ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ
ລັດຖະບານແຫ່ງ ສປປ ລາວ ຮ່ວມກັບກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານງານສະຫະປະຊາຊາດປະຈຳ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (UNRCO), ໄດ້ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງທີ່ສຳນັກງານສະຫະປະຊາຊາດປະຈຳ ສປປ ລາວ ວັນທີ 5 ສິງຫານີ້ ກ່ຽວກັບການນຳເອົານະວັດຕະກຳດິຈິຕອນທີ່ນຳພາໂດຍຊາວໜຸ່ມເຂົ້າສູ່ການລົງທຶນໃນການພັດທະນາຊົນນະບົດ.

 

ການສົນທະນາໄດ້ຈັດຂຶ້ນ ພາຍໃຕ້ຫົວຂໍ້ ກ່ຽວກັບການແຂ່ງຂັນດິຈິຕອນໃນຂະແໜງກະສິກຳ(Youth4Laos Digital Agriculture challenge) ຊຶ່ງມີບັນດາຊາວໜຸ່ມນັກສຶກສາຈາກປະເທດຍີ່ປຸ່ນ, ສ ເກົາຫຼີ ແລະ ສປປ ລາວ ມາຮ່ວມກັນຄົ້ນຄວ້າ ແລະ ສະເໜີວິທີການນໍາໃຊ້ດິຈິຕອນ ເພື່ອປັບປຸງການພັດທະນາຂະແໜງກະສິກຳຂອງຄອບຄົວຊາວກະສິກອນຂະໜາດນ້ອຍໃນ ສປປ ລາວ.

ທ່ານ ນາງ ພະກາວັນ ພິດສະໄໝ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມສຳຄັນຂອງການມີສ່ວນຮ່ວມຂອງຊາວໜຸ່ມໃນການພັດທະນາຂະແໜງກະສິກຳ. ທ່ານໄດ້ຊີ້ໃຫ້ເຫັນວ່າ ຊາວໜຸ່ມໃນປັດຈຸບັນບໍ່ພຽງແຕ່ເປັນຜູ້ນຳໃນອະນາຄົດເທົ່ານັ້ນ, ແຕ່ພວກເຂົາຍັງເປັນນັກປະດິດສ້າງ ທີ່ຫ້າວຫັນ ພ້ອມດ້ວຍພະລັງແຮງ ແລະ ວິໄສທັດທີ່ຈຳເປັນເພື່ອພັດທະນາລະບົບອາຫານແບບຍືນຍົງ.

ທ່ານນາງ ລີຫານາ ລາຊາ, ຜູ້ອຳນວຍການໃຫຍ່ ປະຈຳພາກພື້ນ IFAD ປະຈຳພາກພື້ນອາຊີ ແລະ ປາຊີຟິກ ກ່າວວ່າ: ໂຄງການ ແລະ ກິດຈະກຳ ໃນການສົ່ງເສີມຊາວໜຸ່ມໃນການພັດທະນາ ໃນ ສປປ ລາວ (Youth4Laos) ສາມາດເປັນຕົວແບບທີ່ສຳຄັນ ຢູ່ບ່ອນອື່ນໆ ໃນພາກພື້ນ, ແລະ ໄດ້ຍົກໃຫ້ເຫັນບົດບາດອັນສຳຄັນທີ່ນັກປະດິດສ້າງຊາວໜຸ່ມມີບົດບາດໃນການຂະແໜງກະສິກຳ, ໂດຍສະເພາະໃນການຫັນປ່ຽນກະສິກຳແບບດັ້ງເດີມໄປສູ່ທຸລະກິດກະສິ ກຳທີ່ທັນສະໄໝ ທີ່ມີແຫຼ່ງຂໍ້ມູນທີ່ສຳຄັນ ເພື່ອຮັບໃຊ້ໃນການວາງແຜນ ແລະ ຈັດຕັ້ງປະຕິບັດຢ່າງເປັນລະບົບ.

ທ່ານນາງ ໄຊລີ ມາເທີ, ຫົວໜ້າຫ້ອງການປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ, ໄດ້ເໜັ້ນໜັກເປັນພິເສດກ່ຽວກັບຄວາມສຳຄັນຂອງການລົງທຶນໃສ່ໄວໜຸ່ມວ່າ ຊຶ່ງເປັນພື້ນຖານຂອງການພັດທະນາແບບຍືນຍົງ. ທ່ານ ຍັງໄດ້ເນັ້ນໜັກກ່ຽວກັບບົດບາດອັນສຳຄັນຂອງໄວໜຸ່ມໃນການນຳສະເໜີວິທີແກ້ໄຂທີ່ມີນະວັດຕະກຳທີ່ສ້າງຄວາມເຂັ້ມແຂງ ແລະ ສາມາດປັບຕົວເຂົ້າໃນການປ່ຽນແປງຂອງດິນຟ້າອາອາກາດ.

ທ່ານນາງ ເອນີກາ ບາຊູ, ຜູ້ອຳນວຍການໃຫຍ່ ຄົນໃໝ່ ຂອງອົງການ IFAD ປະຈຳ ສປປ ລາວ ໄດ້ນຳສະເໜີລາຍລະອຽດກ່ຽວກັບວຽກງານທີ່ ອົງການ IFAD ໄດ້ປະຕິບັດຮ່ວມກັບບັນດາຊາວໜຸ່ມຢູ່ທົ່ວໂລກ ເພື່ອສະໜອງທັກສະການຄຸ້ມຄອງທຸລະກິດ, ຄວາມເປັນຜູ້ນຳ, ແລະ ທັກສະດ້ານວິຊາການທີ່ຈຳເປັນເພື່ອເສື່ອມໂຍ່ງເຂົ້າກັບຕະຫຼາດທີ່ມີການແຂ່ງຂັນ.

ກ່ອນງານປຶກສາຫາລື, ບັນດາຊາວໜຸ່ມໄດ້ໄປຢ້ຽມຢາມຄອບຄົວຊາວກະສິກອນໃນບ້ານໂພລາດ, ເມືອງຈອມເພັດ, ແລະ ບ້ານນາຊາວ, ເມືອງຫຼວງພະບາງ ແຂວງຫຼວງພະບາງ, ຊຶ່ງເຮັດວຽກຮ່ວມກັບໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າ ຂອງຊາວກະສິກອນຂະໜາດນ້ອຍ (PICSA) ທີ່ໄດ້ຮັບການສະໜັບສະໜູນດ້ານການເງິນຈາກ ອົງການ IFAD, ເພື່ອເບິ່ງກິດຈະກຳຊົນລະປະທານ, ເຕັກນິກກະສິກຳ ເພື່ອປັບຕົວຕໍ່ການປ່ຽນແປງສະພາບອາກາດ ແລະ ການນໍາເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານເຂົ້າໃນການພັດທະນາ.

ພິເສດ, ຍັງມີບັນດານັກສຶກສາຈາກມະຫາວິທະຍາໄລແຫ່ງຊາດເຊອຸນ, ສ ເກົາຫຼີ ແລະ ສະໂມ ສອນຊາວໜຸ່ມ IFAD ຍີ່ປຸ່ນ ແລະ ນັກສຶກສາຈາກຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ເດີນທາງໄປຍັງບ້ານຕ່າງໆ ພ້ອມກັບໄດ້ຮຽນຮູ້ໂດຍກົງຈາກຊາວກະສິກອນລາວ ກ່ອນທີ່ຈະນຳສະເໜີຄຳແນະນຳຂອງເຂົາເຈົ້າຕໍ່ກຸ່ມຜູ້ເຂົ້າຮ່ວມທີ່ຫຼາກຫຼາຍໃນຕອນເຊົ້າມື້ຕໍ່ມາ, ລວມທັງການນຳຈາກບັນດາກະຊວງຕ່າງໆ, ຜູ້ຕາງໜ້າຈາກສະຖານທູດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມ.

ໂຄງການ Youth4Laos ມີຈຸດປະສົງເພື່ອກະຕຸ້ນການລິເລີ່ມຕ່າງໆທີ່ມີສ່ວນຮ່ວມຢ່າງຫ້າວຫັນຂອງຊາວໜຸ່ມໃນການພັດທະນາລະບົບກະສິກຳ ແລະ ອາຫານ, ກຳນົດທິດທາງພື້ີນຖານການພັດທະນາໃນອະນາຄົດທີ່ມີຄວາມຍືນຍົງ ພ້ອມທັງສອດຄ່ອງກັບເປົ້າໝາຍການພັດທະ ນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ.

ໂຄງການ Youth4Laos Digital Agriculture Challenge ແມ່ນປະສານງານ ໂດຍ ອົງການ IFAD ຮ່ວມກັບລັດຖະບານ ສປປ ລາວ, ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດເຊອຸນ ສ ເກົາຫຼີ ແລະ ສະໂມສອນຊາວໜຸ່ມ IFAD ຍີ່ປຸ່ນ. ໂຄງການດັ່ງກ່າວນີ້ ແມ່ນສົ່ງເສີມນະວັດຕະກໍາດິຈິຕອນທີ່ປະດິດສ້າງໂດຍຊາວໜຸ່ມ ເພື່ອການຫັນປ່ຽນຊົນນະບົດທີ່ມີຄວາມຮອບດ້ານ ແລະ ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດໃນ ສປປ ລາວ, ສອດຄ່ອງກັບບຸລິມະສິດແຫ່ງຊາດ ແລະ ບຸລິມະສິດ ໃນຂອບການຮ່ວມມື ພາຍໃຕ້ IFAD14.

ບັນດາບົດນຳສະເໜີ ຂອງບັນດາຊາວໜຸ່ມ ຈາກ ສາມປະເທດ ທີ່ຊະນະເລີດແມ່ນມີລາຄາຖືກ ແລະ ຖືກອອກແບບມາສຳລັບສະພາບຊົນນະບົດທີ່ໂທລະສັບ ແລະ ການເຂົ້າເຖິງອິນເຕີເນັດຍັງມີຂໍ້ຈຳກັດ. ບັນດາບົດນຳສະເໜີເຫຼົ່ານີ້ລວມມີ:

· ການບໍລິການໃຫ້ຄໍາປຶກສາທາງສຽງ ທີ່ເປັນພາສາລາວ ແລະ ພາສາຂະມຸ, ແກ່ຊາວກະສິກອນ ໂດຍຜ່ານໂທລະສັບມືຖືທົ່ວໄປ ເພື່ອໃຫ້ຜູ້ປູກເຂົ້າໄດ້ຮັບຂໍ້ມູນ ແລະ ຄໍາເຕືອນກ່ຽວກັບນໍ້າຖ້ວມ ແລະ ຄໍາແນະນໍາກ່ຽວກັບການປູກພືດຜົນໂດຍບໍ່ຕ້ອງອ່ານ ຫຼື ໃຊ້ອິນເຕີເນັດ;

· ລະບົບການເກັບຊື້ເຂົ້າໜຽວຢູ່ຂັ້ນຊຸມຊົນ ຊຶ່ງປະສານງານໂດຍໄວໜຸ່ມ ແລະ ແມ່ຍິງໂດຍໃຊ້ເຄື່ອງມືດິຈິຕອນ ທີ່ງ່າຍດາຍ, ເພື່ອໃຫ້ຊາວກະສິກອນສາມາດຂາຍເຂົ້າໜຽວໄດ້ໃນປະລິມານຫຼາຍຮ່ວມກັນ ແລະ ເຈລະຈາລາຄາທີ່ດີກວ່າກັບຜູ້ຊື້ໃນນະຄອນຫຼວງວຽງຈັນ;

· ຝຶກອົບຮົມ "ນັກຂ່າວດິຈິຕອນ" ໄວໜຸ່ມໃນບ້ານຕ່າງໆເພື່ອຊ່ວຍຄົວເຮືອນຊາວກະສິ ກອນຂາຍໂດຍກົງຜ່ານສື່ສັງຄົມ ແລະ ນຳໃຊ້ລະບົບການຈ່າຍເງິນແຫ່ງຊາດ Lao QR, ຫຼຸດຜ່ອນການເພິ່ງພາພໍ່ຄ້າຄົນກາງ;

· ການປ່ຽນສິ່ງເສດເຫຼືອອິນຊີຈາກຄົວເຮືອນ, ຕະຫຼາດ ແລະ ຟາມໃນວິທະຍາເຂດໃຫ້ກາຍເປັນຕົວອ່ອນແມງວັນດຳສຳລັບເປັນອາຫານໄກ່ ແລະ ເປັນປຸ໋ຍອິນຊີ, ໂດຍໄດ້ຮັບການສະໜັບສະໜູນຈາກວິດີໂອການຮຽນຮູ້ລະຫັດ QR ເປັນພາສາລາວ ແລະ ເຊັນເຊີອຸນຫະພູມ ແລະ ຄວາມຊຸ່ມຊື່ນລາຄາຖືກ;

· ການເກັບຮັກສາບັນທຶກດິຈິຕອນເພື່ອຊ່ວຍໃຫ້ຊາວກະສິກອນລາວຕອບສະໜອງຄວາມຕ້ອງການດ້ານເອກະສານສຳລັບການຮັບຮອງອິນຊີ ແລະ ເຂົ້າເຖິງຕະຫຼາດທີ່ມີມູນຄ່າສູງໃນຕ່າງປະເທດ.

ສອງຂໍ້ສະເໜີແມ່ນມາຈາກນັກສຶກສາຄະນະກະເສດສາດ, ວິທະຍາເຂດນາບົງ, ມະຫາວິທະຍາ ໄລແຫ່ງຊາດລາວ.

(ແຫຼ່ງຂ່າວ:UN)

ຄໍາເຫັນ

ຂ່າວການຮ່ວມມື

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.
ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ວັນທີ 21 ກັນຍານີ້, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຫວຽດນາມ.
ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ  ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ

ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ

ວັນທີ 19 ກັນຍາຜ່ານມາ, ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ແລະ ຄະນະແພດສາດ ກອງ ທັບປະຊາຊົນລາວ ໄດ້ສືບຕໍ່ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ ແຂວງອັດຕະປື ຊຶ່ງເປັນໜຶ່ງໃນກິດຈະກຳພາຍໃຕ້ໂຄງການ "ຂະບວນລົດໄຟສັນຕິພາບ 2026" ລະຫວ່າງ ລາວ-ຈີນ ນໍາພາໂດຍ ສະຫາຍ ເສິນ ເພິນ ເຈິງ ຫົວໜ້າຄະນະກວດສຸຂະພາບ ຈຸດແຂວງອັດຕະປື ພ້ອມດ້ວຍຄະນະ, ມີສະຫາຍ ພັນໂທ ນາງ ກຸນທອງ ອຸດົມ ຮອງຫົວໜ້າຫ້ອງບໍລິຫານການແພດ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ຜູ້ຕິດຕາມການເຄື່ອນໄຫວວຽກງານການກວດພະຍາດ ໂດຍການຕ້ອນຮັບຂອງຄະນະນຳເມືອງສະໜາມໄຊ, ມີຄະນະຮັບຜິດຊອບ ແລະ ອະນຸກຳມະການຮັບໃຊ້ວຽກງານການແພດ ເຂົ້າຮ່ວມ.
ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ວັນທີ 14 ກັນຍາ ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສປປ ລາວ ແລະກອງບັນຊາການຕໍ່ຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄັ້ງທີ XXI, ປະຈຳປີ 2026 ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໂດຍມີ ທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ແລະທ່ານ ພົນຈັດຕະວາ ວູ ວັນ ເດົາ ຫົວ ໜ້າກອງບັນຊາການຕໍ່າຫຼວດແຂວງດຽນບຽນພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

​ ໃນກອງປະຊຸມລະດັບສາກົນ ຄັ້ງທີ 3 ວ່າດ້ວຍສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ (Cluster Munitions) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ໄດ້ວາງສະແດງ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມຮຸນແຮງ ແລະ ມໍຣະດົກໄພອັນຕະລາຍ ທີ່ຕົກຄ້າງມາຈາກສະໄໝສົງຄາມ.
ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ກອງປະຊຸມເຜີຍແຜ່ນິຕິກຳໃນວຽກງານການທ່ອງທ່ຽວ ຕິດພັນກັບການຄຸ້ມຄອງ ສັດປ່າຫວງຫ້າມ ໃຫ້ບັນດາພະແນກ ວັດທະນາທຳ ແລະ ການທ່ອງທ່ຽວ(ວທ) ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃວັນທີ 18 ກັນຍານີ້ທີ່ນະຄອນຫຼວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍຊຶ່ງໄດ້ຮັບການສະໜັບສະໜູນ ຈາກອົງການອະນຸລັກສັດປ່າ(WCS) ປະຈຳລາວ,ໂດຍການເປັນປະທານ ຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ໃນນາມປະທານກອງປະຊຸມໄດ້ຖະແຫຼງຂ່າວປິດກອງປະຊຸມໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munition) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14 ຫາ 18 ກັນຍາ 2026, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານ, ມາຈາກ 91 ປະເທດ (ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ) ແລະ ອົງການຈັດຕັ້ງສາກົນຕ່າງໆຈຳນວນ 27 ອົງການເຂົ້າຮ່ວມ.
ເພີ່ມເຕີມ