UNICEF), ລັດຖະບານ ອົສຕຣາລີ ແລະ ອົງການກາວີ ພັນທະມິດວັກຊິນ. ສື່ເຫຼົ່ານີ້ ແມ່ນໄດ້ອອກແບບມາ ເພື່ອຊ່ວຍປະຊາຊົນທີ່ບໍ່ຮູ້ໜັງສື ແລະ ບັນດາຊົນເຜົ່າຕ່າງໆໂດຍສະເພາະ ຊຶ່ງໄດ້ເລີ່ມນໍາໃຊ້ເປັນທາງການຫຼັງສັບປະດາສັກວັກຊິນກັນພະຍາດສາກົນ ແລະ ເປັນການເນັ້ນຢໍ້າຄໍາໝັ້ນສັນຍາຂອງປະເທດຊາດ ໃນການປົກປ້ອງພົນລະເມືອງຂອງຕົນຈາກພະຍາດທີ່ປ້ອງກັນໄດ້ດ້ວຍວັກຊິນ.

ການຜະລິດສື່ເຫຼົ່ານີ້, ໄດ້ນຳພາໂດຍໂຄງການໃຫ້ວັກຊິນກັນພະຍາດແຫ່ງຊາດ ແລະ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ຊຶ່ງໄດ້ອີງໃສ່ປຶ້ມການຕິດຕາມແມ່ແລະ ເດັກທີ່ເປັນທີ່ຮູ້ຈັກ, ເຊື່ອຖືໄດ້ ແລະ ມີໃນທຸກຄອບຄົວໃນ ສປປ ລາວ. ບັນດາສື່ ທີ່ໄດ້ຜະລິດປະກອບມີ: ຊຸດວິດີໂອພາບກາຕູນເຄື່ອນໄຫວ ແລະ ແຜ່ນພັບ. ຫົວຂໍ້ປະກອບມີ: “ຄຸນຄ່າຂອງວັກຊິນ”, “ຫຼັງຈາກລູກຂອງຂ້ອຍໄດ້ຮັບວັກຊິນກັນພະຍາດຈະເກີດຫຍັງຂຶ້ນ” ແລະ ຄວາມຮູ້ທົ່ວໄປກ່ຽວກັບ 8 ພະຍາດສໍາຄັນທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນເຊັ່ນ: ພະຍາດໝາກແດງໃຫຍ່, ໝາກແດງນ້ອຍ, ໂປລິໂອ, ຄໍຕີບ, ໄອໄກ່, ອັກເສບຕັບບີ, ມະເຮັງປາກມົດລູກ ແລະ ພະຍາດໂຄວິດ-19. ສື່ດັ່ງກ່າວມີທັງພາສາລາວ, ກຶມມຸ, ມົ້ງ, ອາຄາ ແລະ ພາສາອັງກິດ ເພື່ອຮັບປະກັນໃຫ້ສາມາດເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ ຊຶ່ງປັດຈຸບັນ, ທີມງານຈາກພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາ ທາລະນະສຸກເມືອງ ໄດ້ແປເປັນພາສາທ້ອງຖິ່ນເພີ່ມເອງ. ສໍາລັບການສື່ສານໃນພາສາຊົນເຜົ່າອື່ນໆ ແມ່ນຈະມອບໃຫ້ພະນັກງານແພດທ້ອງຖິ່ນ ຊ່ວຍແປເນື້ອໃນຂອງສື່ດັ່ງກ່າວຕາມຄວາມຈໍາເປັນ.

ໂອກາດນີ້, ທ່ານ ນາງ ວຽງຂັນ ພິໄຊ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງສື່ເຫຼົ່ານີ້ສຳລັບບຸກຄະລາກອນດ່ານໜ້າວ່າ: "ບຸກຄະລາກອນທາງການແພດຈະປະເຊີນກັບຄວາມທ້າທາຍໃນການອະທິ ບາຍ ເນື້ອໃນວິທະຍາສາດ ແລະ ຄວາມປອດໄພຂອງວັກຊິນ ໂດຍສະເພາະສື່ສານກັບຜູ້ທີ່ບໍ່ຮູ້ໜັງສື ຫຼື ມີອຸປະສັກດ້ານພາສາ. ສື່ໃໝ່ນີ້ຈະໃຫ້ຂໍ້ມູນທີ່ຊັດເຈນ, ມີພາບປະກອບ ແລະ ມີຂໍ້ຄວາມທີ່ເຂົ້າໃຈງ່າຍ ທີ່ກ່ຽວພັນກັບປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ຊຶ່ງເປັນປຶ້ມ ຫຼື ໜັງສືທີ່ປະຊາຊົນມີຄວາມຄຸ້ນເຄີຍ ແລະ ໄວ້ວາງໃຈ, ສື່ເຫຼົ່ານີ້ຈະຊ່ວຍພະນັກງານແພດ ແລະ ອົງການປົກຄອງບ້ານໃນການສົ່ງເສີມວຽກງານປ້ອງກັນສຸຂະພາບໄດ້ເປັນຢ່າງດີໃນຕໍ່ໜ້າ."

ສື່ທີ່ໄດ້ຜະລິດຂຶ້ນໃໝ່ປະກອບມີ: ຊຸດວິດີໂອພາບກາຕູນເຄື່ອນໄຫວ, ມີຫຼາຍພາສາ, ອອກແບບ ໂດຍສະເພາະສໍາລັບການເປີດໃນໂທລະສັບມືຖື ໂດຍພະນັກງານແພດໃນຂະນະລົງເຄື່ອນໄຫວໃນຊຸມຊົນ, ແຜ່ນພັບທີ່ມີຂໍ້ມູນກ່ຽວກັບວັກຊິນທັງແບບພິມ ແລະ ດີຈີຕອນ. ສື່ດັ່ງກ່າວ, ແມ່ນອອກແບບສະເພາະ ເພື່ອນໍາໃຊ້ໃນຊຸມຊົນ ແລະ ເພື່ອໃຫ້ສະດວກແກ່ພະນັກງານແພດ, ສັງຄົມ ຈະມີການເຜີຍແຜ່ ສາມາດຊອກຫາໄດ້ຢູ່ໜ້າເຟສບຸກ (Facebook) ຂອງສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ:https://shorturl.at/SR9tZ, ຊ່ອງຢູທູບ (YouTube) ຂອງໂຄງການໃຫ້ວັກຊິນກັນພະຍາດແຫ່ງຊາດ: https://shorturl.at/SqWea.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສາທະລະນະສຸກ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ເພີ່ມເຕີມ