ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ
ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.

 

ໃນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີVII ຂອງຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກທີ່ນະຄອນຫຼວງວຽງຈັນ, ທ່ານ ວິວັດ ພົມມະຈັນ ຕາງໜ້າໃຫ້ສະມາຊິກຊາວໜຸ່ມ ກົມເລຂານຸການ-ການນຳ ໄດ້ຮັບກຽດຈາກຄະນະປະທານກອງປະຊຸມ ຂຶ້ນນຳສະເໜີ ບາງບົດຮຽນກ່ຽວກັບການສ້າງເສດຖະກິດຄອບຄົວ ເວລານອກໂມງການ ຊຶ່ງທ່ານໄດ້ລາຍງານວ່າ: ພາຍຫຼັງທີ່ໄດ້ເຂົ້າມາສັງກັດ ຢູ່ກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຮັບຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດຈາກບັນດາສະຫາຍ ຄະນະພັກ, ຄະນະນຳ ຫສພ ກໍຄື ຄະນະນຳຊາວໜຸ່ມຫ້ອງວ່າການສູນກາງພັກ ແລະ ໄດ້ຮັບການຮ່ວມມືຈາກເພື່ອນຮ່ວມງານ, ສະມາຊິກຊາວໜຸ່ມທຸກໆສະຫາຍຕະຫຼອດມາ, ແຕ່ໃນສະພາບທີ່ເສດຖະກິດ ແລະ ສິ່ງແວດລ້ອມ ຍັງບໍ່ທັນເອື້ອອໍານວຍ ເທົ່າທີ່ຄວນ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ຕົນເອງ ກໍຄືຄອບຄົວ ແລະ ເພື່ອນຮ່ວມງານ ໃຫ້ໝັ້ນຄົງຂຶ້ນນັ້ນ, ຂ້າພະເຈົ້າໄດ້ພະຍາຍາມຄົ້ນຄິດຊອກຫາວິທີຕ່າງໆ ໃນການຊອກຫາລາຍໄດ້ເສີມ ໄປຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານ ໃນຍຸກທີ່ຄ່າຄອງຊີບສູງ ຖ້າອາໄສແຕ່ເງິນເດືອນພຽງຢ່າງດຽວແນ່ນອນຈະບໍ່ພຽງພໍກັບລາຍຈ່າຍຕ່າງໆ. ດັ່ງນັ້ນ, ຈຶ່ງໄດ້ຫາວິທີສ້າງລາຍໄດ້ເສີມໂດຍການຖືເອົາເວລາວ່າງ ເພື່ອຫາລາຍຮັບຕາມທ່າແຮງຂອງຕົນເອງ ຊຶ່ງແນວຄິດລິເລີ່ມ ແມ່ນຢາກໄດ້ ຢາກມີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງ, ສິ່ງທີ່ຄິດໄດ້ແມ່ນຖືວ່າ ມີໄຊໄປແລ້ວເຄິ່ງໜຶ່ງ ສ່ວນທີ່ເຫຼືອແມ່ນການຈັດຕັ້ງປະຕິບັດ ເພາະວ່າການລົງທຶນແມ່ນມີຄວາມສ່ຽງ ແຕ່ຖ້າຫາກວ່າເຮົາບໍ່ກ້າລົງທຶນກໍບໍ່ເຫັນຜົນກຳໄລ, ບໍ່ກ້າເປີດໃຈກໍບໍ່ເຫັນຄວາມສຳເລັດ ຍ້ອນວ່າມີຄຳວ່າ “ພະ” ທີ່ສາມາດ ຜ່ານຜ່າໄດ້ ນັ້ນກໍຄື ພະຍາມຍາມຕາມທ່າແຮງຂອງຕົນ. ດັ່ງນັ້ນ, ຈຶ່ງຖືເອົາການປູກພືດກະສິກໍາໃຫ້ກາຍເປັນສິນຄ້າ ແລະ ຂາຍເຄື່ອງອອນລາຍ. ໃນເບື້ອງຕົ້ນ ໄດ້ນໍາເອົາຜະລິດຕະພັນຕ່າງໆ ມາລົງໂຄສະນາ ເຊັ່ນ: ອາຫານເສີມ, ເສື້ອຜ້າພື້ນເມືອງລາວ ແລະ ຜະລິດຕະພັນອື່ນໆທັງພາຍໃນ ແລະຕ່າງປະເທດ. ມາຮອດວັນທີ 6 ມິຖຸນາ 2019 ໄດ້ຕັດສິນໃຈເປີດເພສ ຮ້ານຂາຍສິ້ນໄໝອອນລາຍ ໂດຍຂາຍຜ່ານການໄລສົດ ຊຶ່ງປັດຈຸບັນນີ້ມີຜູ້ຕິດຕາມ75 ພັນຄົນໃນລະບົບເຟສບຸກ ແລະ ມາເຖິງປັດຈຸບັນນີ້ແມ່ນຫັນມາຂາຍເຄື່ອງໃຊ້ຄົວເຮືອນຕ່າງໆ; ໂດຍມີຕົ້ນທຶນໃນເບື້ອງຕົ້ນ 33 ລ້ານກີບ, ໃນນັ້ນຈ່າຍຄ່າຕົບແຕ່ງຮ້ານ ແລະ ຊື້ອຸປະກອນຕ່າງໆ15 ລ້ານກີບ ສ່ວນທີ່ເຫຼືອແມ່ນຊື້ສິ້ນໄໝ-ຜ້າ, ຈາກການຂາຍໃນມື້ທໍາອິດໄດ້ 490,000ກີບ, ເດືອນໜຶ່ງຂາຍໄດ້ 18 ລ້ານກີບ, ກໍາໄລປະມານ 5-6 ລ້ານກີບ ແລະ ຍອດຂາຍໝົດປີໄດ້ 200 ລ້ານກວ່າກີບ ໃນນັ້ນກໍາໄລປະມານ 50 ລ້ານກວ່າກີບ. ຖືວ່າພາຍໃນປີທໍາອິດແມ່ນສາມາດໃຊ້ໜີ້ທີ່ກູ້ຢຶມມາ ແລະ ຍັງມີທຶນໄວ້ໝູນວຽນໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນັ້ນໄດ້ສູ້ຊົນ, ພະຍາຍາມ, ຊອກຮຽນ-ຮູ້ແບບແຜນ ແລະ ວິທີການບໍລິຫານທຸລະກິດການຕະຫຼາດ “ຄອດອອນລາຍ”ຕ່າງໆ ແລະ ຈາກບົດຮຽນການຂາຍຂອງຕົນເອງຕະຫຼອດມາຕາມຍຸກສະໄໝ.

ຮອດປີ 2020 ຈຶ່ງສຸມໃສ່ການລົງທຶນໃຫ້ຫຼາຍຂຶ້ນ, ແຕ່ກໍພົບອຸປະສັກຫຼາຍຢ່າງ ເປັນຕົ້ນ: ອັດຕາແລກປ່ຽນມີການເໜັງຕີງ ບວກໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຍອດຂາຍຫຼຸດລົງ ແຕ່ກໍສາມາດປະຄັບປະຄອງຫັນປ່ຽນຕາມສະພາບການມາໄດ້. ນອກຈາກຂາຍເສື້ອຜ້າ, ເຄື່ອງໃຊ້ຄົວເຮືອນແລ້ວ ຍັງໄດ້ແບ່ງເວລາເຮັດການກະເສດລົ້ມລຸກ ໄລຍະສັ້ນອີກຊ່ອງທາງໜຶ່ງ ເປັນຕົ້ນ ເຮັດສວນສາລີ, ຖົ່ວແດງ ແລະ ມັນຕົ້ນ ລວມເນື້ອທີ່ທັງໝົດ ຈຳນວນ 7ເຮັກຕາ, ນັບແຕ່ເດືອນ ພຶດສະພາ- ເດືອນກັນຍາເກັບກ່ຽວສາລີໄດ້ 70ລ້ານກີບ, ເດືອນກັນຍາ-ເດືອນທັນວາ ເກັບຖົ່ວແດງ45 ລ້ານກີບ, ເກັບກ່ຽວມັນຕົ້ນໄດ້ 20ລ້ານ ລວມຍອດການຜະລິດໃນປີ2020 ໄດ້ 135 ລ້ານ, ລົບຕົ້ນທຶນໄດ້ 90 ລ້ານກີບ. ນັ້ນແມ່ຈຸດເລີ່ມຕົ້ນທີ່ສາມາດຕອບສະໜອງຜົນຜະລິດໄດ້ຕາມຄາດໝາຍທີ່ວາງໄວ້ໃນໄລຍະປີ2021 ເຖິງປັດຈຸບັນຍັງສືບຕໍ່ເຮັດໃຫ້ຫຼາຍເພີ່ມຂຶ້ນ 4 ເຮັກຕາ ລວມເປັນ 11 ເຮັກຕາ, ໃນປີ 2024 ສາມາດເກັບຜົນຜະລິດ 281 ລ້ານກີບ ບວກລົບຕົ້ນທຶນເຫຼືອ197 ລ້ານກີບ.

ລວມຍອດການຜະລິດກະສິກຳ ແລະ ຍອດການຂາຍອອນລາຍໃນທ້າຍປີ2024 ເຖິງປັດຈຸບັນ ມີຍອດຂາຍໝູນວຽນ 900 ລ້ານກີບ, ຕະຫຼອດໄລຍະການຫາລາຍໄດ້ເສີມນັ້ນ ຄອບຄົວຂ້າພະເຈົ້າ ຍັງພົບອຸປະສັກຫຼາຍຢ່າງເປັນຕົ້ນແມ່ນ ການປູກພືດກະສິກຳບັນຫາຫຼັກໆ ແມ່ນຂາດແຮງງານ ແລະ ຕົ້ນທຶນໃນການຜະລິດສູງຂຶ້ນ, ສ່ວນລາຄາຂາຍຜົນຜະລິດຊໍ້າພັດຕໍ່າ ທຽບໃສ່ຕົ້ນທຶນ ແລະ ຂອງປະເທດເພື່ອນບ້ານ, ການລົງໂຄສະນາຈ່າຍເປັນເງິນຕາຕ່າງປະເທດ ການນຳໃຊ້ວົງເງິນຕາ ທີ່ທະນາຄານກຳນົດໃຫ້ມີຈຳກັດ ອັດຕາແລກປ່ຽນມີການເໜັງຕີງ ເຮັດໃຫ້ທຸລະກິດຄອບຄົວໄດ້ຮັບຜົນກະທົບພໍສົມຄວນ ແຕ່ຕົນເອງ ແລະ ຄອບຄົວຍັງຢຶດໝັ້ນ ແລະ ພະຍາຍາມສູ້ຊົນ ອຸ່ນອ່ຽນ, ທຸ່ນທ່ຽງ ກ້າວຜ່ານວິິກິດການເຫຼົ່ານັ້ນມາໄດ້ເປັນກ້າວໆ.

ລາຍຮັບດັ່ງທີ່ກ່າວມານັ້ນ ສາມາດຊື້ດິນປຸກສ້າງໄດ້ໜຶ່ງຕອນ ແລະ ປຸກສ້າງເຮືອນ 1 ຫຼັງ, ຊື້ລົດກະບະ 1 ຄັນ, ພ້ອມນັ້ນກໍໄດ້ສົ່ງເສີມການສຶກສາຂອງນ້ອງ ແລະ ລູກແລະ ຍັງຊ່ວຍໃຫ້ຫຼາຍຄົນໄດ້ມີວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃນເວລາຫວ່າງ.

ໃນແຜນຕໍ່ໜ້າ ຈະປັບປຸງການຜະລິດພືດກະສິກຳໃຫ້ເປັນຜະລິດຕະພັນສຳເລັດຮູບເພື່ອສົ່ງອອກ ພ້ອມທັງປັບປຸງຂອດການຂາຍເຄື່ອງໃຫ້ດີຂຶ້ນກວ່າເກົ່າ ເພື່ອບໍລິການລູກຄ້າໄດ້ຢ່າງທົ່ວເຖິງ ແລະ ທັງເປັນການຮັກສາລູກຄ້າໄວ້ໃຫ້ຍືນຍົງ, ຖ້າຫາກວ່າທ່ານໃດມີຄວາມສົນໃຈ ຫຼື ມັກຮັກໃນການຜະລິດພືດກະສິກຳ ແລະ ການຂາຍສິນຄ້າທາງອອນລາຍ, ການສັ່ງເຄື່ອງຈາກຕ່າງປະເທດ, ການຍິງໂຄສະນາ ກໍສາມາດມາຮຽນຮູ້ນໍາຂ້າພະເຈົ້າແມ່ນຍິນດີຕ້ອນຮັບ ແລະ ຖອດຖອນ, ແລກປ່ຽນບົດຮຽນ ສຳລັບຜູ້ທີ່ມີຄວາມສົນໃຈ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ