ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ
ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ທານ ທອງສະຫວນ ພມວຫານ ເຂາຢຽມຂານບຮອງປະທານາທບດ ສ ອນໂດເນເຊຍ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຝາກຄວາມຢື້ຢາມຖາມຂ່າວ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ມາຍັງ ການນຳຂັ້ນສູງ ຂອງອິນໂດເນເຊຍ ແລະ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ເຂົ້າຢ້ຽມຂໍ່ານັບກັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ໃນໂອກາດຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການໃນຄັ້ງນີ້ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບການເຄື່ອນໄຫວພົບປະພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງອິນໂດເນເຊຍ ເພື່ອຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ ແລະ ຍັງໄດ້ເເຈ້ງຜົນການພົບປະສອງຝ່າຍກັບ ທ່ານ ສຸກິໂອໂນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ອິນໂດເນເຊຍ ໂດຍຫຍໍ້ ຊຶ່ງສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍດ້ານ ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃຫ້ຂະຫຍາຍຕົວໃນຕໍ່ໜ້າ ໂດຍສະເພາະແມ່ນການຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ, ການຍົກລະດັບການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າລວມທັງການຮ່ວມກັນກະກຽມຈັດບັນດາກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ທີ່ຈະມາເຖິງ ໃນປີ 2027 ນີ້.

ທານ ທອງສະຫວນ ພມວຫານ ເຂາຢຽມຂານບຮອງປະທານາທບດ ສ ອນໂດເນເຊຍ - image 2
 

ສອງຝ່າຍ ຍັງໄດ້ຕີລາຕາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຢ່າງໃກ້ຊິດລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃນໄລຍະ 69 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັັ້ນສູງ ແລະ ປະຊາຊົນ ຂອງສອງປະເທດ ຢ່າງເປັນປົກກະຕິ, ການຮ່ວມມືທາງດ້ານເສດຖະກິດ, ການທ່ອງທ່ຽວ ແລະ ດ້ານອຶ່ນໆກໍໄດ້ຮັບການພັດທະນາເປັນກ້າວໆ. ນອກຈາກນີ້, ສອງຝ່າຍ ຍັງເຫັນດີຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານຕ່າງໆທີ່ສອງປະເທດມີທ່າແຮງໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນດ້ານກະສິກໍາ, ພະລັງງານ, ການຄໍ້າປະກັນທາງດ້ານສະບຽງອາຫານ, ບໍ່ແຮ່ ແລະ ອື່ນໆ. ໃນໂອກາດນີ້, ສອງຝ່າຍ ຈະຮ່ວມກັນຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ອິນໂດເນເຊຍ ຄັ້ງທີ 6 ຢູ່ ສປປ ລາວ ໃນໂອກາດລັດຖະມົນຕີຕ່າງປະເທດອິນໂດເນເຊຍ ຢ້ຽມຢາມທາງການ ສປປ ລາວ ໃນຕົ້ນປີ 2027 ຕາມຄຳເຊີນ ຂອງຝ່າຍລາວ.

ທານ ທອງສະຫວນ ພມວຫານ ເຂາຢຽມຂານບຮອງປະທານາທບດ ສ ອນໂດເນເຊຍ - image 3
 

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ສໍາລັບ ການສະໜັບສະໜູນ ແລະ ຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.

ໃນຂະນະດຽວກັນ, ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ພ້ອມທັງ ແຈ້ງໃຫ້ຊາບວ່າ: ອິນໂດເນເຊຍ ຖື ສປປ ລາວ ເປັນປະເທດເພື່ອນມິດທີ່ສຳຄັນທາງດ້ານຍຸດທະສາດ ໃນການຮ່ວມມືທາງດ້ານພະລັງງານ, ການຄໍ້າປະກັນທາງດ້ານສະບຽງອາຫານ, ກະສິກຳ ແລະ ອື່ນໆ ຊຶ່ງຈະເປັນການປະກອບສ່ວນໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ສະແດງຄວາມຍິນດີຕໍ່ການຈະຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດໃນອະນາຄົດ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືດີທີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ວັນທີ 14 ກັນຍາ ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສປປ ລາວ ແລະກອງບັນຊາການຕໍ່ຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄັ້ງທີ XXI, ປະຈຳປີ 2026 ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໂດຍມີ ທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ແລະທ່ານ ພົນຈັດຕະວາ ວູ ວັນ ເດົາ ຫົວ ໜ້າກອງບັນຊາການຕໍ່າຫຼວດແຂວງດຽນບຽນພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

​ ໃນກອງປະຊຸມລະດັບສາກົນ ຄັ້ງທີ 3 ວ່າດ້ວຍສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ (Cluster Munitions) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ໄດ້ວາງສະແດງ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມຮຸນແຮງ ແລະ ມໍຣະດົກໄພອັນຕະລາຍ ທີ່ຕົກຄ້າງມາຈາກສະໄໝສົງຄາມ.
ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ກອງປະຊຸມເຜີຍແຜ່ນິຕິກຳໃນວຽກງານການທ່ອງທ່ຽວ ຕິດພັນກັບການຄຸ້ມຄອງ ສັດປ່າຫວງຫ້າມ ໃຫ້ບັນດາພະແນກ ວັດທະນາທຳ ແລະ ການທ່ອງທ່ຽວ(ວທ) ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃວັນທີ 18 ກັນຍານີ້ທີ່ນະຄອນຫຼວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍຊຶ່ງໄດ້ຮັບການສະໜັບສະໜູນ ຈາກອົງການອະນຸລັກສັດປ່າ(WCS) ປະຈຳລາວ,ໂດຍການເປັນປະທານ ຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ໃນນາມປະທານກອງປະຊຸມໄດ້ຖະແຫຼງຂ່າວປິດກອງປະຊຸມໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munition) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14 ຫາ 18 ກັນຍາ 2026, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານ, ມາຈາກ 91 ປະເທດ (ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ) ແລະ ອົງການຈັດຕັ້ງສາກົນຕ່າງໆຈຳນວນ 27 ອົງການເຂົ້າຮ່ວມ.
ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM  ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM). ກອງປະຊຸມສືບຕໍ່ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ). ກອງປະຊຸມໄດ້ລົງເລິກຫົວຂໍ້ສໍາຄັນໂດຍສະເພາະແມ່ນຫຼັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາຂອງບັນດາລັດພາຄີ, ມາດຕະການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມອື່ນໆທີ່ສະໜັບສະໜູນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM).
ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ວັນທີ 17 ກັນຍານີ້, ສະຫາຍ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງອັດຕະປື ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດຶກ ຢຸງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນດາໜັງ ພ້ອມຄະນະ. ການຕ້ອນຮັບຈັດຂຶ້ນຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງ, ໂດຍມີການນຳຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ໃນວັນທີ 17 ກັນຍາ ນີ້ ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງແຂວງກວາງຊີຈ້ວງ, ສາທາລະນະລັດປະຊາຊົນຈີນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ, ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 (CAEXPO) ປະຈໍາປີ 2026.
ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ໃນວາລະດຳເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາຄະນະຜູ້ແທນກອງປະຊຸມໄດ້ສືບຕໍ່ປະກອບຄຳເຫັນກ່ຽວກັບຄວາມຄືບໜ້າ ແລະ ທົບທວນສະຖານະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ໃນເດືອນມິຖຸນາ 2026, ຈີນ ແລະ ລາວ ໄດ້ອອກຖະແຫຼງການຮ່ວມຂອງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນຍຸກໃໝ່”, ໄດ້ລະບຸຢ່າງຊັດເຈນ ເຖິງແນວທາງການດໍາເນີນ "ແຜນປະຕິບັດງານເພື່ອສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028)".
ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອເພີ່ມທະວີຄວາມຮ່ວມມືໃນການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ການເຊື່ອມໂຍງເສັ້ນທາງການທ່ອງທ່ຽວທາງບົກ ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ໃນວັນທີ 16 ກັນຍາ 2026 ທີ່ແຂວງບໍ່ແກ້ວ ໂດຍມີທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ນາງ ກາວ ທິຕວຽດ ລານ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງດຽນບຽນ ແລະ ພາກສວນທີ່ກ່ຽວຂ້ອງຂອງສອງຝ່ານເຂົ້າຮ່ວມ.
ເພີ່ມເຕີມ