ໃນລະຫວ່າງການຢ້ຽມຢາມ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ໄດ້ພົບປະເຈລະຈາກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ແລະຮ່ວມກັນເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມືໃນຫຼາຍຂົງເຂດ. ສະຫາຍ ຫຼີສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ, ສະຫາຍ ເຈົ້າເລີ້ຈີ້ ປະທານຄະນະກຳມະການປະຈຳສະພາປະຊາຊົນທົ່ວປະເທດຈີນໄດ້ເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ. ສອງຝ່າຍໄດ້ແຈ້ງສະພາບການຂອງພັກ ແລະ ລັດຂອງຕົນໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດກໍຄືບັນຫາສາກົນແລະພາກພື້ນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຫຼາຍປະການ. ສອງຝ່າຍໄດ້ຮ່ວມກັນອອກຖະແຫຼງການຮ່ວມວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ - ຈີນທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ແລະ ໄດ້ລົງນາມເອກະສານການຮ່ວມມືທັງໝົດ 32 ສະບັບ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມແຂວງເຈີ້ຈຽງ, ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ, ສູນການບິນອະວະກາດປັກກິ່ງ, ພ້ອມທັງໄດ້ພົບປະກັບອະດີດເອກອັກຄະລັດຖະທູດຈີນປະຈຳລາວແລະຕົວແທນອະດີດນັກຮົບເກົ່າຈີນທີ່ເຄີຍຊ່ວຍເຫຼືອລາວຕໍ່ຕ້ານຈັກກະພັດອາເມຣິກາ. ການຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຖືເປັນເຫດການທີ່ສຳຄັນອັນດັບໜຶ່ງໃນການພົວພັນລາວ-ຈີນໃນໄລຍະມໍ່ໆນີ້ ຊຶ່ງຂ້າພະເຈົ້າເຫັນວ່າສື່ມວນຊົນກະແສຫຼັກຂອງທັງສອງປະເທດຕ່າງກໍໄດ້ລາຍງານຂ່າວຢ່າງໜາແໜ້ນ ແລະ ຕໍ່ເນື່ອງ. ຂ້າພະເຈົ້າໄດ້ຮ່ວມເດີນທາງຕິດຕາມສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຕະຫຼອດການຢ້ຽມຢາມ, ຈຶ່ງມີຄວາມຮູ້ສຶກທີ່ເລິກເຊິ່ງຫຼາຍປະການ, ໂດຍສະເພາະແມ່ນມີຄວາມພາກພູມໃຈ ແລະ ຕື່ນເຕັ້ນເປັນຢ່າງຍິ່ງຕໍ່ກັບໝາກຜົນອັນອຸດົມສົມບູນຂອງການຢ້ຽມຢາມຄັ້ງນີ້. ຫວັງຢ່າງຍິ່ງວ່າໂດຍຜ່ານການຖະແຫຼງຂ່າວໃນມື້ນີ້, ຈະສາມາດແນະນຳໝາກຜົນການຢ້ຽມຢາມໃຫ້ບັນດາສະຫາຍໄດ້ຮັບຊາບຕື່ມອີກ ແລະ ຄາດຫວັງທີ່ຈະຮ່ວມມືກັບອົງການສື່ມວນຊົນທີ່ບັນດາສະຫາຍສັງກັດຢູ່ເພື່ອພ້ອມກັນຊຸກຍູ້ໃຫ້ທຸກຊັ້ນຄົນໃນສັງຄົມລາວໄດ້ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກກ່ຽວກັບການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດໃນຄັ້ງນີ້.
ໂອກາດດັ່ງກ່າວ ສະຫາຍນາງ ຟາງຫົງ ແມ່ນມີຄວາມຍິນດີທີ່ຕອບຄຳຖາມຂອງບັນດາສະຫາຍເພື່ອນມິດສື່ມວນຊົນ ດັ່ງຕໍ່ໄປນີ້:
ຄຳຖາມທີ 1: ການເດີນທາງໄປຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດທອງລຸນ ສີສຸລິດ ໃນຄັ້ງນີ້, ຖືເປັນການເຄື່ອນໄຫວຕ່າງປະເທດຄັ້ງທຳອິດຫຼັງຈາກທີ່ສະຫາຍໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສປປ ລາວ. ສະຫາຍມີທັດສະນະຕີລາຄາແນວໃດຕໍ່ກັບຄວາມໝາຍສຳຄັນຂອງການຢ້ຽມຢາມຄັ້ງນີ້ ?
ຄຳຕອບຊີ້ແຈງ: ການຢ້ຽມຢາມໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງໃນ 3 ດ້ານດັ່ງນີ້:
ທີໜຶ່ງ, ແມ່ນການຢ້ຽມຢາມແຫ່ງມິດຕະພາບທີ່ສືບສານສາຍສຳພັນແລະສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈກັນຢ່າງຈະແຈ້ງ. ໃນປັດຈຸບັນ, ການປ່ຽນແປງໃນຮອບຮ້ອຍປີພວມຜັນແປໄປຢ່າງໄວວາ, ປັດໄຈທີ່ບໍ່ໝັ້ນຄົງແລະບໍ່ແນ່ນອນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ຄວາມໝັ້ນຄົງແລະການພັດທະນາທົ່ວໂລກພວມປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ. ສອງປະເທດຈີນ-ລາວພວມກ້າວເຂົ້າສູ່ຊ່ວງເວລາສຳຄັນຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີແລະ "ປີມິດຕະພາບຈີນ-ລາວ". ພາຍໃຕ້ສະພາບແວດລ້ອມດັ່ງກ່າວ, ການທີ່ຜູ້ນຳສູງສຸດຂອງສອງພັກສອງລັດໄດ້ມາພົບປະເຈລະຈາແບບເຊິ່ງໜ້າຢ່າງເລິກເຊິ່ງອີກຄັ້ງ, ຮ່ວມກັນທົບທວນຄືນເສັ້ນທາງການພັດທະນາການພົວພັນຈີນ-ລາວຕະຫຼອດ 65 ປີທີ່ຜ່ານມາ, ແລະໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຄັ້ງໃໝ່ກ່ຽວກັບບັນຫາໃຫຍ່ໆທີ່ຕິດພັນກັບການພົວພັນສອງຝ່າຍໃນໄລຍະຍາວ, ຊຶ່ງນີ້ແມ່ນການກຳນົດທິດທາງແລະນຳພາການພັດທະນາການພົວພັນສອງຝ່າຍໃນຍຸກໃໝ່, ທັງເປັນການຊີ້ທິດເຍືອງທາງໃຫ້ແກ່ຈີນ-ລາວໃນການຈັບມືກັນຜ່ານຜ່າການປ່ຽນແປງໃນຮອບຮ້ອຍປີແລະບັນລຸຄວາມຈະແຈີນຮຸ່ງເຮືອງ,ຊຶ່ງມີຄວາມໝາຍປະຫວັດສາດອັນສຳຄັນຍິ່ງ. ໂດຍສະເພາະແມ່ນສະຫາຍສີ ຈິ້ນຜິງເລຂາທິການໃຫຍ່, ປະທານປະເທດສປ ຈີນແລະສະຫາຍທອງລຸນສີສຸລິດເລຂາທິການໃຫຍ່, ປະທານປະເທດສປປ ລາວໄດ້ເຫັນດີເປັນເອກະພາບກັນໃນການສ້າງ"ຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່", ຊຶ່ງໄດ້ເພີ່ມເນື້ອໃນຍຸກໃໝ່ແລະການກຳນົດຍຸດທະສາດໃໝ່ໃຫ້ແກ່ການພົວພັນສອງຝ່າຍ, ຊຸກຍູ້ໃຫ້ມິດຕະພາບທີ່ເປັນມູນເຊື້ອຈີນ-ລາວບັນລຸການກ້າວຂຶ້ນສູ່ລະດັບສູງໃໝ່ໃນໂອກາດປະຫວັດສາດແຫ່ງການຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນການທູດ. ນີ້ແມ່ນໝາກຜົນທີ່ສຳຄັນທີ່ສຸດແລະມີລັກສະນະຂີດໝາຍປະຫວັດສາດທີ່ສຸດຂອງການຢ້ຽມຢາມຄັ້ງນີ້.
ທີສອງ, ແມ່ນການຢ້ຽມຢາມແຫ່ງການແລກປ່ຽນທີ່ລົງເລິກການຖອດຖອນບົດຮຽນແລະເພີ່ມທະວີຄວາມຮັບຮູ້ຄືກັນ.ການຢ້ຽມຢາມຄັ້ງນີ້ມີຈຸດເດັ່ນທີ່ສະແດງອອກຢ່າງຈະແຈ້ງ, ຄືການຍົກສູງການແລກປ່ຽນບົດຮຽນໃນການບໍລິຫານພັກແລະຄຸ້ມຄອງລັດໄວ້ໃນຕຳແໜ່ງທີ່ສຳຄັນຍິ່ງ. ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ເດີນທາງໄປທັດສະນະສຶກສາຢູ່ແຂວງເຈີ້ຈຽງໂດຍສະເພາະ, ເພື່ອລົງເລິກຊອກຮູ້ກ່ຽວກັບແນວຄິດ "ຍຸດທະສາດ 88", ໂຄງການ "ພັນແລະໝື່ນ" (ໂຄງການຕົວແບບສ້າງສັນຊົນນະບົດຮອບດ້ານ) ແລະທິດສະດີ "ພູເຂົາຂຽວແລະນ້ຳໃສກໍຄືພູເຂົາຄຳແລະພູເຂົາເງິນ" ທີ່ສະເໜີໂດຍສະຫາຍສີ ຈິ້ຜິງ, ຊຶ່ງໄດ້ນຳໄປຈັດຕັ້ງປະຕິບັດຈົນປະສົບຜົນສຳເລັດຢ່າງຈົບງາມໃນທ້ອງຖິ່ນ, ແລະໄດ້ສຳຜັດກັບຜົນສຳເລັດຂອງການຫັນເປັນທັນສະໄໝແບບອັດຕະລັກສະນະຈີນດ້ວຍຕົນເອງ. ນັບຕັ້ງແຕ່ເສດຖະກິດດິຈິຕອນ, ປັນຍາປະດິດ (AI), ໄປຮອດການຟື້ນຟູຊົນນະບົດແລະການພັດທະນາສີຂຽວ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ຍ່າງເບິ່ງ, ຢ້ຽມຊົມແລະສອບຖາມຕະຫຼອດເສັ້ນທາງ, ໂດຍໄດ້ສະແດງຄວາມສົນໃຈຢ່າງຫຼວງຫຼາຍຕໍ່ກັບບົດຮຽນຂອງພັກກອມມູນິດຈີນໃນການນຳພາການພັດທະນາປະເທດຊາດ. ຢູ່ທີ່ປັກກິ່ງ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດຍັງໄດ້ໄປຢ້ຽມຢາມຄືນໂຮງຮຽນພັກສູນກາງພັກກອມມູນິດຈີນທີ່ສະຫາຍເຄີຍມາສຶກສາຮ່ຳຮຽນເມື່ອ 26 ປີກ່ອນ, ແລະໄດ້ພົບປະໂອ້ລົມຢ່າງສະໜິດສະໜົມກັບຄູອາຈານໃນສະໄໝນັ້ນ. ສະຫາຍໄດ້ກ່າວດ້ວຍຄວາມຜູກພັນອັນເລິກເຊິ່ງວ່າປະສົບການການຮຽນຢູ່ໂຮງຮຽນພັກສູນກາງຈີນໄດ້ສ້າງພື້ນຖານອັນສຳຄັນໃຫ້ແກ່ພະນັກງານການນຳຂອງລາວໃນການຊີ້ນຳ-ນຳພາພາລະກິດການພັດທະນາປະເທດຊາດ. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງໝາກຜົນອັນຕັ້ງໜ້າຂອງການຮ່ວມມືບຳລຸງສ້າງພະນັກງານແລະການແລກປ່ຽນບົດຮຽນການບໍລິຫານປະເທດຊາດລະຫວ່າງສອງພັກໃນໄລຍະຍາວ. ໃນນາມທີ່ເປັນສອງປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ, ຈຸດເດັ່ນທີ່ສະຫວ່າງສະໄຫວທີ່ສຸດຂອງການພົວພັນຈີນ-ລາວກໍຄືການມີອຸດົມການທີ່ເຊື່ອມໂຍງກັນແລະມີເສັ້ນທາງການພັດທະນາທີ່ໃກ້ຄຽງກັນ. ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ແມ່ນການຢ້ຽມຢາມທາງການທູດເທົ່ານັ້ນ, ແຕ່ຍັງແມ່ນພຶດຕິກຳຕົວຈິງອັນສຳຄັນໃນການລົງເລິກການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນໃນການສ້າງສາສັງຄົມນິຍົມ.
ທີສາມ, ແມ່ນການຢ້ຽມຢາມແຫ່ງການຮ່ວມມືທີ່ລົງເລິກການຮ່ວມມືແລະຮ່ວມກັນສະແຫວງຫາການພັດທະນາ.ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຫຼາຍປະການກ່ຽວກັບການຊຸກຍູ້ການຟື້ນຟູການພັດທະນາແລະການສ້າງສາຫັນເປັນທັນສະໄໝ. ສະຫາຍເລຂາທິການໃຫຍ່ສີຈິ້ນຜິງໄດ້ເນັ້ນໜັກວ່າ, ຕ້ອງໄດ້ຮັດແໜ້ນຮາກຖານການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ແລະຂະຫຍາຍຈຸດເຕີບໂຕຂອງການຮ່ວມມື. ໂດຍອີງໃສ່ທ່າແຮງຂອງເສັ້ນທາງຄົມມະນາຄົມຄຳຂອງທາງລົດໄຟລາວ-ຈີນ, ເພື່ອຊຸກຍູ້ການພັດທະນາຮອບດ້ານຕາມທາງລົດໄຟແລະວຽກງານກວດກາ “ປະຕູດຽວ, ຄັ້ງດຽວ”, ຊຸກຍູ້ການຮ່ວມມືແລວທາງເສດຖະກິດຈີນ-ລາວໃຫ້ຍົກລະດັບຄຸນນະພາບຂຶ້ນແລະເລັ່ງລັດການເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທ. ເພີ່ມທະວີການຮ່ວມມືໃນຂົງເຂດດັ້ງເດີມເຊັ່ນ: ກະສິກຳ, ໄຟຟ້າແລະອື່ນໆ, ພ້ອມທັງຂະຫຍາຍການຮ່ວມມືໃນຂົງເຂດພົ້ນເດັ່ນໃໝ່ເຊັ່ນ: ປັນຍາປະດິດ (AI) ແລະເສດຖະກິດດິຈິຕອນ. ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດກໍໄດ້ສະແດງຄວາມຍິນດີທີ່ຈະລົງເລິກການຮ່ວມມືກັບຝ່າຍຈີນໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນແຮ່ທາດ, ພະລັງງານສະອາດ, ເສດຖະກິດດິຈິຕອນ, ກະສິກຳທັນສະໄໝ, ເຄມີນິເວດແລະຂົງເຂດອື່ນໆ, ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ກ້າວໄປສູ່ລະດັບສູງກວ່າເກົ່າ. ເຊື່ອໝັ້ນວ່າໄປຄຽງຄູ່ກັບຄວາມກວ້າງແລະຄວາມເລິກຂອງການຮ່ວມມືຈີນ-ລາວທີ່ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ, ສອງຝ່າຍຈະຫັນປ່ຽນທ່າແຮງການເຊື່ອມໂຍງເຊື່ອມຈອດໃຫ້ກາຍເປັນທ່າແຮງແຫ່ງການພັດທະນາຕົວຈິງ, ພ້ອມທັງຕັ້ງໜ້າບຳລຸງສ້າງກຳລັງຂັບເຄື່ອນການເຕີບໂຕໃໝ່,ເພື່ອເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການສ້າງສາຫັນເປັນທັນສະໄໝແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງສອງປະເທດ.
ຄຳຖາມທີ 2: ສະຫາຍເລຂາທິການໃຫຍ່, ປະທານປະເທດທອງລຸນສີສຸລິດໄດ້ເລືອກເອົາແຂວງເຈີ້ຈຽງເປັນຈຸດໝາຍທຳອິດໃນການຢ້ຽມຢາມສປຈີນໃນຄັ້ງນີ້ແລະໄດ້ໄປທັດສະນະສຶກສາຢູ່ບໍລິສັດອາລີບາບາ (Alibaba), ບໍລິສັດເຕັກໂນໂລຊີຢຸນເຊິນຊູ່ (Deep Robotics) ແລະເມືອງອ່ານຈີ໋ (Anji). ຕາມການສັງເກດຂອງສະຫາຍ, ການເດີນທາງໄປແຂວງເຈີ້ຈຽງໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງແນວໃດແດ່ໃຫ້ແກ່ຝ່າຍລາວ? ແລະໄດ້ໃຫ້ບົດຮຽນອັນໃດແດ່ແກ່ສອງຝ່າຍໃນການເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດຊາດແລະການຊຸກຍູ້ການຮ່ວມມືສ້າງສາຫັນເປັນທັນສະໄໝ?
ຄຳຕອບຊີ້ແຈງ: ນັບຕັ້ງແຕ່ເດືອນຕຸລາ 2002 ຫາເດືອນມີນາ 2007, ສະຫາຍ ສີ ຈິ້ນຜິງ ໄດ້ປະຕິບັດງານຢູ່ແຂວງເຈີ້ຈຽງເປັນເວລາ 6 ປີ. ໃນຊ່ວງເວລານັ້ນ, ສະຫາຍໄດ້ວາງແຜນແລະຊຸກຍູ້ການຕັດສິນໃຈຍຸດທະສາດອັນສຳຄັນ "ຍຸດທະສາດ 88" ດ້ວຍຕົນເອງ (ຊຶ່ງແມ່ນການເສີມຂະຫຍາຍ "ທ່າແຮງ 8 ດ້ານ" ຂອງແຂວງເຈີ້ຈຽງ, ແລະວາງ "ມາດຕະການ 8 ດ້ານ" ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະ ນິເວດວິທະຍາໃຫ້ມີຄຸນນະພາບສູງແລະຍືນຍົງຢ່າງຮອບດ້ານ), ພ້ອມທັງໄດ້ສະເໜີທິດສະດີ "ພູເຂົາຂຽວແລະນ້ຳໃສກໍຄືພູເຂົາຄຳແລະພູເຂົາເງິນ", ແລະຊຸກຍູ້ໂຄງການ "ພັນແລະໝື່ນ", ຊຶ່ງໄດ້ແຕ້ມແຜນຜັງການປະຕິຮູບຂອງແຂວງເຈີ້ຈຽງໃນສະຕະວັດໃໝ່ແລະໄດ້ສະໜອງອົງປະກອບ, ບົດຮຽນກໍຄືຕົວແບບຂອງເຈີ້ຈຽງໃຫ້ແກ່ການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນ. ໃນຊຸມປີມໍ່ໆມານີ້, ແຂວງເຈີ້ຈຽງໄດ້ດຳເນີນການຮ່ວມມືຢ່າງໃກ້ຊິດໃນຫຼາຍໆດ້ານກັບລາວ, ທັງເປັນສັກຂີພິຍານໃຫ້ແກ່ປະຫວັດສາດແຫ່ງການໄປມາຫາສູ່ກັນຢ່າງສະໜິດສະໜົມລະຫວ່າງສະຫາຍເລຂາທິການໃຫຍ່ສີຈິ້ນຜິງກັບຝ່າຍລາວ. ໃນເດືອນກໍລະກົດ 2005, ສະຫາຍສີຈິ້ນຜິງໃນເວລານັ້ນດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຈຳສະພາປະຊາຊົນແຂວງເຈີ້ຈຽງໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນມາຢ້ຽມຢາມລາວ, ຊຶ່ງເປັນຄັ້ງທຳອິດທີ່ສະຫາຍໄດ້ມາຢ້ຽມຢາມສປປລາວ. ໃນທ້າຍເດືອນມິຖຸນາຫາຕົ້ນເດືອນກໍລະກົດ 2006, ສະຫາຍຈູມມາລີໄຊຍະສອນຊຶ່ງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງສປປລາວໃນເວລານັ້ນກໍໄດ້ໄປຢ້ຽມຢາມແຂວງເຈີ້ຈຽງ, ແລະສະຫາຍສີຈິ້ນຜິງກໍໄດ້ເຂົ້າຮ່ວມພົບປະ.
ຂ້າພະເຈົ້າເຫັນວ່າ, ການທີ່ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດເລືອກເອົາແຂວງເຈີ້ຈຽງເປັນຈຸດໝາຍທຳອິດໃນການຢ້ຽມຢາມສປຈີນນັ້ນ, ບໍ່ພຽງແຕ່ແມ່ນການລົງເລິກການຮ່ວມມືລະຫວ່າງລາວກັບແຂວງເຈີ້ຈຽງເທົ່ານັ້ນ, ແຕ່ສິ່ງສຳຄັນແມ່ນເພື່ອຊອກຮູ້ຢ່າງເລິກເຊິ່ງກ່ຽວກັບການນຳເອົາແນວຄິດສີຈິ້ນຜິງວ່າດ້ວຍສັງຄົມນິຍົມທີ່ມີອັດຕະລັກສະນະຈີນໃນຍຸກໃໝ່ໄປຈັດຕັ້ງປະຕິບັດຈົນປະສົບຜົນສຳເລັດໃນທ້ອງຖິ່ນ, ແລະເພື່ອສຳຜັດກັບຜົນສຳເລັດຕົວຈິງຂອງການສ້າງສາຫັນເປັນທັນສະໄໝແບບອັດຕະລັກສະນະຈີນ. ໃນໄລຍະຢູ່ແຂວງເຈີ້ຈຽງ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ໄປທັດສະນະສຶກສາຢູ່ບໍລິສັດອາລີບາບາ, ບໍລິສັດເຕັກໂນໂລຊີຢຸນເຊິນຊູ່ແລະເມືອງອ່ານຈີ໋, ຊຶ່ງການຈັດວາງແຜນການເດີນທາງດັ່ງກ່າວແມ່ນມີຄວາມໝາຍອັນເລິກເຊິ່ງທີ່ສຸດ. ນັບຕັ້ງແຕ່ບໍລິສັດອາລີບາບາໄປຮອດບໍລິສັດຢຸນເຊິນຊູ່, ສິ່ງທີ່ໄດ້ເຫັນຄືພະລັງແຫ່ງການປະດິດສ້າງໃໝ່ຂອງການພັດທະນາເສດຖະກິດດິຈິຕອນແລະປັນຍາປະດິດ (AI); ນັບຕັ້ງແຕ່ບ້ານຢີສຸ່ນໄປຮອດໂຄງການ "ພັນແລະໝື່ນ", ສິ່ງທີ່ໄດ້ເຫັນຄືໝາກຜົນອັນອຸດົມສົມບູນຂອງການສ້າງສາອາລິຍະທຳນິເວດແລະການຟື້ນຟູຊົນນະບົດຢ່າງຮອບດ້ານ. ອາດເວົ້າໄດ້ວ່າ, ເສັ້ນທາງການທັດສະນະສຶກສາໃນຄັ້ງນີ້ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຈັງຫວະການຂັບເຄື່ອນຂອງເຕັກໂນໂລຊີນະວັດຕະກຳຂອງຈີນໃນຍຸກປັດຈຸບັນເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງພຶດຕິກຳຕົວຈິງອັນມີຊີວິດຊີວາຂອງຈີນໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງແລະສົ່ງເສີມຄວາມສີວິໄລຮ່ວມກັນ.
ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ເບິ່ງຢ່າງຕັ້ງອົກຕັ້ງໃຈແລະສອບຖາມຢ່າງລະອຽດຕະຫຼອດເສັ້ນທາງ. ໃນເວລານຳພາທັດສະນະສຶກສາຢູ່ບ້ານຢີສຸ່ນ, ເມື່ອໄດ້ຮັບຊາບວ່າໂຄງການ "ພັນແລະໝື່ນ" ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງມາເປັນເວລາ 20 ກວ່າປີແລະໄດ້ປ່ຽນແປງໂສມໜ້າຂອງຊົນນະບົດຈີນຢ່າງເລິກເຊິ່ງ, ສະຫາຍໄດ້ກ່າວຊົມເຊີຍຈາກໃຈຈິງວ່າ"ອັນນີ້ແມ່ນດີເລີດແທ້ໆ, ຕ້ອງໄດ້ສຶກສາຮ່ຳຮຽນເອົາ". ໃນເວລາກຳລັງໂອ້ລົມກັບຜູ້ປະກອບການເຮືອນພັກຊົນນະບົດ, ສະຫາຍໄດ້ສອບຖາມຢ່າງລະອຽດກ່ຽວກັບການພັດທະນາອຸດສາຫະກຳ, ການເພີ່ມລາຍຮັບຂອງປະຊາຊົນແລະການສະໜັບສະໜູນດ້ານນະໂຍບາຍຕ່າງໆ. ສິ່ງນີ້ສະແດງໃຫ້ເຫັນວ່າຝ່າຍລາວບໍ່ພຽງແຕ່ໃຫ້ຄວາມສົນໃຈຕໍ່ກັບຜົນສຳເລັດຂອງການພັດທະນາທີ່ຈີນຍາດມາໄດ້ເທົ່ານັ້ນ, ແຕ່ຍັງໃຫ້ຄວາມສົນໃຈເປັນພິເສດວ່າຜົນສຳເລັດເຫຼົ່ານັ້ນຍາດມາໄດ້ດ້ວຍວິທີການແນວໃດ. ສິ່ງທີ່ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ເບິ່ງໃນຄັ້ງນີ້ຄືພຶດຕິກຳຕົວຈິງແຫ່ງການພັດທະນາຂອງແຂວງເຈີ້ຈຽງ, ແຕ່ສິ່ງທີ່ສະຫາຍຄິດຄືເສັ້ນທາງການພັດທະນາຂອງລາວ; ສິ່ງທີ່ສະຫາຍຊອກຮູ້ຄືບົດຮຽນຄວາມສຳເລັດຂອງຈີນ, ແຕ່ສິ່ງທີ່ສະຫາຍກຳລັງວາງແຜນຄືອະນາຄົດແຫ່ງການຫັນເປັນທັນສະໄໝຂອງລາວ.
ມີສະຫາຍລາວຫຼາຍທ່ານໄດ້ຮ່ວມແບ່ງປັນຄວາມປະທັບໃຈອັນເລິກເຊິ່ງທີ່ໄດ້ຮັບຈາກແຂວງເຈີ້ຈຽງໃຫ້ຂ້າພະເຈົ້າຟັງ, ຊຶ່ງສະຫຼຸບໄດ້ໃນ 3 ຈຸດຕົ້ນຕໍດັ່ງນີ້:
ໜຶ່ງແມ່ນ, ຕ້ອງຢຶດໝັ້ນການຊອກຮູ້ຄວາມຈິງຈາກພຶດຕິກຳຕົວຈິງແລະການຕັດສິນໃຈຢ່າງວິທະຍາສາດ.ຫຼັງຈາກທີ່ສະຫາຍສີຈິ້ນຜິງເຂົ້າມາຮັບຕຳແໜ່ງຢູ່ແຂວງເຈີ້ຈຽງໃນເດືອນຕຸລາ 2002, ສະຫາຍໄດ້ຢຶດໝັ້ນໃນການນຳເອົາການລົງເກັບກຳຂໍ້ມູນຕົວຈິງມາເປັນຕົວເປີດທາງ, ໂດຍໄດ້ລົງໄປຮາກຖານຢ່າງຕໍ່ເນື່ອງ, ຢ້ຽມຢາມຄອບຄົວຊາວນາ, ຂຶ້ນໄປຕາມເກາະດອນແລະເຂົ້າໄປຕາມວິສາຫະກິດຕ່າງໆ. ໃນທີ່ສຸດ, ໃນເດືອນທີ 10 ຂອງການປະຕິບັດງານຢູ່ແຂວງເຈີ້ຈຽງ, ສະຫາຍສີຈິ້ນຜິງໄດ້ເປີດເຜີຍ "ການອອກແບບລະດັບມະຫາພາກ" ຂອງສະຫາຍຢ່າງເປັນທາງການ, ຊຶ່ງກໍຄື "ຍຸດທະສາດ 88". ການລົງມືເຮັດວຽກຕົວຈິງ, ການກຳແໜ້ນສະພາບຄວາມເປັນຈິງ, ແລະການສະແຫວງຫາໝາກຜົນຕົວຈິງ, ພ້ອມທັງການກຳນົດຍຸດທະສາດທີ່ສອດຄ່ອງກັບສະພາບຄວາມເປັນຈິງແລະມີປະສິດທິຜົນ, ນີ້ຄືກ້າວທຳອິດ, ແລະກ້າວທຳອິດນີ້ຕ້ອງກ້າວຢ່າງໜັກແໜ້ນແລະຊັດເຈນ, ຫຼັງຈາກນັ້ນຈຶ່ງຈະສາມາດກ້າວໄປຂ້າງໜ້າໄດ້ຢ່າງໝັ້ນຄົງໃນທຸກໆກ້າວ.
ສອງແມ່ນ, ຕ້ອງລົງມືເຮັດຕົວຈິງຢ່າງຕັ້ງໜ້າແລະສ້າງຜົນງານຢ່າງຕໍ່ເນື່ອງຍາວນານ.ບໍ່ພຽງແຕ່ຕ້ອງອີງໃສ່ປັດຈຸບັນເພື່ອແກ້ໄຂຄວາມຮ້ອນຮົນແລະຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນເທົ່ານັ້ນ, ແຕ່ຍັງຕ້ອງມຸ່ງໜ້າສູ່ໄລຍະຍາວເພື່ອຮັດແໜ້ນຮາກຖານແຫ່ງການພັດທະນາ. ສະຫາຍເລຂາທິການໃຫຍ່ສີຈິ້ນຜິງໄດ້ເນັ້ນໜັກວ່າ, ຄວາມສຳເລັດບໍ່ຈຳເປັນຕ້ອງແມ່ນຂ້ອຍເປັນຜູ້ປະກາດ, ແຕ່ຄວາມສຳເລັດຕ້ອງມີຂ້ອຍຮ່ວມສ້າງ. ບໍ່ວ່າຈະແມ່ນການແຕ້ມແຜນຜັງດຽວແລ້ວສູ້ຊົນເຮັດຈົນເຖິງທີ່ສຸດຕະຫຼອດ 20 ກວ່າປີຂອງ "ຍຸດທະສາດ 88" ຫຼື ແມ່ນການສູ້ຊົນຢ່າງຕໍ່ເນື່ອງຍາວນານເພື່ອຊຸກຍູ້ການປ່ຽນແປງອັນໃຫຍ່ຫຼວງຂອງຊົນນະບົດໃນໂຄງການ "ພັນແລະໝື່ນ", ລ້ວນແຕ່ຕ້ອງການການລົງມືເຮັດຕົວຈິງເປັນອັນດັບທຳອິດ, ແລະຕ້ອງເຮັດຢ່າງຕໍ່ເນື່ອງຈາກຄະນະໜຶ່ງສູ່ອີກຄະນະໜຶ່ງ.
ສາມແມ່ນ, ການຫັນເປັນທັນສະໄໝແບບອັດຕະລັກສະນະຈີນນັ້ນບໍ່ພຽງແຕ່ມີພະລັງຂັບເຄື່ອນອັນແຮງກ້າຈາກການພັດທະນາທີ່ຊຸກຍູ້ດ້ວຍເຕັກໂນໂລຊີນະວັດຕະກຳເທົ່ານັ້ນ, ແຕ່ຍັງມີທິດສະດີການພັດທະນາທີ່ພູເຂົາຂຽວແລະນ້ຳໃສກໍຄືພູເຂົາຄຳແລະພູເຂົາເງິນທີ່ຊ່ວຍຊຸກຍູ້ເຊິ່ງກັນແລະກັນອີກດ້ວຍ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບກັນຢ່າງກົມກຽວລະຫວ່າງຄຸນນະພາບຂອງການພັດທະນາ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະການປົກປັກຮັກສາສິ່ງແວດລ້ອມນິເວດ.
ໃນປັດຈຸບັນ, ນັບມື້ນັບມີຫຼາຍປະເທດໃນທົ່ວໂລກໃຫ້ຄວາມສົນໃຈຕໍ່ກັບປະເທດຈີນ, ບໍ່ພຽງແຕ່ສົນໃຈຕໍ່ກັບຜົນສຳເລັດຂອງການພັດທະນາທີ່ຈີນຍາດມາໄດ້ເທົ່ານັ້ນ, ແຕ່ຍັງຫວັງທີ່ຈະເຂົ້າໃຈເຖິງ "ລະຫັດລັບແຫ່ງບົດຮຽນ" ທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງຈີນອີກດ້ວຍ. ການເດີນທາງໄປແຂວງເຈີ້ຈຽງຂອງສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໃນຄັ້ງນີ້, ຈຶ່ງຖືເປັນການຢ້ຽມຢາມແຫ່ງການແລກປ່ຽນເພື່ອຊອກຫາບົດຮຽນຄວາມສຳເລັດຂອງພັກກອມມູນິດຈີນໃນການບໍລິຫານປະເທດຊາດຢ່າງແທ້ຈິງ. ເຊື່ອໝັ້ນວ່າໄປຄຽງຄູ່ກັບການຖອດຖອນບົດຮຽນເຊິ່ງກັນແລະກັນທີ່ໄດ້ຮັບການລົງເລິກຢ່າງຕໍ່ເນື່ອງ, ສອງປະເທດຈີນ-ລາວຈະສາມາດນຳເອົາສະພາບຄວາມເປັນຈິງຂອງການພັດທະ ນາຂອງຕົນໄປປະສານສົມທົບເຂົ້າກັບກົດເກນແຫ່ງການສ້າງສາຫັນເປັນທັນສະໄໝແບບສັງຄົມນິຍົມໄດ້ດີກວ່າເກົ່າ, ເພື່ອຮ່ວມກັນກ້າວເດີນໄປຂ້າງໜ້າບົນເສັ້ນທາງການສະແຫວງຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ.
ຄຳຖາມທີ 3: ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນອອກຖະແຫຼງການຮ່ວມວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ຂໍຮຽນຖາມສະຫາຍເອກອັກຄະລັດຖະທູດ, ສະຫາຍເຫັນວ່າມີຈຸດເດັ່ນອັນໃດແດ່ທີ່ໜ້າສົນໃຈໃນຖະແຫຼງການຮ່ວມສະບັບນີ້?
ຄຳຕອບຊີ້ແຈງ: ຂ້າພະເຈົ້າເຫັນວ່າ, ຖະແຫຼງການຮ່ວມສະບັບນີ້ບໍ່ພຽງແຕ່ມີລະດັບຄວາມສູງທາງດ້ານຍຸດທະສາດເທົ່ານັ້ນ, ແຕ່ຍັງມີຄວາມເລິກເຊິ່ງໃນພຶດຕິກຳຕົວຈິງອີກດ້ວຍ; ບໍ່ພຽງແຕ່ໄດ້ກຳນົດເປົ້າໝາຍແຫ່ງການສູ້ຊົນຮ່ວມກັນຢ່າງຈະແຈ້ງເທົ່ານັ້ນ, ແຕ່ຍັງໄດ້ກຳນົດເສັ້ນທາງໃນການບັນລຸເປົ້າໝາຍດັ່ງກ່າວຢ່າງຊັດເຈນ, ຊຶ່ງຖືເປັນເອກະສານກຳນົດທິດທາງແລະແຜນຜັງເສັ້ນທາງ (Roadmap) ໃນການຊີ້ນຳການພັດທະນາການພົວພັນຈີນ-ລາວໃນຕໍ່ໜ້າ.
ກ່ອນອື່ນໝົດ, ເນື້ອໃນຕົ້ນຕໍຂອງຖະແຫຼງການຮ່ວມກໍຄືການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່ ຊຶ່ງໄດ້ບັນລຸການຍົກລະດັບໃໝ່ຂອງການກຳນົດທິດທາງການພົວພັນສອງຝ່າຍ. ນັບຕັ້ງແຕ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວມາຮອດການສ້າງຄູ່ຮ່ວມຊາຕາກຳລາວ - ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ການເພີ່ມຄຳສັບເຫຼົ່ານີ້ເຂົ້າໄປແມ່ນມີເນື້ອໃນອັນອຸດົມສົມບູນແລະມີຄວາມໝາຍອັນກວ້າງໃຫຍ່ໄພສານ, ພ້ອມທັງມີນ້ຳໜັກຢ່າງຫຼວງຫຼາຍ. ຄຳວ່າ"ຍຸກໃໝ່"ແມ່ນໄດ້ສະແດງໃຫ້ເຫັນເຖິງການທີ່ສອງຝ່າຍອີງໃສ່ພາລະກິດສັງຄົມນິຍົມຂອງຕົນແລະກ້າວເຂົ້າສູ່ໄລຍະໃໝ່ຂອງການສ້າງສາຫັນເປັນທັນສະໄໝ, ໂດຍໄດ້ຮ່ວມກັນວາງແຜນຜັງຍຸດທະສາດທີ່ມຸ່ງໜ້າສູ່ການພັດທະນາການພົວພັນສອງປະເທດໃນໄລຍະຍາວ. ຄຳວ່າ"ໃນທຸກສະພາບການ" ແມ່ນໄດ້ສະແດງໃຫ້ເຫັນວ່າພາຍໃຕ້ສະພາບແວດລ້ອມມະຫາພາກຂອງການປ່ຽນແປງໃນຮອບຮ້ອຍປີທີ່ພວມຜັນແປໄປຢ່າງໄວວານັ້ນ, ບໍ່ວ່າສະພາບການສາກົນແລະພາກພື້ນຈະມີການປ່ຽນແປງໄປຄືແນວໃດກໍຕາມ, ສອງຝ່າຍກໍຈະຍັງຄົງຢຶດໝັ້ນໃນການສະໜັບສະໜູນເຊິ່ງກັນແລະກັນຢ່າງໜັກແໜ້ນ, ຈະຢືນຢູ່ຄຽງຂ້າງກັນສະເໝີໃນບັນຫາທີ່ຕິດພັນກັບຜົນປະໂຫຍດແກນກາງ ແລະ ຄວາມກັງວົນອັນໃຫຍ່ຫຼວງຂອງກັນ ແລະ ກັນ, ເພື່ອຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມໝັ້ນຄົງຂອງອຳນາດລັດ ແລະ ຄວາມໝັ້ນຄົງຂອງລະ ບອບການເມືອງ, ພ້ອມທັງຮ່ວມກັນປົກປັກຮັກສາຜົນປະໂຫຍດແຫ່ງການພັດທະນາ.
ທີສອງ, ຖະແຫຼງການຮ່ວມໄດ້ວາງການວາງແຜນຢ່າງເປັນລະບົບໃຫ້ແກ່ການພັດທະນາການພົວພັນຈີນ-ລາວໃນອະນາຄົດ.ຖະແຫຼງການໄດ້ກຳນົດຢ່າງຈະແຈ້ງວ່າຕ້ອງເລີ່ມຕົ້ນຈາກ"5 ສູງ"ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. "5 ສູງ" ເຫຼົ່ານັ້ນປະກອບມີ: ສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງ, ດໍາເນີນການຮ່ວມມືດ້ານຄວາມໝັ້ນຄົງຢ່າງຫນຽວແຫນ້ນສູງ, ລົງເລິກການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງມີຄຸນນະພາບສູງ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນແລະການແລກປ່ຽນວັດທະນະທໍາຢ່າງມີຄວາມຖີ່ສູງ, ປະສານງານດ້ານຍຸດທະສາດໃຫ້ແໜ້ນແຟ້ນແລະມີມາດຕະຖານສູງ, .ເຊິ່ງກວມເອົາທັງຂົງເຂດການເມືອງ, ຄວາມໝັ້ນຄົງ, ການພັດທະນາ, ມະນຸດສະທຳແລະການປະສານງານສາກົນ, ເພື່ອຊີ້ບອກທິດທາງແລະຈຸດສຸມໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນທິດທາງການຮ່ວມມືຕົວຈິງໃຫ້ແກ່ບັນດາກະຊວງ, ຂະແໜງການແລະທ້ອງຖິ່ນຕ່າງໆຂອງສອງພັກສອງລັດໃນຕໍ່ໜ້າ.
ທີສາມ, ຖະແຫຼງການຮ່ວມໄດ້ສະເໜີມາດຕະການໃໝ່ໆທີ່ມີລັກສະນະບຸກທະລຸແລະມີຄວາມໝາຍເປັນຂີດໝາຍປະຫວັດສາດ.ເປັນຕົ້ນແມ່ນການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດຂັ້ນລັດຖະມົນຕີ 3+3 (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ) ແລະໄດ້ສະເໜີການຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມຄວາມໝັ້ນຄົງຈີນ-ລາວ.ການສະເໜີຍົກລະດັບຄຸນນະພາບຂອງແລວທາງເສດຖະກິດຈີນ-ລາວ, ການສ້າງກົນໄກການຮ່ວມມືພັດທະນາຊັບພະຍາກອນແຮ່ທາດຢ່າງຮອບດ້ານ, ພ້ອມທັງໄດ້ວາງການວາງແຜນຢ່າງຮອບດ້ານໃຫ້ແກ່ຂົງເຂດປັນຍາປະດິດ (AI), ເສດຖະກິດດິຈິຕອນແລະການສ້າງໂຄງລ່າງພື້ນຖານດິຈິຕອນ. ການສະເໜີຈັດຕັ້ງປະຕິບັດໂຄງການ “ພັນແລະໝື່ນ” ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດລະຫວ່າງລາວ-ຈີນ. ມາດຕະການເຫຼົ່ານີ້ບໍ່ພຽງແຕ່ອີງໃສ່ຄວາມຕ້ອງການແຫ່ງການພັດທະນາໃນປັດຈຸບັນເທົ່ານັ້ນ, ແຕ່ຍັງມຸ່ງໜ້າສູ່ການສ້າງສາຫັນເປັນທັນສະໄໝໃນອະນາຄົດ, ເພື່ອເພີ່ມເນື້ອໃນຍຸກໃໝ່ແລະພະລັງຂັບເຄື່ອນການພັດທະນາໃໝ່ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.
ຄຳຖາມທີ 4: ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ລາວໄດ້ເຫັນດີເປັນເອກະພາບກັນໃນການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ "3+3" ລະຫວ່າງການຕ່າງປະເທດ, ປ້ອງກັນຊາດແລະປ້ອງກັນຄວາມສະຫງົບ. ຂໍຮຽນຖາມສະຫາຍເອກອັກຄະລັດຖະທູດ, ສະຫາຍມີທັດສະນະຕີລາຄາແນວໃດຕໍ່ກັບຄວາມໝາຍສຳຄັນຂອງກົນໄກດັ່ງກ່າວ ?
ຄຳຕອບຊີ້ແຈງ: ຈີນ ແລະລາວຕ່າງກໍແມ່ນປະເທດສັງຄົມນິຍົມ, ໃນປັດຈຸບັນຕ່າງກໍພວມປະເຊີນກັບສະພາບແວດລ້ອມພາຍນອກທີ່ມີຄວາມສັບສົນແລະຂ້ຽວຂາດກວ່າເກົ່າ, ທັງມີພາລະກິດແຫ່ງການປະຕິຮູບ, ການພັດທະນາແລະການຮັກສາສະຖຽນລະພາບທີ່ໜັກໜ່ວງແລະສາກົນກວ່າເກົ່າ. ພວກຕົນມີຄວາມຈຳເປັນແລະມີຄວາມຮັບຜິດຊອບທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງດ້ານຍຸດທະສາດຕື່ມອີກ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຊຶ່ງບໍ່ພຽງແຕ່ເພື່ອປົກປັກຮັກສາຄວາມໝັ້ນຄົງຂອງສອງປະເທດໃຫ້ດີກວ່າເກົ່າເທົ່ານັ້ນ, ແຕ່ຍັງເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງສາກົນແລະພາກພື້ນອີກດ້ວຍ.
ໃນຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກສອງລັດໄດ້ຮ່ວມກັນປະກາດສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ "3+3" (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ), ແລະຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມຄວາມໝັ້ນຄົງຈີນ-ລາວ, ຊຶ່ງນີ້ແມ່ນການຈັດຕັ້ງກົນໄກທີ່ມີລັກສະນະລະບົບອັນສຳຄັນໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນຄວາມຮຽກຮ້ອງຕ້ອງການອັນຈຳເປັນໃນການຊຸກຍູ້ພາລະກິດສັງຄົມນິຍົມຂອງທົ່ວໂລກໃຫ້ເຕີບໃຫຍ່ຂະຫຍາຍຕົວ. ພວກຂ້າພະເຈົ້າຍິນດີທີ່ຈະຮ່ວມມືກັບຝ່າຍລາວ, ໂດຍຖືເອົາການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ "3+3" ເປັນກາລະໂອກາດ, ຈັດຕັ້ງປະຕິບັດຄວາມຮັບຮູ້ຮ່ວມກັນຂອງຜູ້ນຳສູງສຸດຂອງສອງຝ່າຍຢ່າງເດັດດ່ຽວ, ຮ່ວມກັນປົກປັກຮັກສາລະບອບສັງຄົມນິຍົມແລະຕຳແໜ່ງການເປັນພັກກຳອຳນາດຂອງພັກກອມມູນິດ, ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດແລະການບັງຄັບໃຊ້ກົດໝາຍດ້ານຄວາມໝັ້ນຄົງ, ສະກັດກັ້ນແລະປາບປາມການພະນັນອອນລາຍ, ການຕົ້ມຕຸ໋ນທາງໂທລະຄົມມະນາຄົມແລະອາຊະຍາກຳຂ້າມຊາດອື່ນໆຢ່າງເດັດຂາດ, ເພື່ອສະໜັບສະໜູນແລະປົກປັກຮັກສາຜົນປະໂຫຍດແກນກາງແລະຄວາມກັງວົນອັນໃຫຍ່ຫຼວງຂອງກັນແລະກັນຢ່າງມີພະລັງແລະເດັດດ່ຽວຍິ່ງຂຶ້ນ, ເລັ່ງລັດຊຸກຍູ້ໃຫ້ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເກີດດອກອອກຜົນແລະມີປະສິດທິຜົນຕົວຈິງ.
ຄຳຖາມທີ 5: ເຊື່ອໝັ້ນວ່າໄປຄຽງຄູ່ກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້ທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງເປັນກ້າວໆນັ້ນ, ການພົວພັນຈີນ-ລາວຈະບັນລຸການພັດທະນາຄັ້ງໃໝ່. ສຳລັບປະຊາຊົນລາວແລ້ວ, ສິ່ງນີ້ຈະນຳເອົາຜົນປະໂຫຍດຕົວຈິງອັນໃດແດ່ທີ່ສາມາດເບິ່ງເຫັນໄດ້ແລະຈັບຕ້ອງໄດ້?
ຄຳຕອບຊີ້ແຈງ: ເປົ້າໝາຍສຸດທ້າຍຂອງການຮ່ວມມືຈີນ-ລາວກໍຄືການເຮັດໃຫ້ປະຊາຊົນຂອງທັງສອງປະເທດໄດ້ຮັບຜົນປະໂຫຍດຕົວຈິງ. ໝາກຜົນອັນສຳຄັນຫຼາຍປະການທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນທີ່ສຸດແລ້ວຈະໄດ້ຮັບການສະແດງອອກໃນໂອກາດການມີວຽກເຮັດງານທຳ, ລະດັບລາຍຮັບແລະການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງແທ້ຈິງ.
ກ່ອນອື່ນໝົດ, ປະຊາຊົນລາວຈະມີໂອກາດໃນການພັດທະນາແລະການເພີ່ມລາຍຮັບຫຼາຍຂຶ້ນ. ຄືກັບທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ໃນການພົບປະເຈລະຈາຂອງຜູ້ນຳສູງສຸດຂອງສອງຝ່າຍແລະໃນຖະແຫຼງການຮ່ວມຕ່າງກໍໄດ້ເນັ້ນໜັກວ່າ, ຕ້ອງໄດ້ຊຸກຍູ້ການສ້າງແລວທາງເສດຖະກິດຈີນ - ລາວ ໃຫ້ຍົກລະດັບຄຸນນະພາບຂຶ້ນ, ແລະເລັ່ງລັດການພັດທະນາຮອບດ້ານຕາມທາງລົດໄຟລາວ-ຈີນ. ໃນຖະແຫຼງການຮ່ວມຍັງໄດ້ກຳນົດຢ່າງຈະແຈ້ງວ່າ, ຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອັດຕາພາສີ 0% ສຳລັບສິນຄ້າຂອງລາວທີ່ສົ່ງອອກໄປຈີນທັງໝົດ 100% ຂອງລາຍການພາສີ, ລົງເລິກການຮ່ວມມືດ້ານການຄ້າເອເລັກໂຕຣນິກ (E-commerce), ເພື່ອອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າກະສິກຳແລະສິນຄ້າຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງແລະຂະໜາດຍ່ອຍ (MSMEs) ຂອງລາວໄປຍັງປະເທດຈີນ. ຄວາມຮັບຮູ້ຮ່ວມກັນເຫຼົ່ານີ້ຈະຊ່ວຍສ້າງຕຳແໜ່ງງານໃຫ້ຫຼາຍຂຶ້ນ, ຊຸກຍູ້ການພັດທະນາຂອງຂະແໜງການໂລຈິສຕິກ, ການຄ້າ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງແລະການຜະລິດ, ພ້ອມທັງຊຸກຍູ້ການສົ່ງອອກສິນຄ້າທີ່ມີຄຸນນະພາບດີຂອງລາວໄປປະເທດຈີນໃຫ້ຫຼາຍຂຶ້ນ. ສິ່ງເຫຼົ່ານີ້ຈະຫັນປ່ຽນເປັນຕົວເງິນຕົວຈິງຢູ່ໃນກະເປົ໋າຂອງປະຊາຊົນລາວ, ເຮັດໃຫ້ຄອບຄົວຄົນລາວໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.
ທີສອງ, ເຍົາວະຊົນແລະຊາວໜຸ່ມລາວຈະມີໂອກາດໃນການສຶກສາຮ່ຳຮຽນແລະການເຕີບໃຫຍ່ຂະຫຍາຍຕົວຫຼາຍຂຶ້ນ.ຖະແຫຼງການຮ່ວມໄດ້ກຳນົດຢ່າງຈະແຈ້ງວ່າ, ຝ່າຍຈີນຈະຈັດຕັ້ງປະຕິບັດໂຄງການ “ພັນແລະໝື່ນ” ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດລະຫວ່າງລາວ-ຈີນ, ຊຶ່ງກໍຄືການຊ່ວຍບຳລຸງສ້າງບຸກຄະລາກອນດ້ານການຄຸ້ມຄອງແລະເຕັກນິກວິຊາສະເພາະໃຫ້ແກ່ຝ່າຍລາວຈຳນວນ 3,000 ຄົນ, ແລະພາຍໃນປີ 2028 ຈະບັນລຸເປົ້າໝາຍການນຳເອົານັກຮຽນ-ນັກສຶກສາລາວ 10,000 ຄົນໄປສຶກສາຮ່ຳຮຽນຢູ່ສປຈີນໃນແຕ່ລະປີ. ຝ່າຍຈີນຈະເພີ່ມທະວີການແລກປ່ຽນແລະຮ່ວມມືກັບຝ່າຍລາວໃນຂົງເຂດການສຶກສາຊັ້ນສູງ, ອາຊີວະສຶກສາ, ການສຶກສາດ້ານພາສາ, ການສຶກສາດີຈີຕອນ ແລະ ປັນຍາປະດິດ (AI), ພ້ອມທັງ (ສູນຝຶກອົບຮົມວິຊາຊີບຫຼູປານ). ຈະສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາລາວທີ່ມີຜົນການຮຽນດີເດັ່ນໄດ້ໄປສຶກສາຮ່ຳຮຽນຢູ່ສປຈີນ, ເພື່ອບຳລຸງສ້າງບຸກຄະລາກອນທີ່ມີຄຸນນະພາບສູງໃຫ້ແກ່ຂົງເຂດການຮ່ວມມືທີ່ສຳຄັນຂອງສອງຝ່າຍ, ທັງຈະສືບຕໍ່ສະໜັບສະໜູນຝ່າຍລາວໃນການຍົກລະດັບຄຸນນະພາບການສຶກສາໂດຍຜ່ານການປະສານສົມທົບລະຫວ່າງການຊ່ວຍເຫຼືອດ້ານໂຄງລ່າງພື້ນຖານ (Hardware) ແລະການຊ່ວຍເຫຼືອດ້ານວິຊາການ (Software), ພ້ອມທັງສະໜັບສະໜູນລາວໃນການສ້າງປຶ້ມແບບຮຽນສຳລັບໂຮງຮຽນສາມັນສຶກສາ. ສິ່ງເຫຼົ່ານີ້ລ້ວນແຕ່ໝາຍຄວາມວ່າເຍົາວະຊົນແລະຊາວໜຸ່ມລາວຈຳນວນຫຼວງຫຼາຍຈະມີໂອກາດຫຼາຍຂຶ້ນໃນການຮຽນຮູ້ເຕັກໂນໂລຊີທັນສະໄໝ, ກຳແໜ້ນທັກສະວິຊາຊີບ, ເພື່ອປັບຕົວໃຫ້ເຂົ້າກັບຄວາມຕ້ອງການແຫ່ງການພັດທະນາເສດຖະກິດໃນອະນາຄົດໄດ້ດີກວ່າເກົ່າ, ທັງຈະສາມາດສ້າງອະນາຄົດອັນຈົບງາມໃຫ້ແກ່ຕົນເອງແລະຄອບຄົວອີກດ້ວຍ. ໃນໂອກາດນີ້, ຂ້າພະເຈົ້າຂໍຖືໂອກາດຜ່ານບັນດາອົງການສື່ມວນຊົນຕ່າງໆ, ເພື່ອຊຸກຍູ້ແລະໃຫ້ກຳລັງໃຈແກ່ຊາວໜຸ່ມລາວທີ່ມີຄວາມມຸ່ງໝັ້ນໃຫ້ພາກັນສະໝັກເຂົ້າຮຽນໃນສະຖາບັນການສຶກສາຕ່າງໆຂອງຈີນແລະສະໝັກທຶນການສຶກສາປະເພດຕ່າງໆຂອງຈີນໃຫ້ຫຼາຍຂຶ້ນ, ເມື່ອໄດ້ໄປສຶກສາຮ່ຳຮຽນຈົບຊັ້ນສູງຢູ່ຈີນແລ້ວ, ກໍກັບຄືນມາສ້າງສາພັດທະນາປະເທດຊາດແລະອຸທິດຕົນເຂົ້າໃນພາລະກິດມິດຕະພາບລາວ-ຈີນ. ສະຖານທູດຈີນຍິນດີທີ່ຈະສະໜອງການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ຫຼາຍຂຶ້ນແກ່ນັກຮຽນ-ນັກສຶກສາລາວທີ່ຈະເດີນທາງໄປສຶກສາຕໍ່ຢູ່ ສປ ຈີນ.
ທີສາມ, ປະຊາຊົນລາວຈະໄດ້ຊົມໃຊ້ການບໍລິການສາທາລະນະທີ່ມີຄຸນນະພາບສູງກວ່າເກົ່າ.ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ກຳນົດຢ່າງຈະແຈ້ງວ່າຈະລົງເລິກການຮ່ວມມືດ້ານເຕັກໂນໂລຊີດິຈິຕອນແລະປັນຍາປະດິດ (AI), ສະໜັບສະໜູນລາວໃນການສ້າງສູນຂໍ້ມູນແຫ່ງຊາດ (National Data Center), ລະບົບຄລາວ (Cloud Computing) ແລະເຄືອຂ່າຍການສື່ສານທີ່ທັນສະໄໝ, ພ້ອມທັງຊຸກຍູ້ການສ້າງລະບົບລັດຖະບານເອເລັກໂຕຣນິກ (E-Government). ໃນຂະນະດຽວກັນ, ຈະສືບຕໍ່ເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດບຸກຄະລາກອນການແພດ, ສຸຂະພາບແມ່ Assessment ແລະເດັກ, ການຄວບຄຸມແລະປ້ອງກັນພະຍາດຕິດຕໍ່, ຢາພື້ນເມືອງແລະຂົງເຂດອື່ນໆ, ພ້ອມທັງຮ່ວມກັນຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ “ນ້ອຍແຕ່ງາມ” ໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: "ໂຄງການແສງສະຫວ່າງ" ແລະ "ໂຄງການນໍ້າໃຈຄວາມຮັກ". ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນ, ໂດຍອີງໃສ່ຫ້ອງທົດລອງທີ່ກ່ຽວຂ້ອງກັບການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນຕາມແຜນຂອງໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນພື້ນຖານ, ເພື່ອລົງເລິກການຮ່ວມມືຄົ້ນຄວ້າຮ່ວມກັນໃນການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນສອງຝ່າຍຈີນ-ລາວ. ໂດຍຜ່ານການຮ່ວມມືຈີນ-ລາວເຫຼົ່ານີ້, ປະຊາຊົນລາວຈະສາມາດຊົມໃຊ້ການບໍລິການດ້ານການສື່ສານທີ່ວ່ອງໄວຂຶ້ນ, ການບໍລິການພາກລັດທີ່ສະດວກສະບາຍຂຶ້ນ, ການບໍລິການທາງດ້ານການແພດທີ່ມີຄຸນນະພາບດີຂຶ້ນ, ແລະການບໍລິການດ້ານປັນຍາປະດິດ (AI) ທີ່ກ້າວໜ້າຂຶ້ນ.
ການສ້າງຄູ່ຮ່ວມຊາຕາກຳລາວ - ຈີນ ໃນທີ່ສຸດແລ້ວຕ້ອງໄດ້ຮັບການຈັດຕັ້ງປະຕິບັດເພື່ອຄວາມສຸກຮັ່ງມີຂອງປະຊາຊົນ. ພວກຂ້າພະເຈົ້າຍິນດີທີ່ຈະຮ່ວມມືກັບຝ່າຍລາວ, ເພື່ອຫັນເອົາໝາກຜົນການຢ້ຽມຢາມສປຈີນຂອງສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນຄັ້ງນີ້, ໃຫ້ກາຍເປັນຜົນປະໂຫຍດຕົວຈິງທີ່ສ້າງຄວາມສຸກແລະເອື້ອອຳນວຍໃຫ້ແກ່ປະຊາຊົນຢ່າງກວ້າງໃຫຍ່ໄພສານ.
ສຸດທ້າຍນີ້, ຂ້າພະເຈົ້າຂໍຖືໂອກາດນີ້ຮ່ວມແບ່ງປັນພາບເຫດການອັນໜຶ່ງທີ່ສ້າງຄວາມຕື້ນຕັນໃຈໃຫ້ແກ່ຂ້າພະເຈົ້າເປັນຢ່າງຍິ່ງໃນລະຫວ່າງການຢ້ຽມຢາມຄັ້ງນີ້. ນັ້ນແມ່ນໃນຕອນແລງຂອງວັນທີ 4 ມິຖຸນາ, ຢູ່ທີ່ເຮືອນຮັບຮອງແຂກລັດຖະບານຕ້ຽວຢູຖ່າຍ (钓鱼台国宾馆), ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ໃຫ້ກຽດພົບປະຢ່າງສະໜິດສະໜົມກັບອະດີດເອກອັກຄະລັດຖະທູດຈີນປະຈຳລາວແລະຕົວແທນອະດີດນັກຮົບເກົ່າຈີນທີ່ເຄີຍຊ່ວຍລາວຕໍ່ຕ້ານຈັກກະພັດອາເມຣິກາ. ທຸກໆທ່ານຕ່າງກໍໄດ້ຮ່ວມກັນຫວນຄືນຄວາມຫຼັງດ້ວຍຄວາມຜູກພັນອັນເລິກ ເຊິ່ງກ່ຽວກັບເສັ້ນທາງປະຫວັດສາດອັນສະຫວ່າງສະໄຫວທີ່ຈີນແລະລາວໄດ້ຮ່ວມທຸກຮ່ວມສຸກ, ຮ່ວມຊາຕາກຳ ແລະ ຜ່ານຜ່າອຸປະສັກນາໆປະການຮ່ວມກັນໃນຊຸມປີແຫ່ງສົງຄາມປະຕິວັດ, ກໍຄືການລົງເລິກການຮ່ວມມືແລະຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນໃນໄລຍະແຫ່ງການສ້າງສາສັງຄົມນິຍົມຕະຫຼອດ 65 ປີທີ່ຜ່ານມາ. ໃນເວລານັ້ນ, ອະ ດີດນັກຮົບຍິງຂອງຄະນະສິລະປະກອນຈີນທີ່ເຄີຍມາຊ່ວຍເຫຼືອລາວໄດ້ຮ້ອງເພງປະຕິວັດລາວ "ຕ້ານຈັກກະພັດຜູ້ຮຸກຮານ" ທີ່ລາວໄດ້ຮຽນຮູ້ເມື່ອ 60 ກວ່າປີກ່ອນເປັນພາສາລາວ, ທຸກໆທ່ານທີ່ຢູ່ໃນຫ້ອງຕ່າງກໍໄດ້ຕົບມືໃຫ້ຈັງຫວະຮ່ວມກັນ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດແລະພັນລະຍາຂອງເພິ່ນກໍໄດ້ຮ່ວມຮ້ອງເພງນັ້ນໄປພ້ອມໆກັນ. ພາບເຫດການໃນຄັ້ງນີ້, ຖືເປັນການຢັ້ງຢືນອັນເລິກເຊິ່ງເຖິງຄວາມຜູກພັນອັນແທ້ຈິງຂອງສອງປະເທດທີ່ມີສາຍນ້ຳແລະພູເຂົາຕິດຈອດກັນ, ທັງເປັນສຽງສະທ້ອນອັນອົບອຸ່ນຂອງການມີຊາຕາກຳຮ່ວມກັນ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ບົນພື້ນຖານແຫ່ງມິດຕະພາບອັນເປັນມູນເຊື້ອທີ່ເລິກເຊິ່ງ, ຂ້າມຜ່ານສາຍນ້ຳແລະພູເຂົາແລະນັບມື້ນັບໝັ້ນຄົງຍາວນານນີ້, ໄປຄຽງຄູ່ກັບການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຄວາມຮັບຮູ້ຮ່ວມກັນທາງດ້ານຍຸດທະສາດໃໝ່ທີ່ຜູ້ນຳສູງສຸດຂອງສອງພັກສອງລັດບັນລຸໄດ້ໃນໄລຍະຕໍ່ໜ້ານັ້ນ, ອະນາຄົດຂອງການພົວພັນຈີນ-ລາວຈະຕ້ອງມີຄວາມສະຫວ່າງສະໄຫວແລະຮຸ່ງເຮືອງສີວິໄລຢ່າງແນ່ນອນ, ແລະປະຊາຊົນຂອງທັງສອງປະເທດຈະໄດ້ຮັບຄວາມສຸກຮັ່ງມີແລະຜົນປະໂຫຍດອັນຫຼວງຫຼາຍຈາກສິ່ງນີ້ຢ່າງແທ້ຈິງ.
ຄໍາເຫັນ