ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ໃນນາມປະທານກອງປະຊຸມໄດ້ຖະແຫຼງຂ່າວປິດກອງປະຊຸມໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munition) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14 ຫາ 18 ກັນຍາ 2026, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານ, ມາຈາກ 91 ປະເທດ (ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ) ແລະ ອົງການຈັດຕັ້ງສາກົນຕ່າງໆຈຳນວນ 27 ອົງການເຂົ້າຮ່ວມ.


ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ຕາມເປົ້າໝາຍ ແລະ ໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຢ່າງເປັນເອກະສັນຈໍານວນ 3 ສະບັບ ຄື: 1. ເອກະສານທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານໂລຊານ 2022-2026; 2. ຖະແຫຼງການ ການເມືອງ ນະຄອນຫຼວງວຽງຈັນ ແລະ 3. ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) 2027-2031.
ຕະຫຼອດໄລຍະການດໍາເນີນກອງປະຊຸມເປັນເວລາ 5 ວັນຜ່ານມານັ້ນ, ບັນດາລັດພາຄີ, ປະເທດລົງນາມ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຈັດຕັ້ງທາງສັງຄົມ, ຜູ້ລອດຊີວິດ ແລະ ຕົວແທນຈາກຊຸມຊົນທີ່ໄດ້ຮັບຜົນກະທົບ ໄດ້ເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ປຶກສາຫາລືໃນຫົວຂໍ້ສໍາຄັນຂອງກອງປະຊຸມຢ່າງກົງໄປກົງມາ, ສ້າງສັນ ແລະ ສາມາດເປັນເອກະພາບກັນ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ, ສິ່ງທ້າທາຍ, ບັນຫາຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ.
ກອງປະຊຸມໄດ້ທົບທວນຄວາມຄືບໜ້າໃນຫຼາຍຂົງເຂດວຽກງານທີ່ສໍາຄັນ ເປັນຕົ້ນ ການຂະຫຍາຍຈໍານວນລັດພາຄີຂອງສົນທິສັນຍາ, ການທໍາລາຍຄັງອາວຸດລະເບີດລູກຫວ່ານ, ການເກັບກູ້ລະເບີດໃນພື້ນທີ່ຕົກຄ້າງ,
ການໂຄສະນາສຶກສາຄວາມສ່ຽງຈາກ ລບຕ ໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບ, ການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍ ແລະ ຜູ້ລອດຊີວິດ, ມາດຕະການຈັດຕັ້ງປະຕິບັດ ແລະ ການສ້າງບົດລາຍງານແຫ່ງຊາດ ແລະ ການຮ່ວມມື ແລະ ການຊ່ວຍເຫຼືອໃນລະດັບສາກົນ.
ແຜນປະຕິບັດງານນະຄອນຫຼວງວຽງຈັນ (ຫຼື VCAP) 2027-2031 ແມ່ນແຜນຍຸດທະສາດທີ່ສໍາຄັນໃນການຂະຫຍາຍຈໍານວນລັດພາຄີຂອງສົນທິສັນຍາ ແລະ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານແບບຮອບດ້ານ ນັບແຕ່ນີ້ຈົນຮອດຮອບວຽນທົບທວນໃນຄັ້ງຕໍ່ໄປໃນຫ້າປີຕໍ່ໜ້າ. ແຜນປະຕິບັດງານສະບັບນີ້ ໄດ້ກຳນົດແຜນການທີ່ເປັນຮູບປະທໍາ, ສອດຄ່ອງ ແລະ ເນັ້ນໃສ່ການປະຕິບັດ 43 ໜ້າວຽກ (Action) ຊຶ່ງກວມເອົາບັນດາເສົາຄໍ້າ ແລະ ວຽກງານສໍາຄັນຂອງສົນທິສັນຍາ, ໂດຍເນັ້ນໃສ່ການລະດົມທຶນຈາກແຫຼ່ງທຶນພາຍໃນ. ຄຽງຄູ່ກັບການລະດົມທຶນທີ່ຍືນຍົງ ແລະ ຄາດຄະເນໄດ້ຈາກພາຍນອກ. ພ້ອມນັ້ນ, ແຜນປະຕິບັດງານນະຄອນຫຼວງວຽງຈັນ ຍັງໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດທີ່ອີງໃສ່ຫຼັກຖານ, ວິທີການທີ່ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທີ່ໄດ້ຮັບຜົນກະທົບ, ຜູ້ລອດຊີວິດ ແລະ ຜູ້ຖືກເຄາະຮ້າຍ ລວມທັງການພິຈາລະນາປັດໃຈດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ການມີສ່ວນຮ່ວມທີ່ມີຄວາມໝາຍ, ການເປັນຄູ່ຮ່ວມງານທີ່ດີ ແລະ ການຮ່ວມມືລະຫວ່າງປະເທດ ແລະ ພາກພື້ນ. ເອກະສານ VCAP ມີເປົ້າໝາຍເພື່ອນໍາພາລັດພາຄີ ແລະ ຄູ່ຮ່ວມງານໃຫ້ສາມາດບັນລຸຄວາມຄືບໜ້າທີ່ສາມາດວັດແທກໄດ້ ແລະ ມີຄວາມຍືນຍົງ.
ບັນດາເອກະສານທີ່ໄດ້ຮັບຮອງນັ້ນ ໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງສົນທິສັນຍາ ແລະ ໃຫ້ທິດທາງໃໝ່ ໃນຄວາມພະຍາຍາມຮ່ວມກັນຂອງບັນດາປະເທດພາຄີໃນຊຸມປີຕໍ່ໜ້າ. ນອກນີ້, ຍັງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຮ່ວມກັນຂອງວົງຄະນາຍາດສາກົນ ໃນການລຶບລ້າງໄພຂົ່ມຂູ່ ທີ່ເກີດຈາກລະເບີດລູກຫວ່ານ ແລະ ປ້ອງກັນບໍ່ໃຫ້ເກີດອັນຕະລາຍຕໍ່ປະຊາຊົນໃນອະນາຄົດ.
ສໍາລັບ ສປປ ລາວ ແມ່ນມີຄວາມໝາຍສໍາຄັນເປັນພິເສດ ເນື່ອງຈາກພວກເຮົາຍັງສືບຕໍ່ປະເຊີນກັບຜົນກະທົບໄລຍະຍາວທາງດ້ານມະນຸດສະທຳ, ການພັດທະນາເສດຖະກິດ-ສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ຈາກລະເບີດທີ່ບໍ່ທັນແຕກຕົກຄ້າງຈໍານວນຫຼາຍ. ຫຼາຍຊຸມຊົນ ຍັງຕ້ອງດໍາລົງຊີວິດຢູ່ກັບຄວາມສ່ຽງຕໍ່ຄວາມປອດໄພ ແລະ ໂອກາດໃນການມີຊີວິດການເປັນຢູ່ທີ່ດີ ແລະ ປອດໄພຂອງປະຊາຊົນ.
ສໍາລັບ ສປປ ລາວ ຜົນກະທົບຂອງລະເບີດລູກຫວ່ານ ແມ່ນບໍ່ເຄີຍໄດ້ສິ້ນສຸດລົງ ຜ່ານມາຫຼາຍປີ ຫຼັງຈາກສົງຄາມ. ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ສົ່ງຜົນກະທົບຕໍ່ຄອບຄົວ ແລະ ຊຸມຊົນໃນຂອບເຂດທົ່ວປະເທດ ມາຫຼາຍເຊັ່ນຄົນ. ສະນັ້ນ, ການສືບຕໍ່ສຸມທຸກກໍາລັງແຮງເພື່ອເກັບກູ້, ການໂຄສະນາ ສຶກສາຄວາມສ່ຽງຈາກ ລບຕ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ ຍັງສືບຕໍ່ເປັນວຽກງານບຸລິມະສິດແຫ່ງຊາດ ແລະ ເປັນພື້ນຖານຂອງການຈັດຕັ້ງປະຕິບັດສົນທິສັນຍານີ້.
ບັນດາຜູ້ແທນກອງປະຊຸມໄດ້ເນັ້ນໜັກວ່າ ປະເທດທີ່ໄດ້ຮັບຜົນກະທົບແມ່ນບໍ່ສາມາດແກ້ໄຂສິ່ງທ້າທາຍເຫຼົ່ານີ້ໄດ້ຕາມລໍາພັງ, ສະນັ້ນ, ຄວາມສາມັກຄີ ແລະ ການຮ່ວມມືທີ່ແໜ້ນແຟ້ນໃນລະດັບສາກົນທີ່ຕໍ່ເນື່ອງ, ການສະໜັບສະໜູນທາງດ້ານທຶນຮອນທີ່ຄາດຄະເນໄດ້, ການຊ່ວຍເຫຼືອດ້ານເຕັກນິກ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ພວກເຮົາ ສາມາດບັນລຸຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ CCM ໃນຕໍ່ໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ. ດັ່ງນັ້ນ, ສປປ ລາວ ຈຶ່ງຮຽກຮ້ອງໃຫ້ທຸກປະເທດ, ບັນດາອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານດ້ານມະນຸດສະທຳ ຈົ່ງເພີ່ມທະວີການສະໜັບສະໜູນໃຫ້ ບັນດາປະເທດ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່. ພວກຂ້າພະເຈົ້າ ຊຸກຍູ້ໃຫ້ທຸກປະເທດທີ່ຍັງບໍ່ທັນໄດ້ເຂົ້າຮ່ວມເປັນພາຄີ ເຂົ້າມາມີສ່ວນຮ່ວມໃນສົນທິສັນຍານີ້ ເພື່ອບັນລຸເປົ້າໝາຍການຂະຫຍາຍຈໍານວນລັດພາຄີ.
ກອງປະຊຸມ ຍັງໄດ້ຮັບຮູ້ເຖິງການປະກອບສ່ວນທີ່ສໍາຄັນຢ່າງຍິ່ງຂອງຜູ້ທີ່ລອດຊີວິດ, ຊຸມຊົນ ແລະ ສັງຄົມທີ່ໄດ້ຮັບຜົນກະທົບ ຊຶ່ງປະສົບການ ແລະ ຂໍ້ສະເໜີຂອງເຂົາເຈົ້າ ຕ້ອງເປັນໃຈກາງໃນຄວາມພະຍາຍາມຮ່ວມກັນຂອງພວກເຮົາ ເພື່ອເຮັດໃຫ້ສົນທິສັນຍາດ້ານມະນຸດສະທຳນີ້ຕອບສະໜອງຕໍ່ຄວາມຕ້ອງການຕົວຈິງ ແລະ ເຄົາລົບສິດທິໃນການດໍາລົງຊີວິດທີ່ປອດໄພຂອງປະຊາຊົນ ໂດຍປາສະຈາກຜົນກະທົບຂອງອາວຸດຮ້າຍແຮງເຫຼົ່ານີ້.
ໃນໄລຍະການດໍາເນີນກອງປະຊຸມ ບັນດາປະເທດລັດພາຄີ, ປະເທດຜູ້ສັງເກດການ, ອົງການຈັດຕັ້ງ ສາກົນ ລວມທັງອົງການປະຕິບັດງານ ຍັງໄດ້ຮ່ວມກັນຈັດຫຼາຍກິດຈະກໍາປິ່ນອ້ອມ (side events) ໃນຫຼາຍຫົວຂໍ້ສໍາຄັນ ເພື່ອຊຸກຍູ້ໃຫ້ການຈັດຕັ້ງປະຕິບັດສົນທິສັນຍາ ລວມທັງໝົດ 18 ກິດຈະກຳ, ຊຶ່ງໃນນັ້ນ ສປປ ລາວ ໄດ້ປະກອບສ່ວນໃນ 9 ກິດຈະກໍາປິ່ນອ້ອມ.
ຄະນະຜູ້ແທນກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍ ສປປ ລາວ ໃນຖານະເປັນປະທານ ແລະ ເຈົ້າພາບຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດອັນດີງາມຂອງຊາວນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ. ໃນດ້ານວິຊາການ ບັນດາຄະນະຜູ້ແທນ ແລະ ອົງການຈັດຕັ້ງສາກົນ ຍັງໄດ້ຍ້ອງຍໍຊົມເຊີຍ ສປປ ລາວ ໃນການປະຕິບັດພັນທະສາກົນ ເພື່ອຈັດຕັ້ງປະຕິບັດສົນທິສັນຍາ ໂດຍສະເພາະການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢ່າງເປັນເຈົ້າການ ໂດຍສົ່ງເສີມການຮ່ວມມືກັບທຸກພາກສ່ວນ, ມີການລາຍງານຢ່າງເປັນປະຈໍາ ໂດຍໄດ້ມີຄວາມຄືບໜ້າທີ່ດີໃນແຕ່ລະປີ.
ອີກເຫດການໜຶ່ງທີ່ພົ້ນເດັ່ນ ໃນໄລຍະດໍາເນີນກອງປະຊຸມນີ້, ສາທາລະນະລັດປະຊາທິປະໄຕ ຕີມໍແລັສເຕ ໄດ້ລົງນາມໃນຖະແຫຼງການສະແດງເຈດຈຳນົງ ເພື່ອເຂົ້າຮ່ວມເປັນພາຄີສົນທິສັນຍາ CCM ຊຶ່ງສປປ ລາວ ໄດ້ມີຄວາມພະຍາຍາມຢ່າງຕໍ່ເນື່ອງໃນນາມປະທານກອງປະຊຸມ ເພື່ອລະດົມຂົນຂວາຍການເພີ່ມຈໍານວນປະເທດພາຄີ ຂອງສົນທິສັນຍາ ເພື່ອສົ່ງເສີມສັນຕິພາບ ແລະ ຫຼັກການມະນຸດສະທຳສາກົນ.
ທ່ານ ທອງສະຫວັນ ພົມວິຫານ ກ່າວຕື່ມວ່າ: ຂ້າພະເຈົ້າໃນນາມລັດຖະບານ ແລະ ປະຊາຊົນ ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາຄະນະຜູ້ແທນ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ຂອບໃຈເປັນພິເສດຕໍ່ອົງການສະຫະປະຊາຊາດ, ໜ່ວຍງານສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ (ISU-CCM), ຄະນະກຳມະການກາແດງສາກົນ, ເຄືອຂ່າຍຕ້ານລະເບີດລູກຫວ່ານ, ອົງການຈັດຕັ້ງມະນຸດສະທຳ, ຜູ້ລອດຊີວິດ ແລະ ບັນດາຄູ່ຮ່ວມງານທັງໝົດທີ່ໄດ້ປະກອບສ່ວນ ໃນຜົນສໍາເລັດຂອງກອງປະຊຸມສາກົນຄັ້ງນີ້, ຂອບໃຈຕໍ່ຄະນະຊີ້ນໍາ, ບັນດາອະນຸກຳມະການ, ກອງເລຂາ, ທຸກໜ່ວຍງານ, ສື່ມວນຊົນ ລວມທັງຊາວໜຸ່ມອາສາສະໝັກ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ແລະ ມີຜົນສໍາເລັດຮອບດ້ານ.
ສປປ ລາວ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຮັດໜ້າທີ່ເປັນປະທານກອງປະຊຸມທົບທວນຮອບວຽນທີ 3 ນີ້ ແລະ ຈະສືບຕໍ່ຄວາມໝາຍໝັ້ນ ເພື່ອສະໜັບສະໜູນໃຫ້ການຈັດຕັ້ງປະຕິບັດເປົ້າໝາຍດ້ານມະນຸດສະທຳ ພາຍໃຕ້ສົນທິສັນຍານີ້.
ຂໍ້ຄວາມຈາກນະຄອນຫຼວງວຽງຈັນ ທີ່ສົ່ງໄປຍັງປະຊາຄົມໂລກ ແມ່ນຈະແຈ້ງຄື: ການນໍາໃຊ້ລະເບີດລູກຫວ່ານ ເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້, ຄວາມທຸກທໍລະມານທີ່ເກີດຈາກລະເບີດເຫຼົ່ານີ້ຕ້ອງຢຸດຕິລົງ ແລະ ຄວາມພະຍາຍາມຮ່ວມກັນຂອງພວກເຮົາຕ້ອງສືບຕໍ່ໄປຈົນກວ່າພື້ນທີ່ໆໄດ້ຮັບຜົນກະທົບທັງໝົດຈະຖືກເກັບກູ້, ບັນດາຄັງລະເບີດທີ່ເກັບໄວ້ທັງໝົດຈະຖືກທໍາລາຍ, ຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດທຸກຄົນ ຈະໄດ້ຮັບການຊ່ວຍເຫຼືອຕາມທີ່ຕ້ອງການ.
ຂ້າພະເຈົ້າຂໍຢໍ້າຄືນວ່າ ຜົນສໍາເລັດຂອງກອງປະຊຸມນີ້ ບໍ່ພຽງແຕ່ວັດແທກໄດ້ຈາກການເຫັນດີ ຮັບຮອງເອກະສານໃນມື້ນີ້ເທົ່ານັ້ນ, ແຕ່ຕ້ອງສາມາດວັດແທກໄດ້ຈາກການຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ, ລັດຖະບານ ສປປ ລາວ ຈະສືບຕໍ່ຄວາມໝາຍໝັ້ນຂອງຕົນ ຮ່ວມກັບບັນດາຄູ່ຮວມງານທຸກພາກສ່ວນ ເພື່ອຊຸກຍູ້ໃຫ້ວຽກງານເກັບກູ້ລະເບີດ, ການຊ່ວຍເຫຼືອຜູ້ເຄາະຮ້າຍ, ການໂຄສະນາຄວາມສ່ຽງໄພ ແລະ ການຮ່ວມມືສາກົນໃຫ້ບັນລຸຜົນຕາມເປົ້າໝາຍ, ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບົນຈິດໃຈແຫ່ງຄວາມສາມັກຄີເປັນເອກະພາບທີ່ເຫັນໄດ້ຢູ່ ນະຄອນຫຼວງວຽງຈັນ ແມ່ນຍັງຈະສືບຕໍ່ພາຍຫຼັງກອງປະຊຸມຈົບລົງ ແລະ ພ້ອມກັນບັນລຸໝາກຜົນຢ່າງເປັນຮູບປະທຳໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບໃນທົ່ວໂລກ.
(ຂ່າວ+ພາບ: ແສງຈັນ+ສໍານານ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ