ທູດລາວເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນ ເຈົ້າຍິງໂຍ່ຍຮວາ ຣາຊະທິດາລາວ ທີ່ແຂວງນິງບິ່ງ

ທູດລາວເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນ ເຈົ້າຍິງໂຍ່ຍຮວາ ຣາຊະທິດາລາວ ທີ່ແຂວງນິງບິ່ງ

ທູດລາວເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນ  ເຈົ້າຍິງໂຍ່ຍຮວາ ຣາຊະທິດາລາວ ທີ່ແຂວງນິງບິ່ງ
ໃນວັນທີ 19 ເມສາ ຜ່ານມາ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນຂອງເຈົ້າຍິງ ໂຍ່ຍຮວາ ຣາຊະທິດາລາວ ທີ່ອຳນາດການປົກຄອງແຂວງນິງບິ່ງ ພ້ອມຊາວຕາແສງ ໄຕຮວາລື ຈັດຂຶ້ນຢູ່ຫໍໄຫວ້ເຈົ້າຍິງໂຍ່ຍຮວາ ບ້ານຖາຍເຊີນ ຕາແສງໄຕຮວາລື ແຂວງນິງບິ່ງ ໂດຍມີການນຳແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນໃນທ້ອງຖິ່ນເຂົ້າຮ່ວມ.
ທດລາວເຂາຮວມພທລະນກວນສນພະຊນ ເຈາຍງໂຍຍຮວາ ຣາຊະທດາລາວ ທແຂວງນງບງ - image 1
 

 

ຕາມການບອກເລົ່າຂອງຊາວບ້ານ ທີ່ສືບທອດກັນມາຈາກຮຸ່ນຕໍ່ຮຸ່ນຈົນເຖິງປັດຈຸບັນວ່າ: ເຈົ້າຍິງ ໂຍ່ຍຮວາ ເປັນຣາຊະທິດາຂອງລາວ ຊຶ່ງຫຼາຍຮ້ອຍປີຜ່ານມາ ໄດ້ຮັບການແຕ່ງຕັ້ງພ້ອມດ້ວຍຊ້າງຈຳ ນວນຫຼາຍຮ້ອຍໂຕ ໄປປະເທດມະຫາຫວຽດ (Đại Việt) ເພື່ອຝຶກແອບຊ້າງໃຫ້ແກ່ເຈົ້າຊີວິດ ເລ ແທງ ຕົງ ເພື່ອຕ້ານສັດຕູຮຸກຮານຈາກພາຍນອກ. ຫຼັງຈາກຝຶກແອບ ແລະ ມອບຊ້າງໃຫ້ ມະຫາຫວຽດ ແລ້ວ, ພະອົງໄດ້ເດີນທາງກັບຄືນປະເທດ ແຕ່ໂຊກບໍ່ດີໃນເວລາເດີນທາງກັບປະເທດ ພະອົງໄດ້ເຈັບປ່ວຍໜັກ ແລະ ໄດ້ສິ້ນພະຊົນຢູ່ເຂດດິນແດນພູເດັ່ນ ບ້ານຖາຍເຊີນໃນປັດຈຸບັນ, ພາຍຫຼັງພະອົງໄດ້ສິ້ນພະຊົນ, ເຈົ້າຊີວິດ ເລ ແຖງ ຕົງ ໄດ້ສັ່ງໃຫ້ເຈົ້າຖິ່ນ ແລະ ບ່າວໄພ່ ສົ່ງສະການ ແລະ ສ້າງຫໍບູຊາພະອົງຂຶ້ນຢູ່ທີ່ນັ້ນ ແລະ ສົ່ງຂ່າວໃຫ້ເຈົ້າຊີວິດລາວໄດ້ຊົງຊາບ, ເຈົ້າຊີວິດລາວ ກໍໄດ້ສັ່ງໃຫ້ແກະສະຫຼັກຮູບພະອົງໃສ່ໄມ້ແຜ່ນໜຶ່ງ ແລະ ສົ່ງໄປບ່ອນທີ່ພະອົງສິ້ນພະຊົນ ເພື່ອຈັດພິທີໄວ້ອາໄລ ແລະ ເປັນທີ່ລະນຶກແຫ່ງຄວາມຊົງຈຳເຖິງດວງວິນຍານພະອົງ ຊຶ່ງກາຍເປັນສັນຍາລັກຂອງຄວາມສາມັກຄີລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ມີມາແຕ່ດຶກດຳບັນ. ໃນແຕ່ລະປີ, ພໍຮອດມື້ 3 ຄ່ຳເດືອນ 3 ປະຊາຊົນຫວຽດນາມ ທັງຢູ່ທ້ອງຖິ່ນນີ້ ແລະ ເຂດໃກ້ຄຽງ ໄດ້ຈັດໃຫ້ມີພິທີລະນຶກວັນສິ້ນພະຊົນ ຊຶ່ງໄດ້ກາຍເປັນບຸນປະເພນີສືບທອດກັນມາຈົນເຖິງປັດຈຸບັນ.

ຜ່ານມາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຂອງລາວ ກໍໄດ້ຈັດສົ່ງຄະນະນັກຊ່ຽວຊານ, ນັກຄົ້ນຄວ້າປະຫວັດສາດຂອງລາວ ໄປຄົ້ນຄວ້າສຳຫຼວດສະຖານທີ່ແຫ່ງນີ້ ແລະ ມີການຈັດກອງປະຊຸມເພື່ອລະດົມຄວາມຄິດຄວາມເຫັນທາງປະຫວັດສາດ ຊຶ່ງບັນດານັກຄົ້ນຄວ້າໄດ້ມີຫຼາຍຂໍ້ມູນທາງປະຫວັດ ສາດຢືນຢັນວ່າ: ເຈົ້າຍິງ ໂຍ່ຍຮວາ ແມ່ນບຸກຄົນທາງປະຫວັດສາດ ທີ່ມີຕົວຕົນແທ້ຈິງ. ແຕ່ອີງໃສ່ວັນເວລາຜ່ານໄປຫຼາຍຮ້ອຍປີ ແລະ ຮ່ອງຮອຍເອກະສານສຳຄັນຂອງຊາດລາວ ກໍຖືກທຳລາຍຈາກສັກດີນາ ແລະ ຈັກກະພັດພາຍນອກຫຼາຍຄັ້ງ ຈຶ່ງເຮັດໃຫ້ການຄົ້ນຄວ້າຈະຕ້ອງໄດ້ສືບຕໍ່ ເພື່ອສາມາດຢັ້ງຢືນວ່າ ເຈົ້າຍິງ ໂຍ່ຍຮວາ ແມ່ນລູກສາວຂອງພະອົງໃດ ທີ່ສອດຄ່ອງກັບຍຸກສະໄໝເຈົ້າຊີວິດ ເລ ແທງ ຕົງ ຂອງຫວຽດນາມ.

ທດລາວເຂາຮວມພທລະນກວນສນພະຊນ ເຈາຍງໂຍຍຮວາ ຣາຊະທດາລາວ ທແຂວງນງບງ - image 2
 

ຫໍໄຫວ້ເຈົ້າຍິງ ໂຍ່ຍຮວາ ຣາຊະທິດາລາວ ໄດ້ເປັນມໍລະດົກທາງວັດທະນະທຳ, ປະຫວັດສາດຂອງແຂວງນິງບິ່ງ ແລະ ປັດຈຸບັນ, ແຂວງນິງບິ່ງ ກຳລັງສະເໜີສະຖານທີ່ສັກສິດແຫ່ງນີ້ ໃຫ້ເປັນມໍລະດົກລະດັບຊາດຂອງ ສສ ຫວຽດນາມ; ໃນໂອກາດມີຄຳເຫັນຕໍ່ພິທີ, ທ່ານ ຄຳເພົາ ເອີນທະວັນ ໄດ້ກ່າວວ່າ: ຝ່າຍລາວເຫັນດີສະໜັບສະໜູນຕໍ່ການສະເໜີຂອງແຂວງນິງບິ່ງ ທີ່ສະເໜີໃຫ້ ຫໍໄຫວ້ ເຈົ້າຍິງ ໂຍ່ຍຮວາ ຣາຊະທິດາລາວ ເປັນມໍລະດົກລະດັບຊາດ ແລະ ເປັນສວນສາທາລະນະວັດທະນະທຳ-ທ່ອງທ່ຽວ ຫວຽດນາມ-ລາວ ຊຶ່ງຈະເປັນສະຖານທີ່ແຫ່ງສັນຍາລັກມູນເຊື້ອການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທີ່ຈະດຶງດູດນັກທ່ອງທ່ຽວພາຍໃນ, ພາຍນອກ ມາແຂວງນິງບິ່ງ ໃຫ້ຫຼາຍຂຶ້ນ ແລະ ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ