ສປປ ລາວ ສືບຕໍ່ເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຕໍ່ເນື່ອງ

ສປປ ລາວ ສືບຕໍ່ເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຕໍ່ເນື່ອງ

ສປປ ລາວ ສືບຕໍ່ເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຕໍ່ເນື່ອງ
ລັດຖະບານ ສປປ ລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ສືບຕໍ່ເຄື່ອນໄຫວເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຈາກສະໄໝສົງຄາມຢ່າງຮອບດ້ານ, ເຄັ່ງຮ້ອນ ແລະ ຢ່າງຕໍ່ເນື່ອງໂດຍສຸມໃສ່ 4 ວຽກງານຫຼັກ ເພື່ອຫຼຸດຜ່ອນອຸບັດເຫດ ແລະ ຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບເຄາະຮ້າຍ. ພ້ອມນັ້ນ, ການເປັນເຈົ້າພາບຈັດກອງປະຊຸມບັນດາລັດພາຄີສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ (CCM) ຄັ້ງທີ 2 ຢູ່ນະຄອນຫຼວງວຽງຈັນ (ຮອບວຽນທີ 3) ຍັງເປັນບາດກ້າວສໍາຄັນໃນການລະດົມຄວາມຮ່ວມມື ແລະ ທຶນຊ່ວຍເຫຼືອຈາກສາກົນ.
ສປປ ລາວ ສບຕເລງແກໄຂບນຫາລະເບດບທນແຕກທຕກຄາງຢາງຕເນອງ - image 1
 

 

 

ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 15 ກັນຍາ ຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ: ຫຼັງຈາກສົງຄາມສິ້ນສຸດລົງກວ່າ 60 ປີ, ໃນລະຫວ່າງປີ 1964 ຫາ 1973 ມີເຄື່ອງບິນມາຖິ້ມລະເບີດໃສ່ຜືນແຜ່ນດິນລາວກວ່າ 580,000ຖ້ຽວ, ກວມເອົາເນື້ອທີ່ກວ່າ 87,000 ກິໂລແມັດມົນທົນ. ໃນນັ້ນ, ມີລະເບີດຕົກຄ້າງກວ່າ 2 ລ້ານໂຕນໂດຍສະເພາະລະເບີດລູກຫວ່ານມີປະມານ 270 ລ້ານໜ່ວຍ ແລະ ປະເມີນວ່າ ມີປະມານ 80 ລ້ານໜ່ວຍທີ່ຍັງບໍ່ທັນແຕກ ຊຶ່ງກະຈາຍຢູ່ເກືອບທຸກແຂວງທົ່ວປະເທດ.ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ, ໄດ້ມີການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ UXO ໃນ 13 ແຂວງທົ່ວປະເທດ ໂດຍເນັ້ນໃສ່ 4 ວຽກງານຫຼັກ:ວຽກງານໂຄສະນາສຶກສາຄວາມສ່ຽງໄພ: ເຄື່ອນໄຫວສຶກສາອົບຮົມ, ເຕືອນພໍ່ແມ່ປະຊາຊົນ ແລະ ເດັກນ້ອຍຜ່ານສື່ມວນຊົນ, ໂຮງຮຽນແລະ ການໂຄສະນາເຄື່ອນທີ່ ເພື່ອຫຼຸດຜ່ອນຕົວເລກຜູ້ຖືກເຄາະຮ້າຍໃຫ້ໄດ້ຕາມແຜນຍຸດທະສາດ (ບໍ່ໃຫ້ເກີນ 38 ຄົນຕໍ່ປີ); ວຽກງານສໍາຫຼວດ, ກວດກູ້ ແລະ ທໍາລາຍ: ມີທີມງານສໍາຫຼວດເກັບກໍາຂໍ້ມູນ, ທີມງານທໍາລາຍເຄື່ອນທີ່ (ແກ້ໄຂຮີບດ່ວນ) ແລະ ທີມງານສໍາຫຼວດທາງດ້ານເຕັກນິກ ເພື່ອກໍານົດພື້ນທີ່ອັນຕະລາຍ ແລະ ຈັດລຽງບຸລິມະສິດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ. ມາຮອດປັດຈຸບັນ, ສາມາດກວດກູ້ ແລະ ທໍາລາຍລະເບີດລູກຫວ່ານໄດ້ແລ້ວກວ່າ 1 ລ້ານໜ່ວຍ; ວຽກງານຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ: ນັບແຕ່ປີ 2008 ເປັນຕົ້ນມາ, ມີຜູ້ຖືກເຄາະຮ້າຍສັງເຄາະໄດ້ກວ່າ 800 ຄົນກວ່າ 50% ແມ່ນເດັກນ້ອຍ. ວຽກງານນີ້ໄດ້ເນັ້ນໃສ່ການປິ່ນປົວສຸກເສີນ, ການຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ, ການຟື້ນຟູສະມັດຖະພາບຮ່າງກາຍ,ການຟື້ນຟູສຸຂະພາບຈິດແລະ ການຝຶກອົບຮົມວິຊາຊີບ ເພື່ອໃຫ້ຜູ້ພິການສາມາດດໍາເນີນຊີວິດໄດ້ຢ່າງເທົ່າທຽມ; ວຽກງານຄຸ້ມຄອງຂໍ້ມູນຂ່າວສານ: ເກັບກໍາຂໍ້ມູນ, ຝຶກອົບຮົມ ແລະ ປະສານງານກັບອໍານາດການປົກຄອງທ້ອງຖິ່ນຂັ້ນບ້ານ, ເມືອງ, ແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ເພື່ອເພີ່ມປະສິດທິພາບໃນການປະຕິບັດງານ.

ສປປ ລາວ ສບຕເລງແກໄຂບນຫາລະເບດບທນແຕກທຕກຄາງຢາງຕເນອງ - image 2
 
ທ່ານ ບຸນເພັງ ສີສະຫວັດ ຍັງໃຫ້ຮູ້ດ້ານຄວາມຫຍຸ້ງຍາກ, ລະເບີດລູກຫວ່ານເປັນລະເບີດທີ່ອັນຕະລາຍຫຼາຍ ມີຫຼາຍກວ່າ 20 ຊະນິດເມື່ອພົບເຫັນແມ່ນບໍ່ສາມາດເຄື່ອນຍ້າຍໄດ້ ແລະ ຕ້ອງທໍາລາຍກັບທີ່. ອຸບັດເຫດສ່ວນໃຫຍ່ເກີດຈາກການດັງໄຟ, ຂຸດດິນ, ການຖາງປ່າແລະ ເດັກນ້ອຍຫຼິ້ນໂດຍຮູ້ເທົ່າບໍ່ເຖິງການ. ປະກອບກັບສະພາບການເມືອງໂລກ ແລະ ພາກພື້ນທີ່ຜັນຜວນເຮັດໃຫ້ບາງປະເທດຜູ້ໃຫ້ທຶນຫຼຸດ ຫຼື ຢຸດການສະໜັບສະໜູນ.ແນວໃດກໍດີ ສປປ ລາວ ຍັງຄົງພະຍາຍາມຮັກສາທ່າອ່ຽງການສະໜັບສະໜູນທຶນຈາກພັນທະມິດສາກົນສືບຕໍ່ໄປ.ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ CCM ອີກຄັ້ງ ເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງລັດຖະບານລາວ ໃນການປະກອບສ່ວນເຂົ້າໃນສົນທິສັນຍາສາກົນ ເພື່ອຢຸດຢັ້ງການນໍາໃຊ້ລະເບີດລູກຫວ່ານ. ພ້ອມດຽວກັນນັ້ນ, ຍັງເປັນໂອກາດໃນການສະແດງໃຫ້ເຫັນພັນທະຕາມມາດຕາ 5 ຂອງສົນທິສັນຍາ ວ່າດ້ວຍການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ສປປ ລາວ ຈະຍັງຄົງສືບຕໍ່ຮ່ວມມືກັບພາກລັດ, ອົງການ NGO ແລະ ປະຊາຄົມສາກົນ ເພື່ອສ້າງຄວາມປອດໄພ ແລະ ຍົກກະດັບຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນຢ່າງຍືນຍົງ.
ສປປ ລາວ ສບຕເລງແກໄຂບນຫາລະເບດບທນແຕກທຕກຄາງຢາງຕເນອງ - image 3
 

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ເພີ່ມເຕີມ