ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ
ເຢຍລະມັນ ແລະ ສປປ ລາວ: ການຮ່ວມມືທີ່ມີຄວາມຫຼາກຫຼາຍ ຊຶ່ງການຮ່ວມມືືີທີ່ພົ້ນເດັ່ນໃນປີ 2025 ແມ່ນການຮ່ວມມືໃນວຽກງານມໍຣະດົກໂລກ ໃນໂອກາດວັນຊາດ(ວັນລວມເຢຍລະມັນ)ນີ້, ພວກ ເຮົາສະເຫຼີມສະຫຼອງ 35 ປີ ຫຼັງຈາກການລວມຕົວຄືນໃໝ່ຂອງເຢຍລະມັນ.

 

 

ຈຸດປະສົງຂອງການຂຶ້ນທະບຽນເປັນມໍຣະດົກໂລກ ຂອງອົງການອຸຍແນັສໂກ ແມ່ນການກຳນົດ, ປົກປັກຮັກສາ ແລະ ອະນຸລັກຄຸນຄ່າຄວາມໂດດເດັ່ນລະດັບຈັກກະວານຂອງ ແຫຼ່ງມໍຣະດົກໂລກທາງ ດ້ານວັດທະນະທຳ ແລະ ທຳມະຊາດ ເພື່ອມວນມະນຸດ. ແຫຼ່ງມໍຣະດົກເຫຼົ່ານີ້ໄດ້ຖືກພິຈາລະນາວ່າ ເປັນ ຕົ້ນກຳເນີດຂອງຊີວິດ, ແຮງບັນດານໃຈ ແລະ ເປັນມູນມໍຣະດົກ ທີ່ບໍ່ສາມາດປ່ຽນແທນໄດ້ ຊຶ່ງແມ່ນ ສິ່ງທີ່ພວກເຮົາຄວນສົ່ງຕໍ່ໃຫ້ແກ່ຄົນຮຸ່ນຕໍ່ໄປໃນອະນາຄົດ.

ໃນປີ 2025 ນີ້ ທັງສອງປະເທດ ເຢຍລະມັນ ແລະ ສປປ ລາວ ໄດ້ມີຜົນສໍາເລັດໃນການ ຂຶ້ນ ທະບຽນແຫຼ່ງມໍຣະດົກໂລກແຫ່ງໃໝ່; ຢູ່ເຢຍລະມັນ,ຜາສາດນອຍສວາຊສະຕາຍ (Neuschwans tein) ຊຶ່ງໄດ້ຮັບນາມມະຍົດເປັນຕົວແທນ ຂອງຄວາມງົດງາມແຫ່ງສະຖາປັດຕະຍະກຳຂອງ ເອີຣົບ ໃນສັດຕະ ວັດທີ 19. ຢູ່ ສປປ ລາວ, ອຸທິຍານແຫ່ງຊາດຫີນໜາມໜໍ່ ທີ່ເມືອງບົວລະພາ, ແຂວງຄຳມ່ວນ, ກໍໄດ້ ຖືກເລືອກໃຫ້ເປັນຕົວແທນຂອງເຂດພູມີທັດພູຫີນປູນ ທີ່ຍັງສົມບູນ ແລະ ເກົ່າແກ່ທີ່ສຸດໃນ ໂລກອີກແຫ່ງ ໜຶ່ງ. ແຫຼ່ງມໍຣະດົກໂລກທີ່ເປັນເອກະລັກແຫ່ງນີ້ໄດ້ເຊື່ອງຊ້ອນຂຸມຊັບແຫ່ງຄວາມຫຼາກຫຼາຍ ທາງດ້ານຊີ ວະນາໆພັນ, ຄວາມງົດງາມຂອງທຳມະຊາດ ແລະ ບັນດາລະບົບຖໍ້າທີ່ຕື່ນຕາຕື່ນໃຈ ເຫຼົ່ານັ້ນແມ່ນໄດ້ ຢັ້ງຢືນໃຫ້ເຫັນເຖິງຄວາມສວຍສົດງົດງາມຂອງ ສປປ ລາວ.

ພ້ອມດຽວກັນນີ້, ເຢຍລະມັນ ໄດ້ມີສ່ວນຮ່ວມອັນສໍາຄັນ ສະໜັບສະໜູນຂະບວນການໃນການ ສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ຂອງ ສປປ ລາວ ຂຶ້ນທະບຽນເປັນແຫຼ່ງມໍຣະດົກໂລກ ຂອງ ອົງ ການອຸຍແນັສໂກ ຊຶ່ງໄດ້ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງໃກ້ຊິດລະຫວ່າງສອງປະເທດ ເປັນເວລາ ຫຼາຍກວ່າສິບປີ. ຢູ່ຂັ້ນສູນກາງ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປັນໃຈກາງໃນການປະ ສານງານກະກຽມເອກະສານຄຳຮ້ອງສະເໜີເຂົ້າເປັນມໍຣະດົກໂລກຂອງອົງການອຸຍແນັສໂກ, ໄດ້ຮັບການ ຮ່ວມມືເປັນຢ່າງດີຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ທີ່ອຳນວຍຄວາມສະດວກ ດ້ານການສະ ໜອງຂໍ້ມູນເຂົ້າໃນເອກະສານຄຳຮ້ອງ, ຢູ່ຂັ້ນທ້ອງຖິ່ນໂດຍສະເພາະ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍທີມງານ ທີ່ໄດ້ເປັນເຈົ້າການໃນການຊີ້ນຳ ແລະ ຄຸ້ມຄອງ ອຸທິຍານແຫ່ງ ຊາດຫີນໜາມໜໍ່ໃຫ້ຮັກສາໄດ້ຄວາມອຸດົມສົມບູນ. ນອກຈາກນີ້, ດ້ວຍລັກສະນະສະເພາະ ດ້ານທີ່ຕັ້ງທີ່ ຂ້າມຊາຍແດນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ຂອງ ສປປ ລາວ ທີ່ເຊື່ອມຕໍ່ ແລະ ກົມກຽວກັນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍຣະດົກໂລກ ຂອງ ສສ. ຫວຽດນາມ ຈຶ່ງຖືເປັນການຍົກລະດັບ ການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານຊີວະນາໆພັນທັງໝົດຂອງຂົງເຂດນັ້ນຮ່ວມກັນ.

ສປປ ລາວ ແລະ ເຢຍລະມັນ ມີສາຍພົວພັນມິດຕະພາບ ອັນຍາວນານ ແລະ ມີປະຫວັດ ສາດເປັນຄູ່ຮ່ວມມືທີ່ດີນຳກັນ, ຊຶ່ງມັນໄດ້ມີຮາກຖານມາຈາກການຮ່ວມມືຢ່າງກວ້າງຂວາງ ຂອງ ສອງປະ ເທດເຢຍລະມັນ ກ່ອນການລວມປະເທດເຢຍລະມັນ ຄືນໃໝ່, ຊຶ່ງເກີດຂຶ້ນໃນວັນທີ 3 ຕຸລາ 1990 ແລະ ມາຮອດປີນີ້ ຄົບຮອບ 35 ປີ. ຍັງມີເພື່ອນທີ່ດີຫຼາຍຄົນໃນ ສປປ ລາວ, ຜູ້ທີ່ໄດ້ສຶກສາຢູ່ເຢຍລະ ມັນຕາເວັນອອກຫຼາຍປີກ່ອນ, ແລະ ຍັງມີປະຊາຊົນລາວຫຼາຍຄົນ, ຜູ້ທີ່ຊື່ນຊົມກັບໝາກຜົນຂອງການ ຮ່ວມມື 35 ປີ ແຫ່ງການຮ່ວມມືກັບເຢຍລະມັນຫຼັງຈາກປີ 1990.

ການຮ່ວມມືດ້ານເສດຖະກິດສອງຝ່າຍຂອງພວກເຮົາແມ່ນສຸມໃສ່ການຕໍ່ສູ້ກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ການຫັນປ່ຽນຂອງວຽກງານກະສິກຳ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ, ການ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງຄວາມເຂັ້ມແຂງໃຫ້ຂະແໜງການຝຶກອົບ ຮົມດ້ານ ວິຊາຊີບ. ພ້ອມດຽວກັນນີ້, ພວກເຮົາຍັງແນໃສ່ການມີສ່ວນຮ່ວມທີ່ເຂັ້ມແຂງ ຂອງສະມາຊິກຂອງອົງການ ຈັດຕັ້ງທາງສັງຄົມໂດຍສະເພາະການມີສ່ວນຮ່ວມຂອງແມ່ຍິງ ໃນວຽກງານການເມືອງ ແລະ ພວກເຮົາ ຊຸກຍູ້ໃຫ້ມີຄວາມສອດຄ່ອງລະຫວ່າງລະບຽບແຫ່ງຊາດຂອງລາວກັບມາດຕະຖານຂອງອາຊຽນ;ປະລິມານການຮ່ວມມືສອງຝ່າຍຂອງພວກເຮົາລະຫວ່າງປີ 2010 ມາຮອດ ປັດຈຸບັນແມ່ນບັນລຸ 200 ລ້ານເອີໂຣ, ແລະ ຜົນປະໂຫຍດຂອງໂຄງການຂອງພວກເຮົາແມ່ນໄດ້ເສີມຂະຫຍາຍເພີ່ມຂຶ້ນຈາກການປະກອບສ່ວນ ຂອງທີມເອີຣົບແລະເພື່ອນມິດອື່ນໆທີ່ມີຄວາມຄິດຄ້າຍຄືກັນ; ພວກເຮົາກໍາລັງດຳເນີນສິ່ງເຫຼົ່ານີ້ເພາະວ່າ ພວກເຮົາຢູ່ໃນໂລກໜ່ວຍດຽວກັນ. ພວກເຮົາຍຶດໝັ້ນໃນຄຳໝັ້ນສັນຍາຂອງພວກເຮົາເຊັ່ນ: ສະຫະປະຊາ ຊາດໄດ້ປະກາດຫຼາຍຄັ້ງຕໍ່ກັບຄວາມພະຍາຍາມສ້າງໂລກໃຫ້ມີຄວາມສະເໝີພາບເພື່ອສ້າງໂອກາດທີ່ດີ ກວ່າໃຫ້ແກ່ປະຊາກອນ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ບໍ່ວ່າ ພວກເຂົາອາໄສຢູ່ບ່ອນໃດກໍຕາມ; ພວກເຮົາ ຍັງສືບຕໍ່ດຳເນີນສິ່ງນີ້ເພື່ອຜົນປະໂຫຍດຂອງຊາດຂອງພວກເຮົາ: ຖ້າພວກເຮົາທຸກຄົນຕໍ່ສູ້ກັບຜົນກະທົບ ຂອງການປ່ຽນແປງດິນຟ້າອາກາດຮ່ວມກັນໃນມື້ນີ້, ພວກເຮົາຈະສາມາດມອບໂລກທີ່ມີຄຸນຄ່າຕໍ່ການດຳ ລົງຊີວິດໃຫ້ແກ່ຄົນຮຸ່ນຫຼັງ. ໂດຍການມີສ່ວນຮ່ວມໃນລະດັບສາກົນ, ເຢຍລະມັນຮັບຮູ້ດີວ່າໃນຖານະທີ່ເປັນ ປະເທດທີ່ມີອຸດສາຫະກຳໜັກ, ພວກເຮົາມີຄວາມຮັບຜິດຊອບສູງຕໍ່ຜົນກະທົບຕ່າງໆເຊັ່ນ: ການປ່ຽນແປງ ດິນຟ້າອາກາດທີ່ມະນຸດສ້າງຂຶ້ນຫຼາຍກວ່າປະເທດອື່ນໆ.

ແນ່ນອນ, ລະບົບການເມືອງຂອງ ສປປ ລາວ ແລະ ເຢຍລະມັນແມ່ນແຕກຕ່າງກັນຫຼາຍ. ເຖິງຢ່າງໃດກໍຕາມ, ພວກເຮົາມີຄວາມສົນໃຈ ແລະ ມີທັດສະນະຄ້າຍຄືກັນຫຼາຍຢ່າງໃນເວທີພາກພື້ນ ແລະ ສາກົນ. ກ່ອນອື່ນໝົດ, ເປົ້າໝາຍຮ່ວມກັນ ຂອງພວກເຮົາ ທີ່ຈະເພີ່ມທະວີການປັບປຸງລະບຽບ ໂລກໃຫ້ເຂັ້ມແຂງ ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດເປັນຫຼັກ. ກົດລະບຽບເຫຼົ່ານີ້ຈະຮັບຮູ້ວ່າ ປະ ເທດນ້ອຍກໍມີສິດອອກສຽງ ແລະ ມີບົດບາດສຳຄັນ, ບໍ່ພຽງແຕ່ປະເທດໃຫຍ່ ແລະ ມີອໍານາດເທົ່າ ນັ້ນທີ່ ມີສິດດັ່ງກ່າວ; ໃຫ້ພວກເຮົານຳໃຊ້ເຄື່ອງມືທັງໝົດທີ່ພວກເຮົາມີເພື່ອຕ້ານກັບໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ກັບລະ ບຽບໂລກ. ຂໍໃຫ້ພວກເຮົາເຮັດສິ່ງນີ້ຮ່ວມກັນ, ໃນຖານະທີ່ເປັນສອງປະເທດທີ່ມີຄວາມພາກພູມໃຈ ໃນ ພື້ນຖານທີ່ເທົ່າທຽມກັນ. ເຢຍລະມັນຈະສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບລະຫວ່າງປະຊາຊົນ ສອງປະເທດຂອງພວກເຮົາເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ ລາວ ແລະ ເຢຍລະມັນ.

ຄໍາເຫັນ

ຂ່າວການຮ່ວມມື

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ຫວ່າງ​ມໍ່ໆ​ມາ​ນີ້, ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທແລະຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ກັນ​​ປາບ​ປາມ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຂອງ​ຈີນເພື່ອ​ເຕົ້າ​ໂຮມ​ກຳ​ລັງ​ດ້ວຍ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂດຍ​ຜ່ານກົນ​ໄກແລະແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ວຍ​ການປະ​ຕິ​ບັດ​ງານ​ຕົວ​ຈິງ. ການ​ປະ​ສານ​ງານ​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລ່ອງ​ແມ່​ນ້ຳ​ຂອງບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ໝັ້ນ​ແກ່ນ​ຂອງ 6 ປະ​ເທດໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ເທົ່າ​ນັ້ນ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິຫຼາຍ​ຝ່າຍໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ອີກ​ດ້ວຍ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ໃນວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ວະລາເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ, ທ່ານ ນາງ ລໍ່ ທິ ຖຸຍ ຮ່າກຳມະການຄະນະບໍລິຫານງານພັກແຂວງອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງ ເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ນາງ ຄໍາສີ ສິດທິວໍລະດາຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວັນທີ 17 ພະຈິກຜ່ານມານີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ພ້ອມດ້ວຍຄະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ວັນທີ 19 ພະຈິກ 2025 ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ  ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ສະຫາຍຈ້ຽວຕ່າຍວິງຮອງຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍນາງອິນລາວັນແກ້ວບຸນພັນຮອງປະທານສູນກາງ ແນວລາວສ້າງຊາດຜູ້ປະຈໍາການ (ສນຊ) ໃນວັນທີ 19 ພະຈິກນີ້ທີ່ ສນຊ.
ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ໃນວັນທີ 13 ພະຈິກ ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະ ກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.
ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນວັນທີ 19 ພະຈິກນີ້ທີ່ ຄອສພ. ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ພະຈິກ 2025.
ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສະຖາບັນຂົງຈື (ສຂຈ)ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຕ້ອນຮັບຄະນະຜູ້ແທນຈາກນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ນຳໂດຍທ່ານ Wang Yunlin ຮອງເຈົ້ານະຄອນຄຸນໝິງພ້ອມດ້ວຍຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດໃນວັນທີ 18 ພະຈິກນີ້ ເປັນກຽດຕ້ອນຮັບໂດຍທ່ານ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,​ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 21 ພະຈິກ 2025.
ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ໃນຕອນຄໍ່າຂອງວັນທີ 17ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ​ຣາ​ຊະ​ອາ​ນາ​ຈັກໂຮນລັງຂຶ້ນຢ່າງເປັນທາງການ,ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ,ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມ​ໂກ ​ຟົງ ໄວຄາ​ເດິນ (Remco VAN WIJNGAARDEN),ເອກອັກຄະລັດຖະທູດ ແຫ່ງ ຣາ​ຊະ​ອາ​ນາ​ຈັກໂຮນລັງປະຈຳສປປລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ,ຕາງໜ້າລັດຖະບານ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ໂຮນລັງ, ມີບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ເພີ່ມເຕີມ