ຢຶດໝັ້ນແນວຄິດສະຫາຍທີ່ດີ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ

ຢຶດໝັ້ນແນວຄິດສະຫາຍທີ່ດີ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ

ຄໍາວ່າ “ສະຫາຍ” ໄດ້ສະທ້ອນເຖິງຄຸນສົມບັດທາງການເມືອງ ທີ່ສອງຝ່າຍ ລາວ-ຈີນ ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຄວາມເຫັນດີເຫັນພ້ອມທາງຍຸດທະສາດທີ່ຈະຮ່ວມກັນກ້າວໜ້າພ້ອມກັນ. ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ສອງພັກ ແລະ ສອງປະເທດ ຍາມໃດກໍຖືເອົາການນຳພາຂອງພັກເປັນຫຼັກແຫ່ງການຢຶດຖື, ໄດ້ນຳເອົາຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຕິດພັນກັບທົ່ວຂະບວນການພັດທະນາແຫ່ງສາຍພົວພັນ, ເຮັດໃຫ້ມິດຕະພາບອັນເປັນປະເພນີແບບສະຫາຍອ້າຍນ້ອງດຽວກັນນັ້ນ ມີຄວາມເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ. ນັບແຕ່ຍຸກໃໝ່ເປັນຕົ້ນມາ, ຜູ້ນຳສູງສຸດຂອງສອງພັກ ໄດ້ຮ່ວມກັນວາງແຜນຜັງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການ, ສ້າງຄວາມໝາຍອັນໃໝ່ໃຫ້ແກ່ແນວຄິດ “ສະຫາຍທີ່ດີ” ນີ້.

 

 

ອຸດົມການຮ່ວມກັນແມ່ນສາຍພົວພັນທາງຈິດໃຈທີ່ເຂັ້ມແຂງທີ່ສຸດໃນສາຍພົວພັນ ລະຫວ່າງສອງພັກ ແລະ ສອງປະເທດ. ສອງພັກລ້ວນແຕ່ມີໜ້າທີ່ປະຫວັດສາດໃນການເຮັດໃຫ້ປະຊາຊົນມີຄວາມຜາສຸກ ເຮັດໃຫ້ປະເທດຊາດມີການພັດທະນາ ແລະ ເຮັດໃຫ້ມະນຸດມີຄວາມກ້າວໜ້າ, ພ້ອມທັງຖືເອົາການຢຶດໝັ້ນ ແລະ ເພີ່ມທະວີການນຳພາຂອງພັກເປັນຫຼັກແຫ່ງການຢຶດຖື. ສອງພັກໄດ້ອີງໃສ່ເວທີສາກົນໄກຕ່າງໆ ເຊັ່ນ: ກອງປະຊຸມສຳມະນາທິດສະດີ ແລະ ຊຸດຝຶກອົບຮົມພະນັກງານເປັນຕົ້ນ, ໄດ້ມີການແລກປ່ຽນຢ່າງເລິກເຊິ່ງ ກ່ຽວກັບບັນດາຫົວຂໍ້ຫຼັກ ເຊັ່ນ: ການກໍ່ສ້າງພັກ ແນວທາງການປົກຄອງປະເທດ ແລະ ບໍລິຫານການເມືອງເປັນຕົ້ນ, ຊຸກຍູ້ການແລກປ່ຽນບົດຮຽນດ້ານການປົກຄອງພັກ ແລະ ປົກຄອງປະເທດ ໄດ້ຮັບ ໝາກຜົນອັນອຸດົມສົມບູນ.

ການຮ່ວມກັນຊອກຄົ້ນເສັ້ນທາງແຫ່ງຄວາມທັນສະໄໝທີ່ເໝາະສົມກັບສະພາບຂອງແຕ່ລະປະເທດ ແມ່ນວຽກງານຍຸກສະໄໝລາວ-ຈີນ ໃນຖານະເປັນສະຫາຍຮ່ວມເດີນທາງແຫ່ງ ສັງຄົມນິຍົມ. ສອງປະເທດມີໄລຍະການພັດທະນາ ແລະ ຊັບພະຍາກອນທີ່ແຕກຕ່າງກັນ, ແຕ່ຈຸດໝາຍໃນການສະແຫວງຫາການພັດທະນາແບບເພິ່ງຕົນເອງ ແລະ ການເພີ່ມທະວີສະຫວັດດີພາບຂອງປະຊາຊົນ ມີການສອດຄ່ອງກັນຢ່າງສູງ. ສອງຝ່າຍຖືເອົາການພັດທະນາເປັນເສົາຫຼັກ, ໄດ້ແລກປ່ຽນບົດຮຽນໃນຂົງເຂດການພັດທະນາຊົນນະບົດການພັດທະນາແບບສີຂຽວ ແລະ ການຫັນແບບດີຈີຕອນເປັນຕົ້ນ ຊຶ່ງບັນດາເສັ້ນທາງປະຕິບັດທີ່ມີສີສັນພິເສດຂອງແຕ່ລະປະເທດ ໄດ້ເຮັດໃຫ້ພາບພົດແຫ່ງຄວາມທັນສະໄໝຂອງສັງຄົມນິຍົມ ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນຂຶ້ນ.

ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງແບບລະດັບສູງແມ່ນການສະທ້ອນອັນສຳຄັນ ຂອງແນວຄິດ “ສະຫາຍທີ່ດີ”. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ສະເໜີຄວາມເຫັນ 4 ຂໍ້ ກ່ຽວກັບການຊຸກຍູ້ສາຍພົວພັນ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳຂອງສອງປະເທດ ຄື: ຢຶດໝັ້ນທິດທາງສັງຄົມນິຍົມ ເພີ່ມທະວີການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເສີມຂະຫຍາຍມິດຕະພາບອັນເປັນປະເພນີລະຫວ່າງປະຊາຊົນ ແລະ ເພີ່ມທະວີການປະສານງານດ້ານນະໂຍບາຍການຕ່າງປະເທດ. ຂໍ້ສະ

ເໜີດັ່ງກ່າວໄດ້ຊີ້ທິດໃຫ້ການສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງແບບລະດັບສູງໃຫ້ໝັ້ນຄົງ. ສອງຝ່າຍມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນບັນຫາທີ່ສອງຝ່າຍເອົາໃຈໃສ່ໃຫ້ຄວາມສໍາຄັນ ແລະ ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງຕໍ່ກັນໃນບັນຫາທີ່ກ່ຽວພັນກັບຜົນປະໂຫຍດອັນເປັນແກນກາງຂອງສອງຝ່າຍ, ຮ່ວມກັນພັດທະນາ ດ້ວຍການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນປະເຊີນໜ້າກັບສິ່ງທ້າທາຍ ດ້ວຍຄວາມສາມັກຄີ ແລະ ການປະສານງານ ເພື່ອປະກອບສ່ວນເຂົ້າໃນພາລະກິດອັນສູງສົ່ງໃນການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດ.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ກ່າວວ່າ: ຈີນຍາມໃດກໍຖືລາວເປັນທິດທາງສຳຄັນ ໃນການທູດກັບປະເທດໃກ້ຄຽງ, ສະໜັບສະໜູນຢ່າງເຂັ້ມແຂງຕໍ່ເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງລາວ, ຈະຮ່ວມກັບຝ່າຍລາວ ເພື່ອສືບທອດມິດຕະພາບອັນເປັນປະເພນີ, ເພີ່ມທະວີການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສາມັກຄີ ແລະ ປະສານງານຢ່າງໃກ້ຊິດ, ຊຸກຍູ້ສາຍພົວພັນ ລາວ-ຈີນ ໃຫ້ບັນລຸການກ້າວກະໂດດຂັ້ນໃໝ່. 65 ປີ ທີ່ຮ່ວມທຸກຮ່ວມສຸກນຳກັນ, ນັບແຕ່ “ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ” ຈົນເຖິງ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ແລະ ກ້າວສູ່ການຮ່ວມກັນສ້າງ “ຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ນັ້ນ ຊຶ່ງໄດ້ສະແດງໃຫ້ເຫັນພາລະໜ້າທີ່ຂອງສອງພັກ ແລະ ສອງປະເທດ ໃນການປະຕິບັດຕົວຈິງຂອງຄູ່ຮ່ວມມືທີ່ດີ.

ການເຊື່ອມຈອດເຊື່ອມໂຍງໄດ້ຊຸກຍູ້ການຮ່ວມມືດ້ານຄວາມສາມາດການຜະລິດ ກະຕຸ້ນກໍາລັງບົ່ມຊ້ອນດ້ານການພັດທະນາພາກພື້ນ. ນັບຕັ້ງແຕ່ການເປີດນຳໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງທັງຜູ້ໂດຍສານ ແລະ ສິນຄ້າໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຜົນສະທ້ອນຂອງ "ຊ່ອງທາງທອງຄໍາ" ນັບມື້ນັບເພີ່ມຂຶ້ນ ຊຶ່ງກຳລັງຊຸກຍູ້ໃຫ້ທັງສອງຝ່າຍດຳເນີນການຮ່ວມມືໃນການພັດທະນາແບບສີຂຽວຕາມແລວທາງ "ການກວດກາປະຕູດຽວ ຄັ້ງດຽວ” ແລະ ການສ້າງແລວທາງເສດຖະກິດລາວ-ຈີນ ເພື່ອບັນລຸເປົ້າໝາຍທີ່ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ. ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ໄດ້ເລີ່ມດຳເນີນງານມີການສົ່ງໄຟຟ້າສະອາດ 3 ຕື້ກິໂລວັດຊົ່ວໂມງຕໍ່ປີ ຊຶ່ງເປັນການຊຸກຍູ້ການຫັນປ່ຽນແບບສີຂຽວຂອງພາກພື້ນ. ສອງປະເທດໄດ້ສ້າງພື້ນຖານການພັດທະນາຮ່ວມກັນໃຫ້ແຂງແກ່ນ ດ້ວຍຮູບແບບການເຊື່ອມຈອດທີ່ຫຼາກຫຼາຍ ຊຶ່ງລວມມີການເຊື່ອມຕໍ່ທາງບົກ-ທາງທະເລ ແລະ ການຊ່ວຍເຫຼືອດ້ານພະລັງງານຊຶ່ງກັນ ແລະ ກັນ. ຂະຫຍາຍຂອບເຂດການຮ່ວມມືແບບໃໝ່ ບຳລຸງສ້າງກຳລັງຂັບເຄື່ອນການຂະຫຍາຍຕົວໃໝ່.

ສອງຝ່າຍຖືເອົາແຜນການພັດທະນາ 5 ປີສະບັບໃໝ່ເປັນພື້ນຖານ, ເຊື່ອມຕໍ່ກັບຍຸດທະສາດການພັດທະນາຢ່າງຖືກຕ້ອງ ຊຸກຍູ້ການຮ່ວມມືໃຫ້ຂະຫຍາຍໄປສູ່ຂົງເຂດໃໝ່ ເຊັ່ນ: ເສດຖະກິດດີຈີຕອນ ປັນຍາປະດິດ (AI), ແຮ່ທາດແບບສີຂຽວ ແລະ ອື່ນໆ. ການຄົ້ນຄວ້າພັດທະນາ ແລະ ການນໍາໃຊ້ແບບຈຳລອງພາສາລວມຂອງລາວ (LaoAI) ໄດ້ເປັນສັນຍາລັກທີ່ສະແດງໃຫ້ເຫັນວ່າ: ການຮ່ວມມືດ້ານເຕັກໂນໂລຊີຂອງສອງປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່ແບບປັນຍາປະດິດ. ຂົງເຂດກະສິກໍາທັນສະໄໝ ກິດຈະການລັດຖະບານແບບເອເລັກໂຕຣນິກຫຼຸດຜ່ອນຄວາມທຸກຍາກດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອື່ນໆ ໄດ້ຮັບຜົນສຳເລັດການຮ່ວມມືຢ່າງຕໍ່ເນື່ອງ. ການຄ້າເອເລັກໂຕຣນິກຂ້າມແດນໄດ້ເປີດຕະຫຼາດຈີນໃຫ້ແກ່ຜະລິດຕະພັນກະສິກຳທຳມະຊາດຂອງລາວ, ການຍົກເວັ້ນພາສີ ແລະ ລົດໄຟຂະບວນຕ່ອງໂສ້ຄວາມເຢັນໄດ້ນຳສົ່ງກາເຟ ແລະ ເຂົ້າສານໄປເຖິງຜູ້ບໍລິໂພກໂດຍກົງ, ຕົ້ນທຶນການຂົນສົ່ງໄດ້ຮັບການຫຼຸດລົງຢ່າງຫຼວງຫຼາຍ, ລາຍຮັບຂອງຊາວກະສິກອນເພີ່ມຂຶ້ນຫຼາຍເທົ່າ. ການຮ່ວມມືດ້ານພະລັງງານສະອາດໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງ, ໂຄງການພະລັງງານໄຟຟ້າແສງຕາເວັນຂອງຖານພະລັງງານສະອາດພາກເໜືອຂອງລາວໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້, ການພັດທະນາ ແລະ ການປຸງແຕ່ງແຮ່ທາດສີຂຽວໄດ້ເລັ່ງລັດການຈັດຕັ້ງປະຕິບັດ, ທ່າແຮງດ້ານຊັບພະຍາກອນຈະຫັນສູ່ກຳລັງແຮງອຸດສາຫະກຳ, ສືບຕໍ່ສ້າງກຳລັງແຮງໃໝ່ໃຫ້ແກ່ຄວາມທັນສະໄໝຂອງສອງປະເທດ.

ການເພີ່ມທະວີການປະສານງານໃນການບໍລິຫານທົ່ວໂລກ ເພື່ອສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຄູ່ຮ່ວມມືທີ່ດີ. ຈີນ ແລະ ລາວ ຍາມໃດກໍຢຶດໝັ້ນລັດທິຫຼາຍຝ່າຍ, ຮັກສາການປະສານງານຢ່າງໃກ້ຊິດພາຍໃຕ້ຂອບຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈີນ-ອາຊຽນ ເປັນຕົ້ນ. ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ຂໍ້ລິເລີ່ມວ່າດ້ວຍອາລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກ, ຄັດຄ້ານຢ່າງເດັດຂາດຕໍ່ການກະທຳແບບເຈົ້າອຳນາດ ແລະ ການປະເຊີນໜ້າກັນລະຫວ່າງຄ້າຍ, ປົກປັກຮັກສາສິດຜົນປະໂຫຍດຮ່ວມຂອງບັນດາປະເທດກໍາລັງພັດທະນາ. ຈີນ ແລະ ລາວ ຮ່ວມກັນໃນການຈັດຕັ້ງປະຕິບັດຖະແຫຼງການວ່າດ້ວຍການປະຕິບັດຂອງບັນດາຝ່າຍຢູ່ທະເລຈີນໃຕ້ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ຊຸກຍູ້ໃຫ້ບັນລຸກົດແຫ່ງການປະພຶດຢູ່ທະເລຈີນໃຕ້ໂດຍໄວ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ເພື່ອປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບໃຫ້ແກ່ຂະບວນການແບບຍຸຕິທຳ ແລະ ສົມເຫດສົມຜົນຂອງລະບຽບສາກົນ ດ້ວຍການປະສານງານຍຸດທະສາດ ທີ່ກວ້າງກວ່າຂອບເຂດສອງຝ່າຍ.

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ