ເຊກອງ-ສະຫວັນນະເຂດ ແລກປ່ຽນບົດຮຽນວຽກງານຄຸ້ມຄອງທາງຫຼວງແຫ່ງຊາດ

ເຊກອງ-ສະຫວັນນະເຂດ ແລກປ່ຽນບົດຮຽນວຽກງານຄຸ້ມຄອງທາງຫຼວງແຫ່ງຊາດ

ເຊກອງ-ສະຫວັນນະເຂດ ແລກປ່ຽນບົດຮຽນວຽກງານຄຸ້ມຄອງທາງຫຼວງແຫ່ງຊາດ
ກອງປະຊຸມພົບປະແລກປ່ຽນບົດຮຽນ ໃນການຄຸ້ມຄອງ, ບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ທີ່ນໍາໃຊ້ເຂົ້າໃນການຂົນສົ່ງແຮ່ທາດ ລະຫວ່າງ ຄະນະນໍາແຂວງເຊກອງ ກັບ ຄະນະນໍາແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ເມືອງທ່າແຕງ ແຂວງເຊກອງ ໂດຍການເປັນປະທານຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໂດຍມີພະແນກການ, ຂະແໜງ ການກ່ຽວຂ້ອງ ທັງສອງແຂວງ ເຂົ້າຮ່ວມ.
ເຊກອງ-ສະຫວນນະເຂດ ແລກປຽນບດຮຽນວຽກງານຄມຄອງທາງຫວງແຫງຊາດ - image 1
 

ທ່ານ ຂັນຕີ ສີລະວົງສາ ໄດ້ຕີລາຄາສູງຕໍ່ການມາພົບປະແລກປ່ຽນຖອດຖອນບົດຮຽນໃນຄັ້ງນີ້, ເພື່ອເຮັດໃຫ້ສອງແຂວງ ໄດ້ມີການພົບປະ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບການຄຸ້ມຄອງ, ການບູລະນະ, ການສ້ອມແປງ ແລະ ການຟື້ນຟູຍົກລະດັບເສັ້ນທາງຫຼວງແຫ່ງຊາດ ທີ່ນໍາໃຊ້ເຂົ້າໃນການຂົນສົ່ງແຮ່ທາດ, ຂົນສົ່ງເຄື່ອງ-ອຸປະກອນໄຟຟ້າພະລັງງານລົມ ແລະ ອື່ນໆ ເພື່ອຮັບປະກັນໄດ້ທາງດ້ານເຕັກນິກ, ມີຄວາມຍຸຕິທໍາຕໍ່ຜູ້ປະກອບການ ແລະ ການຊົມໃຊ້ຂອງສັງຄົມ.

ທ່ານ ແກ້ວປະເສີດ ແກ້ວມະນີວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ແຂວງເຊກອງ ມີເສັ້ນທາງຫຼວງແຫ່ງຊາດ 4 ເສັ້ນ ຄື: ທາງ 1I, 1H, 16E ແລະ ທາງ 16B ລວງຍາວທັງໝົດ 209 ກິໂລແມັດ. ໃນນີ້, ເສັ້ນທາງທີ່ມີການຂົນສົ່ງໜັກຜ່ານຫຼາຍກວ່າໝູ່ແມ່ນ ເສັ້ນທາງ 16E ແລະ 16B ມີການເປ້ເພເສຍຫາຍ, ປະຊາຊົນໄດ້ຮັບຜົນກະທົບ, ການໄປ-ມາພົບຄວາມຫຍຸ້ງຍາກ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ການນໍາແຂວງ ກໍຄືຂະແໜງການກ່ຽວຂ້ອງ ຈຶ່ງໄດ້ລົງຕິດຕາມ ກວດກາ, ຈັດກອງປະຊຸມປຶກສາຫາລື ແລະ ຕົກລົງເປັນເອກະພາບຍົກລະດັບເສັ້ນທາງ 16B ແຕ່ເຂດບ້ານດາກເຕິຣບ ເມືອງດາກຈຶງ ແຂວງເຊກອງ ຫາ ຊາຍແດນລາວ-ຫວຽດນາມ ຈາກມາດຕະຖານເກົ່າ 9,1 T/ເພົາ ຂຶ້ນເປັນ 11 T/ເພົາ ໂດຍເພີ່ມຊັ້ນ Basecourse 15 cm, ໜ້າທາງປູອັດສະຟານຄວາມໜາ 5 ຊມ, ກວ້າງ 8 ມ (ສະເພາະຊ້ວງຕົວເມືອງກວ້າງ 14 ມ) ແລະ ໄດ້ສະເໜີໃຫ້ບໍລິສັດປະກອບສ່ວນເປັນເງິນ, ມາຮອດປັດຈຸບັນ ໄດ້ຮັບການປັບປຸງແກ້ໄຂ ເຮັດໃຫ້ການໄປ-ມາສະດວກສະບາຍດີຂຶ້ນ.

(ແຫຼ່ງຂ່າວ: ແຂວງເຊກອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ໃນຕອນເຊົ້າວັນທີ 10 ສິງຫານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາລາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸທົກກະໄພຈາກພາຍຸວິພາ ໂດຍມີບັນດາການນຳຈາກສະພາແຫ່ງຊາດ, ກະຊວງ, ອົງການ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມວິຊາການ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃຫ້ກຽດເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ, ສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວັນທີ 11 ສິງຫານີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດກອງປະຊຸມເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີອະດີດຮອງລັດຖະມົນຕີພ້ອມດ້ວຍຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ວຽງຈັນເຂົ້າຮ່ວມ.
ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ເມື່ອບໍ່ດົນມານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງໄຊບູລີ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ຢູ່ 4 ຈຸດຂອງເມືອງໄຊບູລີ ຄື:
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຕິດຕາມ ກວດກາກອງປະຊຸມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາອານຸກຳມະການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX ເຂົ້າຮ່ວມ.
ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ໃນວັນທີ 8 ສິງຫາຜ່ານມານີ້, ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາ ທິການ ແລະຂົນສົ່ງ (ຍທຂ) ແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກ ຍທຂ ໄດ້ສ້າງຂະບວນການອອກແຮງງານລວມ. ຊຶ່ງການອອກແຮງງານຄັ້ງນິ້,
ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຂະບວນຍ່າງມາລາທອນ ເພື່ອສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນຄົບຮອບ 34 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ສິງຫານີ້ ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມພິທີມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ໄລຍະ 6 ເດືອນຕົ້ນປີ 2025 ແຂວງອັດຕະປື ໄດ້ມີຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ອັນທີ່ພົ້ນເດັ່ນແມ່ນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ, ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນວຽກງານ 3 ສ້າງ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ. ຄຽງຄູ່ກັນນັ້ນ, ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ, ກຸ່ມຄົນບໍ່ຫວັງດີ ຍັງສືບຕໍ່ໃສ່ຮ້າຍປ້າຍສີການນຳພາຂອງພັກ ຢ່າງບໍ່ລົດລະຄວາມພະຍາຍາມ.
ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ທ່ານ ບຸນທວາຍ ສິລິປັນຍາທອງ ພະນັກງານອາວຸໂສບຳນານ ໃນນາມທີ່ເຄີຍດຳລົງຕໍາແໜ່ງ ແລະ ຊີ້ນໍາໃນຂົງເຂດສື່ມວນຊົນ ແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຜ່ານສື່ມວນຊົນແຂວງຄໍາມ່ວນເມື່ອບໍ່ດົນຜ່ານມານີ້ວ່າ:
ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ເມື່ອບໍ່ດົນມານີ້. ທ່ານ ກີນດາວົງ ຫຼວງຣາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ພ້ອມດ້ວຍ ຜູ້ຕາງໜ້າຈາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງ ແລະ ຜູ້ຕາງໜ້າຈາກອົງການຢູເອັນ, ອົງການຢູນິເຊັບ ໄດ້ລົງຕິດຕາມຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ເມືອງເງິນ ແຂວງໄຊຍະບູລີ.
ເພີ່ມເຕີມ