ພາຍຫຼັງຂຶ້ນຮັບຕໍາແໜ່ງ, ທ່ານ ໂດນັນ ທຣຳ ໄດ້ກ່າວປາຖະກະຖາປະກາດຍຸບລັດຖະດຳລັດຂອງລັດຖະບານໂຈໄບເດັນ ເກືອບ 80 ສະບັບ. ໃນນັ້ນ, ອາເມຣິກາຈະຖອນຕົວອອກຈາກສັນຍາປາຣີກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ທ່ານ ໂດໂນ ທຣໍາ ໄດ້ປະກາດຈະລົງນາມໃນລັດຖະດໍາລັດຕ່າງໆ ຊຶ່ງລວມທັງການປະກາດເຂດຊາຍແດນພາກໃຕ້ຂອງປະເທດເຂົ້າສູ່ພາວະສຸກເສີນ, ຍົກເລີກນະໂຍບາຍໃຫ້ສິດທິພິເສດຕໍ່ລົດທີ່ໃຊ້ພະລັງງານໄຟຟ້າ ເພື່ອກອບກູ້ອຸດສາຫະກຳລົດຍົນດັ່ງເດີມຂອງອາເມຣິກາ; ສ້າງຕັ້ງອົງການພາສີຕໍ່ຕ່າງປະເທດ, ເພີ່ມພາສີຕໍ່ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດ ແລະ ອື່ນໆ.
ນອກຈາກນີ້, ທ່ານ ໂດໂນ ທຣຳ ຢືນຢັນວ່າ: ຈະໃຫ້ການອະໄພຍະໂທດຕໍ່ຜູ້ມີສ່ວນຮ່ວມໃນການກໍ່ເຫດຈະລາຈົນທີ່ຫໍລັດຖະສະພາໃນວັນທີ 6 ມັງກອນ 2021.
ໃນມື້ດຽວກັນ, ທ່ານ ເຈມ ເດວິດ ວັສ ໄດ້ສາບານຕົວຂຶ້ນດຳລົງຕຳແໜ່ງເປັນຮອງປະທານາທິ ບໍດີອາເມຣິກາ ເຊັ່ນດຽວກັນ.
ຄໍາເຫັນ