![]() |
ໃນພິທີໄດ້ຈູດທູບທຽນໄຫ້ວອາໄລເຖິງດວງວິນຍານນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງໃນປາງສົງຄາມ ຢູ່ກອງຂຸດຄົ້ນ ຊອກຄົ້ນອັດຖິນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ; ນັກຮົບນິລະນາມ ລາວ-ຫວຽດນາມ ຢູ່ທີ່ວັດມິດ ຕະພາບ ເຂດຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມແຂວງຊຽງຂວາງ ເນື່ອງໃນໂອກາດວັນເສຍອົງຄະນັກຮົບຫວຽດນາມ ຄົບຮອບ 79 ປີ (27 ກໍລະກົດ 1947-27 ກໍລະກົດ 2026)
![]() |
ເພື່ອສະ ແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ, ຄວາມອົງອາດກ້າຫານ, ຍອມເສຍສະຫຼະເລືອດເນື້ອ, ຊີວິດ ເພື່ອປະເທດຊາດ ເພື່ອອຸດົມການອັນສູງສົ່ງຈົນໄດ້ຮັບເອກະລາດ ອະທິປະໄຕ, ມີຄວາມຜາສຸກຮົ່ມເຢັນ ຈະເລີນກ້າວໜ້າມາເຖິງທຸກວັນນີ້. ນອກນີ້, ການວຽນທຽນ ເຮັດບຸນຢູ່ວັດມິດຕະພາບ ເຂດຫໍບູຊານັກຮົບທະຫານອາສາສະໝັກ ທີ່ເສຍສະຫຼະຊີວິດລາວ-ຫວຽດນາມ ຍັງເປັນການແລກປ່ຽນວັດທະນະ ທຳ ຮີດຄອງປະເພນີ ເປັນການເຕົ້າໂຮມຄວາມສາມັກຄີ ມວນຊົນໃຫ້ແໜ້ນແຟ້ນ ຮໍ່າຮຽນເອົາເປັນແບບຢ່າງ ຄວາມເດັດດ່ຽວ ນ້ຳໃຈເສຍສະຫຼະຊີວິດຂອງນັກຮົບອາສາສະມັກ ແລະ ຊ່ຽວຊານຫວຽດນາມ.
![]() |
ຂ່າວ: ບຸນມີ ແສງທຸມມີ



ຄໍາເຫັນ