![]() |
ໃນວັນທີ 31 ທັນວາ 2025, ອາສາສະໝັກຫຼາຍກວ່າ 30 ທ່ານຈາກບັນດາອົງການຈັດຕັ້ງຕ່າງໆຈາກສປຈີນໄດ້ເດີນທາງມາພົບກັນຢູ່ນະຄອນຫຼວງວຽງຈັນ. ພາຍຫຼັງການຄັດແຍກແລະຫຸ້ມຫໍ່ເຄື່ອງຂອງໃນວັນທີ 1 ແລະ 2 ມັງກອນ, ພວກເຮົາໄດ້ເລີ່ມອອກເດີນທາງຈາກນະຄອນຫຼວງວຽງຈັນດ້ວຍລົດກະບະ 9 ຄັນແລະລົດບັນທຸກເບົາ 1 ຄັນທີ່ບັນຈຸເຄື່ອງຊ່ວຍເຫຼືອດ້ວຍຄວາມຮັກຈາກສປຈີນໜັກກວ່າ 10 ໂຕນພ້ອມດ້ວຍອາສາສະໝັກຜູ້ທີ່ມີຄວາມຕັ້ງໃຈຢາກຊ່ວຍເຫຼືອ 46 ທ່ານ (ອາສາສະໝັກຈີນ 40 ທ່ານແລະລາວ 6 ທ່ານ) ມຸ່ງໜ້າສູ່ເຂດພູດອຍຂອງເມືອງວັງວຽງ.
![]() |
ນັບແຕ່ວັນທີ 3 ຫາ 4 ມັງກອນ, ພວກເຮົາໄດ້ລົງພື້ນທີ່ໄປຍັງ 4 ໝູ່ບ້ານຂອງເມືອງວັງວຽງ. ບໍ່ວ່າຈະເປັນເສື້ອຜ້າ, ເຄື່ອງໃຊ້ໃນຊີວິດປະຈຳວັນຫຼືອຸປະກອນກິລາ... ທຸກໆຊິ້ນສ່ວນແມ່ນໄດ້ຖືກສົ່ງມອບດ້ວຍມືທີ່ມາພ້ອມກັບຄວາມເຄົາລົບຮັກ. ເດັກນ້ອຍໃນເຂດພູດອຍທີ່ມີແວວຕາສົດໃສໄດ້ກ່າວຄຳວ່າ"ຂອບໃຈ"ຢ່າງອ່ອນນ້ອມເມື່ອໄດ້ຮັບຖົງເຄື່ອງ. ຜູ້ເຖົ້າຜູ້ແກ່ໄດ້ລູບຄຳເສື້ອຜ້າຝ້າຍທີ່ໜາອົບອຸ່ນພ້ອມດ້ວຍຮອຍຍິ້ມເທິງໃບໜ້າ. ໃນນາທີນັ້ນ, "ໜຶ່ງແລວທາງໜຶ່ງເສັ້ນທາງ" ບໍ່ແມ່ນແນວຄວາມຄິດທີ່ໄກຕົວອີກຕໍ່ໄປ, ແຕ່ມັນຄືອາຍອຸ່ນທີ່ສຳຜັດໄດ້ໃນກຳມື.
![]() |
ໃນຕອນບ່າຍຂອງວັນທີ 4 ມັງກອນ, ອາສາສະໝັກຫຼາຍກວ່າ 10 ທ່ານໄດ້ເດີນທາງດ້ວຍຂະບວນລົດໄຟລາວ-ຈີນທີ່ແລ່ນຜ່ານສາຍພູແລະສາຍນ້ຳຢ່າງວ່ອງໄວ. ພຽງແຕ່ 2 ຊົ່ວໂມງ, ພວກເຮົາກໍໄດ້ເດີນທາງເຖິງແຂວງຫຼວງພະບາງໂດຍມີອາສາສະໝັກຈາກສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ (ສາຂາຫຼວງພະບາງ) ມາລໍຖ້າຕ້ອນຮັບ. ໃນມື້ຕໍ່ມາ, ທີມງານໄດ້ເດີນທາງເຂົ້າສູ່ໝູ່ບ້ານທີ່ຫ່າງໄກສອກຫຼີກອ້ອມຂ້າງນະຄອນຫຼວງພະບາງເພື່ອສົ່ງຕໍ່ເຄື່ອງຊ່ວຍເຫຼືອແລະຄວາມອົບອຸ່ນຢ່າງຕໍ່ເນື່ອງ.
![]() |
ການເດີນທາງຄັ້ງນີ້, ພວກເຮົາຈະຈົດຈຳພາບເຫຼົ່ານີ້ໄວ້:
● ເຄື່ອງຊ່ວຍເຫຼືອ 10 ໂຕນໄດ້ຖືກສົ່ງມອບເຖິງມືຂອງເດັກນ້ອຍທັງໝົດ;
● ອາສາສະໝັກ 46 ທ່ານ, ກັບການເຮັດວຽກຫຼາຍກວ່າ 200 ຊົ່ວໂມງ;
● ເດັກນ້ອຍແລະປະຊາຊົນຫຼາຍກວ່າ 5,000 ຄົນໃນ 4 ບ້ານຂອງເມືອງວັງວຽງແລະ 2 ບ້ານຂອງແຂວງຫຼວງພະບາງທີ່ໄດ້ຮັບຄວາມຮັກທີ່ເດີນທາງໄກໃນຄັ້ງນີ້.
ກິດຈະກຳຄັ້ງນີ້ໄດ້ຝາກຂໍ້ຄິດໄວ້ວ່າ:
ສິ່ງຂອງອາດຈະເກົ່າໄປຕາມກາລະເວລາ, ແຕ່ຄວາມຊົງຈຳຈະຄົງຢູ່ຕະຫຼອດໄປ; ກິດຈະກຳອາດຈະສິ້ນສຸດລົງ, ແຕ່ສາຍສຳພັນຈະບໍ່ມີວັນຈາງຫາຍ. ເມື່ອອາສາສະໝັກຈີນແລະຄູ່ຮ່ວມງານລາວໄດ້ຮ່ວມກັນຫຸ້ມຫໍ່ເຄື່ອງຂອງ, ແລະເມື່ອລົດໄຟລາວ-ຈີນໄດ້ນຳພາໄມຕີຈິດຂ້າມຜ່ານສາຍພູແລະສາຍນ້ຳ, ວຽກງານສາທາລະນະກຸສົນກໍໄດ້ກາຍເປັນຫຼາຍກວ່າ "ການໃຫ້" ແຕ່ມັນຄືການເຊື່ອມໂຍງຈິດໃຈຂອງທັງສອງຝ່າຍເຂົ້າຫາກັນ.
ຂອບໃຈຜູ້ບໍລິຈາກທຸກທ່ານທີ່ປ່ຽນຄວາມອົບອຸ່ນໃຫ້ກາຍເປັນເສື້ອຜ້າແລະປຶ້ມ;
ຂອບໃຈອາສາສະໝັກທຸກທ່ານທີ່ເຮັດໃຫ້ມິດຕະພາບລະຫວ່າງປະເທດກາຍເປັນການຈັບມືແລະຮອຍຍິ້ມທີ່ຈິງໃຈ.
ສາຍພູແລະສາຍນ້ຳທີ່ສື່ສານເຖິງກັນ, ຄວາມອົບອຸ່ນຍັງຈະຄົງຢູ່ຍາວນານ.
ແຜນການບໍລິຈາກເສື້ອຜ້າໜຶ່ງລ້ານຊຸດຢູ່ສປປລາວອາດເປັນພຽງບົດໜຶ່ງທີ່ຜ່ານໄປ, ແຕ່ເສັ້ນທາງແຫ່ງຄວາມເມດຕາ - ຈະບໍ່ມີວັນສິ້ນສຸດ.
![]() |
ສາຍໃຍຮັກລາວ-ຈີນ, ຂໍ້ລິເລີ່ມເພື່ອການກຸສົນເພື່ອຄວາມອົບອຸ່ນຂອງເດັກນ້ອຍ
ເຄື່ອງຊ່ວຍເຫຼືອໜຶ່ງຫໍ່, ຄືໜຶ່ງນ້ຳໃຈທີ່ມອບໃຫ້;
ຂົວຕໍ່ແຫ່ງຈິດໃຈ, ເພື່ອອະນາຄົດທີ່ຮ່ວມກັນ.
ຈັບມືກັນໄວ້, ຂ້າມຜ່ານສາຍພູແລະສາຍນ້ຳ,
ພວກເຮົາມາພ້ອມກັບຄວາມຮັກ, ເພື່ອທ່ານແລະເພື່ອພວກເຮົາ.
ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນຮ່ວມກັບບັນດາອົງການການກຸສົນຈາກສປຈີນໄດ້ຮ່ວມກັນລະດົມເສື້ອຜ້າຊ່ວຍເຫຼືອຈຳນວນ 10 ໂຕນໂດຍການຮ່ວມມືກັບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເພື່ອນຳໄປແຈກຢາຍໃຫ້ແກ່ເດັກນ້ອຍທີ່ຂາດເຂີນຢູ່ແຂວງຫຼວງພະບາງ, ເມືອງກາສີ, ເມືອງວັງວຽງ,ແຂວງວຽງຈັນ,ນະຄອນຫຼວງວຽງຈັນແລະເຂດອື່ນໆ.
ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ຫາ 6 ມັງກອນຜ່ານມາ. ປັດຈຸບັນ, ອາສາສະໝັກຫຼາຍກວ່າ 30 ທ່ານຈາກສປຈີນໄດ້ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ. ພວກເຂົາໄດ້ຄັດແຍກເຄື່ອງຂອງແລ້ວນຳໄປແຈກຢາຍໃນເຂດຕ່າງໆແຕ່ວັນທີ 3 ຫາ 5 ມັງກອນແລະໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນໃນວັນທີ 6 ມັງກອນ.
ທີມງານອາສາສະໝັກລາວ-ຈີນຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທຸກໆທ່ານທີ່ໃຫ້ຄວາມສົນໃຈແລະໃຫ້ການສະໜັບສະໜູນ ໂຄງການຊ່ວຍເຫຼືອເສື້ອຜ້າໃນຄັ້ງນີ້.





ຄໍາເຫັນ