ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ;ກອງປະຊຸມສະໄໝສາມັນເທື່ອທີ 8ຂອງສະພາປະຊາຊົນແຂວງ ຊຸດທີ IIໄດ້ພິຈາລະນາເນື້ອໃນ 11 ເນື້້ອໃນ, ອອກເປັນມະຕິກອງປະຊຸມສະພາປະຊາຊົນແຂວງ 9 ສະບັບ; ດໍາເນີນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ 6ຄັ້ງ, ໄດ້ຕົກລົງອອກເປັນມະຕິ 3 ສະບັບຄື: ຮັບຮອງເອົາການຈັດສັນແຜນພັດທະນາປະຈໍາປີ 2025, ແຜນງົບປະມານພາກປົກກະຕິ ແລະ ເງິນເກີນແຜນ, ການຈັດສັນເງິນກອງທຶນທາງ2ແລະ ດ້ານການຕິດຕາມກວດກາ ໄດ້ສໍາເລັດການລົງຕິດຕາມກວດກາ5 ຄັ້ງ. ໃນນັ້ນ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ , ຂົງເຂດຍຸຕິທໍາ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ໄດ້ສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ລົງໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງຢູ່ 4 ຕົວເມືອງ ຂອງແຂວງເຊກອງ ສາມາດຈັດຕັ້ງປະຕິບັດໄດ້ ທັງໝົດ 23 ຈຸດ, ຂອງແຜນປີ; ລວມມີ 18 ບ້ານ; ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 1,636 ຄົນ, ໃນການລົງເຄື່ອນໄຫວຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແລະ ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ມອບໃຫ້ແຕ່ລະຈຸດເປົ້າໝາຍ.(ຂ່າວ:ບຸນອູ້ມ)
ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ
ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາເຫັນ