ວາງສະແດງຮູບພາບ ແລະ ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ວາງສະແດງຮູບພາບ ແລະ ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ວາງສະແດງຮູບພາບ ແລະ ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ
ຄະນະໂຄສະນາອົບຮົມສູກາງພັກ (ຄອສພ) ແລະ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະ ຈຳ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ຫ້ອງວ່າການສູກາງພັກ (ຫສພ) ໄດ້ຈັດງານວາງສະແດງຮູບພາບ ແລະ ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ຂຶ້ນ ໃນວັນທີ 24 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈິນ ປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ພະນັກງານຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ວາງສະແດງຮບພາບ ແລະ ປາຖະກະຖາ ວນສາງຕງສາຍພວພນການທດ ລາວ-ຈນ - image 1
 

ໃນພິທີ, ສະຫາຍ ຄຳພັນ ເຜີຍຍະວົງ ແລະ ສະຫາຍ ນາງ ຟາງ ຫົງ ໄດ້ໃຫ້ກຽດຕັດແຖບຜ້າ ເປີດງານວາງສະແດງຮູບພາບຢ່າງເປັນທາງການ, ຮູບພາບທີ່ນຳມາວາງສະແດງຄັ້ງນີ້: ໄດ້ແບ່ງອອກເປັນ 3 ພາກ, ປະກອບມີ 75 ຮູບພາບ ຊຶ່ງແຕ່ລະຮູບພາບ ແມ່ນເພື່ອຫວນຄືນມູນເຊື້ອຄວາມສາມັກຄີທີ່ເຕັມໄປດ້ວຍຄວາມຜູກພັນ, ໄມຕີຈິດມິດຕະພາບ ແລະ ມີຊີວິດຊີວາ ຕະຫຼອດໄລຍະ 65 ປີ ຜ່ານມາ ແລະ ພ້ອມຈັບມືກັນກ້າວເດີນໄປສູ່ອະນາຄົດທີ່ສົດໃສ, ຈາກນັ້ນ, ບັນດາຜູ້ແທນໄດ້ເຂົ້າຮ່ວມຮັບຟັງການປາຖະ ກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ.

ໃນການປາຖະກະຖາຄັ້ງນີ້ ສະຫາຍ ນາງ ຟາງ ຫົງ ໄດ້ທົບທວນຄືນເສັ້ນທາງ 65 ປີຜ່ານມາສາຍພົວພັນຈີນ-ລາວ, ໄດ້ຜ່ານຜ່າການຜັນແປຂອງສະພາບການສາກົນ, ແຕ່ອຸດົມການເບື້ອງຕົ້ນຍັງບໍ່ປ່ຽນ ແປງ, ໄດ້ຜ່ານຜ່າການທົດສອບຈາກຄວາມສ່ຽງຕ່າງໆແຕ່ຍັງຄົງໜັກແໜ້ນດັ່ງຫີນຜາ, ສາມາດສ້າງເສັ້ນ ທາງແຫ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງຈິງໃຈ ແລະ ການຢູ່ຮ່ວມກັນຢ່າງສັນຕິຂອງປະເທດບ້ານໃກ້ເຮືອນຄຽງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເສັ້ນທາງແຫ່ງການຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ກ້າວໄປຂ້າງໜ້າຮ່ວມກັນຂອງປະເທດສັງຄົມນິຍົມ ແລະ ເປັນເສັ້ນທາງຕົວແບບແຫ່ງການຮ່ວມມືຊ່ວຍເຫຼືອແລະ ຮ່ວມກັນພັດທະນາຂອງປະເທດພວມພັດທະນາ, ສາເຫດຕົ້ນຕໍທີ່ເຮັດໃຫ້ສາຍພົວພັນຈີນ-ລາວສາມາດກ້າວຂຶ້ນສູ່ລະດັບໃໝ່ ແລະ ບັນລຸການບຸກທະລຸໃໝ່ໃນທ່າມກາງການຜັນແປຂອງສະພາບການໃນ 65 ປີຜ່ານມາ ກໍຄືການນໍາແຕ່ລະຮຸ່ນຂອງສອງພັກ, ສອງລັດຍາມໃດກໍມີວິໄສທັດກວ້າງໄກ, ຊີ້ນໍາ ແລະ ນໍາພາທາງຍຸດທະສາດດ້ວຍຕົນເອງ. ໂດຍສະເພາະໃນຊຸມປີມໍ່ໆມານີ້, ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ບັນລຸຄວາມເຫັນດີເປັນເອກະພາບທາງຍຸດທະສາດກັບການນໍາສູງສຸດຂອງລາວໃນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະ ໃນປີ 2019 ແລະ 2023 ກໍໄດ້ຮ່ວມກັບສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ລົງນາມໃນແຜນປະຕິບັດງານສ້າງຄູ່ຮ່ວມຊາຕາກຳຈີນ-ລາວດ້ວຍຕົນເອງທັງສອງສະບັບ ຊຶ່ງໄດ້ກາຍເປັນທິດທາງລວມ ແລະ ແຜນຜັງໃໝ່ໃຫ້ແກ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ກ້າວເຂົ້າສູ່ຍຸກສະໄໝໃໝ່ດ້ວຍຄວາມໄວສູງ. ໃນວັນທີ 21 ເມສາ ທີ່ຜ່ານມານີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດຈີນ ໄດ້ພົບປະກັບສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ ທີ່ເດີນທາງໄປຢ້ຽມຢາມຈີນໃນນາມທູດພິເສດຂອງສະຫາຍເລຂາທິການໃຫຍ່ ປະທານປະເທດທອງລຸນ ສີສຸລິດ ຢູ່ທີ່ປັກກິ່ງ. ໃນການພົບປະນັ້ນ, ທ່ານ ສີ ຈິ້ນຜິງ ໄດ້ຢືນຢັນຄືນວ່າ: ໃນຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ, ສອງຝ່າຍຈີນ-ລາວ ຕ້ອງສືບຕໍ່ຢຶດໝັ້ນທິດທາງ "16 ໂຕອັກສອນ" ແລະ ຈິດໃຈ "4 ດີ", ໂດຍຢືນຢູ່ບົນລະດັບຍຸດທະສາດທີ່ຕິດພັນກັບຊາຕາກຳຂອງສັງຄົມນິຍົມ, ເພີ່ມທະວີການປະສານງານຢ່າງໃກ້ຊິດ, ລົງເລິກການເຊື່ອມຈອດທາງຍຸດທະສາດ, ຂະຫຍາຍການຮ່ວມມືຕົວຈິງ, ຮ່ວມກັນຮັບມືກັບສິ່ງທ້າທາຍ, ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີສະບັບໃໝ່ໃນການສ້າງຄູ່ຮ່ວມຊາຕາ ກຳຈີນ-ລາວ ໃຫ້ປະກົດຜົນເປັນຈິງ, ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ກ້າວໄປສູ່ເປົ້າໝາຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງຢ່າງໝັ້ນຄົງ.

ວາງສະແດງຮບພາບ ແລະ ປາຖະກະຖາ ວນສາງຕງສາຍພວພນການທດ ລາວ-ຈນ - image 2
 

ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຄຳເຫັນວ່າ: ສອງປະເທດ ລາວ-ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ, ສາຍນ້ຳຕິດຈອດກັນ, ມີລະບອບການເມືອງ ແລະ ທິດທາງການພັດທະນາປະເທດຊາດ ທີ່ຄ້າຍຄືກັນ, ປະຊາຊົນສອງຊາດ ມີມູນເຊື້ອການພົວພັນໄປມາຫາສູ່ກັນມາແຕ່ບູຮານນະການ. ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ມີການພົວພັນນຳກັນ ແຕ່ປີ 1959, ຫຼັງຈາກນັ້ນ 2 ປີ ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961. ປະທານ ເໝົາ ເຈີຕົງ, ປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນໍາຮຸ່ນຕ່າງໆ ລ້ວນແຕ່ໄດ້ນໍາພາເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ, ໃນປີເລີ່ມຕົ້ນຂອງສັດຕະວັດທີ 21 (ປີ 2000), ສອງປະເທດໄດ້ລົງນາມ ໃນການຖະແຫຼງການຮ່ວມ ກ່ຽວກັບການເພີ່ມທະວີພາຄີ ລະຫວ່າງ ສອງປະເທດ ໂດຍໄດ້ກຳນົດໃຫ້ການພົວພັນສອງປະເທດ ທີ່ຂຽນເປັນໂຕໜັງສືຈີນ 16 ໂຕ ກໍຄື “ການພົວພັນຮ່ວມມືຮອບດ້ານທີ່ໝັ້ນຄົງຍາວນານ, ມີໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ”. ນັບແຕ່ນັ້ນມາ, ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນເລື້ອຍໆມາ, ການນໍາຂັ້ນສູງຂອງສອງຝ່າຍ ໄດ້ມີການໄປມາຫາສູ່ ພົບປະແລກປ່ຽນຄໍາຄິດຄໍາເຫັນນໍາກັນເປັນປະຈໍາທຸກປີ, ຕໍ່ມາໃນປີ 2006, ສອງປະເທດກໍໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ 2009 ຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ” (ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຊຶ່ງເປັນການຢັ້ງຢືນໃຫ້ເຫັນເຖິງການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງມິດຕະພາບ ແລະ ການພົວພັນຮ່ວມມື ລາວ-ຈີນ. ຫຼັງຈາກນັ້ນ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ກໍຍິ່ງສືບຕໍ່ມີບາດກ້າວໃໝ່. ມາຮອດປັດຈຸບັນ, ໂດຍພາຍໃຕ້ຄວາມເອົາໃຈໃສ່ຂອງ ສອງພັກ ແລະ ການນຳຂອງສອງປະເທດ ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ກໍຄື ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໄດ້ສືບຕໍ່ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ; ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ລະຫວ່າງ ສອງຝ່າຍ ແມ່ນມີການຮ່ວມມືກັນຫຼາຍ ແລະ ດີທີ່ສຸດ, ສ່ວນດ້ານເສດຖະກິດ: ສປ ຈີນ ໄດ້ກາຍເປັນປະເທດອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ, ເປັນຄູ່ຄ້າໃຫຍ່ອັນດັບ 2 ຂອງລາວ ແລະ ນັກທ່ອງທ່ຽວຈີນ ກໍເປັນອັນດັບ 2 ຂອງນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຢູ່ລາວ; ນອກຈາກນັ້ນ, ຈີນ ຍັງເປັນປະເທດທີ່ມີໂຄງການຮ່ວມມືລົງທຶນອັນດັບ 1 ຢູ່ລາວ ໂດຍໄດ້ມີໂຄງການຮ່ວມມືຍຸດທະສາດທີ່ສໍາຄັນ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນ ລາວ-ຈີນ, ໂຄງການສ້າງແລວເສດຖະກິດ ລາວ-ຈີນ, ເຂດເສດຖະກິດພິເສດ ແລະ ອື່ນໆອີກ.

(ຂ່າວ-ພາບ: ສໍານານ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ