ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ
ແຂວງໄຊສົມບູນ ໄດ້ປະກາດການຈັດຕັັ້ງພະແນກການ, ອົງການຂັ້ນແຂວງ ທີ່ຖືກໂຮມ, ໂອນວຽກເຂົ້າກັນ, ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ໄຊສມບນ ປະກາດການຈດຕງພະແນກການ ແລະ ໂອນວຽກເຂາກນ - image 1
 

‎ ທ່ານ ພູຄຳ ແກ້ວວົງໄຊ ຮອງຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງພະນັກງານຂັ້ນຫົວໜ້າ ແລະ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ຄື: ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງວັນ ທຳມະວົງ ກໍາມະການປະຈໍາພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນກອງ ຊົ່ງປ່າຢິ້ງ ກຳມະການພັກແຂວງ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ເລັ່ງລໍ່ ຢົງຊະເຈ່ຍວ່າ ແລະ ທ່ານ ພູຄຳ ແກ້ວວົງໄຊ ເປັນເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຄື: ແຕ່ງຕັ້ງ ທ່ານ ທອງປະເສີດ ໄຊຍະລາດ ກຳມະການພັກແຂວງ ເປັນຫົວໜ້າພະແນກການເງິນແຂວງ, ແຕ່ງຕັ້ງທ່ານ ໄຊຍະເດດ ວົງສາຣະວັນ ກຳມະການພັກແຂວງ ເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນແຂວງ, ແຕ່ງຕັ້ງທ່ານ ພູແກ້ວ ອິນທະວົງ ກຳມະການພັກແຂວງ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ບຸນທອນ ປັນແກ້ວ, ທ່ານ ມາຊົ່ງ ລືໄຊ, ທ່ານ ແກ້ວອານົງ ສີປະເສີດ, ທ່ານ ຫວັດ ຈະເລີນຜົນ ແລະ ທ່ານ ບຸນຫຼາຍ ທົນນະວົງສາ ເປັນຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຕົກລົງແຕ່ງຕັ້ງ ທ່ານ ບຸນທຽມ ໄຊສົງຄາມ ກໍາມະການພັກແຂວງ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ທ່ານ ພາທໍ່ ຕົ່ງເຢີທໍ່, ທ່ານ ພອນໄຊ ຕາໂນວັນ, ທ່ານ ນະລົງສອນ ຈັນທະບູລີ, ທ່ານ ຜາເງິນ ວົງພະຈັນ, ທ່ານ ວຽງມະນີ ຢົ່ງລໍ່ຢ່າງ ແລະ ທ່ານ ມະນີວັນ ທອງເດືອນວິດາວົງ ເປັນຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ແຕ່ງຕັ້ງທ່ານ ທົງສະຫວັນ ໂພສະລາດ ເປັນຫົວໜ້າ ເປັນຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ທ່ານ ນາງ ເພັດນິຍົມ ພົມມະລິນ ແລະ ທ່ານ ຊົ່ງໄຊຮົວ ເປັນຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ແຕ່ງຕັ້ງ ທ່ານ ກິ່ງເພັດ ເພັດມະຈັນ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ຊວງ ສີວິໄລ ເປັນຮອງປະທານແນວລາວສ້າງຊາດແຂວງ, ທ່ານ ແສງເດືອນ ວົງພະຈັນ ເປັນຮອງຫົວໜ້າຫ້ອງວ່າການແຂວງ, ຍົກຍ້າຍ ທ່ານ ອິນຕອງ ບຸນມະນີ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຍົກຍ້າຍ ທ່ານ ສົມໄພ ທອງປະເສີດ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ພ້ອມນີ້ ຍັງໄດ້ຍົກຍ້າຍ ແລະ ສັບຊ້ອນພະນັກງານໄປປະຈໍາການ ຕາມໜ້າວຽກທີ່ຖືກໂຮມ, ໂອນວຽກເຂົ້າກັນ ແລະ ຍົກຍ້າຍໄປປະຈໍາການຢູ່ພາກສວ່ນອຶ່ນ ຕາມການເຫັນດີເປັນເອກະພາບ ຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ. ພ້ອມນີ້ ຍັງໄດ້ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງປະທານຄະນະກຳມະການປົກຄອງເມືອງຄື: ເຫັນດີແຕ່ງຕັ້ງ ທ່ານ ພັດທະນາ ສີສົມພອນ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງອະນຸວົງ, ທ່ານ ຄຳເຜີຍ ແສງສະຫວ່າງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງທ່າໂທມ, ທ່ານ ສັງຄົມ ສູນດາລາ ຮອງເລຂາພັກເມືອງ ເປັນປະທານຄະນະກຳມະການປົກຄອງເມືອງລ້ອງແຈ້ງ, ທ່ານ ສົມພັນ ສີສົມບຼົ່ງ ຮອງເລຂາພັກເມືອງ ເປັນປະທານຄະນະກຳມະການປົກຄອງເມືອງລ້ອງຊານ ແລະ ທ່ານ ຄຳພຸດ ແກ້ວວົງພອນ ຮອງເລຂາພັກເມືອງ ເປັນປະທານຄະນະກຳມະການປົກຄອງເມືອງຮົ່ມ.

ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ເນັ້ນໜັກພາກສ່ວນທີ່ຖືກໂຮມ, ໂອນວຽກເຂົ້າກັນ ຈົ່ງສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ເຂົ້າໃຈຕໍ່ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ໃຫ້ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເຖິງວຽກງານຈະຖືກໂຮມ, ໂອນວຽກເຂົ້າກັນ ແຕ່ການປະຕິບັດໜ້າທີ່ວຽກງານແມ່ນໃຫ້ສືບຕໍ່ຄືເກົ່າ ສິ່ງສໍາຄັນແມ່ນເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ມີຄວາມເປັນເອກະພາບໃນໝູ່ຄະນະ, ແບ່ງວຽກໃຫ້ຈະແຈ້ງ ແລະ ໃຫ້ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດ.

(ຂ່າວ: ພຸດທະສອນ ເວດສະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວແຂວງຄໍາມ່ວນ ສະໄໝທີ IX ໄດ້ໄຂຂຶ້ນ ແລະ ອັດລົງໃນວັນທີ 25 ກັນຍານີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ພະອາຈານໃຫຍ່ ບຸນທາຍ ຈັນທະໄພຈິດ ປະທານອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ພະອາຈານໃຫຍ່ ມະຫາຄໍາມາ ປັນຍາວິຈິດ ຮອງປະທານ ສູນກາງ ອພສ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະເຖຣານຸເຖຣະ, ແຂກຖືກເຊີນຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ຕອນເຊົ້າຂອງວັນທີ 25 ກັນຍາ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ IV; ໂດຍທ່ານໄດ້ຖະແຫຼງວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນສຸກ ວັນທີ 26 ກັນຍາ 2025 ທີ່ສະໂມສອນໃຫຍ່ແຂວງ (ໃຊ້ເວລາ 1 ວັນ) ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 130 ກວ່າທ່ານ ແລະ ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ;
ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ເມືອງບຸນເໜືອ ແຂວງຜົ້ງສາລີ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດເກັບກ່ຽວໄດ້ແລ້ວ 80%.
ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ແຂວງໄຊຍະບູລີ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ສຳລັບຄະນະພັກບ້ານ-ນາຍບ້ານ ຊຸດທີ IV ໃນວັນທີ 25 ກັນຍານີ້ ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມຊົງເຢຍ ເລັງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ.
ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງປະຊຸມທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນປະຕິບັດງານ 5 ປີ ຂອງແຂວງວຽງຈັນ (2026-2030) ໄດ້ຈັດຂຶ້ນ ໃນວັນທີ 25 ກັນຍານີ້ ທີ່ເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ສີສະໄຫວ ແກ້ວດາລາວິນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸຸຸດທີ IX ແລະ ສະພາປະຊາຊົນ ແຂວງຫຼວງນໍ້າທາ ຊຸດທີ II ຢູ່ເມືອງຫຼວງນ້ຳທາ.

ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸຸຸດທີ IX ແລະ ສະພາປະຊາຊົນ ແຂວງຫຼວງນໍ້າທາ ຊຸດທີ II ຢູ່ເມືອງຫຼວງນ້ຳທາ.

ໃນວັນທີ 24 ກັນຍາຜ່ານມານີ້, ຄະນະສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໜສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ່ IX ແລະ ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ຢູ່ທີ ສະໂມສອນເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ມີຫົວໜ້າຫ້ອງານ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ເມື່ອບໍ່ດົນມານີ້, ທີ່ຫ້ອງຮັບແຂກຂອງແຂວງຜົ້ງສາລີ, ອໍານວຍການ ພືດອຸດສາຫະກໍາ ບໍລິສັດຈິງຈຽງ ສົ່ງເສີມປູກຢາງພາລາ ເມືອງບຸນໃຕ້ ຈໍາກັດ ໄດ້ນຳເອົາເງິນຈຳນວນ 300 ລ້ານກີບ ມາມອບໃຫ້ແຂວງ
ເຊກອງເປີດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ຊຸດທີ XIX

ເຊກອງເປີດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ຊຸດທີ XIX

ໃນຕອນເຊົ້າວັນທີ 24 ກັນຍານີ້, ສະຫະພັນແມ່ຍິງແຂວງເຊກອງ ເປີດຊຸດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ພາກປົກກະຕິ ຊຸດທີ XIX ທີ່ສູນພັດທະນາແມ່ຍິງບັນດາເຜົ່າ ສະຫະພັນແມ່ຍິງແຂວງເຊກອງ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງ.
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ

ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ

ພິທີແຈກຢາຍຊາຍອາເບສ ຫຼື ຢາທຳລາຍໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນບ້ານຫາດຍາ ເມືອງປາກອູ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມາ, ມີທ່ານ ຕຸ້ຍແກ້ວ ໄຊຍະສານ ຫົວໜ້າ ໂຄງການກູດເນເບີສ໌ລາວ (Good Neigh Bors Laos) ປະຈຳເມືອງປາກອູ ພ້ອມດ້ວຍຄະນະນຳຫ້ອງການສາທາລະນະສຸກເມືອງ ແລະ ປະຊາຊົນບ້ານຫາດຍາ ເຂົ້າຮ່ວມ.
ສອງພາກສ່ວນ ມອບເງິນຊຸກຍູ້ງານຜະລິດຕະພັນລາວ 2025.

ສອງພາກສ່ວນ ມອບເງິນຊຸກຍູ້ງານຜະລິດຕະພັນລາວ 2025.

ໃນວັນທີ 23 ກັນຍາຜ່ານມາ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງວຽງຈັນ ໄດ້ມີບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ແລະ ບໍລິສັດ ທ່ອງທ່ຽວ ວັນເດີຟູນລາວ ຈຳກັດ ໄດ້ນຳເງິນມາມອບໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ເພື່ອຊຸກຍູ້ງານຜະລິດຕະພັນລາວ 2025 (Made in Laos 2025) ທີ່ແຂວງວຽງຈັນ ເປັນເຈົ້າພາບຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຶ່ງຈະຈັດຂຶ້ນໃນວັນທີ 1-8 ຕຸລາ 2025 ທີ່ສູນວາງສະແດງສິນຄ້າລາວ-ໄອ ນະຄອນຫຼວງວຽງຈັນ. ໃນນີ້, ບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ມອບ 30 ລ້ານກີບ ແລະ ບໍລິສັດ ທ່ອງທ່ຽວ ວັນເດີຟູນລາວ ຈຳກັດ ມອບ 30 ລ້ານກີບ, ກ່າວຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.
ເພີ່ມເຕີມ