![]() |
ກອງປະຊຸມຄັ້ງນີ້, ໄດ້ມີການແບ່ງກຸ່ມອີງຕາມຂົງເຂດວິຊາການ ແລະ ວິທີການສົນທະນາກຸ່ມການປະສານງານ, ການຄຸ້ມຄອງບໍລິຫານ, ການເງິນ, ການວາງແຜນ ແລະ ການຕິດຕາມວຽກງານການເຝົ້າລະວັງ, ການສອບສວນ ແລະ ການວິເຄາະ ການສັກວັກຊິນ ແລະ ພາລາທິການ ການຄຸ້ມຄອງກໍລະນີ, ການກັນຄວບຄຸມ ແລະ ການຕິດເຊື້ອ ແລະ ໂພຊະນາການ ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ການມີສ່ວນຮ່ວມຊຸມຊົນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາມາດຕະການໂຕ້ຕອບຕໍ່ການລະບາດຂອງພະຍາດໝາກແດງໃຫ້ສາມາດກຳໄດ້ຈຸດດີ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການໂຕ້ຕອບໃນໄລຍະຜ່ານມາ, ເພື່ອປືກສາຫາລືຖອດຖອນ ແລະ ແລກປ່ຽນບົດຮຽນຈາກການຈັດຕັ້ງປະຕິບັດມາດຕະການໂຕ້ຕອບຕໍ່ການລະບາດພະຍາດໝາກແດງໃຫຍ່ຢູ່ບັນດາແຂວງ ແລະ ເພື່ອກຳນົດ ແນະນຳຍຸດທະສາດ, ກິດຈະກຳທີ່ເປັນບຸລິມະສິດ ໃນການເສີມສ້າງຂີດຄວາມອາດສາມາດດ້ານວິຊາການ, ທຸກພາກສ່ວນໃນການຄວບຄຸມການລະບາດໝາກແດງໃຫ້ໄດ້ດີຂຶ້ນ ໂດຍອີງຕາມຂີດຄວາມອາດສາມາດ ແລະ ການດັດປັບໃຫ້ແທດເໝາະກັບສະພາບການຕົວຈິງຂອງແຂວງ.
![]() |


ຄໍາເຫັນ