Vietjet Air ເພີ່ມກຳລັງເຮືອບິນໃນລະຫວ່າງຄວາມຕ້ອງການເດີນທາງເພີ່ມຂຶ້ນໃນໄລຍະເທດສະການກຸດຈີນ

Vietjet Air ເພີ່ມກຳລັງເຮືອບິນໃນລະຫວ່າງຄວາມຕ້ອງການເດີນທາງເພີ່ມຂຶ້ນໃນໄລຍະເທດສະການກຸດຈີນ
ໃນວັນທີ 6 ກຸມພາ ນີ້,ສາຍການບິນ ຫວຽດເຈັດ ໄດ້ຮັບເຮືອບິນເພີ່ມອີກຈຳນວນ 2 ລຳ ພາຍໃຕ້ການຈັດສັນໃຫ້ເຊົ່າ ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໃນໄລຍະເທດສະການກຸດຈີນຊຶ່ງແມ່ນໜຶ່ງໃນວັນພັກຜ່ອນປະຈຳປີທີ່ຍາວທີ່ສຸດໃນອາຊີ. ການເຄື່ອນໄຫວຄັ້ງສຸດທ້າຍໄດ້ເຮັດໃຫ້ເຮືອບິນທີ່ເຊົ່າຂອງສາຍການບິນມີເພີ່ມອີກ 6 ລຳ ຈາກເຮືອບິນໃນປັດຈຸບັນທີ່ມີທັງໝົດ 105 ລຳ, ໄດ້ໃຫ້ບໍລິການ 125 ເສັ້ນທາງໃນຫວຽດນາມ ແລະ ຕ່າງປະເທດ.
ໃນໄລຍະຜ່ານມານີ້, ສາຍການບິນໄດ້ເພີ່ມຖ້ຽວບິນເກືອບ 750 ຖ້ຽວ ອີກທັງໄດ້ສະໜອງບ່ອນນັ່ງຕື່ມອີກ 154.800 ບ່ອນນັ່ງ ເພື່ອຮັບໃຊ້ຄວາມຕ້ອງການທີ່ເພີ່ມຂຶ້ນໃນໄລຍະທີ່ມີການເດີນທາງຫຼາຍທີ່ສຸດຢູ່ຫວຽດນາມ ແລະ ພາກພື້ນ. ຖ້ຽວບິນທີ່ເພີ່ມຂຶ້ນຕົ້ນຕໍແມ່ນເສີມຂະຫຍາຍຄວາມສາມາດໃນການບໍລິການການເດີນທາງອອກຈາກນະຄອນໂຮ່ຈິມິນ ທີ່ເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ, ຊຶ່ງນັກທ່ອງທ່ຽວສ່ວນຫຼາຍກັບບ້ານເພື່ອພັກຜ່ອນຢູ່ບັນດາແຂວງພາກເໜືອ ແລະ ພາກກາງຄື: Hanoi, Tuy Hoa (Phu Yen), Chu Lai (Quang Nam), Dong Hoi (Quang Binh), Quy Nhon (Binh Dinh), Da Nang, Hue, Vinh (Nghe An), Thanh Hoa, Hai Phong ແລະ ອື່ນໆ.
ຄວາມສາມາດຂອງຖ້ຽວບິນທີ່ເພີ່ມຂຶ້ນຍັງຈະຊ່ວຍເພີ່ມຄວາມຕ້ອງການການເດີນທາງໄປແຫຼ່ງທ່ອງທ່ຽວອັນດັບໜຶ່ງຂອງຫວຽດນາມເຊັ່ນ: Ho Chi Minh City, Hanoi, Phu Quoc, Hue, Da Nang, Nha Trang, and Da Lat, ອື່ນໆ. ການທ່ອງທ່ຽວລະຫວ່າງປະເທດມີການເພີ່ມຂຶ້ນຫຼາຍໃນໄລຍະເວລານີ້ຍ້ອນວ່ານັກທ່ອງທ່ຽວໃຊ້ວັນພັກຍາວຂອງພວກເຂົາໃນຫວຽດນາມ, ຈີນ, ສ ເກົາຫຼີແລະ ສິງກະໂປ ເພື່ອເລີ່ມຕົ້ນການເດີນທາງໃນລະດູໃບໄມ້ປົ່ງຂອງພວກເຂົາ.
Vietjetຈະເປີດເສັ້ນທາງ ວຽງຈັນ-ໂຮ່ຈິມິນ ໃນວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາພຽງແຕ່ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ. ນັກທ່ອງທ່ຽວລາວສາມາດຫາໂອກາດນີ້ໄປທ່ອງທ່ຽວຫວຽດນາມໄດ້.
ໃນໄລຍະສອງເດືອນຜ່ານມາ Vietjetໄດ້ຂະຫຍາຍເຄືອຂ່າຍຖ້ຽວບິນລະຫວ່າງປະເທດ ຊຶ່ງມີບັນດາຈຸດໝາຍປາຍທາງຄື: ຊຽງໄຮ, ວຽງຈັນ, Siem Reap (ກຳປູເຈຍ), Busan ( ສ ເກົາຫຼີ), Sydney, Melbourne, Brisbane, Perth ແລະ Adelaide (ອົສຕຣາລີ). ໃນມື້ທຳອິດຂອງເທດສະການກຸດຈີນ (10 ກຸມພາ 2024), Vietjetຈະເລີ່ມໃຫ້ບໍລິການບິນກົງ ທີ່ເຊື່ອມໂຍງນະຄອນໂຮ່ຈິມິນກັບເມືອງເຊິງຕູ ຂອງຈີນ. ບັນດາສະຖານທີ່ທ່ອງທ່ຽວໃໝ່ນີ້ ໄດ້ສ້າງຄວາມຫຼາກຫຼາຍທາງເລືອກໃຫ້ນັກທ່ອງທ່ຽວຫວຽດນາມ ແລະ ຕ່າງປະເທດໄປທ່ອງທ່ຽວໃນລະດູໃບໄມ້ປົ່ງ. ສິ່ງດັ່ງກ່າວຈະນຳມາເຊິ່ງກາລະໂອກາດ ແລະ ຄວາມສະດວກສະບາຍໃຫ້ນັກທ່ອງທ່ຽວລາວທີ່ມີແຜນຈະໄປທ່ອງທ່ຽວຫວຽດ
ນາມ ແລະ ສະຖານທີ່ທ່ອງທ່ຽວອື່ນໆທີ່ເຊື່ອມໂຍງໃນໂອກາດເທດສະການກຸດຈີນ ຊຶ່ງເປັນທາງເລືອກການເດີນທາງທີ່ມີຄຸນຄ່າ ແລະ ເຊື່ອຖືໄດ້ສໍາລັບລູກຄ້າໃນໂອກາດພິເສດຂອງພວກເຂົາ.
ໃນປີ 2023 ຜ່ານມາ Vietjetໄດ້ດຳເນີນຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານ 25,3 ລ້ານຄົນ (ບໍ່ລວມ Vietjetໄທ) ເພີ່ມຂຶ້ນ 183% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໃນນັ້ນມີ 7,6 ລ້ານຄົນໃນຖ້ຽວບິນສາກົນ. ສາຍການບິນໃນປີທີ່ຜ່ານມານີ້ຍັງໄດ້ສືບຕໍ່ຂະຫຍາຍເຄືອຂ່າຍຖ້ຽວບິນໃໝ່ທີ່ 33 ເສັ້ນທາງທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ເສັ້ນທາງທັງ
ໝົດລວມມີ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງໃນຕ່າງປະເທດ ແລະ 45 ເສັ້ນທາງພາຍໃນປະເທດ.ຂໍ້ມູນເພີ່ມເຕີມທີ່ www.vietjetair.com
(ຂ່າວ:Vietjet)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ
ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຖານທູດອິນເດຍ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ສາທາລະນະລັດອິນເດຍ ຄົບຮອບ 77 ປີ ໃນວັນທີ 26 ມັງກອນນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂຢເກສວາ ສັງວານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສປ ຕີມໍເລັດສະເຕ, ໃນອາທິດຜ່ານມານີ້ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ ຢ່າງເປັນທາງການເພື່ອກວດກາດິນ ແລະ ເຮືອນ ທີ່ຝ່າຍລາວໄດ້ແລກປ່ຽນກັບ ຝ່າຍຕີມໍ ແລະ ມີເເຜນນຳໃຊ້ສ້າງຕັ້ງເປັນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງດີລີ ສປ ຕີມໍເລັດສະເຕ.
ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ແລະ ສະວິດເຊີແລນ, ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ປະເທດ ສະວິດເຊີແລນ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ຊີວິດຈາກດິນ ຂຶ້ນຫວ່າງມໍ່ໆມານີ້ ຢູ່ ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໂດຍເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ຈອນ ກາບຣີວ ດູສ ຫົວໜ້າອົງການ ສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ປະຈຳພາກພື້ນແມ່ນໍ້າຂອງ ແລະ ມີພະນັກງານ ຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ຍຸດທະສາດ ໃນການສ້າງຄວາມເຂັ້ມແຂງ ການຄຸ້ມຄອງທີ່ດິນ ຢູ່ ສປປ ລາວ.
ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ເພື່ອເປັນບາດກ້າວອັນສໍາຄັນໃນການຮັດແໜ້ນການຮ່ວມມືດ້ານວິສາຫະກິດລະຫວ່າງສອງຊາດ, ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ (ACD) ໄດ້ຈັດກອງປະຊຸມພົບປະຜູ້ປະກອບການ ແລະ ກິດຈະກຳນຳສະເໜີແຜນທຸລະກິດຂຶ້ນເມື່ອ​ວັນ​ທີ 24 ມັງ​ກອນ​ຜ່ານ​ມາທີ່ຮ້ານກາເຟ Buratino.
ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).
ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ພິທີເປີດໂຮງຮຽນເຊີນຈືເຕີຢ່າງເປັນທາງການ ແລະ ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາ ຢູ່ທີ່ໂຮງຮຽນລາວ-ຈີນ ເຊີນຈືເຕີ ເມືອງສິງ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມແຂວງ,ທ່ານ ຈາງ ເຮີຊຸນ ຮອງກົງສູນໃຫຍ່ແຫ່ງ ສປຈີນ ປະຈຳນະຄອນຫຼວງພະບາງ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 23 ໄດ້ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳລາວ ໃນວັນທີ 24 ມັງກອນ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ