5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ

5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ

5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ
ການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງສາທາລະນະສຸກທົ່ວປະເທດປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃຫ້ຮູ້ວ່າ: ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X ຂະແໜງສາທາລະນະສຸກ ຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ.
5 ປຕໜາ ສາທາລະນະສກຈະສບຕເອາໃຈໃສຫາຍວຽກຈດສມບລມະສດ - image 1
 

 

 

ເປັນຕົ້ນສ້າງຄວາມເຂັ້ມແຂງວຽກງານສົ່ງເສີມສຸຂະພາບ, ກັນພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ ໄປພ້ອມກັບການສ້າງຄວາມເຂັ້ມແຂງວຽກງານຮັກສາສຸຂະພາບຂັ້ນຕົ້ນ; ຊຸກຍູ້, ສົ່ງເສີມໃຫ້ຊຸມຊົນເຂົ້າຮ່ວມ ແລະ ເປັນເຈົ້າການໃນວຽກງານຮັກສາສຸຂະພາບໃຫ້ເປັນຂະບວນການກວ້າງຂວາງ ແລະ ຟົດ ຟື້ນ; ປັບປຸງການສະໜອງການຮັກສາສຸຂະພາບຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ, ວຽກງານໂພຊະນາການໃນເດັກລຸ່ມ 5 ປີ ໃຫ້ມີຄຸນນະພາບ, ມີຄວາມເຊື່ອມສານຢ່າງເປັນລະບົບ ແລະ ທົ່ວເຖິງ; ຜັນຂະຫຍາຍແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະ ແໜງສາທາລະນະສຸກ (H-NAP) 2026-2030 ເພື່ອຮັບມືຕໍ່ສະພາບການປ່ຽນແປງດິນຟ້າອາກາດທີ່ມີຜົນກະທົບຕໍ່ຂະແໜງສາທາລະນະສຸກໃນຂອບເຂດທົ່ວປະເທດ; ຫັນປ່ຽນໃໝ່ວິທີການສັກວັກຊິນປ້ອງກັນພະຍາດດ້ວຍການບໍລິການຢູ່ສະຖານທີ່ບໍລິການ (ໂຮງໝໍ ແລະ ສຸກສາລາ), ປັບປຸງລະບົບສຸຂະອະນາໄມ, ນໍ້າສະອາດ ແລະ ສຸຂາພິບານ ໃຫ້ມີຄຸນນະພາບທົ່ວເຖິງເຂດຊົນນະບົດ, ຫ່າງໄກສອກຫຼີກ ແລະ ບ່ອນເຂົ້າເຖິງຍາກ; ສ້າງຄວາມເຂັ້ມແຂງວຽກເຝົ້າລະວັງ ແລະ ໂຕ້ຕອບທຸກເຫດການສຸກເສີນດ້ານສາທາລະນະສຸກທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຍົກສູງວຽກງານວິເຄາະການແພດໃຫ້ໄດ້ມາດຕະຖານເທົ່າທຽມກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຄຸນນະພາບຂອງການບົ່ງມະຕິພະຍາດ; ສ້າງຄວາມເຂັ້ມແຂງໃນການຄວບຄຸມບັນດາພະຍາດຕິດຕໍ່ທີ່ເປັນບັນຫາດ້ານສາທາລະນະສຸກ ເປັນຕົ້ນພະຍາດເອດ, ວັນນະໂຣກ, ມະລາເລຍ, ການຕິດຕໍ່ພະຍາດຈາກສັດສູ່ຄົນ, ແມ່ກາຝາກ ແລະ ພະຍາດອື່ນໆ, ຮັບປະກັນ ໃຫ້ສາມາດຄວບຄຸມໄດ້ ແລະ ລຶບລ້າງບາງພະຍາດໃນປີ 2030; ປັບປຸງ, ຍົກລະດັບໂຄງລ່າງພື້ນຖານດ້ານສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ມາດຕະຖານ ໄປພ້ອມກັບການສະໜອງອຸປະກອນການແພດທີ່ທັນສະໄໝ, ຮັບປະກັນການມີຢາທີ່ມີຄຸນນະພາບ ແລະ ພຽງພໍຕໍ່ການສະໜອງການບໍລິການ; ຫັນໂຮງໝໍລັດຢູ່ຂັ້ນສູນກາງ, ແຂວງສູ່ກົນໄກກຸ້ມຕົນເອງ ແລະ ຄວາມທັນສະໄໝເທື່ອລະກ້າວ, ປັບປຸງຊຸດບໍລິການໃຫ້ສົມຄູ່ກັບການບໍລິການຢູ່ໂຮງໝໍແຕ່ລະຂັ້ນຕາມນະໂຍບາຍ 5 ດີ, 1 ພໍໃຈ; ດັດສົມລາຄາຄ່າບໍລິການໃຫ້ສົມເຫດສົມຜົນ, ສ້າງຄວາມເຂັ້ມແຂງລະບົບສົ່ງຕໍ່ຄົນເຈັບ, ຄຸ້ມຄອງສະຖານທີ່ບໍລິການປິ່ນປົວທັງພາກລັດ ແລະ ພາກທຸລະກິດ ລວມທັງບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນການບໍລິການປິ່ນປົວ ແລະ ເສີມຄວາມງາມຕາມລະບຽບກົດໝາຍ; ເພີ່ມທະວີຄວາມອາດສາມາດໃນການຜະລິດທັງຢາຫຼວງ ແລະ ຢາພື້ນເມືອງ ເພື່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ, ມີສ່ວນສົ່ງອອກໄປຕ່າງປະເທດ, ຄຸ້ມຄອງການນໍາເຂົ້າຢາ, ອາຫານ, ເຄື່ອງດື່ມ, ເຄື່ອງສໍາອາງຢ່າງມີປະສິດທິຜົນ, ດັດສົມການນໍາເຂົ້າ ແລະ ການຜະລິດພາຍໃນຢ່າງມີປະສິດທິຜົນ ແລະ ມີຄວາມກົມກຽວກັບຂະແໜງການກ່ຽວຂ້ອງ.

5 ປຕໜາ ສາທາລະນະສກຈະສບຕເອາໃຈໃສຫາຍວຽກຈດສມບລມະສດ - image 2
 

ພ້ອມນັ້ນ, ເພີ່ມທະວີຄວາມເອົາໃຈໃສ່ການອະນຸລັກພືດ-ສັດ ທີ່ເປັນຢາທີ່ຫາຍາກໃກ້ຈະສູນພັນ; ຊຸກຍູ້, ສົ່ງເສີມການຄົ້ນຄວ້າ, ການຜະລິດ ແລະ ການສົມທົບການນໍາໃຊ້ຢາພື້ນເມືອງ ແລະ ຢາຫຼວງເຂົ້າໃນການປິ່ນປົວ ແລະ ຮັກສາສຸຂະພາບຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ຫຼາຍຂຶ້ນ; ຍົກສູງຄວາມສາມາດການກໍ່ສ້າງ, ການນໍາໃຊ້ບຸກຄະລາກອນສາທາລະນະສຸກທີ່ມີຄຸນນະພາບ, ຮັບປະກັນໃຫ້ສະຖານທີ່ບໍລິການສາທາລະນະສຸກຢູ່ແຕ່ລະຂັ້ນມີແພດຊ່ຽວຊານ, ຜູ້ຊຳນານງານຄົບຕາມມາດຖານຂອງການບັນຈຸບຸກຄະລາກອນ ເພື່ອຮັບປະກັນການບໍລິການທີ່ມີຄຸນນະພາບ; ປະຕິຮູບສະຖາບັນການສຶກສາ-ສາທາລະນະສຸກໃຫ້ມີມາດຕະຖານ ແລະ ຄຸນນະພາບເທົ່າທຽມກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສ້າງບຸກຄະລາກອນທີ່ມີຄຸນນະພາບ; ສົມທົບແໜ້ນການຍົກສູງຄຸນນະພາບການບໍ ລິຫານຄຸ້ມຄອງ, ການບໍລິການ, ການສຶກສາສາທາລະນະສຸກ ໄປພ້ອມກັບການຍົກສູງວຽກງານການຄົ້ນຄວ້າວິທະຍາສາດສາທາລະນະສຸກ ເພື່ອເພີ່ມປະສິດທິພາບຂອງການພັດທະນາສາທາລະນະສຸກຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ສ້າງຄວາມເຂັ້ມແຂງໃນການວາງແຜນການ, ການກຳນົດຈຸດສຸມການພັດທະນາ ແລະ ຄວາມສາມາດການຄຸ້ມຄອງການເງິນສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຍົກສູງຄວາມສາມາດໃນການຄຸ້ມຄອງບັນດາໂຄງການລົງທຶນ (ທັງທຶນຂອງລັດ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາ) ຢ່າງມີປະສິດຕິພາບ, ປະສິດທິຜົນ ແລະ ທັນສະໄໝ; ສ້າງເງື່ອນໄຂໃຫ້ປະຊາຊົນລາວທຸກຊັ້ນຄົນສາມາດເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ, ສະເໝີພາບ ແລະ ຍຸຕິທຳ ໂດຍການປັບປຸງລະບົບກອງທຶນປະກັນສັງຄົມ, ປະກັນສຸຂະພາບແຫ່ງຊາດໃຫ້ມີຄວາມເຂັ້ມ ແຂງ ແລະ ຍືນຍົງໄປພ້ອມກັບການດັດສົມຊຸດບໍລິການ ແລະ ລາຄາຄ່າບໍລິການຢ່າງເໝາະສົມ; ຍົກລະດັບປະສິດທິພາບຂອງການບໍລິຫານ-ຄຸ້ມຄອງ, ການພົວພັນ-ປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນກັບບັນດາປະເທດເພື່ອນມິດ ແລະ ສາກົນ ແລະ ຫັນສູ່ທັນສະໄໝເທື່ອລະກ້າວ; ເພີ່ມທະວີຄວາມເອົາໃຈໃສ່ວຽກງານກວດສອບ, ກວດກາໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ຮັບປະກັນຄຸນນະ ພາບດ້ານວິຊາຊີບສາທາລະນະສຸກ, ຍົກສູງບົດບາດຍິງ-ຊາຍ ແລະ ການຊ່ວຍເຫຼືອສະເພາະຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ບັນດາແຂວງ ແລະ ນະ ຄອນຫຼວງທົ່ວປະເທດ.

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ເພີ່ມເຕີມ