ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ
ໃນວັນທີ 12 ມັງກອນ 2026 ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ນະຄອນຫຼວງລິດສະບອນ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa) ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.

 

ໃນໂອກາດປີໃໝ່ສາກົນ ຄ.ສ 2026 ແລະ ໂອກາດອັນສະຫງ່າລາສີນີ້, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ ແລະ ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ ແລະ ພ້ອມທັງ ຜ່ານທ່ານໄປຍັງ ລັດຖະບານ ແລະ ປະຊາຊົນປອກຕຸຍການ ທຸກທົ່ວໜ້າ.

ທ່ານທູດໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ ທີ່ໃຫ້ກຽດຮັບສານໃນຄັ້ງນີ້ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ໃນໄລຍະທີ່ດຳລົງຕຳແໜ່ງ, ຕົນຈະເຮັດສຸດຄວາມສາມາດໃນການເພີ່ມທະວີ ການສົ່ງເສີມສຳພັນໄມຕີ, ການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນໃນອະນາຄົດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ປອກຕຸຍການ ທີ່ໄດ້ໃຫ້ການສະໜັບສະໜູນຮ່ວມມືທາງ ດ້ານການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການສຶກສາ ແລະ ຫວັງວ່າ ຈະໄດ້ສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງດີໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານທູດໄດ້ອວຍພອນໄຊ ອັນປະເສີດໃຫ້ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນ ປອກຕຸຍການ ທຸກທົ່ວໜ້າ.

ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມາເຊໂລ ກໍໄດ້ສະແດງຄວາມຊົມເຊີຍ ທ່ານ ເອກ ອັກຄະລັດຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນ ໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປອກຕຸຍການ ໄດ້ສ້າງສາຍພົວພັນ ການທູດນຳກັນໃນວັນທີ 31 ພຶດສະພາ 1995, ສປປ ລາວ ມີສະຖານເອກອັກຄະລັດຖະທູດຕັ້ງຢູ່ນະຄອນ ຫຼວງປາຣີ, ປະເທດຝຣັ່ງ ແລະ ສາທາລະນະລັດ ປອກຕຸຍການ ມີສະຖານເອກອັກຄະລັດຖະທູດຕັ້ງຢູ່ ນະຄອນຫຼວງບາງກອກ ປະເທດໄທ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​​ປະ​ຕິ​ວັດລາວ ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 6-8 ມັງ​ກອນ ຜ່ານມາ ໄດ້​​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (ປີ 2021-2025)ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 10 (ປີ 2026-2030)” ເປັນ​ຕົ້ນ. ເມື່ອ​ສົມທຽບ​ກັບ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ທີ່​ໄດ້​ຮັບ​ຮອງ​​ເອົາໃນ​ປີ​ຜ່ານ​ມາ, ເອ​ກະ​ສານ​ຂອງ​ສອງ​ປະ​ເທດ​ຖື​ເປັນ​ເອ​ກະ​ສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.
ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ວັນທີ 9 ມັງກອນ ຜ່ານມາ ທີ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແລກປ່ຽນສິລະປະວັດທະນະທຳ ພາຍໃຕ້ຫົວຂໍ້: “ສືບຮອຍສິນ ວິຖີຖິ່ນລຸ່ມນ້ຳຂອງ ແຂວງໜອງຄາຍ” ປະຈຳປີ 2026 ເພື່ອ ເຊື່ອມໂຍງສາຍໃຍວັດທະນະທຳຂອງປະຊາຊົນສອງຝັ່ງຂອງ ແລະ ສົ່ງເສີມການຮຽນຮູ້ດ້ານວິຈິດສິນລະຫວ່າງຊາດ, ໂດຍການຮ່ວມມືລະຫວ່າງ ສະຖາບັນວິຈິດສິນແຫ່ງຊາດ ສະມາຄົມວິຈິດສິນລາວ ແລະ ສຳນັກງານວັດທະນະທຳແຂວງໜອງຄາຍ ພ້ອມດ້ວຍ ກຸ່ມສິລະປິນ “River Arts” ຈາກຣາຊະອານາຈັກໄທ ເພື່ອສ້າງເວທີແລກປ່ຽນທັກສະແນວຄິດ ແລະ ການສ້າງສັນຜົນງານສິລະປະທີ່ເປັນເອກະລັກຂອງລຸ່ມແມ່ນ້ຳຂອງ.
ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ໃນວັນທີ 12 ມັງກອນ ນີ້, ຜູ້ຕາງໜ້າຈາກລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນມອບຊຸດອຸປະກອນໄອທີ ເພື່ອການຮຽນ-ການສອນ ທີ່ທັນສະໄໝ ໃຫ້ແກ່ ຄະນະວິທະຍາສາດປ່າໄມ້ (FFS), ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ນະຄອນຫຼວງວຽງຈັນ.
“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

ປີ​ 2026 ແມ່ນ​ປີ​ທຳ​ອິດ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ. “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ທີ່​ເປັນ​ສະ​ຕິ​ປັນ​ຍາ​ເກົ່າ​ແກ່​ຂອງ​ບັນ​ພະ​ບູລຸດ, ໄດ້​ກາຍ​ເປັນ​ວິ​ທີ​ວິ​ທະ​ຍາ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ. ມັນ​ບໍ່​ພຽງ​ແຕ່​ເປັນ​ປັດ​ຊະ​ຍາ​ລຽບ​ງ່າຍ​ໃນ​ອະ​ລິ​ຍະ​ທຳ​ກະ​ສິ​ກຳຄື “ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ທາງ​ດິນ​ຟ້າ​ອາ​ກາດ ແລະ ພູມ​ສາດ” ເທົ່າ​ນັ້ນ, ຍິ່ງ​ເປັນ​ຂໍ​ກຸ​ນ​ແຈ​ດ້ານ​ພຶດ​ຕິ​ກຳ​ທີ່​ຮັບ​ມື​ກັບ​ຄວາມ​ສ່ຽງສິ່ງ​ທ້າ​ທາຍແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຍຸກ​ປັດ​ຈຸ​ບັນ.
ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ວັນທີ 12 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມລິເລີ່ມຂັ້ນສູນກາງ ການສຶກສາຄວາມເປັນໄປໄດ້ ພາຍໃຕ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ອາເມີ ຄາຣີ ຫົວໜ້າຝ່າຍຈັດຕັ້ງປະຕິບັດໂຄງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ວັນທີ 9 ມັງກອນຜ່ານມາ ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສຳລັບໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກໃນ​ມູນ​ຄ່າ 2,865,000,000 ເຢນ ຫຼື​ ປະ​ມານ 18,300,000 ໂດ​ລ​າ​ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028).
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນຕອນແລງຂອງວັນທີ 8 ມັງກອນ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິການ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າພິເສດຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ
ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ໃນຕອນບ່າຍວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.
ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ເພີ່ມເຕີມ