ໄຊຍະບູລີ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 

ໄຊຍະບູລີ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 
ໂດຍ:ວັນໄຊ ຕະວິນຍານ
ໂດຍຮັບຮູ້ຄວາມເປັນຈິງຕໍ່ບັນຫາ ແລະ ສາເຫດຂອງຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ, ເຂົ້າໃຈຕໍ່ທິດນໍາໃນການແກ້ໄຂໃນເງື່ອນໄຂສະພາບແວດລ້ອມຕົວຈິງຂອງແຂວງ ແລະ ຕາມຫຼັກການຂອງພັກ. ນັບແຕ່ປີ 2021-2023 ຜ່ານມາ. ແຂວງໄຊຍະບູລີ ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ເຄົາລົບກົດເກນພາວະວິໄສ ແລະ ເນັ້ນໜັກເປັນພິເສດ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ ມີຫຼັກວິທະຍາສາດ.
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກ່າວວ່າ: ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ແຂວງໄດ້ປຶກສາຫາລື ຄົນຄວ້າຢ່າງລະອຽດ ແລະ ເປັນເອກະພາບກັນ ຈຶ່ງກໍານົດ 6 ຄາດໝາຍສູ້ຊົນຂອງແຂວງ. ຜ່ານການປະຕິບັດ  6 ຄາດໝາຍສູ້ຊົນ ແຕ່ປີ 2021-2023,ຈຶ່ງບັນລຸແຕ່ລະຄາດໝາຍຄື: ສູ້ຊົນໃຫ້ເສດຖະກິດ ເຕີບໂຕໃນລະດັບ 6-7%. ຜ່ານການຈັດຕັ້ງປະຕິບັດຕົວຈິງບັນລຸໄດ້ພຽງແຕ່ 5%. ໃນນັ້ນ, ຂະແໜງການກະສິກຳຄາດໝາຍໃຫ້ຂະຫຍາຍຕົວ 2,3% ກວມເອົາ 24,6% ປະຕິບັດໄດ້ຕົວຈິງຂະຫຍາຍຕົວ 3,1% ກວມ 28%; ຂະແໜງອຸດສາຫະກໍາຄາດວ່າຈະຂະຫຍາຍຕົວ 8,5% ກວມເອົາ 37,9% ປະຕິບັດໄດ້ຕົວຈິງ 8,7% ກວມ 38%; ຂະແໜງການບໍລິການວາງຄາດໝາຍໄວ້ 6,9% ກວມເອົາ 37,5% ປະຕິບັດໄດ້ຕົວຈິງໄດ້ພຽງແຕ່ 4,5% ກວມ 34% ຂອງລວມຍອດຜະລິດຕະພັນພາຍໃນ; ໂດຍລວມແລ້ວເຖິງວ່າຂະແໜງການກະສິກຳມີທ່າອ່ຽງຂະຫຍາຍຕົວ ແລະ ເພີ້ມຂຶ້ນ; ແຕ່ຂົງເຂດການບໍລິການຍັງເຫັນວ່າການຂະຫຍາຍຕົວບໍ່ບັນລຸຕາມຄາດໝາຍ.
ສໍາລັບຄາດໝາຍຄວບຄຸມອັດຕາເງີນເຟີ້ໃຫ້ຢູ່ໃນລະຫວ່າງ 2-5% ມາຮອດປັດຈຸບັນຂໍ້ມູນຂອງສູນສະຖິຕິແຫ່ງຊາດ ຮອດເດືອນ 11 ປີ 2023 ເງິນເຟີ້ຢູ່ໃນລະດັບ 27,89%; ເງິນເຟີ້ສະເລ່ຍໝົດປີ 2022 ຢູ່ໃນລະດັບ 32,66%. ແຂວງໄດ້ວາງຄາດໝາຍສູ້ຊົນຖານລາຍຮັບໃໝ່ໃຫ້ໄດ້ບໍ່ຫຼຸດ 2% ຂອງ GDP. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຖານລາຍຮັບໃໝ່ໃນທົ່ວແຂວງ ທີ່ລວມເອົາພູດສູນກາງປະຕິບັດຢູ່ແຂວງ ແລະ ລາຍຮັບທ້ອງຖິ່ນ ທີ່ເກີດຂຶ້ນຢູ່ພາຍໃນແຂວງ ໄດ້ເພີ່ມຂື້ນຈາກປີ 2021 ທຽບໃສ່ປີ 2022 ຕົກເປັນມູນຄ່າ 560 ຕື້ກວ່າກີບ ເທົ່າກັບ 3,7% ຂອງ GDP ລື່ນແຜນການ 85%. ຄາດໝາຍ ຫຼຸດໜີ້ Npl ຂອງບັນດາສາຂາທະນາຄານທຸລະກິດແມ່ນຢູ່ໃນລະດັບບໍ່ເກີນ 3%. ຜ່ານການຈັດຕັ້ງປະຕິບັດໃນປີ 2023ຂອງບັນດາສາຂາທະນາຄານທຸລະກິດປະຕິບັດໄດ້ຢູ່ໃນລະດັບ 0,71% ແຕ່ຖ້າທຽບໃສ່ປີ 2022 ແມ່ນຫຼຸດລົງ 13,46%. ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ 100%  ໃນປີ 2015 ຄືນຫຼັງ ໄດ້ 110 ໂຄງການ ຕົກເປັນເງີນມູນຄ່າ 289 ຕື້ກີບ, ຄາດໝາຍສູ້ຊົນໃຫ້ໜີ້ດັ່ງກ່າວຫຼຸດລົງ 30% ຂອງມູນຄ່າທັງໝົດ ຕົກເປັນມູນຄ່າ 86,7 ຕື້ກວ່າກີບ; ຜ່ານການຈັດຕັ້ງປະຕິບັດຕົວຈິງແຕ່ປີ 2021-2023 ໄດ້ 66,45 ຕື້ກີບ ເທົ່າກັບ 76,51% ຂອງແຜນການ ແລະ ຄາດໝາຍສຸດທ້າຍແມ່ນແຂວງສູ້ຊົນໃຫ້ການຂາດດຸນງົບປະມານບໍ່ໃຫ້ເກີນ 3% ຂອງ GDP ຜ່ານການຈັດຕັ້ງປະຕິບັດຕົວຈິງ ຮອດປີ 2023 ຂາດດຸນງົບປະມານ 293,64 ຕື້ກີບ ເທົ່າກັບ 2,37% ຂອງ GDP.
     ທ່ານ ພົງສະຫວັນ ສິດທະວົງ ກ່າວຕື່ມວ່າ: ທັງໝົດ 6 ຄາດໝາຍທີ່ແຂວງກໍານົດອອກ ມີບາງຄາດໝາຍບັນລຸ ຫຼື ລື່ນຄາດ, ມີບາງຄາດໝາຍກໍຫຼຸດ. ແຕ່ແນວໃດກໍຕາມ, ຜ່ານການເອົາໃຈໃສ່ຊີ້ນໍາຢ່າຕັ້ງໜ້າພ້ອມທທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປີ 2021-2023 ຢ່າງເຂັ້ມງວດໄປຄ່ຽງຄູ່ກັບການປັບປຸງກົນໄກຄວບຄຸມການເກັບລາຍຮັບ-ລາຍຈ່າຍແບບລະບົບທັນສະໄໝ,ການຄຸມຄອງສິນຄ້ານໍາເຂົ້າສົ່ງອອກໄດ້ເຮັດໃຫ້ຄວາມຫຍຸ້ງຍາກໃນໄລຍະຜ່ານມາພາຍໃນແຂວງໄຊຍະບູລີຄ່ອຍໆຫຼຸດລົງ ເສດຖະກິດ-ສັງຄົມຟື້ນຕົວຂຶ້ນໃນລະດັບໜຶ່ງ.

ຄໍາເຫັນ

ຂ່າວເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເພີ່ມເຕີມ