18 ມິຖຸນາ ວັນແພດລາວທີ່ມີຄວາມໝາຍໃນຂະແໜງການສາທາລະນະສຸກ

18 ມິຖຸນາ ວັນແພດລາວທີ່ມີຄວາມໝາຍໃນຂະແໜງການສາທາລະນະສຸກ

18 ມິຖຸນາ ວັນແພດລາວທີ່ມີຄວາມໝາຍໃນຂະແໜງການສາທາລະນະສຸກ
ໂດຍ: ວັນເພັງ ວັນແພດລາວແມ່ນວັນໜຶ່ງທີ່ມີຄວາມໝາຍເປັນປະຫວັດສາດອັນລໍ້າຄ່າຂອງຂະແໜງການສາທາລະນະສຸກ, ເນື່ອງໃນວັນແພດລາວ 18 ມິຖຸນາ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025), ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄຳເຫັນຕໍ່ວັນດັ່ງກ່າວເມື່ອບໍ່ດົນມານີ້
18 ມຖນາ ວນແພດລາວທມຄວາມໝາຍໃນຂະແໜງການສາທາລະນະສກ - image 1
 

 

 

 ທີ່ກະຊວງສາທາລະນະສຸກ ວ່າ: ວັນແພດລາວແມ່ນວັນໜຶ່ງທີ່ມີຄວາມໝາຍເປັນປະຫວັດສາດອັນລໍ້າຄ່າຂອງຂະແໜງການສາທາລະນະສຸກ ເປັນວັນສ້າງຂະບວນການກິດຈະກໍາຕ່າງໆເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດກໍຄືສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ; ການແພດລາວ ໄດ້ກໍາເນີດຂຶ້ນຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂອງການແພດໃນແຕ່ລະສະໄໝມາແຕ່ດຶກດໍາບັນ ແລະ ຕິດພັນກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະ. ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບໃໝ່ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍກໍນັບມື້ນັບຂະຫຍາຍຕົວ, ແພດໝໍ ໃນໄລຍະນັ້ນແມ່ນນອນຢູ່ໃນການຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນໃນການຮັກສາ ແລະ ປິ່ນປົວພະຍາດ ໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ.

ເມື່ອສູນກາງພັກມີນະໂຍບາຍ “ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ” ໃນວັນທີ 18 ມິຖຸນາ1965 ໄດ້ຕົກລົງແຍກຂະແໜງສາທາລະນະສຸກອອກເປັນ 2 ການຈັດຕັ້ງຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງ ເພື່ອຮັບໃຊ້ພົນລະເຮືອນ; ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987, ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ສະເໜີໃຫ້ຄະນະເລຂາທິການສູນກາງພັກ ແລະ ສະພາລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງທີ່ມີຄວາມໝາຍປະຫວັດສາດເປັນ “ວັນແພດລາວ. ຈາກແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມານັ້ນກະຊວງສາທາລະນະສຸກໄດ້ນໍາສະເໜີລັດຖະບານ ແລະ ສະພາແຫ່ງຊາດຊຸດທີ VII ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າໃນກົດໝາຍວ່າດ້ວຍການປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ຊຶ່ງໄດ້ກໍານົດເອົາ ວັນທີ 18 ມິຖຸນາ ເປັນ “ວັນແພດລາວ” ແລະ ຕໍ່ມາຕາມກົດໝາຍວ່າດ້ວຍສາທາລະນະສຸກ ສະບັບເລກທີ 38/ສພຊ, ລົງວັນທີ 17 ກໍລະກົດ 2023 ພາກທີ IX ມາດຕາ 56 ລັດກຳນົດເອົາວັນແພດລາວ ວັນທີ 18 ມິຖຸນາ ເປັນ “ວັນສາທາລະນະສຸກ”. ການສະເຫຼີມສະຫຼອງວັນສາທາລະນະສຸກ 18 ມິຖຸນາເປັນການປູກຈິດສໍານຶກໃຫ້ແກ່ພະນັກງານແພດໝໍ, ພະຍາບານ, ພະນັກງານສາທາລະນະສຸກລາວຮຸ່ນສືບທອດໄດ້ຮໍ່າຮຽນເອົາແບບຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ່ນກ່ອນ,ອອກແຮງຝຶກຝົນຫຼໍ່ຫຼອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ, ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະເພື່ອເປັນນັກຮົບເສື້ອຂາວປະຕິວັດຂອງພັກ, ກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ; ຄະນະພັກ, ຄະນະນໍາກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານສາທາລະນະສຸກ ໃນທົ່ວປະເທດມີຄວາມເອກອ້າງທະນົງໃຈ, ມີຄວາມເບີກບານມ່ວນຊື່ນຕໍ່ການໝູນວຽນມາຂອງວັນແພດລາວ ຫຼື ວັນສາທາລະນະສຸກ.

18 ມຖນາ ວນແພດລາວທມຄວາມໝາຍໃນຂະແໜງການສາທາລະນະສກ - image 2
 

ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ນໍາພັກ-ລັດຮຸ່ນກ່ອນ ແລະ ຮຸ່ນປັດຈຸບັນທີ່ໄດ້ໃຫ້ການສຶກສາອົບຮົມພະນັກງານແພດໝໍ ພ້ອມທັງຊີ້ທິດເຍືອງທາງໃນການພັດທະນາວຽກງານສາທາລະນະສຸກ ນັບແຕ່ມື້ສ້າງຕັ້ງສາທາລະນະສຸກສູນກາງ ໃນວັນທີ 18 ມິຖຸນາ 1965 ມາເຖິງປັດຈຸບັນ. ສໍາລັບການສະເຫຼີມສະຫຼອງ ວັນສາທາລະນະສຸກໃນປີນີ້ໄດ້ແຈ້ງໃຫ້ຂະແໜງການສາທາລະນະສຸກ ນັບແຕ່ສູນກາງຮອດແຂວງ ແລະ ນະຄອນຫຼວງ ໃຫ້ມີການເຄື່ອນໄຫວວຽກ ເປັນຕົ້ນໃຫ້ຈັດຕັ້ງການໂຮມຊຸມນຸມເຜີຍແຜ່; ສະເຫຼີມສະຫຼອງວັນແພດລາວ ຫຼື ວັນສາທາລະນະສຸກ ໃຫ້ເປັນຂະບວນການຟົດຟື້ນ ແລະ ຈັດສໍາພາດຄວາມຮູ້ສຶກຂອງແພດຜູ້ອາວຸໂສ, ພະນັກງານຫຼັກແຫຼ່ງ, ຊ່ຽວຊານ, ບຸກຄົນ, ວຽກດີຄົນເດັ່ນ ແລະ ພະນັກງານບໍານານຕໍ່ວັນສາທາລະນະສຸກຜ່ານບັນດາສື່ມວນຊົນ; ໃຫ້ຈັດກິດຈະກໍາຕ່າງໆທີ່ເໝາະສົມເຊັ່ນ: ກວດສຸຂະພາບໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ແລະ ອະນາໄມສາມສະອາດ, ຈັດກອງປະຊຸມວິຊາການແລະ ອື່ນໆ; ໃຫ້ຕິດຄໍາຂວັນ, ປ້າຍໂຄສະນາຢູ່ສໍານັກງານ ແລະ ສະຖານທີ່ບໍລິການສາທາລະນະສຸກນັບແຕ່ວັນທີ 14 ມິຖຸນາ 2025 ເປັນຕົ້ນໄປ; ສໍາລັບເນື້ອໃນຄໍາຂວັນ ແລະ ປ້າຍໂຄສະນາມີຄື: ຊົມເຊີຍວັນສາທາລະນະສຸກ ວັນທີ 18 ມິຖຸນາ ຢ່າງສຸດໃຈ; ໃຫ້ສົມທົບອໍານາດການປົກຄອງແຕ່ລະຂັ້ນໃນການປະສານງານ ແລະ ຈັດຕັ້ງປະຕິບັດສະເຫຼີມສະຫຼອງວັນສາທາລະນະສຸກໃຫ້ມີເນື້ອໃນ ແລະ ຄວາມໝາຍ, ມີການນໍາໃຊ້ງົບປະມານແບບປະຢັດມັດທະຍັດ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ.

ຕອນທ້າຍ, ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນສາທາລະນະສຸກ ຂໍອວຍພອນໃຫ້ແກ່ວັນສາທາລະນະສຸກ ເປັນວັນແຫ່ງຄວາມສາມັກຄີຮັກແພງ, ເປັນວັນທີ່ກະຕຸກຊຸກຍູ້ໃຫ້ພະນັກງານແພດໝໍ, ພະຍາບານ, ພະນັກງານສາທາລະນະສຸກລາວທຸກຄົນ ອອກແຮງຝຶກຝົນຫຼໍ່ຫຼອມພັດທະນາຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັັດ, ຈັນຍາບັນ-ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະ ເພື່ອສະໜອງການບໍລິການທີ່ມີຄຸນນະພາບ ແລະ ທົ່ວເຖິງ ແກ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ແລະ ອວຍພອນໄຊອັນປະເສີດ ໃຫ້ຜູ້ນໍາພັກ-ລັດ, ພະນັກງານ-ລັດຖະກອນ ສາທາລະນະສຸກທຸກສາຂາວິຊາຊີບ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນປະກອບສ່ວນຕາມບົດບາດຂອງຕົນ ໃນການພັດທະນາການແພດລາວ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.

ຊົມເຊີຍວັນສາທາລະນະສຸກວັນທີ 18 ມີຖຸນາຢ່າງສຸດໃຈ !

(ຂໍ້ມູນ: ກະຊວງສາທາລະນະສຸກ)

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ