ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026
ໃນວັນທີ 16 ມິຖຸນານີ້ ທີ່ ກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດພິທີລົງນາມໃນສັນຍາໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ງວດທີ 9 ປະຈຳປີ 2026 ຊຶ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຂີພິຍານ.
ເຊນສນຍາຮວມມໂຄງການກອງທນພເສດແມນຳຂອງ-ແມນຳລານຊາງ ປະຈຳປ 2026 - image 1
 

 

ໃນປີ 2026 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 7 ໂຄງການລວມເປັນມູນຄ່າ 3,310,000 ໂດລາ ຊຶ່ງປະກອບມີໂຄງການທີ່ນອນໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ຊັບພະຍາກອນນ້ຳ, ສາທາລະນະສຸກ ແລະ ລຶບລ້າງຄວາມທຸກຍາກ.

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີຈຸດປະສົງ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ຊຶ່ງເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ, ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ. ໃນໄລຍະທີ່ສະພາບການຂອງໂລກສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ຂອບການຮ່ວມມືດັ່ງກ່າວ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມທີ່ສຳຄັນເພື່ອຮັດແໜ້ນການຮ່ວມມືຫຼາຍຝ່າຍ, ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ, ປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍຈຸດປະສົງ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດັ່ງກ່າວຂ້າງເທິງໃຫ້ປະກົດຜົນເປັນຈິງ. ຕະຫຼອດໄລຍະ 10 ປີ ຜ່ານມາ, ສປປ ລາວ ໄດ້ຮັບໂຄງການທັງໝົດ 100 ໂຄງການ ມູນຄ່າຫຼາຍກ່ວາ 26 ລ້ານກວ່າໂດລາ ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນເປັນຮູບປະທຳຢ່າງແທ້ຈິງ.

ເຊນສນຍາຮວມມໂຄງການກອງທນພເສດແມນຳຂອງ-ແມນຳລານຊາງ ປະຈຳປ 2026 - image 2
 

ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການຊ່ວຍເຫຼືອງວດໃໝ່ ໃນປີ 2026 ນີ້, ຈະສາມາດປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ໃນພາກພື້ນແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ມີໝາກຜົນຕົວຈິງ, ພ້ອມທັງເປັນການຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ນັບມື້ນັບ ແໜ້ນແຟ້ນຂຶ້ນເປັນກ້າວໆ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຄະນະຜູ້ແທນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ນໍາພາໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະຈາກກົມເຄຫາ ແລະ ຜັງເມືອງ, ຫ້ອງ ການກະຊວງ, ກົມແຜນການ ແລະ ການຮ່ວມມື ແລະ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສ ອາຊຽນ-ຈີນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ເມືອງທີ່ຍືນຍົງ, ທີ່ຢູ່ອາໄສທີ່ມີຄຸນນະພາບ, ຊຸມຊົນທີ່ສາມັກຄີ” (Sustainable Cities, Quality Housing, Cohesive Communities) ໃນວັນທີ 1 ສິງຫາຜ່ານມາ ທີ່ເມືອງອີໂປ ລັດເປຣັກ ປະເທດມາເລເຊຍ ໂດຍມີຜູ້ແທນລະດັບລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດອາຊຽນ, ສປ ຈີນ, ກອງເລຂາອາຊຽນ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 80 ທ່ານ ເພື່ອແລກປ່ຽນນະໂຍບາຍ, ປະສົບການ ແລະ ນະວັດຕະກຳ ກ່ຽວກັບການພັດທະນາຕົວເມືອງ, ທີ່ຢູ່ອາໄສ ແລະ ໂຄງລ່າງພື້ນຖານຢ່າງຍືນຍົງ.
ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ

ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ, ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (RCO) ໄດ້ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ ຢູ່ ສປປ ລາວ ໃນວັນທີ 30 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຈຸດປະສົງ ເພື່ອປ້ອງກັນການຄ້າມະນຸດ ການຕົວະຍົວະຫຼອກລວງ, ດ້ວຍການຊ່ວຍໃຫ້ປະຊາຊົນຮູ້ທັນຮູບແບບການໂຄສະນາວຽກປອມ, ສາມາດຕັດສິນໃຈຢ່າງມີຂໍ້ມູນ ແລະ ຫຼຸດຜ່ອນຄວາມສ່ຽງຈາກການຖືກກົດຂີ່ຂູດຮີດ.
ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9

ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດຜ່ານມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ. ຄະນະຜູ້ແທນຝ່າຍລາວນໍາໂດຍທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ສາລະວັນ ປະຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມ

ສາລະວັນ ປະຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມ

ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 49 ປີ (18 ກໍລະກົດ 1977 – 18 ກໍລະກົດ 2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962 – 5 ກັນຍາ 2026), ໃນວັນທີ 30 ກໍລະກົດ 226 ແຂວງສາລະວັນ ໄດ້ຈັດປະຖະກະຖາເລົ່າຄືນມູນເຊື້ອປະຫວັດສາດອັນສໍາຄັນດັ່ງກ່າວ. ໃຫ້ກຽດບັນລະຍາຍໂດຍ ທ່ານ ຂັນໄຊ ຣັດຖະເຮົ້າ ອະດີດຄະນະປະຈໍາພັກແຂວງ, ອາດີດຮອງປະທານສະພາປະຊາຊົນແຂວງສາລະວັນ; ໂດຍມີຄະນະປະຈໍາພັກແຂວງ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ສສກ - ສະຫະລັດ ອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ  ໄລຍະ 2 ປີ

ສສກ - ສະຫະລັດ ອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ ຢູ່ ສປປ ລາວ ເພື່ອຍົກລະດັບຄວາມສາມາດໃນການສິດສອນພາສາອັງກິດໃຫ້ແກ່ຄູ-ອາຈານໃນລາວ, ການປັບປຸງຫຼັກສູດ ແລະ ສື່ການຮຽນ-ການສອນ ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດອີກດ້ວຍ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ແອນຊານວາດໍ ທີ່ ນິວຢອກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ແອນຊານວາດໍ ທີ່ ນິວຢອກ

ໃນວັນທີ 28 ກໍລະກົດ ຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ແອນ ຊານວາດໍ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງສາທາລະນະລັດ ແອນ ຊານວາດໍ ແມ່ນ ທ່ານ ນາງ ເອກຣີເຊນດາ ອາຣາເຊລີ ກອນຊາເລສ ໂລເປສ (H.E. Mrs. Egriselda Aracely González López) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ແອນ ຊານວາດໍ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ

ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດລັດອິສຣາແອນ ປະຈໍາລາວ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດລັດອິສຣາແອນ ປະຈໍາລາວ

ໃນວັນທີ 28 ກໍລະກົດ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຢາຣອນ ມາເຢີ (Yaron Mayor) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດອິສຣາແອນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ອັດ​ຕະ​ປືປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ​ລາວ- ຈີນ​ພ້ອມມອບ​ທຶນ​ການ​ສຶກ​ສາໃຫ້ນັກ​ຮຽນ​ເກັ່ງ​

ອັດ​ຕະ​ປືປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ​ລາວ- ຈີນ​ພ້ອມມອບ​ທຶນ​ການ​ສຶກ​ສາໃຫ້ນັກ​ຮຽນ​ເກັ່ງ​

ແຂວງອັດຕະປືໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສາຍພົວ​ພັນການທູດລາວ-ຈີນ, ຄົບ​ຮອບ65ປີ (25​ເມສາ​1961-25ເມສາ​2026) ແລະມອບ-ຮັບເງິນສະໜັບສະໜູນການສຶກສາ​ຈາກສະຖານເອກອັກຄະລັດ​ຖະທູດ​ສປ​ຈີນປະຈໍາ​ສປປ​ລາວ, ໃນ​ວັນ​ທີ 29 ກໍ​ລະ​ກົດ​ຜ່ານ​ມາທີ່ ແຂວງ​ອັດ​ຕະ​ປືໂດຍການ​ເຂົ້າຮ່ວມຂອງທ່ານບຸນເຖິງດວງສະຫວັນກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ມີທ່ານນາງຟາງຫົງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາ​ທາລະນະລັດປະຊາຊົນຈີນປະຈຳສປປລາວ, ມີຜູ້​ຕາງ​ໜ້າ​ຈາກຂະແໜງການສຶກສາຂັ້ນແຂວງ,​ ຂັ້ນເມືອງ​ພ້ອມດ້ວຍບັນດານ້ອງນັກຮຽນແລະຜູ້ປົກຄອງເຂົ້າຮ່ວມ.
ສະຖານທີ່ທ່ອງທ່ຽວຊົນນະບົດ ສາມມານ ກິ່ງແຂວງສິບສອງພັນນາ

ສະຖານທີ່ທ່ອງທ່ຽວຊົນນະບົດ ສາມມານ ກິ່ງແຂວງສິບສອງພັນນາ

ໃນໂອກາດທີ່ຄະນະຜູ້ແທນລາວ ຈາກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເດີນທາງເຂົ້າຮ່ວມກິດຈະກໍາແລກປ່ຽນວັດທະນະທໍາສື່ມວນຊົນ ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ທີ່ນະຄອນຄຸນໝິງ ແລະ ກິ່ງແຂວງສິບສອງພັນນາ ແຂວງຢຸນໜານ ສປ ຈີນ, ມີຄະນະຜູ້ແທນ,ອົງການຂ່າວຫຼາຍກວ່າ 10 ປະເທດເຂົ້າຮ່ວມ ໃນລະຫວ່າງວັນທີ 13-17 ກໍລະກົດ 2026.
ເພີ່ມເຕີມ