ສສ ຫວຽດນາມ - ສປ ຈີນ ເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່

ສສ ຫວຽດນາມ - ສປ ຈີນ ເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່

ສສ ຫວຽດນາມ - ສປ ຈີນ ເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່
ການເດີນທາງຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສຫວຽດນາມ ໃນລະຫວ່າງ ວັນທີ 14-17 ເມສາ ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ແມ່ນການເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່ໃນສະພາບຂອງໂລກທີ່ມີຄວາມສັບສົນ ຊຶ່ງໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຫຼາຍປະເທດໃນໂລກ. ນີ້ແມ່ນການເດີນທາງມາຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງ ທ່ານ ໂຕເລິມ ໃນຖານະຕຳແໜ່ງສູງສຸດຂອງພັກ, ລັດ ສສ ຫວຽດນາມ; ຫຼັງຈາກການມາຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຂອງທ່ານ ສີຈີ້ນຜິງ ຄົບຮອບ 1 ປີ.

 

 

ຜູ້ນໍາລະດັບສູງຂອງສອງປະເທດ ສສ ຫວຽດນາມ - ສປ ຈີນ ໄດ້ພົບປະແລກປ່ຽນໃນຫຼາຍບັນຫາທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ພ້ອມທັງຊອກວິທີຮັບມື ເພື່ອຄວາມໝັ້ນຄົງຂອງຊາດ ແລະ ເພື່ອສັນຕິພາບຂອງໂລກ.

ໃນໂອກາດການພົບປະຂອງການນໍາຂັ້ນສູງ ສສ ຫວຽດນາມ ແລະ ຈີນ ຄັ້ງນີ້, ຍັງໄດ້ເຊັນສັນຍາຮ່ວມມືກັນຫຼາຍສະບັບ ກວມເອົາດ້ານການເມືອງ, ການທະຫານ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ອິນເຕີເນັດ, ຂໍ້ມູນ, ປັນຍາປະດິດ ແລະ ອື່ນໆ. ບັນດາເອກະສານທີ່ໄດ້ເຊັນກັນລວມມີແຜນການຮ່ວມມືລະຫວ່າງພັກກອມມູນິດຈີນ ແລະ ພັກກອມມູນິດຫວຽດນາມ (2026), ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຫວຽດນາມ (2026-2030), ສັນຍາຮ່ວມມືລະຫວ່າງກົມສາກົນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກະຊວງການຕ່າງປະເທດຫວຽດນາມ, ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ກ່ຽວກັບການຮ່ວມມືພາຍໃຕ້ຂອບຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ. ໃບຢັ້ງຢືນການມອບໂອນລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ຂອງທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ. ສັນຍາລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກ່ຽວກັບການຮ່ວມມືດ້ານພາສີ ແລະ ການຊ່ວຍເຫຼືອດ້ານການບໍລິຫານ, ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສາທາລະນະລັດ ປະຊາຊົນຈີນ ແລະ ກະຊວງວິທະຍາສາດ - ເຕັກໂນໂລຊີ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີດີຈີຕອນ. ອະນຸສັນຍາລະຫວ່າງກະຊວງຄວາມໝັ້ນຄົງສາທາລະນະຂອງ ສາທາລະນະລັດ ປະຊາຊົນຈີນ ແລະ ກະຊວງຄວາມໝັ້ນຄົງສາທາລະນະ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກ່ຽວກັບການສ້າງຕັ້ງ, ການດຳເນີນງານ ແລະ ການບຳລຸງຮັກສາສາຍດ່ວນລະດັບລັດຖະມົນຕີ. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຍຸຕິທຳແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກ່ຽວກັບການຮ່ວມມືໃນການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າໃນບັນດາຜູ້ທີ່ອາໄສຢູ່ຕາມຊາຍແດນ, ບົດບັນທຶກການປະຊຸມກວດກາສະຖານທີ່ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການສ້ອມແປງ ແລະ ບຳລຸງຮັກສາພະຣາຊະວັງມິດຕະພາບຫວຽດນາມ-ຈີນ ແລະ ເຊັນບົດບັນທຶກອື່ນໆອີກລວມທັງໝົດ 32 ສະບັບ.

ການຢ້ຽມຢາມ ສປ ຈີນ ຄັ້ງນີ້, ທ່ານ ໂຕເລິມ ຍັງໄດ້ໄປຢ້ຽມຢາມເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ດ້ວຍລົດໄຟຄວາມໄວສູງ ແລະ ໄດ້ໄປຢ້ຽມຢາມມະຫາວິທະຍາໄລກວາງຊີ, ຢ້ຽມຊົມສະຖານທີ່ເກົ່າຂອງໂຮງຮຽນ Guangxi Nanning Yucai (ເມື່ອກ່ອນແມ່ນເຂດໂຮງຮຽນສູນກາງຫວຽດນາມ) ແລະ ສິ່ງສໍາຄັນອີກອັນໜຶ່ງຍັງໄດ້ເຊັນບົດທຶກລະຫວ່າງ ຄະນະກຳມະການເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຂອງພັກກອມມູນິດຈີນ ແລະ ຄະນະກຳມະການພັກກອມມູນິດຫວຽດນາມ ແຂວງກວາງນິງ, ລ້າງເຊີນ, ກາວບັງ, ຕວຽນກວາງ ແລະ ຫາຍຟອງ ກ່ຽວກັບການຮ່ວມມືໃນໂຄງການຝຶກອົບຮົມ (2026-2027) ແລະ ການຍົກລະດັບດ່ານຊາຍແດນ ອ້າຍຕຽນ-ຈີມາ ເປັນດ່ານຊາຍແດນສາກົນ. ແຂວງກວາງຊີ ເປັນແຂວງທີ່ມີທີ່ຕັ້ງສໍາຄັນທີ່ສຸດແຂວງດຽວຂອງປະເທດ ທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນທັງທາງບົກ ແລະ ທາງທະເລ, ມີຊາຍຝັ່ງທະເລຫຼາຍກວ່າ 1,600 ກິໂລແມັດ, ພື້ນທີ່ທະເລປະມານ 40,000 ຕາລາງກິໂລແມັດ ແລະ ເກາະດອນຫຼາຍກວ່າ 600 ເກາະ. ກວາງຊີເປັນເຂດອຸດສະຫະກໍາຊັ້ນນໍາຂອງຈີນ ທີ່ມີມູນຄ່າເກີນ 100 ຕື້ຢວນ. ລວມທັງໂລຫະທີ່ບໍ່ແມ່ນເຫຼັກ, ເຫຼັກກ້າ, ອາຫານ, ລົດຍົນ ແລະ ຂໍ້ມູນເອເລັກໂຕຣນິກ, ມີວິສາຫະກິດອຸດສາຫະກຳຫຼາຍກວ່າ 10,000 ແຫ່ງທີ່ມີຂະໜາດໃຫຍ່ ຈັດຢູ່ໃນອັນດັບທຳອິດຂອງປະເທດໃນການຜະລິດລົດຕັກເຕີ, ການຜະລິດຍານພາຫະນະພະລັງງານໃໝ່, ວິສາຫະກິດຊັ້ນນຳເຊັ່ນ: BYD ແລະ Huayi Brothers ກໍມີຖານຜະລິດຂະໜາດໃຫຍ່ເພື່ອສົ່ງອອກ.

ສໍາລັບການຢ້ຽມແຂວງກວາງຊີ ຂອງທ່ານ ໂຕເລີມ ຍ້ອນເປັນແຂວງດຽວຂອງຈີນທີ່ມີຊາຍແດນທາງບົກ ແລະ ທາງທະເລຕິດກັບຫວຽດນາມ, ເປັນປ່ອງຢ້ຽມຊາຍແດນສຳລັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ແລະ ຫວຽດນາມ, ເໝືອນດັ່ງຈີນ ແລະ ອາຊຽນ. ຈະເປັນການສົ່ງເສີມການແລກ ປ່ຽນວັດທະນະທຳ ແລະ ການຮ່ວມມືໃນຫລາຍດ້ານ, ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາ, ເພີ່ມທະວີມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື, ສະໜັບສະໜູນຊຶ່ງກັນ ແລະ ກັນ ແລະ ປະ ກອບສ່ວນໃນການສ້າງຊຸມຊົນພາກພື້ນຍຸດທະສາດລະດັບສູງ - ຊຸມຊົນຮ່ວມອະນາຄົດ ສສ ຫວຽດນາມ-ຈີນ.

ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລິມ ແມ່ນຂີດໝາຍເລີ່ມຕົ້ນໃໝ່ໃນການພົວພັນ 2 ຝ່າຍ ໃນສະພາບການທີ່ 2 ປະເທດເຂົ້າສູ່ໄລຍະພັດທະນາໃໝ່, ສສ ຫວຽດນາມ ເຂົ້າສູ່ສັງກາດໃໝ່ໃນການພັດທະນາຫຼັງຈາກຜົນສຳເລັດຢ່າງຈົບງາມຂອງກອງປະຊຸມໃຫຍ່ຄັ້ງທີ 14. ສປ ຈີນ ກໍເລີ່ມຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ 15; ສະແດງໃຫ້ເຫັນການໃຫ້ບຸລິມະສິດຂອງ 2 ຝ່າຍກໍຄືຄວາມຕັດສິນໃຈໃນການພັດທະນາສາຍພົວພັນສອງຝ່າຍ. ການຢ້ຽມຢາມຄັ້ງນີ້ເປັນໂອກາດທີ່ສຳຄັນໃນການຍົກລະດັບສາຍພົວພັນຍຸດທະສາລະຫວ່າງສອງພັກ ແລະ ສອງປະເທດ. ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດຈະຮ່ວມກັນກຳນົດທິດທາງ ແລະ ຄວາມກ້າວໜ້າໃໝ່ໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການຝຶກອົບຮົມ, ວິທະຍາສາດ ແລະ ເຕັກໂນໂລຊີ. ຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສົ່ງເສີມແກ້ໄຂຄວາມແຕກຕ່າງ ແລະ ອຸປະສັກທີ່ຍັງຄ້າງຄາ, ເພີ່ມທະວີການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ 2 ປະເທດ; ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງໆຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​​ໄດ້​ເປີດຂຶ້ນຢູ່​ຕາ​ແສງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ​ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫຼ່ງ​ລະ​ຫັດ ​ການ​ຮ່ວມ​ມື​ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ - ​ເຮັດ​ວຽກ​ຮ່ວ​ມ​ກັນເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ​
ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ແພລດຟອມແຜນທີ່ດີ​ຈີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນວັນທີ 1 ພະຈິກ ຜ່ານມາ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ ນະຄອນຫຼວງຮ່າໂນ້ຍ. ໂດຍມີຈຸດປະສົງ​ເພື່ອ​ເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ນັກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ.
ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ປະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ່ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.
ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ຄຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຢຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫຼັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.
ເພີ່ມເຕີມ