ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ ວ່າ: ການຫັນເປັນດີຈີຕອນ, ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ໄດ້ກາຍເປັນກຳລັງໜູນເຕີບໂຕໃໝ່ ແລະ ຄ່ອຍໆຢືນຢັນທີ່ຕັ້ງແມ່ນເສົ້າຄ້ຳຂອງການພັດທະນາແບບຍືນຍົງ. ສະນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າ ບັນດາປະເທດ ອາຊຽນ ຕ້ອງສ້າງຍຸດທະສາດດີຈີຕອນແບບຍາວນານ ແລະ ຮອບດ້ານ.
ປັນຍາປະດິດພວມແຜ່ຂະຫຍາຍຢ່າງແຮງ, ມີບົດບາດເປັນໃຈກາງໃນສັງກາດດີຈີຕອນ. ຮຽກຮ້ອງໃຫ້ ອາຊຽນ ຕ້ອງຊຸກຍູ້ການພັດທະນາກົນໄກທົດລອງໃຫ້ແກ່ເຕັກໂນໂລຊີໃໝ່, ຮູບແບບດຳເນີນທຸລະກິດໃໝ່ ເພື່ອທະວີຄູນໃຫ້ທົ່ວພາກພື້ນ. ພ້ອມກັນນັ້ນ, ການພັດທະນາປັນຍາປະດິດຕ້ອງຕິດພັນກັບມາດຖານຄຸນສົມບັດ, ຖືມະນຸດເປັນໃຈກາງ, ຮັບໃຊ້ເປົ້າໝາຍສັນຕິພາບ, ການຮ່ວມມື ແລະ ພັດທະນາ.
ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮ່ວມມືດີຈີຕອນ ອາຊຽນ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍບັນດາປະເທດທີ່ຍັງປະສົບກັບຄວາມຫຍຸ້ງຍາກ ເພື່ອຮັດແຄບຊ່ອງວ່າງດີຈີຕອນ ແລະ ພ້ອມກັນພັດທະນາ.
ຄໍາເຫັນ