ທຫລ ເຜີຍແຜ່ນະໂຍບາຍສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງ

ທຫລ ເຜີຍແຜ່ນະໂຍບາຍສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງ

ທຫລ ເຜີຍແຜ່ນະໂຍບາຍສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງ
ທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່ນະໂຍບາຍສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງ ເພື່ອການຊຳລະລະຫວ່າງສປປ ລາວ ແລະ ສສ ຫວຽດນາມຂຶ້ນໃນວັນທີ 14 ມີນາຜ່ານມາທີ່ນະຄອນຫຼວງວຽງຈັນ (ນວ)ໂດຍການເປັນປະທານຂອງທ່ານນາງ ມະໂນລາ ເມືອງມະນີ

 ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທຫລ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕາງໜ້າເຂົ້າຮ່ວມຂອງທ່ານ ຫງວຽນ ດຶກ ວູ໋ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດຈຳກັດ (LaoVietBank), ມີຕົວແທນຈາກສະຖານທູດ ສສຫວຽດນາມປະຈຳ ສປປ ລາວ, ສະມາຄົມທະນາຄານລາວ, ບັນດາທະນາຄານທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ມະໂນລາ ເມືອງມະນີ ກ່າວວ່າ: ອີງໃສ່ບົດບັນທຶກຄວາມເຂົ້າໃຈກ່ຽວກັບການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມໃນປີ 2023, ສອງຝ່າຍໄດ້ສ້າງຕັ້ງຄະນະຮັບຜິດຊອບເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍນິຕິກຳກົນໄກທີ່ກ່ຽວຂ້ອງ. ມາຮອດປັດຈຸບັນນະໂຍບາຍສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງແມ່ນໄດ້ສຳເລັດ ແລະ ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ສະບັບເລກທີ 1315, ລົງວັນທີ 16 ທັນວາ 2024ໂດຍໄດ້ແຕ່ງຕັ້ງໃຫ້ທະນາຄານຮ່ວມທຸລະກິດລາວ-ຫວຽດຈຳກັດ (LaoVietBank ) ເປັນໜຶ່ງໃນສອງທະນາຄານເປັນຜູ້ໃຫ້ບໍລິການຫຼັກເພື່ອຊຸກຍູ້ໃຫ້ຜູ້ເຄື່ອນໄຫວຊຳລະລະຫວ່າງລາວ-ຫວຽດນາມໃຫ້ມີຄວາມຮັບຮູ້-ເຂົ້າໃຈ ແລະ ຫັນມານຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງເຂົ້າໃນການຊຳລະການຄ້າ ແລະ ການລົງທຶນລະຫວ່າງກັນຫຼາຍຂຶ້ນ ທັງເປັນການຫຼຸດຜ່ອນຄວາມກົດດັນດ້ານຄວາມຕ້ອງການເງິນຕາຕ່າງປະເທດທີ່ກະທົບຕໍ່ຄັງສຳຮອງເງິນຕາຕ່າງປະເທດຂອງສອງປະເທດ.

ໃນພິທີທະນາຄານຮ່ວມທຸລະກິດລາວ-ຫວຽດຈຳກັດໄດ້ນຳສະເໜີຜະລິດຕະພັນຂອງຕົນ ແນໃສ່ຍົກສູງການຮັກສາຄ່າເງິນຕາສະກຸນທ້ອງຖິ່ນກີບ-ດົງໃຫ້ແກ່ການຄ້າ-ການລົງທຶນ ແລະ ເປັນທະນາຄານສູນກາງໃນການໃຫ້ບໍລິການທຸລະກຳເງິນຕາທ້ອງຖິ່ນກີບ-ດົງໃນ ສປປ ລາວ. ການບໍລິການດັ່ງກ່າວມີໃຫ້ສຳລັບລູກຄ້າບຸກຄົນ, ນິຕິບຸກຄົນ ແລະ ບັນດາທະນາຄານທຸລະກິດຢູ່ສປປ ລາວ ຜ່ານປ່ອງບໍລິການ, LVB DigiBankແລະ SWIFTໂດຍທີ່ລູກຄ້າບຸກຄົນ, ນິຕິບຸກຄົນສາມາດໂອນຊຳລະ ແລະ ຮັບຊຳລະໄດ້ຢູ່ທຸກທະນາຄານທຸລະກິດທົ່ວປະເທດທີ່ໄດ້ເຊັນສັນຍາຮ່ວມມືກັບ LaoVietBankຊຶ່ງຮູບແບບການໃຫ້ບໍລິການບໍ່ສະເພາະແຕ່ການໂອນ-ຮັບເງິນກີບ-ດົງ ແຕ່ຍັງລວມມີການຮັບຝາກສະກຸນດົງ, ແລກປ່ຽນຊື້ຂາຍສະກຸນດົງ, ສະໜອງສິນເຊື່ອສະກຸນດົງເປັນຕົວແທນໃນການນຳເງິນສະກຸນດົງ ເຂົ້າ-ອອກ ສສ ຫວຽດນາມ.

ຂ່າວ: ທະນາຄານລາວ-ຫວຽດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 11 ກໍລະກົດ​ນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.
ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ເມື່ອບໍ່ດົນມານີ້, ທີ່ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມທາບທາມປະກອບຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ແລະ ທິດທາງຂອງການປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນສູງສຸດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ ພາກເໜືອ, ສານປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ສະພາທະນາຍຄວາມ 7 ແຂວງພາກເໜືອ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ໃນຕອນເຊົ້າວັນທີ 10 ກໍລະກົດນີ້, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບ ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ, ວັນປ່ອຍປາ ແລະ ອານຸລັກສັດນໍ້າ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ.
ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ວັນທີ 10 ກໍລະກົດນີ້ ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 63 ປີ (5/9/1962-5/9/2025) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202.
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ເນື່ອງໃນວັນປ່ອຍປາແຫ່ງຊາດທີ 13 ກໍລະກົດທີ່ຈະໝູນວຽນມາຮອດອີກວາລະໜື່ງ ໃນວັນທີ 10 ກໍລະກົດນີ້, ພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ຮ່ວມກັບ ນະຄອນປາກເຊ ຈັດພີທີປ່ອຍປາຂຶ້ນ ທີ່ທ່າວັດຫຼວງນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ພະຈານໃຫຍ່ ມະຫາ ສຸວັນ ຈັນທະຣາດ ປະທານ ອພສ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”

ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”

ກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ” ຈັດຂຶ້ນໃນວັນທີ 9 ກໍລະກົດຜ່ານມາ ທີ່ສູນຄົ້ນຄວ້າແລະ ຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໂດຍໃຫ້ກຽດເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ປະທານສນຊ, ມີບັນດາຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ນັກວິທະຍາສາດເຂົ້າຮ່ວມ.
ເພີ່ມເຕີມ