![]() |
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານອຸປະທູດ ແລະ ຄະນະ ພ້ອມທັງໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດອຸທົກກະໄພນໍ້າຖ້ວມຢູ່ 9 ແຂວງພາກໃຕ້ຂອງ ຣາຊະອານາຈັກໄທ ໃນໄລຍະທ້າຍເດືອນພະຈິກ 2025 ທີ່ຜ່ານມາ, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນວົງກວ້າງ. ຕໍ່ການສູນເສຍດັ່ງກ່າວ, ສປປ ລາວ ໃນຖານະປະເທດເພື່ອນບ້ານໃກ້ຄຽງທີ່ມີຄວາມຜູກພັນທາງດ້ານຍາດພີ່ນ້ອງ ແລະ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ຈຶ່ງໄດ້ປະກອບສ່ວນຊ່ວຍເຫຼືອເງິນ ຈໍານວນ 200,000 ໂດລາ ໃຫ້ແກ່ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຕໍ່ເຫດອຸທົກກະໄພໃນຄັ້ງນີ້ ຕາງໜ້າຝ່າຍລາວມອບເງິນຈໍານວນເງິນດັ່ງກ່າວ ໂດຍທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍໄທ ຮັບໂດຍ ທ່ານນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວແຫ່ງ ຣາຊະອານາຈັກໄທປະຈໍາ ສປປ ລາວ. ນອກ ຈາກນີ້, ການນໍາຂອງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ການນໍາຂອງ ຣາຊະອານາຈັກໄທ ໃນ 3 ລະດັບ.
ໃນໂອກາດກຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທແຫ່ງທີ 5(ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ນີ້, ຊຶ່ງເປັນໜຶ່ງໃນໂຄງການຮ່ວມການຮ່ວມມືທີ່ເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ກໍຄື ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນທັນວາ 2025, ທັງປະກອບສ່ວນຊ່ວຍອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ຂອງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ກໍຄືການຄົມມະນາຄົມຂົນສົ່ງ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ມີຄວາມສະດວກ ແລະ ວ່ອງໄວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.
ໃນຂະນະດຽວກັນ, ທ່ານນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ຈະນໍາໃຊ້ເງິນຈໍານວນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ແກ່ຜູ້ທີ່ໄດ້ປະສົບເຄາະຮ້າຍໃນເຫດອຸທົກກະໄພໃນຄັ້ງນີ້ເພື່ອຟື້ນຟູຈິດໃຈ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ກັບຄືນມສູ່ສະພາບປົກກະຕິໂດຍໄວ. (ຂ່າວ: ກຕທ)

ຄໍາເຫັນ