ວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ
ພິທີວາງສີລາລືກໂຄງການກໍ່ສ້າງໂຮງຮຽນສາມັນ ວິຊາຊີບແບບປະສົມວັງເງິນ ແຂວງຫຼວງພະບາງ ຈັດຂຶ້ນໃນວັນທີ 20 ເມສານີ້ ທີ່ໂຮງຮຽນປະຖົມສົມບູນວັງເງິນ ນະຄອນ ຫຼວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ, ທ່ານ ຫວູ້ ງ໊ອກ ລີ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ, ນະຄອນ ຫຼວງພະບາງແລະປະຊາຊົນ ເຂົ້າຮ່ວມ.
ວາງສລາລກ ໂຄງການກສາງໂຮງຮຽນສາມນວຊາຊບແບບປະສມວງເງນ - image 1
 
ທ່ານ ຫວໍ ດ້າຍບາກ ປະທານ ບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະສ້ອມແປງຈຳກັດ ໄດ້ລາຍງານວ່າ: ໂດຍປະຕີບັດຕາມຂັ້ນຕອນ ແລະລະບຽບການ ບໍລິສັດ ວິນາກໍ່ສ້າງ ເຄຫາສະຖານ ແລະ ສ້ອມແປ່ງຈຳກັດ ໄດ້ຮັບການຄັດເລືອກ ແລະເປັນຜູ້ຊະນະ ໃນການປະມູນໂຄງການກໍ່ສ້າງ, ຕາມສັນຍາຮັບເໝົາ ເລີ່ມລົງມືກໍ່ສ້າງໃນວັນທີ 23 ມີນາ 2026 ຊຶ່ງໃຊ້ເວລາທັງໝົດ 24 ເດືອນ ໃຫ້ສໍາເລັດ ແລະມອບຮັບໂຄງການໃນ ເດືອນມີນາ ປີ 2028 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ຂອງແຂວງກວາງນິ່ງ ສສ ຫວຽດນາມ ຈໍານວນ 50 ຕື້ດົງ.

ວາງສລາລກ ໂຄງການກສາງໂຮງຮຽນສາມນວຊາຊບແບບປະສມວງເງນ - image 2
 
ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຂອບໃຈ ແລະຮູ້ບຸນຄຸນ ຕໍ່ການນຳຂອງແຂວງກວາງນິງ ທີ່ໄດ້ຊ່ວຍເຫຼືອພັດທະນາພື້ນຖານໂຄງລາງ, ວຽກງານການສຶກສາຕະຫຼອດມາ ອັນໄດ້ເຮັດໃຫ້ມິດຕະພາບ ແລະການຮ່ວມມືແບບພິເສດຮອບດ້ານ ຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ກໍ່ຄື ແຂວງຫຼວງພະບາງ ກັບ ແຂວງກວາງນິງ ໄດ້ຮັບການເພີ່ມພູນຄູນສ້າງເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງ ມີການຂະຫຍາຍຕົວ, ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມມືກັນ ສົ່ງເສີມສະໜັບສະໜູນໂຄງການກໍ່ສ້າງໃຫ້ສໍາເລັດຕາມແຜນທີ່ວາງໄວ້, ທັງພັດທະນາໂຮງຮຽນສາມັນວິຊາຊີບ ໃຫ້ເປັນໄປຕາມລະບົບຄົບຊຸດ, ຮັບປະກັນຄຸນນະພາບ ແລະຍືນຍົງ.

(ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ)

ຄໍາເຫັນ

ຂ່າວການຮ່ວມມື

ເປີດໂຄງການ ກະເປົາແຫ່ງຄວາມຮັກສາກົນປີ 2026

ເປີດໂຄງການ ກະເປົາແຫ່ງຄວາມຮັກສາກົນປີ 2026

ພິທີເປີດໂຄງການ "ກະເປົາແຫ່ງຄວາມຮັກສາກົນ ປະຈໍາປີ 2026" ເພື່ອສືບຕໍ່ມອບອຸປະກອນການຮຽນ-ກິລາ ແລະ ສົ່ງມອບຄວາມຮັກຂ້າມພົມແດນໃຫ້ເດັກນ້ອຍນັກຮຽນໃນເຂດຫ່າງໄກສອກຫຼີກ ໂດຍການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ມູນນິທິຈີນ ເພື່ອພັດທະນາຊົນນະບົດ ຈັດຂຶ້ນໃນວັນທີ 9 ມິຖຸນານີ້ ທີ່ໂຮງຮຽນມັດທະຍົມສົມບູນນາຊາຍທອງ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ຫວາງ ຊ່າງ ທີ່ປຶກສາຝ່າຍການທູດ ຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ແລະ ທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກ ສສກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ

ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບ ສູນວັດທະນະທໍາຈີນປະຈໍາລາວ ຈັດກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ ຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈຳພອນ ວົງສາ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ກະຊວງ ວທ, ມີທ່ານ ໂຫຼ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ, ມີເລຂາຄະນະກວດກາວິໄນ ຄະນະສິລະປະການຟ້ອນ ວິທະຍາໄລວິຊາຊີບສິລະປະເຈີ້ຈຽງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ

ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ

ເວທີປຶກສາຫາລືການລວມຕົວຂອງສື່ມວນຊົນ ເພື່ອການເຕີບໂຕຮ່ວມກັນ:ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ” ໂດຍສູນອາຊຽນ-ຈີນ (ACC) ແລະ ກຸ່ມສື່ສານ ມວນຊົນສາກົນ ແຫ່ງ ສປ ຈີນ (China International Communications Group) ແລະ ແຂວງ ຫຼຽວໜິງ ຄູ່ຮ່ວມມື ໄດ້ດໍາເນີນ ລະຫວ່າງ ວັນທີ 9-12 ມິຖຸນານີ້, ທີ່ເມືອງເສິນຢາງ ແຂວງຫຼຽວໜິງ ສປ ຈີນ.
ຈັດປາຖະກະຖາ ບົດຮຽນຂອງ ພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ

ຈັດປາຖະກະຖາ ບົດຮຽນຂອງ ພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ

ໃນວັນທີ 8 ມີຖຸນານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມປາຖະກະຖາ ບົດຮຽນຂອງພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ, ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ ຈາກຄະນະຊ່ຽວຊານ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດ ແຫ່ງ ສປ ຈີນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຟັງແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຟັງແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ

ໃນວັນທີ 4 ມິຖຸນາຜ່ານມາ ທີ່ສະໜາມຫັດແອບ ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຂົ້າຮັບຟັງການລາຍງານແຜນການກະກຽມບັນດາບາດກ້າວ, ຂັ້ນຕອນການຈໍາລອງ ການນໍາໃຊ້ກໍາລັງຝຶກອົບຮົມ-ຫັດແອບຂອງ ເຫຼົ່າຮົບຕີພິເສດ ແລະ ເຫຼົ່າຮົບທະຫານຮາບ ຂອງຝ່າຍລາວ ແລະ ຝ່າຍຣັດເຊຍ ຈາກການລາຍງານຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ຊຶ່ງໄດ້ລາຍງານວ່າ: ຜ່ານການກະກຽມແຜນການ ແລະ ຝຶກອົບຮົມ-ຫັດແອບໃຫ້ບັນດາກົມກອງທີ່ເຂົ້າຮ່ວມຊ້ອມຮົບ ໂດຍສະເພາະການຝຶກອົບຮົມ-ຫັດແອບຕີພິເສດ “ ໃຕ້ຝຸ່ນ 2026 “ ໄດ້ລາຍງານແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ທີ່ຈະໄດ້ສືບຕໍ່ຫັດແອບ ໂດຍມີແຜນການລວມເອົາທຸກເຫຼົ່າຮົບຂອງຝ່າຍລາວ ແລະ ກອງທະຫານຕີພິເສດຣັດເຊຍ ເຂົ້າຮ່ວມຊ້ອມຮົບ ເພື່ອຕອບຕ້ານກຸ່ມກໍາລັງຜິດກົດໝາຍ ໃນພື້ນທີ່ພູຜາປ່າດົງ ແລະ ອື່ນໆ...
ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍມະຫາຊົນພັກ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026, ທີ່ ແຂວງຄໍາມ່ວນ ເພື່ອຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນບັນດາເນື້ອໃນທີ່ຈະສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ.
ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 3-4 ມິຖຸນາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ; ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະພາກວດສອບປະເທດຍີ່ປຸ່ນທີ່ ນະຄອນຫຼວງໂຕກຽວ ປະເທດຢີປຸ່ນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮາຣາດະ ຢູເຮອິ ປະທານສະພາກວດສອບປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ