![]() |
ທ່ານ ຄຳຈັນ ຄຳມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ ໃຫ້ຮູ້ວ່າ: ການຈັດກິດຈະກຳບໍ ລິຈາກເລືອດຄັ້ງນີ້ແມ່ນເພື່ອຢາກໃຫ້ທຸກຄົນມາບໍລິຈາກເລືອດເພື່ອໄປຊ່ວຍເຫຼືອສັງຄົມ, ໂດຍສະເພາະ ແມ່ນຜູ້ທີ່ມີຄວາມຕ້ອງການເລືອດ, ກິດຈະກຳຄັ້ງນີ້ ຄາດໝາຍວ່າຈະມີຜູ້ມາປະກອບສ່ວນບໍລິຈາກເລືອດ ບໍ່ຕ່ຳກວ່າ 200 ກວ່າຄົນ ຊຶ່ງເລືອດທີ່ພວກເຮົາໄດ້ກໍຈະນຳເອົາໄປແກ້ໄຂຄົນເຈັບທີ່ຂາດເລືອດ, ຕ້ອງ ການເລືອດ, ຄົນເຈັບນອນປິ່ນປົວທີ່ຕ້ອງການເລືອດມາຈາກຫຼາຍສາເຫດ ບໍ່ວ່າຈະເປັນສາເຫດການຜ່າ ຕັດ, ການເກີດອຸບັດຕິເຫດຕາມທ້ອງຖະໜົນ, ການເປັນພະຍາດຂາດເລືອດຊຳເຮື້ອ ຫຼື ວ່າເປັນມະເຮັງ ຕ່າງໆ.
ທ່ານໃຫ້ຮູ້ຕື່ມວ່າ: ເລືອດທຸກຖົງມີຄຸນຄ່າຕໍ່ຊີວິດຂອງເພື່ອນມະນຸດ, ເລືອດທີ່ໄດ້ມາແລ້ວ ພວກເຮົາ ຕ້ອງໄດ້ເອົາໄປກວດວິໄຈ, ວິເຄາະພະຍາດນຳສົ່ງທາງເລືອດ ນອກຈາກນີ້ ຄົນເຈັບທີ່ມາໃຊ້ບໍລິການທີ່ ວ່າຂາດເລືອດນັ້ນ ເປັນຄົນເຈັບອະນາຖາ ບໍ່ມີເງື່ອນໄຂໃນການຈ່າຍ ເວລາມາໃຊ້ບໍລິການພວກເຮົາກໍມີນະ ໂຍບາຍໂດຍບໍ່ເສຍຄ່າ. ສະນັ້ນ, ຢາກໃຫ້ສັງຄົມທຸກທ່ານເຂົ້າໃຈວ່າທຸກຢ່າງແມ່ນມີການລົງທຶນ, ແຕ່ເງິນທີ່ ມາລົງທຶນໃສ່ວຽກງານເລືອດນີ້ ສ່ວນໜຶ່ງແມ່ນມາຈາກລັດຖະບານ, ສ່ວນໜຶ່ງແມ່ນມາຈາກການຊ່ວຍເຫຼືອ ຂອງອົງການສາກົນຕ່າງໆອົງການກາແດງເພື່ອນມິດທີ່ມາຊ່ວຍ. ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວດຳ ເນີນເປັນປົກກະຕິ ຈຶ່ງມີການເກັບຖົງ 70,000 ກີບ ເພື່ອມາເປັນກອງທຶນໝູນວຽນ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ