ຊຽງຂວາງ ສາມາດເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ການຜະລິດໄດ້ 18.000 ກວ່າ ເຮັກຕາ

ຊຽງຂວາງ ສາມາດເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ການຜະລິດໄດ້ 18.000 ກວ່າ ເຮັກຕາ
ແຂວງຊຽງຂວາງເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລູກລະເບີດໃນສົງຄາມອິນດູຈີນ(ປີ1964-1973)ຢ່າງໜັກໜ່ວງທີ່ສຸດ. ເລີ່ມແຕ່ປີ 1994 ມາເຖິງປັດຈຸບັນສາມາດກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງໄດ້ 18.805 ເຮັກຕາ ເທົ່າກັບ 1,15% ຂອງເນື້ອທີ່ໃນທົ່ວແຂວງ.
ຄະນະກຳມະການ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ(ຄຊກລ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ(UNDP) ໄດ້ຈັດກອງປະຊຸມພົບປະກັບ ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກລັດຖະບານທີ່ໃຫ້ທຶນ ເຊັ່ນ: ການາດາ, ອຽກລັງ, ຍີ່ປຸ່ນ, ສ ເກົາຫຼີ, ລຸກຊຳບວກ, ນູແວນເຊລັງ ແລະ ສະຫະລັດອາເມຣິກາຂຶ້ນ ໃນວັນທີ 8 ພະຈິກນີ້ທີ່ໂຮງແຮມອະນຸລັກແຄນລາວ ແຂວງຊຽງຂວາງ ໂດຍໃຫ້ກຽດເປັນປະທານຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ປະທານຄະນະກຳມະການເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ແລະ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີທ່ານປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການ ຄຊກລ, ມີຕົວແທນຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ສີວິໄລ ແສງຈະເລີນລາຍງານວ່າ: ພາຍຫຼັງສົງຄາມສິ້ນສຸດລົງ, ລະເບີດບໍ່ທັນແຕກຍັງສືບຕໍ່ທຳລາຍຊີວິດຂອງປະຊາຊົນລາວບັນດາເຜົ່າຕະຫຼອດມາ ແລະ ຍັງເປັນອຸປະສັກກີດຂວາງ ຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນຕະຫຼອດມາ ຊຶ່ງໃນແຕ່ປີຍັງມີປະຊາຊົນ ໄດ້ຖືກອຸບັດເຫດຈາກລະເບີດບໍ່ທັນແຕກຕະຫຼອດມາ, ສະເພາະໃນປີ 2023 ມີ 8 ກໍລະນີ, ມີຜູ້ຮັບເຄາະຮ້າຍຈໍານວນ 15 ຄົນ, ເສຍຊີວິດ 5 ຄົນ, ເຮັດໃຫ້ປະຊາຊົນຍັງມີຄວາມຢ້ານກົວ ແລະ ບໍ່ໝັ້ນໃຈທີ່ຈະນໍາໃຊ້ດິນເຂົ້າໃນການທໍາການຜະລິດ ເນື່ອງຈາກວ່າພື້ນທີ່ສ່ວນຫຼາຍແມ່ນຍັງມີລະເບີດບໍ່ທັນແຕກ ຕົກຄ້າງ ແລະບໍ່ມີຄວາມປອດໄພ.
ຕະຫຼອດໄລຍະຫຼາຍປີຜ່ານມາແຂວງຊຽງຂວາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຕໍ່ເນື່ອງ ໂດຍສຸມໃສ່ສາມຄາດໝາຍບຸລິມະສິດຕົ້ນຕໍຄື: ການໂຄສະນາຄວາມສ່ຽງໄພ ຈາກລະເບີດທີ່ບໍ່ທັນແຕກ ໃນພື້ນທີ່ຊຸມຊົນຕ່າງໆ; ການສໍາຫຼວດ ແລະ ກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ຂອງປະຊາຊົນ ແລະ ພື້ນທີ່ພັດທະນາທີ່ຈຳເປັນຂອງແຂວງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ຊຶ່ງໄດ້ຮັບການສະໜັບສະໜູນຈາກບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາຕ່າງໆ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ປີ 1994 ເປັນຕົ້ນມາ ມາເຖິງປັດຈຸບັນສາມາດກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງໄດ້ 18.805 ເຮັກຕາ ເທົ່າກັບ 1,15% ຂອງເນື້ອທີ່ໃນທົ່ວແຂວງ, ສາມາດທໍາລາຍລະເບີດບໍ່ທັນແຕກໄດ້ທັງໝົດ 599.992 ໜ່ວຍ.ໃນນີ້, ມີໂບ່ມບີ່ 370.715 ໜ່ວຍ, ໂບ່ມໃຫຍ່ 530 ໜ່ວຍ, ມິ່ນ 280 ໜ່ວຍ ແລະ ສໍາພາວຸດອື່ນໆ ໄດ້ທັງ ໝົດ 228.467 ໜ່ວຍ ຊຶ່ງຂໍ້ມູນການຖິ້ມລະເບີດລູກຫວ່ານ ມີປະມານ 42.103.689 ລ້ານໜ່ວຍ. ໃນນັ້ນ, ມີລະເບີດທີ່ບໍ່ທັນແຕກກວມ 30% ມີປະມານ 12.630.000 ກວ່າໜ່ວຍ. ໃນປັດຈຸບັນ ຍັງສືບຕໍ່ຈັດຕັ້ງປະຕິບັດໂຄງການສຳຫຼວດ ແລະ ກວດກູ້ລະເບີດ ຢູ່ບັນດາເມືອງຂອງແຂວງຊຽງຂວາງ ໂດຍໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານ ສະຫະລັດອາເມຣິກາ, ລັດຖະບານນີວຊີແລນ, ລັດຖະບານຍີປຸ່ນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ຈໍານວນໜຶ່ງ ໂດຍແມ່ນໂຄງການເກັບກູ້ລະເບີດແຫ່ງຊາດສາຂາແຂວງຊຽງຂວາງ, ອົງການເກັບກູ້ລະເບີດແມັກ, ອົງການເຈມັດ, ອົງການກອຍກາ, ອົງການເທີຣາ ແລະ ສະມາຄົມຄີວລ່າເປັນຜູ້ຈັດຕັ້ງປະຕິບັດ. ການຊ່ວຍເຫຼືອດັ່ງກ່າວ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານມະນຸດສະທຳ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງໃນແຕ່ລະໄລຍະ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG 18) ຂອງລັດຖະບານ.
ໃນໂອກາດນີ້, ທ່ານຮອງເຈົ້າແຂວງຊຽງຂວາງ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ບັນດາທູດປະເທດຕ່າງໆ ແລະ ຜ່ານທ່ານໄປຍັງຜູ້ໃຫ້ທຶນຕ່າງໆ ທີ່ໄດ້ເຫັນຄວາມສຳຄັນ ແລະ ເປັນຫ່ວງເປັນໃຍ ຊຶ່ງຍາມໃດກໍໄດ້ເປັນຄູ່ຮ່ວມງານທີ່ດີ, ເອົາໃຈໃສ່ຊອກຫາທຶນມາຊ່ວຍເຫຼືອ ແຂວງຊຽງຂວາງ ຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອແຂວງຊຽງຂວາງໃນຕໍ່ໜ້າ. ທັງນີ້ ກໍເພາະວ່າການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕ້ອງໄດ້ໃຊ້ເວລາຍາວນານ ແລະ ນໍາໃຊ້ງົບປະມານຫຼວງຫຼາຍ ຊຶ່ງໃນແຕ່ລະປີມີຄວາມຕ້ອງການກວດກູ້ລະເບີດ ອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງຢ່າງຫຼວງຫຼາຍ. 
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ