ເທດສະການອາຫານ ລາວ-ເກົາຫຼີ ຄັ້ງທີ 1 ຈະຈັດຂຶ້ນຕົ້ນເດືອນເມສານີ້ ທີ່ສວນເຈົ້າອະນຸວົງ

ເທດສະການອາຫານ ລາວ-ເກົາຫຼີ ຄັ້ງທີ 1 ຈະຈັດຂຶ້ນຕົ້ນເດືອນເມສານີ້ ທີ່ສວນເຈົ້າອະນຸວົງ
ຮ້ານອາຫານລາວ-ເກົາຫຼີ ຈໍານວນ 60 ຮ້ານ (ລາວ 40 ຮ້ານ ແລະ ເກົາຫຼີ 20 ຮ້ານ) ຈະຮ່ວມວາງສະແດງ ແລະ ຂາຍ ໃນເທດສະການອາຫານລາວ-ເກົາຫຼີ ຄັ້ງທີ 1 ທີ່ຈະຈັດຂຶ້ນໃນວັນທີ 3-5 ເມສາ ທີ່ຈະມາເຖິງນີ້ ທີ່ສວນເຈົ້າອະນຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ; ນອກນີ້, ກໍຈະມີກິດຈະກຳຕ່າງໆ ທັງສິລະປະດົນຕີພື້ນເມືອງລາວ ແລະ ເຄ-ປ໊ອບ (K-pop) ຂອງເກົາຫຼີ ແລະ ກິດຈະກຳອື່ນໆ ໃນໄລຍະດຳເນີນງານ ຊຶ່ງເປັນໂອກາດໃນການແລກປ່ຽນວັດທະນະທໍາຂອງສອງປະເທດ ແລະ ເປັນການຊຸກຍູ້ສົ່ງເສີມອາຫານລາວສູ່ຊາວເກົາຫຼີ ສ້າງບັນຍາກາດແກ່ປີທ່ອງທ່ຽວລາວ 2024 ໃຫ້ມີຄວາມຄຶກຄື້ນ.
    ໃນພິທີຖະແຫຼ່ງຂ່າວງານເທດສະການອາຫານລາວ-ເກົາຫຼີ ທີ່ໄດ້ຈັດຂຶ້ນໃນວັນທີ 13 ມີນາ ນີ້ ທີ່ສຳນັກງານສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ກ່າວວ່າ: ປັດຈຸບັນ, ລັດຖະບານ ໄດ້ເອົາໃຈໃສ່ສົ່ງເສີມການຊົມໃຊ້ສິນຄ້າລາວ, ເທດສະການອາຫານ ກໍແມ່ນອົງປະກອບໜຶ່ງ ທີ່ເປັນການໂຄສະນາເຜີຍແຜ່ໃຫ້ທົ່ວໂລກໄດ້ຮັບຮູ້ເອກະລັກຄວາມເປັນລາວຫຼາຍຂຶ້ນ, ສົ່ງເສີມຄ່ານິຍົມຂອງປະຊາຊົນຫຼາຍຂຶ້ນ. ອາຫານ-ເຄື່ອງດື່ມ ເປັນໝາກຫົວໃຈໜຶ່ງຂອງການສື່ສານດ້ານຮີດຄອງ, ປະເພນີ ແລະ ເອກະລັກຂອງລາວໃນແຕ່ລະທ້ອງຖິ່ນ ເຜີຍແຜ່ຮີດຄອງວັດທະນະທໍາອັນດີງາມຂອງລາວແກ່ຊາວຕ່າງຊາດ.
    ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນປະທານສະມາຄົມນັກທຸລະກິດຍິງ ໃນນາມປະທານຮ່ວມຈັດງານເທດສະການອາຫານຄັ້ງນີ້ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມສາມັກຄີ ລະຫວ່າງ ການສົ່ງເສີມການຄ້າ ແລະ ຫັດຖະກຳ, ສະມາຄົມນັກທຸລະກິດຍິງ ສປປ ລາວ, ສະມາຄົມແລກປ່ຽນວັດທະນະທໍາ ແລະ ສິລິປະ ສ ເກົາຫຼີ ໃຫ້ມີບົດບາດອັນໃໝ່ໃນລະດັບສາກົນ, ທັງເປັນການໂຄສະນາຮີດຄອງປະເພນີ ວັດທະນະທໍາດ້ານອາຫານລາວ ໃຫ້ກວ້າງຂວາງ ເປັນທີ່ຮູ້ຈັກຂອງປະເທດຕ່າງໆ ໃນໂອກາດປີທ່ອງທ່ຽວລາວ 2024. ພ້ອມນີ້, ກໍເພື່ອເຊື່ອມສານແລກປ່ຽນວັດທະນະທໍາອັນດີງາມ ແລະ ສິລະປະຂອງ ສ ເກົາຫຼີ ແລະ ມວນຊົນຊາວລາວໃນຍຸກສະໄໝສິລະປະກຳ ແລະ ວັດທະນະທໍາທີ່ບໍ່ມີພົມແດນ    ພາຍໃນງານຈະມີການວາງສະແດງ ແລະ ຂາຍອາຫານລາວ ທີ່ເປັນອາຫານພື້ນເມືອງ ເປັນເອກະລັກຂອງລາວ, ພືດຜັກຜົນຜະລິດກະສິກຳປອດສານພິດ, ສະອາດ ແລະ ປອດໄພ, ອາຫານລາວປະຍຸກ. ສ່ວນອາຫານເກົາຫຼີ ແມ່ນຈະເນັ້ນໃສ່ບັນດາທຸລະກິດອາຫານທີ່ດຳເນີນກິດຈະການຢູ່ລາວ ແລະ ອາຫານທີ່ເປັນເອກະລັກຂອງ ສ ເກົາຫຼີ; ພ້ອມນີ້, ກໍຈະມີພໍ່ຄົວສີມືລະດັບສາກົນ ມາສາທິດການປຸ່ງແຕ່ງອາຫານ. ນອກນີ້, ກໍຍັງມີການວາງຂາຍເຄື່ອງຫັດຖະກຳລາວ, ມີການສະແດງສິລະປະດົນຕີພື້ນເມືອງລາວ, ສະແດງເຄ-ປ໊ອບ (K-pop) ຂອງເກົາຫຼີ ແລະ ສະແດງການເດີນແບບ ໃນຊຸດເກົາຫຼີ.
    ທ່ານ ຢອນ ກະຢອງຊິກ ຫົວໜ້າຫ້ອງການສູນຝຶກອົບຮົມພາສາເກົາຫຼີ ຕາງໜ້າສະມາຄົມແລກປ່ຽນວັດທະນະທໍາ ແລະ ສິລະປະ ສ ເກົາຫຼີ ກ່າວວ່າ: ປັດຈຸບັນ ເປັນໄລຍະທີ່ນັກທ່ອງທ່ຽວຕ່າງປະເທດກຳລັງເຂົ້າມາ ສປປ ລາວ ຫຼາຍ. ສະນັ້ນ, ເພື່ອເຮັດໃຫ້ນັກທ່ອງທ່ຽວເຫຼົ່ານັ້ນ ໄດ້ສຳຜັດ ແລະ ຊິມອາຫານພື້ນເມືອງທີ່ເປັນເອກະລັກຂອງລາວ-ເກົາຫຼີ ທີ່ບໍ່ແມ່ນອາຫານສຳເລັດຮູບ ຈະເປັນການໂຄສະນາຄວາມຫຼາກຫຼາຍຂອງອາຫານສອງປະເທດ ໃຫ້ຊາວຕ່າງປະເທດໄດ້ຮູ້ຈັກໃນລະດັບສາກົນ. ຝ່າຍ ສ ເກົາຫຼີ ໄດ້ມີການລະດົມຊາວເກົາຫຼີ ທີ່ຢູ່ລາວ ແລະ ຜູ້ທີ່ຮູ້ຈັກ, ຢາກມາທ່ຽວລາວ ມາຮ່ວມງານນີ້ຢ່າງຄຶກຄື້ນ ແລະ ກໍໄດ້ກະກຽມບັນດາສິລະປິນຕ່າງໆ ທີ່ມີຊື່ສຽງຂອງ ສ ເກົາຫຼີ ມາຮ່ວມສ້າງສີສັນໃນງານນີ້ອີກດ້ວຍ.    
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ