ຊະນະຄາມ ເປີດຂະບວນການແຂ່ງຂັັນ ຮັກຊາດ ແລະພັດທະນາ

ຊະນະຄາມ ເປີດຂະບວນການແຂ່ງຂັັນ ຮັກຊາດ ແລະພັດທະນາ
ເມືອງຊະນະຄາມ ແຂວງວຽງຈັນໄດ້ຈັດກອງປະຊຸມ ເປີດຂະບວນການແຂ່ງຂັນ ແລະຍ້ອງຍໍໃຕ້ຄຳຂັວນ “ຮັກຊາດ ແລະພັດທະນາ’’ປະຈຳປີ 2024 ຂຶ້ນເມື່ອວັນທີ 3 ມັງກອນ 2024 ທີ່ເມືອງຊະນະຄາມ ໂດຍມີທ່ານ ແກ້ວ ພິມມະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຊະນະຄາມ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງທົດສະຫວັດ ສົງພະຈັນ ຫົວໜ້າຫ້ອງການພາຍໃນເມືອງຊະນະຄາມໄດ້ການຜ່ານເອກະສານເນື້ອໃນຂໍ້ແຂ່ງຂັນພາຍໃຕ້ຄຳຂັວນ“ຮັກຊາດ ແລະ ພັດທະນາ’’ ຂອງເມືອງຊະນະຄາມ ເພື່ອຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຂອງບັນດາຫ້ອງການ, ອົງການ, ກົມກອງ, ພາຍໃນເມືອງ ຕິດພັນກັບການແຂ່ງຂັັນ ແລະຍ້ອງຍໍ ໃນໄລຍະຜ່ານມາໃນແຕ່ລະຂົງເຂດວຽກງານເຊັ່ນ: ຂົງເຂດການເມືອງ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດ ປກສ-ປກຊ ຕຸລາການ, ຍຸຕິທຳ, ລັດວິສະຫະກິດ ແລະ ອົງການປົກຄອງບ້ານໃນເທດສະບານເມືອງ ລວມຈຳນວນທັງໝົດ 32 ພາກສ່ວນ ລວມມີ 89 ຂໍ້ແຂ່ງຂັນ, ທັງນີ້ກໍເພື່ອເຮັດໃຫ້ບັນດາຫ້ອງການ, ອົງການ, ກົມກອງພາຍໃນເມືອງ ໄດ້ຈັດຕັ້ງປະຕິວັດວຽກງານຕາມພາລະບົດບາດສິດ ແລະໜ້າທີ່ ຂອງຕົນຢ່າງເປັນປົກກະຕິ ເອົາໃຈໃສແຂ່ງຂັນກັນສ້າງຜົນງານ ປະຕິບັດຕາມຂໍ້ແຂ່ງຂັນທີ່ແຕ່ລະກົມກອງໄດ້ກຳນົດອອກ ໃຫ້ມີຜົນສຳເລັດ,ເພື່ອພັດທະນາການຈັດຕັ້ງ ຂອງຕົນກໍໍຄືເມືອງຊະນະຄາມ ໃຫ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຂຶ້ນເລື້ອຍໆ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.
ຈຸດປະສົງໃນການເປີດຂະບວນການແຂ່ງຂັນ ແລະຍ້ອງຍໍ ແຕ່ລະຫ້ອງການ ກົມກອງ ໃນຄັ້ງນີ້ກໍເພື່ອເປັນການກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ ຕິດຕາມການເຄື່ອນໄຫວ ວຽກງານແຂ່ງຂັນ ແລະຍ້ອງຍໍ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ປະສິທິຜົນ ແລະມີຄວາມເປັນເອກະພາບ ໃນຂອບເຂດທົ່ວເມືອງຊະນະຄາມ ແນໃສ່ເພື່ອສ້າງເງື່ອນໄຂ, ຊຸກຍູ້ສົ່ງເສີມ ຫົວຄິດປະດິດສ້າງ ແລະຜົນງານດີເດັ່ນ ຂອງບຸກຄົນ ແລະການຈັດຕັ້ງເຂົ້າຮ່ວມການແຂ່ງຂັນ ແລະຍ້ອງຍໍ ໃຫ້ເປັນຂະບວນການແຂງແຮງ ກວ້າງຂວາງ ແລະເລິກເຊິ່ງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.
 ຂ່າວ-ພາບ: ເມືອງຊະນະຄາມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນໃຫຍ່ 202 ຈັດພິທີປາຖະກະຖາ 4 ວັນປະຫວັດສາດ

ກອງພັນໃຫຍ່ 202 ຈັດພິທີປາຖະກະຖາ 4 ວັນປະຫວັດສາດ

ໃນ​ວັນ​ທີ 20 ສິງ​ຫານີ້ ທີ່ສະໂມສອນ ກອງ​ພັນ​ໃຫຍ່ 202 ​ກອງ​ພົນ​ທີ 2 ໄດ້​ຈັດ​ຕັ້ງ​ພິ​ທີ ປາ​ຖະ​ກະ 4 ວັນ​ປະ​ຫວັດ​ສາດ ຄື: ວັນ​ສ້າງ​ຕັ້ງ ອາ​ຊຽນ ຄົບ​ຮອບ 58 ປີ​, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນ​ສ້າງ​ຕັ້ງ ລັດ​ຖະ​ທຳ​ມະ​ນູນ ຄົບ​ຮອບ 34 ປີ ແລະ ວັນ​ຍຶດ​ອຳ​ນາດ ຂອງ ສ​ປ​ປ ລາວ ຄົບ 80 ປີ ແລະ 50 ປີ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານຂອງ​ສະ​ຫາຍ ພັນໂທ ອູ່ທອງ ມະໂນລາດ ​ຄະ​ນະປະຈຳ​ພັກ ຮອງຫົວໜ້າ​ການ​ເມືອງ ກອງ​ພັນ​ໃຫຍ່ 202 ແລະ ສະຫາຍ ພັນໂທ ຄຳໄບ ວິໄລພອນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 202.
ເຊັນສັນຍາຮັບເໝົາກໍ່ສ້າງ ເສັ້ນທາງຫຼວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ແຂວງໄຊສົມບູນ

ເຊັນສັນຍາຮັບເໝົາກໍ່ສ້າງ ເສັ້ນທາງຫຼວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ແຂວງໄຊສົມບູນ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ຫາ ບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂຶ້ນໃນວັນທີ 19 ສິງຫາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ.
ສື່ມວນຊົນແຂວງຫຼວງພະບາງ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກຕໍ່ການປະຕິບັດວຽກງານໃຫ້ສໍາເລັດ

ສື່ມວນຊົນແຂວງຫຼວງພະບາງ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກຕໍ່ການປະຕິບັດວຽກງານໃຫ້ສໍາເລັດ

ໃນວັນທີ 20 ສິງຫາຜ່ານມາ, ທີ່ຫ້ອງປະຊຸມ ສະຖານີວິທະຍຸ-ໂທລະພາບແຂວງຫຼວງພະບາງ, ທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ພົບປະໂອ້ລົມ ພະນັກງານ ຂະແໜງຖະແຫຼງຂ່າວ ແລະ ກອງວິຊາການ ສະຖານີວິທະຍຸ-ໂທລະພາບແຂວງ, ພາຍຫຼັງທີ່ໄດ້ໂຮມການຈັດຕັ້ງ ແລະ ວຽກງານສື່ມວນຊົນຂຶ້ນກັບຄະນະໂຄສະນາອົບຮົມແຂວງ.
ຄອສພ ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ

ຄອສພ ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ (15/8/1991-15/8/2025), ວັນຢຶດອໍານາດທົ່ວປະເທດ ຄົບຮອບ 80 ປີ (23/8/1945-23/8/2025) ແລະ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 21 ສິງຫານີ້ ທີ່ ຄອສພ ໂດຍໃຫ້ກຽດປະຖາກະຖາໃນຄັ້ງນີ້ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ, ທ່ານ ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າ ຄອສພ ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາຮອງຫົວໜ້າ ຄສອພ, ມີບັນດາຄະນະກົມ-ຮອງກົມ, ພະນັກງານ-ລັດຖະກອນ ອ້ອມຂ້າງ ຄອສພ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ

ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ

ວັນທີ 20 ສິງຫານີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຢູ່ທີ່ສະໂມສອນແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ.
ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 20 ສິງຫານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ອອກພັກການ ຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີພະນັກງານການນໍາແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ວັນທີ 20 ສິງຫານີ້ ຢູ່ຫ້ອງປະຊຸມພະແນກການເງິນແຂວງຫຼວງພະບາງ ໄດ້ຈັດປະຊຸມປຶກສາຫາລື ກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ຂອງແຂວງຂຶ້ນ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນການເງິນແຂວງ, ພ້ອມດ້ວຍຄະນະພະແນກ ແລະວິຊາການຂອງພະແນກ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ເພື່ອລົງແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ແຮ່ທາດ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະຊີ້ນໍາລວມຄະນະສະເພາະກິດ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.
ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບດ້ວຍຫຼາຍຮູບການ ແລະ ວິທີການ ທັງທາງກວ້າງ ແລະ ທາງເລິກ ຢ່າງເປັນປົກກະຕິ, ແທດເຖິງແຕ່ລະເປົ້າໝາຍ ຕິດພັນກັບການສ້າງຂະບວນການຕ່າງໆ. ຄຽງຄູ່ກັນນັ້ນ, ເວລາໃດກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບເປັນຕົ້ນຕໍ.
ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກຳຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ວັນຢຶດອຳນາດ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ; ມີບັນດາສະຫາຍພາຍໃນຄະນະພັກ ນະຄອນຫຼວງວຽງຈັນ (ນວ), ກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນຄວາມສະຫງົບ ນວ ພ້ອມດ້ວຍບັນດາສະຫາຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ