ຂ່າວລະບຸວ່າ: ບ້ວງເງິນດັ່ງກ່າວ, ລວມມີ 2.5 ຕື້ໂດລາ ຈາກ WB ແລະ 10 ຕື້ໂດລາ ຈາກ ADB ຈະເພີ່ມເຕີມດ້ວຍການລົງທຶນພາກເອກະຊົນ ເພື່ອແນໃສ່ເປີດກວ້າງບັນດາໂອກາດການເຮັດວຽກ ແລະ ດຳເນີນທຸລະກິດໃໝ່ຢູ່ ອາຊຽນ. ກ່າວຄຳເຫັນໃນວາລະປິດເວທີປາໄສພະລັງງານແບບຍືນຍົງ ແລະ ທົດແທນ ຫວ່າງບໍ່ດົນມານີ້ ຢູ່ເມືອງກູຊິ່ງ ປະເທດມາເລເຊຍ, ທ່ານ ຟາດິລລາ ໃຫ້ຮູ້ວ່າ: ບັນດານັກລົງທຶນພາກເອກະຊົນສາກົນມາຈາກເຂດອາຣັບ, ຍີ່ປຸ່ນ ແລະ ຈີນ ມີຄວາມສົນໃຈທີ່ສຸດຕໍ່ການລົງທຶນເຂົ້າພາກພື້ນ, ພິເສດແມ່ນຕາໜ່າງໄຟຟ້າອາຊຽນ (APG). ທ່ານສະແດງຄວາມຫວັງວ່າ ບັນດາບ້ວງເງິນລົງທຶນໃໝ່ຈະນຳມາຊຶ່ງໂອກາດການເຮັດວຽກ ແລະ ດຳເນີນທຸລະກິດໃຫ້ທົ່ວພາກພື້ນອາຊຽນ, ພ້ອມທັງຢັ້ງຢືນບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີເປັນເອກະພາບວ່າ APG ແມ່ນເສັ້ນທາງໃນພາຍພາກໜ້າໃຫ້ແກ່ອາຊຽນ.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ