ລັດຖະບານອິນໂດເນເຊຍ ໄດ້ໃຫ້ບຸລິມະສິດແກ່ການເຕີບໂຕທາງເສດຖະກິດໃນໄລຍະຍາວ

3 ບຸລິມະສິດຕົ້ນຕໍໃນການເຕີບໂຕຂອງເສດຖະກິດ ອິນໂດເນເຊຍ

3 ບຸລິມະສິດຕົ້ນຕໍໃນການເຕີບໂຕຂອງເສດຖະກິດ ອິນໂດເນເຊຍ
ຂ່າວສານຫວຽດນາມລາຍງານວ່າ: ລັດຖະບານອິນໂດເນເຊຍ ໄດ້ໃຫ້ບຸລິມະສິດແກ່ການເຕີບໂຕທາງເສດຖະກິດໃນໄລຍະຍາວຜ່ານຄວາມໝັ້ນຄົງດ້ານພະລັງງານ,

 ການຫັນເປັນດີຈີຕອນ ແລະ ການພັດທະນາອຸດສາຫະກຳດ້ານຊັບພະຍາກອນທຳມະຊາດ.

ຂ່າວລະບຸວ່າ: ໃນວັນທີ 29 ຕຸລາ ຜ່ານມາທ່ານ ໂທມັສ ຈິວັນໂດໂນ ລັດຖະມົນຕີກະຊວງການເງິນ ອິນໂດເນເຊຍ ກ່າວຄຳເຫັນວ່າ: ສາມຫົວຂໍ້ນີ້ເປັນພື້ນຖານໃຫ້ແກ່ການເຕີບໂຕໃນໄລຍະຍາວ ແລະ ນັ້ນແມ່ນຈຸດທີ່ພວກເຮົາຕ້ອງພິຈາລະນາປັດໄຈຂັບເຄື່ອນໃນການເຕີບໂຕ.

ທ່ານ ໂທມັສ ຈິວັນໂດໂນ ກ່າວຕື່ມວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ຈະຂະຫຍາຍຈຸດສຸມດ້ານເສດຖະກິດໄປຍັງຂົງເຂດອື່ນໆ ເພື່ອຮັກສາຄວາມດຶງດູດຂອງອິນໂດເນເຊຍ ໃຫ້ແກ່ບັນດານັກລົງທຶນທົ່ວໂລກ. ກະຊວງການເງິນພວມຄົ້ນຄວ້າບັນດາຂະແໜງການທີ່ເປັນທ່າແຮງໃໝ່ຂອງການເຕີບໂຕ, ໃນນັ້ນມີພື້ນຖານໂຄງລ່າງ, ການທ່ອງທ່ຽວ ແລະ ການຫັນເປັນດີຈີຕອນ.

ກ່ຽວກັບເປົ້າໝາຍການເງິນ, ລັດຖະບານ ອິນໂດເນເຊຍ ຕັ້ງເປົ້າໝາຍຮັກສາການຂາດດຸນງົບປະມານໃຫ້ຕ່ຳກວ່າ 3%, ໃນນັ້ນເປົ້າໝາຍການຂາດດຸນປີໜ້າໄດ້ວາງໄວ້ໃຫ້ຢູ່ໃນລະດັບ 2,53%. ປັດຈຸບັນ, ຄວາມພະຍາຍາມແມ່ນສຸມໃສ່ສ້າງໂອກາດການຈ້າງງານໃຫ້ແກ່ຊາວໜຸ່ມ ແລະ ພັດທະນາກົນໄກການເຕີບໂຕໃໝ່ເພື່ອໜູນຊ່ວຍຄົນຊັ້ນກາງ.

ກະຊວງການເງິນ ອິນໂດເນເຊຍ ຄາດຄະເນວ່າ: ການເຕີບໂຕຂອງເສດຖະກິດຈະບັນລຸ 5,1% ໃນທ້າຍປີ 2024, ຫຼຸດລົງເລັກນ້ອຍກວ່າເປົ້າໝາຍ 5,2% ທີ່ລະບຸໄວ້ໃນງົບປະມານຂອງລັດ 2024, ແຕ່ສູງກວ່າ 5,05% ທີ່ບັນທຶກໄວ້ໃນປີ 2023. ລາຍງານລະບຸວ່າ, ການເຕີບໂຕດ້ານເສດຖະກິດຂອງ ອິນໂດເນເຊຍ ໃນໄຕມາດທີ 2 ຂອງປີ 2024 ບັນລຸ 5,05%.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຂ່າວຕ່າງປະເທດລາຍ; ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານຣັດເຊຍ ຈະຈັດສັນງົບປະມານເກືອບ 180 ຕື້ຣຸບ ໃນໄລຍະ 3 ປີຂ້າງໜ້າ ເພື່ອປັບປຸງດ່ານຊາຍແດນທົ່ວປະເທດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອພັດທະນາໂລຈິສຕິກຂ້າມແດນ.
ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ກໍລະກົດ ຜ່ານມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການສະຫະປະຊາຊາດ ​ປະ​ຈຳ​​ປີ 2025 ຈັດ​ຂຶ້ນຢູ່ນະ​ຄອນນິວຢອກ ສະຫະລັດ ອາເມຣິກາ, ທ່ານ ​​ອັນ​ໂຕນີ​ໂອ ກູ​ເຕີເຣັສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະຫະປະຊາຊາດ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ຮ່ວມ​ກັນແບກ​ຫາບ​​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​, ​ທ່ຽງ​ທຳ ແລະ​ ຍືນ​ຍົງ, ​ທັງຮັບ​ປະ​ກັນ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ທຸກ​ຄົນ​.
ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນໍ້າຖ້ວມທີ່ເກີດຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີຊື່ວ່າ: ຮາບາກັດ ໄດ້ເຮັດໃຫ້ນະຄອນຫຼວງມະນີລາ ຂອງຟີລິບປິນ ຢູ່ໃນສະພາບຢຸດສະງັກ, ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກບ້ານເຮືອນ ແລະ ເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 2 ຄົນ.
ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ກ່າວໃນກອງປະຊຸມພັກສາມັກຄີອິນໂດເນເຊຍ ໃນວັນທີ 20 ກໍລະກົດ ຜ່ານມາ ວ່າ: ການຜະລິດເຂົ້າຂອງອິນໂດເນເຊຍ ເພີ່ມຂຶ້ນ 48%, ເຮັດໃຫ້ປະລິມານເຂົ້າສຳຮອງຂອງລັດຖະບານເພີ່ມຂຶ້ນເຖິງ 4.2 ລ້ານໂຕນ, ໃນຂະນະດຽວກັນຜົນຜະລິດສາລີເພີ່ມຂຶ້ນ 30%.
ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຂ່າວສານຊີອາໄອລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນັບມາຮອດທ້າຍເດືອນມິຖຸນາຜ່ານມາ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 (ປີ 2021-2025), ນັບລວມແລ້ວ ຈີນໄດ້ດຶງດູດທຶນຕ່າງປະເທດຫຼາຍກວ່າ 700 ຕື້ໂດລາ
ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ເພີ່ມເຕີມ