ວິຖີເພື່ອນບ້ານແຫ່ງການຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ

ວິຖີເພື່ອນບ້ານແຫ່ງການຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ

ການສ້າງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນ, ບໍ່ພຽງແຕ່ມີຂໍ້ຕົກລົງລະຫວ່າງລັດຖະບານ ແລະ ໂຄງການຂະໜາດໃຫຍ່ເປັນການຄໍ້າຊູເທົ່ານັ້ນ, ຫາກຍັງໄດ້ຮັບປະໂຫຍດຈາກເງື່ອນໄຂທີ່ທັບຊ້ອນກັນຫຼາຍດ້ານຄື: ຄວາມໃກ້ຊິດທາງພູສັນຖານ, ຄວາມເຊື່ອມໂຍງດ້ານວັດທະນະທຳ - ປະຊາຊົນ, ແລະ ຄວາມໝັ້ນຄົງທີ່ເພິ່ງພາອາໄສກັນ.

 

 

ພູຜາ, ສາຍນໍ້າ, ວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນ ໄດ້ຫຼໍ່ຫຼອມຮາກຖານແຫ່ງການສະໜັບສະໜູນຂອງປະຊາຊົນໃຫ້ແໜ້ນແຟ້ນ. ລາວ-ຈີນ ມີຊາຍແດນຮ່ວມກັນຍາວເຖິງ 710 ກິໂລແມັດ, ປະຊາຊົນຕາມລຽບຊາຍແດນຂອງສອງປະເທດຕັ້ງຖິ່ນຖານຢູ່ຂ້າມແດນຊຶ່ງກັນ ແລະ ກັນ, ມີພາສາທີ່ສື່ສານກັນໄດ້ ແລະ ມີຂະນົບທຳນຽມປະເພນີທີ່ໃກ້ຄຽງກັນ. ໃນໄລຍະ “ປີມິດຕະພາບລາວ-ຈີນ” ປີ 2026, ສອງປະເທດໄດ້ຈັດກິດຈະກຳຫຼາກຫຼາຍຮູບແບບ ເຊັ່ນ: ງານສະແດງສິລະປະ - ວັນນະຄະດີ, ສັບປະດາຮູບເງົາ ແລະ ການແລກປ່ຽນຊາວໜຸ່ມ. ຖະແຫຼງການຮ່ວມຄັ້ງນີ້ໄດ້ສະເໜີໂຄງການ “ພັນ ແລະໝື່ນ” ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດ; ໂດຍມີເປົ້າໝາຍຮອດປີ 2028 ໃຫ້ມີນັກຮຽນລາວ ຈໍານວນ 10,000 ຄົນຕໍ່ປີ ເດີນທາງມາສຶກສາຢູ່ຈີນ, ຝຶກອົບຮົມບຸກຄະລາກອນປະເພດຕ່າງໆ 3,000 ຄົນ ແລະ ສືບຕໍ່ເຊັນແຜນປະຕິບັດການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ; ສິ່ງນີ້ໄດ້ຍົກລະດັບຮາກຖານແຫ່ງການສະໜັບສະໜູນຈາກປະຊາຊົນຈາກຄວາມໄດ້ປຽບຕາມທຳມະຊາດ ໃຫ້ກາຍເປັນການແລກປ່ຽນສອງທາງທີ່ຂັບເຄື່ອນໂດຍກົນໄກລະບອບ, ພ້ອມທັງໃຫ້ຄວາມເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນໃນຮູບແບບ “ນ້ອຍແຕ່ງາມ”, ເພື່ອໃຫ້ຜົນສໍາເລັດແຫ່ງການຮ່ວມມືອຳນວຍປະໂຫຍດ ໃຫ້ແກ່ປະຊາຊົນທົ່ວໄປຈຳນວນຫຼາຍຂຶ້ນ.

ການຮ່ວມກັນປົກປັກຮັກສາຄວາມໝັ້ນຄົງ ເພື່ອຄວາມສະຫງົບສຸກຂອງພາກພື້ນ. ລາວ ແລະ ຈີນ ສືບຕໍ່ຮັກສາການຮ່ວມມືຢ່າງໃກ້ຊິດໃນຂົງເຂດການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງ. ສອງຝ່າຍໄດ້ສືບຕໍ່ດໍາເນີນມາດຕະການທີ່ເຂັ້ມງວດໃນການປາບປາມອາຊະຍາຂ້າມຊາດ ກ່ຽວກັບ ການພະນັນຂ້າມແດນ ແລະ ການສໍ້ໂກງຜ່ານເຄືອຂ່າຍໂທລະຄົມ-ອິນເຕີເນັດ, ຊ່ວຍຮັກສາສະຖຽນລະພາບທາງສັງຄົມ ແລະ ປົກປ້ອງຄວາມປອດໄພດ້ານຊັບສິນຂອງປະຊາຊົນໃນເຂດຊາຍແດນຂອງສອງປະເທດ ໄດ້ຢ່າງມີປະສິດທິຜົນ. ພາຍໃຕ້ກົນໄກການລາດຕະເວນ ແລະ ການບັງຄັບໃຊ້ກົດໝາຍຮ່ວມຕາມແມ່ນໍ້າຂອງ, ລາວ ແລະ ຈີນ ໄດ້ຮ່ວມກັບບັນດາປະເທດໃນລຸ່ມນໍ້າ ເພື່ອຮັກສາຄວາມປອດໄພຂອງເສັ້ນທາງແລ່ນເຮືອ. ໃນເດືອນກັນຍາ 2025, ຜູ້ນໍາຂອງສອງ ປະເທດໄດ້ປະກາດຢ່າງຊັດເຈນທີ່ຈະເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ການບັງຄັບໃຊ້ ກົດໝາຍ ແລະ ຄວາມໝັ້ນຄົງ ໃຫ້ມີຄວາມເລິກເຊິ່ງຍິ່ງຂຶ້ນ ຊຶ່ງສະແດງໃຫ້ເຫັນເຖິງລະດັບຄວາມເລິກຂອງການຮ່ວມມື ແລະ ການເຫັນດີຮ່ວມກັນທາງຍຸດທະສາດຂອງສອງຝ່າຍ ໃນຂົງເຂດຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ່ງເດີມ. ການຮ່ວມມືດ້ານຄວາມໝັ້ນຄົງຊຸດນີ້ດໍາເນີນເພື່ອຮັບໃຊ້ຜົນປະໂຫຍດສຸກຮ່ວມກັນຂອງປະຊາຊົນສອງປະເທດ, ບໍ່ໄດ້ແນໃສ່ຝ່າຍທີ່ສາມ ແລະ ບໍ່ຖືກລົບກວນໂດຍຝ່າຍທີສາມ; ໂດຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຊຶ່ງເປັນແນວໜ້າຂອງການແຂ່ງຂັນລະຫວ່າງປະເທດມະຫາອຳນາດ, ການຮ່ວມມືດັ່ງກ່າວໄດ້ສະເໜີແນວທາງການ ຮ່ວມມືດ້ານຄວາມໝັ້ນຄົງທີ່ແຕກຕ່າງຈາກການປະເຊີນໜ້າກັນລະຫວ່າງຄ້າຍ.

ການຮ່ວມມືຫຼາຍຝ່າຍສະທ້ອນອຸດົມການແຫ່ງຄວາມສະເໝີພາບ. ໃນບັນດາກົນໄກພາກພື້ນ ເຊັ່ນ: ການຮ່ວມມືລ້ານຊ້າງ-ແມ່ຂອງ, ການຮ່ວມມືຈີນ-ອາຊຽນ ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP); ຝ່າຍຈີນສະໜັບສະໜູນຝ່າຍລາວໃຫ້ມີບົດບາດຢ່າງຫ້າວຫັນ, ຂະນະທີ່ຝ່າຍລາວກໍສະໜັບສະໜູນຂໍ້ລິເລີ່ມການພັດທະນາໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງໂລກ, ຂໍ້ລິເລີ່ມອາລິຍະທຳໂລກ ແລະ ຂໍ້ລິເລີ່ມການປົກຄອງໂລກ. ສອງປະເທດຍັງສືບຕໍ່ ຮັກສາການສື່ສານປະສານງານທີ່ດີໃນອົງການພະຫຸພາຄີ ເຊັ່ນ: ອົງການສະຫະປະຊາຊາດ. ການປະສານຮ່ວມມືຢ່າງສະເໝີພາບລະຫວ່າງປະເທດໃຫຍ່ ແລະ ປະເທດນ້ອຍ ຢູ່ເທິງເວທີສາກົນ ເຊັ່ນນີ້, ເປັນການສະທ້ອນຢ່າງເປັນຮູບປະທຳຂອງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນ ໃນລະດັບການປົກຄອງໂລກ. ເມື່ອຫວນຄືນ 65 ປີຜ່ານມາ, ນັບແຕ່ການສະໜັບສະໜູນຊຶ່ງກັນ ແລະ ກັນໃນໄລຍະຕົ້ນ ແຫ່ງການສ້າງສາຍພົວພັນທາງການທູດ ຈົນກ້າວສູ່ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ແລະ ຕໍ່ມາກ້າວສູ່ການສ້າງປະຊາຄົມຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ບົດຮຽນພື້ນຖານຂອງສາຍພົວພັນລາວ-ຈີນ ໄດ້ປະກົດໃຫ້ເຫັນຢ່າງຊັດເຈນ, ຖືເອົາການຮັບຮູ້ຮ່ວມກັນດ້ານລະບອບເປັນພື້ນຖານແຫ່ງຄວາມໄວ້ວາງໃຈ, ຖືເອົາຖືເອົາການເຄົາລົບຜົນປະໂຫຍດຫຼັກຂອງກັນ ແລະ ກັນເປັນກົນໄກແຫ່ງຄວາມໝັ້ນຄົງ, ເຊື່ອມໂຍງໂຄງລ່າງພື້ນຖານເປັນແນວທາງນໍາແຫ່ງການພັດທະນາ, ຖືເອົາການຍົກລະດັບໂຄງສ້າງ ການຄ້າເປັນແກນຫຼັກຂອງການຮ່ວມມື, ຖືເອົາການແລກປ່ຽນດ້ານວັດທະນະທໍາ-ປະຊາຊົນເປັນຮາກຖານທາງສັງຄົມ, ແລະ ຖືເອົາໂຄງສ້າງລະບອບຫຼາຍລະດັບເປັນຫຼັກປະກັນໃນການຜັນຂະຫຍາຍໃຫ້ເກີດຜົນ. ພາຍໃຕ້ການນໍາພາທາງຍຸດທະສາດຂອງຜູ້ນຳສອງປະເທດ, ການສ້າງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນຈະສືບຕໍ່ລົງເລິກຢ່າງບໍ່ຢຸດຢັ້ງ ແລະ ຈະຊ່ວຍປະກອບສ່ວນກໍາລັງແຫ່ງການປະຕິບັດໃຫ້ແກ່ການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດຫຼາຍຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເພີ່ມເຕີມ