ຜົນການສຶກສາຂອງທີມນັກຄົ້ນຄວ້າກຸ່ມນີ້ ຊຶ່ງຕີພິມໃນວາລະສານ Tobacco Control ລະບຸວ່າ:ຄວາມສອດຄ່ອງທີ່ໜ້າຕົກໃຈ: ໄວໜຸ່ມທີ່ໃຊ້ຢາສູບໄຟຟ້າບໍ່ພຽງສ່ຽງຈະເລີ່ມຕົ້ນສູບຢາແບບດັ່ງເດີມເພີ່ມຂຶ້ນ, ແຕ່ຍັງມີທ່າອ່ຽງທີ່ຈະສູບຢາຖີ່ຂຶ້ນ ແລະ ສູບໜັກຂຶ້ນໃນພາຍຫຼັງດ້ວຍ.
ຂະນະດຽວກັນ, ໄວໜຸ່ມທີ່ສູບຢາສູບໄຟຟ້າມີທ່າອ່ຽງເປັນພະຍາດກ່ຽວກັບທາງເດີນຫາຍໃຈເພີ່ມຂຶ້ນເຊັ່ນ: ພະຍາດຫືດ ແລະ ອາການຮຸ່ນແຮງຂອງພະຍາດຫືດ ລວມເຖິງມີການເຊື່ອມໂຍງກັບພຶດຕິກຳການໃຊ້ສານເສບຕິດອື່ນໆ ເຊັ່ນ: ເຫຼົ້າ ແລະ ກັນຊາ.
ນອກຈາກຄວາມສ່ຽງກ່ຽວກັບພະຍາດທາງເດີນຫາຍໃຈແລ້ວ, ໄວໜຸ່ມທີ່ສູບຢາສູບໄຟຟ້າຍັງມີຄວາມສ່ຽງຕໍ່ບັນຫາສຸຂະພາບອື່ນໆເຊັ່ນ: ປອດອັກເສບ, ຫຼອດລົມອັກເສບ, ເຊື້ອອະສຸຈິຕໍ່າ, ວິນຫົວ, ເຈັບຫົວ, ໄມເກຣນ, ຊຶມເສົ້າ ແລະ ຄວາມຄິດຢາກຂ້າຕົວຕາຍ.
ທັງນີ້, ຜົນການສຶກສາແມ່ນອີງໃສ່ການທົບທວນການຄົ້ນຄວ້າຢ່າງກວມລວມຮອບດ້ານ ຊຶ່ງວິເຄາະບົດທົບທວນການຄົ້ນຄວ້າຢ່າງເປັນລະບົບ 56 ສະບັບ ທີ່ກ່ຽວຂ້ອງກັບການຄົ້ນຄວ້າທົ່ວໂລກ 384 ລາຍ ການ, ໂດຍບົດທົບທວນ 21 ສະບັບກວດສອບຄວາມສໍາພັນລະຫວ່າງການໃຊ້ຢາສູບໄຟຟ້າໃນໄວໜຸ່ມແລະ ພຶດຕິກໍາການສູບຢາຕໍ່ມາ.
ຫວ່າງມໍ່ໆມານີ້, ອັງກິດ ປະກາດຫ້າມຈຳໜ່າຍ ແລະ ການສະໜອງຢາສູບໄຟຟ້າທີ່ໃຊ້ແລ້ວຖິ້ມ, ລວມທັງປະເພດທີ່ບໍ່ມີນິໂຄຕີນ, ເພື່ອຫຼຸດຄວາມນິຍົມສູບຢາໄຟຟ້າທີ່ເພີ່ມຂຶ້ນໃນກຸ່ມເດັກນ້ອຍອາຍຸ 11-15 ປີ. ໂດຍຂໍ້ມູນຢ່າງເປັນທາງການໃນປີ 2024 ສະແດງໃຫ້ເຫັນວ່າເດັກນ້ອຍເກືອບ 1 ໃນ 4 ຄົນໃນກຸ່ມອາຍຸນີ້ ໄດ້ລອງສູບຢາສູບໄຟຟ້າ ແລະ ເກືອບ 1 ໃນ 10 ຄົນແມ່ນສູບຢາສູບໄຟຟ້າເປັນປະຈຳ.
ຄໍາເຫັນ