ທູດອົດສະຕາລີ ຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ

ທູດອົດສະຕາລີ ຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ

ທູດອົດສະຕາລີ ຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ
ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ ຢູ່ບ້ານຊ່າງໄຫ ເມືອງປາກອູ ແຂວງຫຼວງພະບາງເມື່ອ​ບໍ່​ດົນ​ມາ​ນີ້, ໂດຍໄດ້ພົບປະກັບບັນດາແມ່ຍິງຜູ້ປະກອບການ ແລະ ບຸກຄົນມີຄວາມພິການ ທີ່ໄດ້ຂະຫຍາຍທຸລະກິດຂອງຕົນ ຜ່ານການສະໜັບສະໜູນ ຈາກອົງການການຄ້າລະດັບພາກພື້ນ ເພື່ອການພັດທະນາ (RT4D), ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າ ສະຖາບັນອຸດສາຫະກຳການຄ້າ ແລະພະລັງງານ (IICE) ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈກ​ພາກ​ລັດ ແລະຜູ້ປະກອບການ ໂອດັອບ ທີ່ເຂົ້າຮ່ວມໂຄງການ.
ທດອດສະຕາລ ຢຽມຢາມກມຫດຖະກຳ ຂອງບກຄນທມຄວາມພການ - image 1
 

ທ່ານ ນາງ ສຸກິດຕາ ສີສຸລາດ ຜູ້ກໍ່ຕັ້ງກຸ່ມຫັດຖະກໍາຂອງບຸກຄົນທີ່ມີຄວາມພິການ ແຂວງຫຼວງພະບາງ ໄດ້ນໍາສະເໜີຄວາມສໍາເລັດຂອງກຸ່ມ ໂດຍໄດ້ຜະລິດເຄື່ອງຫັດຖະກຳ ພ້ອມທັງສ້າງໂອກາດການຈ້າງງານແບບຍືນຍົງໃຫ້ແກ່ແມ່ຍິງ ບຸກຄົນທີ່ມີຄວາມພິການ, ປັດຈຸບັນ ໃນກຸ່ມມີສະມາຊິກ 15 ຄົນ ໃນນັ້ນ, ມີບຸກຄົນທີ່ມີຄວາມພິການ 5 ຄົນ ແລະ ແມ່ຍິງ 10 ຄົນ, ຜະລິດເຄື່ອງຫັດຖະກຳ ແລະ ສິນຄ້າທີ່ເປັນເອກະລັກຂອງຊາວຫຼວງພະບາງ ຈໍາໜ່າຍຜະລິດຕະພັນທັງພາຍໃນ ແລະ ຕ່າງປະເທດ,ໂດຍສະເພາະສົ່ງໄປຍີ່ປຸ່ນ, ສະຫະລັດອາເມຣິກາ, ຈີນ, ຫວຽດນາມ ແລະ ໄທ.

ຜົນສໍາເລັດຂອງກຸ່ມຜະລິດດັ່ງກ່າວນີ້ ເກີດຈາກການສະໜັບສະໜູນ ຂອງອົດສະຕຣາລີ ຜ່ານອົງການ RT4D, ລວມມີການຝຶກອົບຮົມ ດ້ານການຕະຫຼາດດີຈິຕອນ ແລະ ການຄ້າອອນລາຍ, ການພັດທະນາເຄື່ອງໝາຍການຄ້າ ແລະ ຫຼ້າສຸດ ແມ່ນການເຂົ້າຮ່ວມ ໂຄງການພັດທະນາ ໂອດັອບ ທີ່ໄດ້ຊ່ວຍຍົກລະດັບຄຸນນະພາບຜະລິດຕະພັນ, ເສີມສ້າງເອກະລັກຂອງສິນຄ້າ ແລະ ການບໍລິຫານທຸລະກິດ ພ້ອມທັງຂະຫຍາຍໂອກາດໃນການເຂົ້າເຖິງຕະຫຼາດລະດັບພາກພື້ນ ແລະສາກົນ.

ໂອກາດນີ້, ທ່ານ ນາງ ເມແກນ ຈອນສ ໄດ້ກ່າວວ່າ: ຂໍ້ລິເລີ່ມນີ້ ເປັນຕົວຢ່າງທີ່ດີ ສະທ້ອນໃຫ້ເຫັນວ່າ ວິສາຫະກິດທີ່ມີຮາກຖານຈາກຊຸມຊົນ ສາມາດກາຍເປັນພະລັງສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດຂອງທ້ອງຖິ່ນ ໄປຄຽງຄູ່ກັບການສົ່ງເສີມ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ ແລະ ການເສີມສ້າງພະລັງໃຫ້ປະຊາຊົນ.

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ