ການບໍລິຈາກເລືອດໃນຄັ້ງນີ້, ເປັນກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ໂດຍຈັດຂຶ້ນເນື່ອງໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ, ສະເຫຼີມສະຫຼອງວັນແພດລາວ ຄົບຮອບ 60 ປີ, ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງສາທາລະນະສຸກ ສະໄໝທີ X. ການບໍລິຈາກເລືອດຄັ້ງນີ້, ເປັນຄັ້ງທີ 7 ຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກໄດ້ຈັດຂຶ້ນ ຊຶ່ງໃນປີ 2022 ແມ່ນໄດ້ຈັດ 2 ຄັ້ງ; ຄັ້ງທີ 1 ຈໍານວນເລືອດທີ່ໄດ້ຮັບບໍລິຈາກທັງໝົດ 247 ຖົງ; ຄັ້ງທີ 2 ໄດ້ຈໍານວນ 112 ຖົງ ແລະ ຄັ້ງທີ 3 ໄດ້ຈໍານວນ 162 ຖົງ, ຄັ້ງທີ 4 ໄດ້ຈໍານວນ 185 ຖົງ, ຄັ້ງທີ 5 ໄດ້ຈໍານວນ 149 ຖົງ, ຄັ້ງທີ 6 ໄດ້ຈໍານວນ 106 ຖົງ ແລະ ຄັ້ງນີ້ແມ່ນເປັນຄັ້ງທີ 7 ຊຶ່ງໄດ້ເລືອດຈຳນວນທັງໝົດ 168 ຖົງ. ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ໃນທົ່ວປະເທດ ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວອອກຮັບບໍລິຈາກເລືອດຕາມສະຖານທີ່ຕ່າງໆ ທີ່ມີແຜນການກໍານົດໄວ້ ແລະ ບາງຄັ້ງກໍບໍ່ໄດ້ຕາມຈໍານວນຄາດໝາຍທີ່ວາງໄວ້, ແຕ່ຄວາມຕ້ອງການເລືອດ-ສ່ວນປະກອບຂອງເລືອດເຂົ້າໃນການປິ່ນປົວຄົນເຈັບຢູ່ໂຮງໝໍຕ່າງໆ ໃນທົ່ວປະເທດ ແມ່ນບໍ່ໄດ້ລົດລະໃນແຕ່ລະວັນ ແລະ ນັບມື້ນັບສູງຂຶ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ພວກເຮົາຈະຕ້ອງສືບຕໍ່ໃນການປຸກລະດົມຂົນຂວາຍບໍລິຈາກເລືອດ ຢ່າງເປັນປະຈໍາ ແລະ ຕໍ່ເນື່ອງ ດັ່ງຄຳຂວັນທີ່ວ່າ: “ໃຫ້ເລືອດ ຄືໃຫ້ຊີວິດ”, “ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ”, “ເລືອດໜຶ່ງຢົດ ເພືື່ອອະນາຄົດຂອງຊາດ”, “ສິນໄຊແຫ່ງຍຸກສະໄໝຮ່ວມໄຈບໍລິຈາກເລືອດ”, “ບໍລິຈາກເລືອດແມ່ນພະລັງແຫ່ງຄວາມສາມັກຄີ, ມາຮ່ວມກັນບໍລິຈາກເລືອດເພື່ອຊ່ວຍຊີວິດ”.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ສູນຂ່າວສານການແພດກະຊວງສາທາລະນະສຸກ)
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM
ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຄໍາເຫັນ