ທ່ານນາຍົກລັດຖະມົນຕີ ກ່າວຄຳເຫັນໃນກອງປະຊຸມວ່າ: ປີ 2025 ແມ່ນປີພິເສດສຳລັບຄະນະພັກລັດຖະບານ, ເປັນຄັ້ງທຳອິດຄະນະພັກລັດຖະບານໄດ້ສ້າງຕັ້ງ, ບູລະນະ, ເຂົ້າເຄື່ອນໄຫວ. ການສ້າງຕັ້ງຄະນະພັກລັດຖະບານແມ່ນບາດກ້າວປ່ຽນແປງໃໝ່ໃນວິທີການນຳພາຂອງພັກຕໍ່ລັດຖະບານ, ເພີ່ມທະວີການຊີ້ນຳ-ນຳພາຢ່າງຮອບດ້ານ, ໂດຍກົງຂອງພັກ ຕໍ່ວຽກງານຄຸ້ມຄອງ ແລະ ບໍລິຫານຂອງລັດຖະບານ.
ກ່ຽວກັບທິດທາງ, ໜ້າທີ່ປີນີ້, ອົງຄະນະພັກລັດຖະບານຈະສູ້ຊົນນຳການເຕີບໂຕ GDP ບັນລຸລະດັບຂຶ້ນໄປ, GDP ສະເລ່ຍຕໍ່ຫົວຄົນບັນລຸລະດັບ 5,400 – 5,500 ໂດລາ. ພ້ອມກັນນັ້ນ, ປີນີ້ຈະກຳນົດຮູບແບບການເຕີບໂຕ ໃໝ່, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຖືວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນຫຼັກ.
ເພື່ອປະຕິບັດບັນດາເປົ້າໝາຍນີ້, ທ່ານນາຍົກລັດຖະມົນຕີຫວຽດນາມຮຽກຮ້ອງ ປີ 2026 ນີ້ຕ້ອງສຸມໃສ່ປະຕິບັດ 5 ຍຸດທະສາດ: ສ້າງລະບອບລະບຽບການຍຸດທະສາດສຳເລັດ, ລະດົມແຫຼ່ງກຳລັງຍຸດທະສາດ, ລົງທຶນໃຫ້ພື້ນຖານໂຄງລ່າງຍຸດທະສາດ, ພັດທະນາເຕັກໂນໂລຊີຍຸດທະສາດ ແລະ ສ້າງຄວາມດຸ່ນດ່ຽງຍຸດທະສາດ.
ຄໍາເຫັນ