ຖວທ ເມືອງວັງວຽງ ກຳນົດເອົາ 8 ກິດຈະກຳ ຕ້ອນຮັບປີທ່ອງທ່ຽວລາວ 2024 ( ຂໍ້ມູນຈາກ ຖວທ ເມືອງວັງວຽງ)

    ຖວທ ເມືອງວັງວຽງ ກຳນົດເອົາ 8 ກິດຈະກຳ ຕ້ອນຮັບປີທ່ອງທ່ຽວລາວ 2024 ( ຂໍ້ມູນຈາກ ຖວທ ເມືອງວັງວຽງ)
ປັດຈຸບັນ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ແຂວງວຽງຈັນ ໄດ້ກຽມຄວາມພ້ອມຫຼາຍດ້ານ ຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ ເປັນຕົ້ນການປັບປຸງ ແລະ ຟື້ນຟູສະຖານທີ່ທ່ອງທ່ຽວ, ການບໍລິການອາຫານ, ເຮືອນພັກ-ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງມາທ່ອງທ່ຽວພາຍໃນເມືອງ.
    ທ່ານ ອັດສະຍາໄສ ມະນີວັນ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ຮູ້ ກ່ຽວກັບການມີສ່ວນຮ່ວມສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ 2024 ນີ້ວ່າ: ຫ້ອງການ ຖວທ ເມືອງວັງວຽງໄດ້ຖືເອົາການແຂ່ງຂັນປະຕິບັດວຽກງານວິຊາສະເພາະ,ຄຽງຄູ່ກັບການໂຄສະນາແນວ
ທາງຂອງພັກ, ນະໂຍບາຍຂອງລັດ, ເກັບກໍາການເຄື່ອນໄຫວຂອງພາກສ່ວນຕ່າງໆຢູ່ພາຍໃນເມືອງ ເພື່ອຂຽນຂ່າວ, ອອກຂ່າວໃຫ້ສັງຄົມ, ປະຊາຊົນຊັ້ນຄົນຮັບຮູ້ຂໍ້ມູນຂ່າວສານສຳຄັນຕ່າງໆ, ສົມທົບກັບກໍາລັງປ້ອງກັນຄວາມສະຫງົບເມືອງ ແລະ ພາກສ່ວນກ່ຽວຂ້ອງເພື່ອຈັນສັນຄວາມເປັນລະບຽບຮຽບຮ້ອຍຄວາມສະອາດຈົບງາມພາຍໃນເມືອງ, ສືບຕໍ່ແຜນຈັດສັນທາງຂຶ້ນທາງລ່ອງເພື່ອເຮັດໃຫ້ການສັນຈອນ ແລະ ການເຂົ້າອອກຂອງລົດນັກທ່ອງທ່ຽວໃຫ້ມີຄວາມສະດວກສະບາຍຫຼຸດຜ່ອນຄວາມແອອັດພາຍໃນຕົວເມືອງ. ໄດ້ຈັດສັນລົດນໍາສົ່ງນັກທ່ອງທ່ຽວຢູ່ຕາມສະຖານນີລົດໄຟເພື່ອບໍລິການຮັບສົ່ງນັກທ່ອງທ່ຽວໄປສູ່ຈຸດໝາຍປາຍ
ທາງຂອງການທ່ອງທ່ຽວ . ປັດຈຸບັນທົ່ວແຂວງມີບໍລິສັດທ່ອງທ່ຽວ 24 ບໍລິສັດ ແລະ 3 ສາຂາບໍລິສັດ, ມີລົດນໍາທ່ຽວປະເພດລົດບັດ, ລົດຕູ້, ລົດກະບະຕິດຫຼັງຄາຈຳນວນ 200 ກວ່າຄັນ; ນອກນັ້ນຍັງມີປະເພດລົດບັກກີ່, ລົດຈັກ, ລົດຖີ, ເຮຶອນໍາທ່ຽວ, ເຮືອແພ, ເຮືອກາຍັກ, ເຮືອຈັກຫ່າງຍາວ, ກົງເບັງ, ມີພາລາມໍເຕີ ແລະ ບັນລູມ ໄວ້ບໍລິການນັກທ່ອງທ່ຽວຢ່າງພຽງພໍ. ຕິດຕາມການບໍລິການຂອງບັນດາຮ້ານອາຫານ, ຮ້ານບັນເທີງ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ ໃຫ້ດໍາເນີນທຸລະກິດພາຍໃຕ້ລະບຽບກົດໝາຍ, ຄວບຄຸມ, ຈໍາກັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການທ່ອງທ່ຽວ; ສົ່ງເສີມຜູ້ປະກອບການປັບປຸງຂອດບໍລິການ ໃຫ້ມີຄວາມວ່ອງໄວ, ສະອາດ, ລາຄາໃຊ້ບໍລິການທີ່ສົມເຫດສົມຜົນບໍ່ເອົາປຽບລູກຄ້າ ແນະນໍາຫົວໜ່ວຍທຸ ລະກິດໃຫ້ມີຄວາມສາມັກຄີ, ຄ້າຂາຍຮ່ວມກັນແບບມີສ່ວນຮ່ວມ ແລະ ກະຈາຍລາຍໄດ້ ຊຶ່ງກັນ ແລະ ກັນ; ຄຸ້ມຄອງເວລາເປີດ, ປິດບໍ່ໃຫ້ກາຍໂມງເວລາ; ສືບຕໍ່ຕິດປ້າຍລະບຸຂໍ້ຫ້າມບັນດາຮ້ານອາຫານ, ຮ້ານກິນດື່ມໃຫ້ທົ່ວເຖິງ; ສົ່ງເສີມປະຊາຊົນບັນດາເຜົ່າຊາວເມືອງອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີຂອງຊາດ,ຂອງທ້ອງຖິ່ນ, ສົ່ງເສີມວັດທະນະທໍາຮີດຄອງປະເພນີທີ່ຕັ້ງໜ້າ, ປະດິດສ້າງ, ຄ່ອຍໆປະປ່ອຍຮີດຄອງປະເພນີລັກສະນະງົມງວາຍທີ່ກົດໜ່ວງຖ່ວງດຶງ ແລະ ອື່ນໆ. ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ຫ້ອງການ ຖວທ ເມືອງ ກໍໄດ້ເອົາໃຈໃສ່ເປັນເຈົ້າການປະສານສົມທົບກັບບັນດາຂະເເໜງການທີ່ກ່ຽວຂ້ອງພາກລັດ, ພາກທຸລະກິດ ໄດ້ກຳນົດແຜນຈັດຕັ້ງປະຕິບັດກິດຈະກຳຕິດພັນກັບແຜນການເຄື່ອນໄຫວຂອງແຂວງ ແລະ ແຜນກິດຈະກຳຂອງຂັ້ນສູນກາງຄື: ຂັ້ນສູນກາງກຳນົດມີ 14 ກິດຈະກຳ, ຂັ້ນແຂວງມີ 6 ກິດຈະກຳ ແລະ ເມືອງວັງວຽງມີ 8 ກິດຈະກຳຄື: 1.  ບຸນກິນຈຽງ, ບຸນເກີຣ ຈະຈັດຂຶ້ນລະຫວ່າງ ເດືອນ ມັງກອນ 2024; 2.  ກິດຈະກຳ ງານກິລາມາລາທອນວັງວຽງເທຣວຈະຈັດຂຶ້ນລະຫວ່າງ ເດືອນກຸມພາ 2024;3. ງານແຫ່ນາງ ສັງຂານ ປີໃໝ່ລາວຈະຈັດຂຶ້ນລະຫວ່າງ ເດືອນເມສາ 2024; 4. ກິດຈະກຳບຸນບັ້ງໄຟຈະຈັດຂຶ້ນລະຫວ່າງ ມີຖຸນາ 2024; 5. ງານແຫ່ທຽນພັນສາ ຈັດຂຶ້ນລະຫວ່າງ ເດືອນສີງຫາ2024; 6. ງານກິລາແລ່ນວິບາກວັງວຽງ ເອັກສະເຣດ ຈັດຂຶ້ນລະຫວ່າງ ເດືອນສິງຫາ 2024; 7. ງານເທດສະການໝາກກ້ຽງຫວານ ຈະຈັດຂຶ້ນລະຫວ່າງ ເດືອນພະຈິກ-ເດືອນທັນວາ 2024 ແລະ 8. ງານເທດສະການຄອນເສີດວັງວຽງເຟຣດຕີໂບ ຈັດຂຶ້ນລະຫວ່າງເດືອນພະຈິກ-ເດືອນທັນວາ 2024 ທັງໝົດນີ້ ແມ່ນບາງເນື້ອໃນຈິດໃຈຂອງການກະກຽມຄວາມພ້ອມຂອງເມືອງວັງວຽງໃນການເປີດປີທ່ອງທ່ຽວລາວ 2024 ແລະ ເພື່ອເປັນສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ ແລະ ພາຍໃນເເຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າເເຮງຂອງການທ່ອງທ່ຽວຂອງຕົນ. ທົ່ວເມືອງມີໂຮງແຮມ 43 ແຫ່ງ. ເຮືອນພັກ 117 ແຫ່ງ. ຣີສອດ 18 ແຫ່ງ, ວີນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ລວມສະຖານທີ່ພັກແຮມ 196 ແຫ່ງ, ມີຕຽງນອນທັງໝົດ 6.672 ຕຽງ, ສາມາດບໍລິການຕ້ອນຮັບນັກທ່ອງທ່ຽວທີ່ມາພັກເຊົາໄດ້ເຖິງ 13.344 ຄົນຕໍ່ວັນ ໃນນັ້ນມີລະດັບໂຮງແຮມ 5 ດາວ 1 ຫົວໜ່ວຍ, 4 ດາວ 1 ຫົວໜ່ວຍ, 2 ດາວ 1 ຫົວໜ່ວຍ ແລະ ລາງວັນມາດຕະຖານໂຮງແຮມຂຽວອາຊ່ຽນ 6 ຫົວໜ່ວຍ, ລາງວັນມາດຕະຖານເຮືອນພັກແຮມປະຊາຊນ 1 ຫົວໜ່ວຍ, ມີຮ້ານອາຫານ, ຮ້ານກີນດື່ມ 160 ຫົວໜ່ວຍແລະ ທົ່ວເມືອງວັງວຽງ ມີສະຖານທີ່ທ່ອງທ່ຽວທີ່ໄດ້ຂື້ນບັນຊີແລ້ວທັງໝົດ 37ແຫ່ງ ໃນນີ້ເປັນຖ້ຳ 24 ແຫ່ງ, ຈຸດຊົມວີວ 6 ແຫ່ງ, ນ້ຳຕົກຕາດ 6 ແຫ່ງແລະ ອ່າງນ້ຳທຳມະຊາດ 1 ແຫ່ງ, ນອກນີ້ຍັງມີບັນດາກິດຈະກຳການທ່ອງທ່ຽວຄື: ກຸ່ມບໍລິການເຮືອກາຍັກ, ກຸ່ມບໍລິການກົງເບັງ, ກຸ່ມບໍລິການເຮືອຈັກຫາງຍາວ, ບໍລິການຂີ່ສະລີງ, ບໍລິການປີນຜາ, ກິດຈະກຳທ່ອງທ່ຽວທາງອາກາດປະກອບມີ ຂີ່ບາລູນ, ຂີ່ພາລາມໍເຕີອັນທີ່ໂດດເດັ່ນເປັນທີ່ນິຍົມຂອງນັກທ່ອງທ່ຽວ.ເພື່ອຮອງຮັບນັກທ່ອງທ່ຽວ ພວກເຮົາໄດ້ປະສານສົມທົບກັບອົງການປົກຄອງບ້ານ, ຜູ້ປະກອບການສະຖານທີທ່ອງທ່ຽວ ປັບປຸງເສັ້ນທາງເຂົ້າເຖິງ, ປ້າຍຊີ້ບອກ, ຂໍ້ມູນແຫຼ່ງທ່ອງທ່ຽວ, ຫ້ອງນ້ຳສະອາດ, ຮ້ານສະດວກຊື້, ຮ້ານອາຫານໃຫ້ເປັນທີ່ປະທັບໃຈ ແລະ ໄດ້ມາດຕະຖານ. ປັດຈຸບັນ ສາມາດປະເມີນ ແລະ ຮັບຮອງເປັນແຫຼ່ງທ່ອງທ່ຽວປະຊາຊົນມີສ່ວນຮ່ວມຕາມມາດຕະຖານອາຊ່ຽນ 1 ແຫ່ງ, ລາງວັນການພັດທະນາແຫຼ່ງທ່ອງທ່ຽວດີເດັ່ນຢືນຍົງ 3 ແຫ່ງ, ລາງວັນຮ້ານອາຫານສະອາດປອດໄພ 3 ແຫ່ງ, ຫ້ອງນໍ້າສາທາລະນະສະອາດອາຊ່ຽນ 1 ແຫ່ງ. 
   ທ່ານ ອັດສະຍາໄສ ມະນີວັນ  ໃຫ້ຮູ້ອີກວ່າ: ວຽກງານ ຖວທ ເປັນປັດໄຈສໍາຄັນຍູ້ແຮງເສດຖະກິດຂອງຊາດ, ແກ້ໄຂວຽກເຮັດງານທໍາ ເປັນວຽກບຸລິມະສິດໜຶ່ງຊຶ່ງພັກ ແລະ ລັດຖະບານ ເອົາໃຈໃສ່ຊີ້ນໍາຕິດຕາມໃກ້ຊິດ, ໂຄສະນາ ແລະ ສົ່ງເສີມເລື້ອຍມາ ເພື່ອຂຸດຄົ້ນລາຍໄດ້ຈາກການທ່ອງທ່ຽວ ໄປພ້ອມວຽກສໍາຄັນອື່ນໆ ພັດທະນາເສດຖະກິດ-ສັງຄົມໃຫ້ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້; ວຽກງານທ່ອງທ່ຽວສາມາດສ້າງຊື່ສຽງໃຫ້ກັບປະເທດຊາດ, ເຮັດໃຫ້ພາກພື້ນ, ສາກົນ ຮັບຮູ້ ສປປ ລາວ ຫຼາຍຂຶ້ນ, ປະເທດລາວມີຄວາມງາມຂອງສະຖານທີ່ທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ຫຼາຍແຫ່ງທີ່ມີຊື່ສຽງທີ່ບໍ່ໜ້ອຍໜ້າຊາດອື່ນ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ