ວັກຊິນສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້

ວັກຊິນສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້
ກະຊວງສາທາລະນະສຸກ ໄດ້ເລີ່ມຂະບວນການຮັບວັກຊິນກັນພະຍາດໝາກແດງໃຫຍ່ ແລະໝາກແດງນ້ອຍ ໃນທົ່ວປະເທດ ເພື່ອໃຫ້ການປ້ອງກັນແກ່ກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີຊຶ່ງຂະບວນການດັ່ງກ່າວແມ່ນໄດ້ຖືກຈັດຕັ້ງປະຕິບັດຂຶ້ນໃນໄລຍະຂອງສັບປະດາສັກຢາກັນພະຍາດສາກົນ (World Immunization Week) 2024 ແລະ ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງວັກຊິນ ໃນການຮັກສາຊີວິດຂອງເດັກນ້ອຍອີກເຊັ່ນດຽວກັນ.ຂະບວນການໃຫ້ວັກຊິນດັ່ງກ່າວຈະຖືກຈັດຕັ້ງປະຕິບັດໃນ ສປປ ລາວ ແຕ່ ວັນທີ 20-31 ພຶດສະພາ 2024 ຊຶ່ງມີຈຸດປະສົງໃນການຊ່ວຍສະກັດກັ້ນການແຜ່ລະບາດຂອງ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນ ສປປ ລາວ. ຂະບວນການໃຫ້ວັກຊິນນີ້ແມ່ນມີຄວາມສຳຄັນເປັນພິເສດ ເພາະໃນປັດຈຸບັນໄດ້ມີການເພີ່ມຂຶ້ນຂອງກໍລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນທົ່ວໂລກ ເນື່ອງຈາກມີອັດຕາການສັກຢາກັນພະຍາດຕໍ່າລົງໃນກຸ່ມເດັກນ້ອຍ.
ທ່ານ ນາງ ຈັນໃສ ປັດທໍາມະວົງຮອງຂະແໜງກັນພະຍາດດ້ວຍວັກຊິນແຫ່ງຊາດສູນສຸຂະພາບແມ່ແລະເດັກ ກົມອະນາໄມແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໄດ້ໃຫ້ຮູ້ສະພາບລວມກ່ຽວກັບການເຝົ້າລະວັງພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ຄວາມສໍາຄັນຂອງຂະບວນການສັກວັກຊິນ(ວສຊ) ວ່າ: ພະຍາດໝາກແດງໃຫຍ່ ແລະ  ໝາກແດງນ້ອຍ ເປັນພະຍາດທີ່ເກີດຈາກເຊື້ອໄວຣັດຊະນິດໜຶ່ງ ຊຶ່ງອັດຕາການແຜ່ເຊື້ອແມ່ນໄວຖ້າຫາກວ່າພະຍາດດັ່ງກ່າວຫາກເຂົ້າໄປໃນກຸ່ມຊຸມຊົນໃດໜຶ່ງຫຼືບຸກຄົນ ແມ່ນຈະເຮັດໃຫ້ຜູ້ທີ່ຮັບການຕິດເຊື້ອມີຄວາມສ່ຽງອັນຕະລາຍຈາກການເສຍຊີວິດ ຖ້າບໍ່ໄດ້ຮັບການປິ່ນປົວໃຫ້ທັນເວລາ, ເຮັດໃຫ້ເກີດມີອາການສົນຕາມມາ ຖ້າບໍ່ມີການໂຕ້ຕອບຢ່າງທັນການ ສະນັ້ນ, ການສັກວັກຊິນກັນໝາກແດງແມ່ນມີຄວາມປອດໄພ ວັກຊິນກໍມີປະສິດທິພາບສູງ ຊຶ່ງວ່າວັກຊິນທີ່ນໍາໃຊ້ໃນ ສປປ ລາວ ໄດ້ຜ່ານການກັ່ນຕອງໄດ້ຮັບອະນຸຍາດຈາກອົງການອະນາໄມໂລກ. ພະຍາດໝາກແດງໃຫຍ່ແມ່ນເປັນພະຍາດຕິດເຊື້ອທີ່ເກີດຈາກໄວຣັດທີ່ມີອັດຕາການແຜ່ເຊື້ອສູງແລະເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກເຊັ່ນ: ຄວາມຈຳເສື່ອມ, ຕາບອດ, ແລະ ພະຍາດອື່ນໆທີ່ກ່ຽວກັບການເບິ່ງເຫັນ, ເຊື້ອໄວຣັດຂອງພະຍາດໝາກແດງໃຫຍ່ແຜ່ກະຈາຍຜ່ານລະອອງຝອຍໃນອາກາດ ຫຼື ຈາກການສໍາຜັດໂດຍກົງກັບບັນດາສານຄັດຫຼັ່ງຈາກດັງແລະຮູຄໍຂອງຜູ້ຕິດເຊື້ອ ເຖິງວ່າຈະມີຢາວັກຊິນທີ່ປອດໄພ, ມີປະສິດທິພາບແລະລາຄາບໍ່ແພງກໍຕາມ, ພະຍາດໝາກແດງໃຫຍ່ຍັງຄົງເປັນສາເຫດສຳຄັນຂອງການເສຍຊີວິດທີ່ສາມາດປ້ອງກັນໄດ້ໃນທົ່ວໂລກໃນບັນດາເດັກນ້ອຍ ຊຶ່ງອາການເບື້ອງຕົ້ນ (prodrome) ຂອງພະຍາດໝາກແດງໃຫຍ່ ໂດຍທົ່ວໄປແລ້ວປະກອບມີ ໄຂ້, ອິດເມື່ອຍ, ໄອ, ເຍື່ອຕາອັກເສບ (ຕາແດງ)ແລະດັງອັກເສບ/ເປັນຫັວດ (ຂີ້ມູກຍ້ອຍ) ລັກສະນະຜື່ນແດງ (maculopapular) ຈະປະກົດຂຶ້ນພາຍໃນ 2 ຫາ 4 ມື້ຫຼັງຈາກເລີ່ມມີອາການຂອງພະຍາດ. ອາການແຊກຊ້ອນຂອງພະຍາດຫມາກແດງໃຫຍ່ປະກອບມີຖອກທ້ອງ, ຫູກາງອັກເສບ (otitis media), ກ່ອງສຽງອັກເສບ (croup), ປອດອັກເສບແລະເຍື່ອຫຸ້ມສະໝອງອັກເສບ (encephalitis)ອາການ ປອດອັກເສບ, ຖອກທ້ອງ, ແລະກ່ອງສຽງອັກເສບ ເປັນສາເຫດສ່ວນໃຫຍ່ໃນການເສຍຊີວິດ. ໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດຂອງເດັກນ້ອຍອາດສູງເຖິງ 5-10%. ສໍາລັບພະຍາດໝາກແດງນ້ອຍ ແມ່ນພະຍາດຕິດຕໍ່ໄວຣັດຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ປົກກະຕິແລ້ວຈະມີຄວາມຮຸນແຮງລະດັບປານກາງພະຍາດນີ້ຕິດຕໍ່ຜ່ານທາງເດີນຫາຍໃຈໄປຫາຄົນທີ່ອ່ອນແອ ທີ່ສໍາຜັດໂດຍກົງກັບຜູ້ຕິດເຊື້ອທີ່ຈາມຫຼືໄອ, ພະຍາດໝາກແດງນ້ອຍມີອາການຄ້າຍຄືກັນກັບພະຍາດໝາກແດງໃຫຍ່ເຊັ່ນ: ໄຂ້, ອິດເມື່ອຍ, ເຍື່ອເມືອກຕາອັກເສບເລັກນ້ອຍໃນໄວລຸ້ນແລະຜູ້ໃຫຍ່, ມັນສາມາດເຮັດໃຫ້ເກີດພະຍາດຂໍ້ອັກເສບແລະເຍື່ອຫຸ້ມສະໝອງອັກເສບ ຊຶ່ງໄລຍະການບົ່ມເຊື້ອແມ່ນແຕ່ 12 ຫາ 23 ວັນ, ໂດຍສະເລ່ຍແມ່ນຢູ່ທີ່ 18 ວັນ;ໃນແມ່ຍິງຖືພາ, ເຊື້ອໄວຣັດສາມາດແຜ່ເຊື້ອ ແລະຕິດຕໍ່ໄປຍັງລູກໃນທ້ອງໃນມົດລູກຜ່ານທາງສາຍແຮ່ໄດ້; ເດັກທີ່ເປັນພະຍາດໝາກແດງນ້ອຍມາແຕ່ກຳເນີດອາດຈະຂັບຖ່າຍເຊື້ອໄວຣັດດັ່ງກ່າວອອກຜ່ານທາງສານຄັດຫຼັ່ງ ແລະປັດສະວະ ເປັນເວລາ 1 ປີ ຫຼື ອາດຈະດົນກ່ອນນັ້ນ, ການຕິດເຊື້ອໝາກແດງນ້ອຍຂອງແມ່ໃນເວລາຖືພາໃນໄລຍະທໍາອິດ ສາມາດສົ່ງຜົນກະທົບຕໍ່ລູກໃນທ້ອງຢ່າງຮຸນແຮງແລະສາມາດເຮັດໃຫ້ເກີດການຫຼຸລູກໄດ້, ການເສຍຊີວິດຂອງລູກໃນໄລຍະຖືພາ ຫຼື ມີພາວະພິການລວມກັນຊຶ່ງເອີ້ນວ່າພະຍາດໝາກແດງນ້ອຍແຕ່ກໍາເນີດ (CRS); ພະຍາດໝາກແດງນ້ອຍເປັນສາເຫດຫຼັກທີ່ກໍ່ໃຫ້ເກີດຕໍ້ແກ້ວຕາໃນເດັກ ແລະ ເຮັດໃຫ້ເດັກຕາບອດ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ