ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ ແມ່ນວຽກງານອັນໜຶ່ງທີ່ສໍາຄັນ. ໃນປະຫວັດສາດຂອງໜັງສືພິມປະຕິວັດ ນັບແຕ່ມື້ກໍ່ຕັ້ງ ກໍເຮັດໜ້າທີ່ໃນການຍ້ອງຍໍຊົມເຊີຍ ປຸກລະດົມນັກປະຕິວັດ, ນັກຮົບຜູ້ອາດຫານ ແລະ ປະຊາຊົນຜູ້ອຸທິດເຫຼື່ອແຮງ ສະຕິປັນຍາ ຊ່ວຍໜູນນັກຮົບຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນຕ່າງຊາດ ແລະ ລູກມືຂອງພວກເຂົາ. ຂະນະດຽວກັນ ກໍຕໍານິວິຈານ ໂທດກໍາອັນໂຫດຮ້າຍປ່າເຖື່ອນຂອງພວກເຂົາ ທີ່ມີຕໍ່ປະຊາຊົນລາວ ທໍາລາຍຕໍ່ຜືນແຜ່ນດິນອັນສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ.

 

ວຽກງານຕໍານິຕິຊົມຂອງສື່ມວນຊົນ ບໍ່ໄດ້ໝາຍຄວາມວ່າ ຈະນໍາເອົາແຕ່ດ້ານບໍ່ຕັ້ງໜ້າ, ການປະຕິເສດໝົດທຸກຢ່າງ ມາອອກຢ່າງດຽວ, ແຕ່ໃນຕົວຈິງແລ້ວ ແມ່ນວຽກງານສ່ອງແສງເຫດການ ບັນຫາທີ່ເກີດຂຶ້ນໃນສັງຄົມ ຕາມຄວາມເປັນຈິງ. ທັງຍ້ອງຍໍຊົມເຊີຍບັນຫາທີ່ຕັ້ງໜ້າ, ຕໍານິຕິຊົມ ຫຼື ວິຈານໃນບັນຫາທີ່ບໍ່ເໝາະສົມ, ຕໍານິວິຈານບັນດາປະກົດການທີ່ບໍ່ມີຫຼັກການ, ບັນດາວຽກງານທີ່ຈັດຕັ້ງບໍ່ທັນໄດ້ດີ ແລະ ປະຕິບັດແບບກົງກັນຂ້າມກັບແນວທາງນະໂຍບາຍຂອງພັກ ທີ່ວາງອອກ.

ຢາກປະຕິບັດວຽກງານຕໍານິຕິຊົມຂອງສື່ມວນຊົນໄດ້ດີ. ກ່ອນອື່ນໝົດ, ຕ້ອງມີຫຼັກໝັ້ນ ແລະ ແບບແຜນອັນຖືກຕ້ອງ. ຢືດໝັ້ນ ຫຼັກການທັງສອງດ້ານໄປພ້ອມໆກັນຄື: ຍ້ອງຍໍ ສັນລະເສີນ ແລະ ຕໍານິວິຈານ. ໝາຍເຖິງຍ້ອງຍໍຊົມເຊີຍສິ່ງທີ່ດີ, ຕໍານິວິຈານສິ່ງທີ່ບໍ່ດີ ຊຶ່ງແມ່ນກົດເກນອັນຈໍາເປັນ, ມີລັກສະນະພາວະວິໃສ. ຍ້ອນວ່າໃນຂະບວນວິວັດການຂະຫຍາຍຕົວຂອງການປະຕິວັດ ບໍ່ອາດມີສັງຄົມທີ່ສົມບູນ ໃນຍາມໜຶ່ງຍາມດຽວໄດ້. ບໍ່ຕ່າງຫຍັງກັບຄົນເຮົາ, ໃນຄົນຜູ້ໜຶ່ງ ເວລາໃດກໍ່ມີທັງປັດໄຈອັນຕັ້ງໜ້າ ແລະ ບໍ່ຕັ້ງໜ້າ ລວມທັງແບບຢ່າງດີເດັ່ນ ກໍບໍ່ໝາຍຄວາມວ່າ ຕ້ອງມີແຕ່ສິ່ງດີໝົດ. ຍ້ອນແນວນັ້ນ, ສື່ມວນຊົນຈຶ່ງຊອກໃຫ້ເຫັນ ແລະ ນໍາມາອະທິບາຍໃນສື່ຕ່າງໆ. ມີແຕ່ເຮັດຄືແນວນີ້, ຈຶ່ງສາມາດປຸກລະດົມໄດ້ການເຄື່ອນໄຫວທີ່ຕັ້ງໜ້າ, ຕໍານິວິຈານສິ່ງທີ່ບໍ່ຕັ້ງໜ້າຫຼ້າຫຼັງ ເພື່ອພ້ອມກັນກ້າວຂຶ້ນ.

ວຽກງານຕໍານິຕິຊົມໃນສື່ມວນຊົນ, ຕ້ອງຮັບປະກັນລັກສະນະພື້ນຖານຂອງໜັງສືພິມກໍາມະຊີບ, ນັ້ນແມ່ນລັກສະນະພັກ ກໍຄືລັກສະນະແນວຄິດ, ລັກສະນະຄວາມເປັນຈິງ, ລັກສະນະສັດຊື່ທ່ຽງທໍາ,ລັກສະນະມະຫາຊົນ ແລະ ລັກສະນະຕໍ່ສູ້.

ລັກສະນະພັກ, ລັກສະນະແນວຄິດ: ການຕໍານິຕິຊົມ ແລະ ວິຈານໃນສື່ມວນຊົນ ຈະຕ້ອງສະແດງອອກໃຫ້ໄດ້ ຕໍ່ແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະ. ທິດທາງວຽກງານແນວຄິດການເມືອງຂອງພັກ ໃນໄລຍະໃໝ່. ກ່ອນຈະຕໍານິວິຈານ ສິ່ງສໍາຄັນ ຈະຕ້ອງເລືອກເຟັ້ນຫົວຂໍ້ຕິຊົມອັນໃດ ຕ້ອງແນໃສ່ເປົ້າໝາຍຕົວຈິງ, ສະພາບລວມເປັນແນວໃດ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້, ວິທີແກ້ໄຂແນວໃດ, ທິດທາງຕໍ່ໜ້າ, ມີລັກສະນະຊີ້ນໍາໄປພ້ອມ. ຕໍານິວິຈານບັນຫາໃດ ຕ້ອງຈັດວາງຢູ່ໃນສາຍພົວພັນອັນແນ່ນອນ ຕາມກາລະເທສະຕົວຈິງ.

ລັກສະນະສັດຊື່ທ່ຽງທໍາ: ນີ້ແມ່ນຈຸດພິເສດທີ່ແຕກຕ່າງກັນ ລະຫວ່າງ ສື່ມວນຊົນປະຕິວັດ (ຊົນຊັ້ນກໍາມະຊີບ) ກັບໜັງສືພິມຂອງປະເທດຕາເວັນຕົກ. ລັກສະນະທ່ຽງທໍາ ມີກໍາລັງແຮງຊວນເຊື່ອອັນໃຫ່ຍຫຼວງ ສ່ອງແສງຄວາມເປັນຈິງ. ແຕ່ຕ້ອງມີການເລືອກເຟັ້ນເໝາະສົມກັບກົດເກນການຂະຫຍາຍຕົວຂອງສັງຄົມ.ຢາກເຮັດວຽກງານຕໍານິຕິຊົມໃນສື່ມວນຊົນໄດ້ດີ, ຕ້ອງກໍາໃຫ້ໄດ້ ທັດສະນະວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມປະຫວັດສາດວິພາກ. ສ່ອງແສງໃຫ້ເຫັນເຫດການ, ຮູບພາບ ສັງລວມຄວາມຖືກຕ້ອງແນນອນ.ຍ້ອນແນວນັ້ນ, ໃນເວລາຂຽນຕໍານິຕິຊົມ ແລະ ວິຈານຂອງສື່ມວນຊົນ ຄວນຖືຄວາມເປັນຈິງເປັນສິ່ງສໍາຄັນ, ບັນທຶກທາດແທ້ໃນສະພາວະການເຄື່ອນເໜັງຕົວຈິງ, ຫຼີກເວັ້ນການເສກສັນປັ້ນແຕ່ງ ເວົ້າບໍ່ຖືກຄວາມຈິງ.ແຕ່ວ່າ, ແຕ່ລະຄົນ ພັດມີອັນຈໍາກັດທາງປະຫວັດສາດ, ພູມສາດ, ຄວາມຮູ້, ຊົ້ນຊັ້ນ, ພາຫະນະ... ຍ້ອນແນວນັ້ນ, ສື່ມວນຊົນ ຈຶ່ງຕ້ອງຄົ້ນຄວ້າຮໍ່າຮຽນ ຝຶກຝົນຫຼໍ່ຫຼອມຢ່າງບໍ່ລົດລະ.

ລັກສະນະມະຫາຊົນ: ສື່ມວນຊົນ ຕ້ອງກໍາໃຫ້ໄດ້ ທັດສະນະມະຫາຊົນ, ຮູ້ອີງໃສ່ມະຫາຊົນ ເສີມຂະຫຍາຍສິດເປັນເຈົ້າລວມໝູ່ຂອງມະຫາຊົນ. ເລນິນ ໄດ້ເວົ້າວ່າ: “ສື່ມວນຊົນ ຕ້ອງໄດ້ເປີດເຜີຍ ຈຸດອອ່ນ ຂໍ້ຄົງຄ້າງ ໃນການເຄື່ອນໄຫວດ້ານເສດຖະກິດ ຂອງປະຊາຊົນຊາວຜູ້ອອກແຮງງານ. ຕໍານິວິຈານໂດຍກົງ ຕໍ່ບັນດາຈຸດອ່ອນດັ່ງກ່າວ. ເປີດເຜີຍ ເວົ້າແຈ້ງ ສິ່ງທີ່ບໍ່ດີດ້ານເສດຖະກິດຂອງປະຊາຊົນຊາວຜູ້ອອກແຮງງານ”. ຍ້ອນແນວນັ້ນ, ຈຶ່ງອີງໃສ່ຫາງສຽງຂອງມະຫາຊົນ ເພື່ອດັດແປງບັນດາເນື້ອໃນແບບນໍ້າຖ້ວມທົ່ງ. ສະນັ້ນ, ການຕໍານິຕິຊົມ ແລະ ວິຈານຂອງສື່ມວນຊົນ ຈະຕ້ອງເລີ່ມຈາກສິດຜົນປະໂຫຍດໃນຕໍ່ໜ້າ ແລະ ຍາວນານ ຂອງມະຫາຊົນ. ຂະບວນການປະຕິວັດຂອງມະຫາຊົນ ແມ່ນບ່ອນປະຕິບັດແນວທາງນະໂຍບາຍຂອງພັກ ຢ່າງມີຊີວິດຊີວາ, ສື່ມວນຊົນ ຕ້ອງສະແດງໃຫ້ເຫັນເຖິງສະພາບການເຄື່ອນໄຫວຕົວຈິງ ຂອງການອອກແຮງງານ ເພີ່ມພູນຜະລິດຜົນ, ຊີວິດ, ແນວຄິດຈິດໃຈ,ຄວາມມຸ້ງມາດປາຖະໜາ ຂອງມະຫາຊົນ ຫຼີກເວັ້ນ ເວົ້າແຕ່ດ້ານດຽວ. ໃນນັ້ນ, ໃຫ້ເນັ້ນບັນຫາຕ້ອງຍອມຮັບ ແລະ ດັດແປງ.

ລັກສະນະຕໍ່ສູ້: ວຽກງານຕໍານິຕິຊົມຂອງສື່ມວນຊົນ ແມ່ນພາກສ່ວນໜຶ່ງທີ່ສໍາຄັນ ຂອງການປະຕິບັດລັກສະນະຕໍ່ສູ້ ຂອງໜັງສືພິມ, ສື່ມວນຊົນໃດ ເຮັດວຽກງານຕໍານິຕິຊົມ ແລະ ວິຈານໄດ້ດີ ນັ້ນ ແມ່ນມີລັກສະນະຕໍ່ສູ້. ລັກສະນະຕໍ່ສູ້ໝາຍວ່າ ເຮັດໃຫ້ສັດຈະທໍາ ໄດ້ປະດິດສ້າງ, ບັນຫາບໍ່ມີສັດຈະທໍາຕ້ອງຖືກຕີຖອຍ, ເຮັດໃຫ້ສິ່ງໃໝ່ ທີ່ເປັນປະໂຫຽດຕໍ່ສວ່ນລວມ ເກີດດອກອອກຜົນ ແລະ ສິ່ງເກົ່າແກ່ຫຼ້າຫຼັງໃຫ້ຈືດຈາງລົງ. ເນື້ອແທ້ ແມ່ນເຮັດໃຫ້ແນວທາງນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ປະສົບຜົນສໍາເລັດ.

ລັກສະນະສັດຊື່ທ່ຽງທໍາ: ຈະຕ້ອງສົມທົບຢ່າງສະໜິດແໜ້ນ ກັບລັກສະນະວິທະຍາສາດ, ລັກສະນະປະຕິວັດ ໜາຍຄວາມວ່າ ການຕໍານິຕິຊົມ ແລະ ວິຈານ ຕ້ອງມີການສືບສວນຊອກຫາຂໍ້ມູນຄວາມເປັນຈິງຢ່າງຈະແຈ້ງ. ເວລາເລືອກເຟັ້ນບັນຫາ ຕ້ອງຕິດພັນກັບການກວດກາຮັບຮອງຢ່າງຖືກຕ້ອງ,ອີງຕາມທັດສະນະພາວະວິໃສ, ຮອບດ້ານ.

ໃນສັງຄົມຂອງພວກເຮົາ ປັດຈຸບັນ, ບັນດາປັດໄຈໃໝ່ເກີດຂຶ້ນ ຕາມທ່າອ່ຽງການຂະຫຍາຍຕົວຂອງສະພາບ ເສດຖະກິດ-ສັງຄົມ. ຫຼາຍສື່ ໂດຍສະເພາະ ສື່ອອນລາຍ ຍັງບໍ່ທັນເຂົ້າໃຈບັນຫາຢ່າງເລິກເຊິ່ງ ຈຶ່ງເກີດການນໍາສະເໜີຂ່າວແບບບໍ່ມີມູນຄວາມຈິງ, ພາບເກົ່າເອົາມາລົງໃໝ່ ຫຼື ເວົ້າເກີນຄວາມເປັນຈິງ. ບາງເຫດການ ແມ່ນຄວາມຈິງ ແຕ່ບັນຫາຕ່າງໆ ພວມໄດ້ຮັບແກ້ໄຂ ຫຼື ແກ້ໄຂແລ້ວ ກໍນໍາສະ ເໜີ ມີລັກສະນະວິຈານແບບທັບຖົມເປັນຕົ້ນຕໍ. ຈຶ່ງເຮັດໃຫ້ສັງຄົມເກີດຄວາມສັບສົນ ໃນການຕິດຕາມຂໍ້ມູນຂ່າວສານ.

ແນວໃດກໍຕາມ, ຖ້າເຮັດວຽກສື່ມວນຊົນແບບມືອາຊີບ ຕ້ອງກໍາຫຼັກການ ການຕໍານິຕິຊົມ ແລະ ວິຈານຂອງສື່ມວນຊົນ ໃຫ້ໄດ້ດີ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ຕໍານິວິຈານດ້ານຫຍໍ້ທໍ້ດ ສິ່ງທີ່ຜິດພາດ ກໍໃຫ້ເກີດມີການປ່ຽນແປງໃນທາງທີ່ດີຂຶ້ນ, ເຮັດໃຫ້ປະເທດລາວເຮົາ ນັບມືມີຄວາມເຂັ້ມແຂງ ໃນທຸກດ້ານ ໃນການສ້າງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສໍາເລັດຜົນ. ດັ່ງຄໍາເວົ້າຂອງທ່ານ ປະທານໂຮ່ຈິມິນ ກ່າວໄວ້ວ່າ: ການຕໍານິຕິຊົມ ມີຄວາມຕັ້ງໜ້າ ເຖິງຖອງຊໍ່າໃດ ກໍຍິ່ງມີຜົນປະໂຫຽດ ເທົ່ານັ້ນ, ຍິ່ງແທດເໝາະກັບການກໍ່ສ້າງສັງຄົມໃໝ່ ສັງຄົມນິຍົມເທົ່ານັ້ນ. ຍ້ອນເຫດຜົນທີ່ວ່າ: ການຕໍານິຕິຊົມກັນ ແມ່ນອາວຸດສຸດທີ່ຕ້ອງການ ມີຄວາມຈໍາເປັນ ແລະ ແຫຼມຄົມ, ມັນຊ່ວຍໃຫ້ເຮົາ ດັດແປງສິ່ງທີ່ຜິດພາດ ແລະ ເສີມຂະຫຍາຍຈຸດເດັ່ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ