![]() |
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍທູດ ທີ່ໄດ້ນໍາເອົາສານດັ່ງກ່າວ ມາມອບໃຫ້ຢ່າງທັນການ ແລະ ຕີລາຄາສູງ ຕໍ່ສານຊົມເຊີຍ ຂອງ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ; ໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃຫ້ທູດຈີນຊາບ ແລະ ຂອບໃຈ ພັກກອມມູນິດຈີນທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອພັກ ປປ ລາວ ມາໂດຍຕະຫຼອດ, ລວມທັງການກະກຽມ ກອງປະຊຸມໃຫຍ່ ຄັ້ງທີ XII; ຄະນະບໍລິຫານງານສູນກາງພັກ ປປ ລາວ ຈະຍຶດໝັ້ນສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກການປະເທດຈີນດຽວ, ສະໜັບສະໜູນສະຫາຍຈີນໃນການຮັກສາຜົນປະໂຫຍດທີ່ເປັນແກນກາງຂອງຕົນ, ໂດຍສະເພາະບັນຫາໄຕ້ຫວັນ, ຊິນຈ່ຽງ, ເຂດບໍລິຫານພິເສດຮົງກົງ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມທີ່ສະຫາຍຈີນສະເໜີອອກຕໍ່ປະຊາຄົມໂລກ; ຍິນດີຮ່ວມກັບສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເພີ່ມທະວີການນໍາພາຊີ້ນໍາທາງດ້ານການເມືອງ ແລະ ຍຸດທະສາດຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດລາວ-ຈີນເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບດ້ານ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ພ້ອມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ ແລະ ໃນໂລກ.
ໃນການເຂົ້າຢ້ຽມຂໍ່ານັບ, ສະຫາຍ ນາງ ຟາງ ຫົງ ໄດ້ມອບສານຊົມເຊີຍ ຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນໃຫ້ ສະຫາຍ ທອງລຸນ ສີສຸລິດ;ໄດ້ຊົມເຊີຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫຍ່ ແລະ ຢືນຢັນວ່າ ສະຖານທູດຈີນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບພາກສ່ວນກ່ຽວຂ້ອງຂອງລາວ ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາເຫັນສໍາຄັນທີ່ເຫັນດີເປັນເອກະພາບກັນລະຫວ່າງການນໍາສູງສຸດສອງພັກ, ສອງລັດລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. (ຂ່າວ: ຄຕພ)

ຄໍາເຫັນ