ຂ່າວລະບຸວ່າ: ກອງປະຊຸມສຳມະນາດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.
ກອງປະຊຸມສຳມະນາແມ່ນການເຄື່ອນໄຫວຂອງ AICHR ກ່ອນດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຈະດຳເນີນລະຫວ່າງວັນທີ 8 – 11 ກໍລະກົດ ຢູ່ນະຄອນຫຼວງກົວລາລຳເປີ.
ຄໍາເຫັນ