ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ
ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
BOJ ລະບຸວ່າ: ດັດຊະນີການສົ່ງອອກລົດໄປຍັງ ອາເມຣິກາເໜືອ ຫຼຸດລົງ 19.4% ໃນເດືອນມິຖຸນາເມື່ອທຽບໃສ່ປີກ່ອນ ຊຶ່ງເປັນການຫຼຸດລົງທີ່ຫຼາຍທີ່ສຸດນັບຕັ້ງແຕ່ມີການບັນທຶກຂໍ້ມູນ ໃນປີ 2016. ໂດຍຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າຜູ້ຜະລິດລົດຂອງຍີ່ປຸ່ນກໍາລັງພະຍາຍາມຫຼີກລ່ຽງການຂຶ້ນລາຄາຂະໜາດໃຫຍ່ ເພື່ອຮັກສາການແຂ່ງຂັນໃນ ສະຫະລັດ ອາເມຣິກາ, ເຖິງແມ່ນວ່າ ທ່ານ ທຣໍາ ເລີ່ມວາງອັດຕາພາສີນໍາເຂົ້າ 25% ໃນຕົ້ນເດືອນເມສາ ຜ່ານມາ.
ຢ່າງໃດກໍຕາມ, ການທີ່ບໍລິສັດຍີ່ປຸ່ນພາກັນຫຼຸດລາຄາລົດໃນຄັ້ງນີ້ ໄດ້ເຮັດໃຫ້ເກີດຄວາມກັງວົນວ່າຈະສົ່ງຜົນກະທົບຕໍ່ກໍາໄລ ແລະ ຫຼຸດຄວາມສາມາດຂອງ BOJ ທີ່ຈະເພີ່ມຄ່າຈ້າງ ຊຶ່ງເປັນອົງປະກອບສຳຄັນເພື່ອບັນລຸເປົ້າໝາຍອັດຕາເງິນເຟີ້ຢ່າງຍືນຍົງ.
BOJ ຍັງລະບຸຕື່ມວ່າ: ດັດຊະນີລາຄາຜູ້ຜະລິດໂດຍລວມໄດ້ເພີ່ມຂຶ້ນ 2.9% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງຫຼັງຈາກການເພີ່ມຂຶ້ນ 3.3% ໃນເດືອນພຶດສະພາ, ຍ້ອນລາຄານໍ້າມັນ ແລະ ເຫຼັກກ້າ ຫຼຸດລົງ.
ທ່ານ ຄາຊູໂອະ ອຸເອດະ ຜູ້ວ່າການ BOJ ກ່າວວ່າ: ກໍາລັງຕິດຕາມຢ່າງໃກ້ຊິດວ່າວົງຈອນຄ່າຈ້າງ - ເງິນເຟີ້ ຈະຍັງຄົງຢູ່ໃນທິດທາງທີ່ເໝາະສົມຫຼືບໍ່ ເມື່ອປະເຊີນກັບອັດຕາພາສີຂອງ ສະຫະລັດ ອາເມຣິກາ ເພື່ອໃຫ້ BOJ ສາມາດກໍານົດເວລາທີ່ຈະເພີ່ມອັດຕາດອກເບ້ຍອີກເທື່ອໜຶ່ງ.
ທັງນີ້, ນອກຈາກອັດຕາພາສີລົດແລ້ວ, ທ່ານ ທຣໍາ ຍັງໄດ້ປະກາດອັດຕາພາສີ 25% ໃນການນຳເຂົ້າສິນຄ້າຂອງຍີ່ປຸ່ນ, ໂດຍມີຜົນບັງຄັບໃຊ້ໃນວັນທີ 1 ສິງຫານີ້ ຊຶ່ງອັດຕາພາສີໃໝ່ແມ່ນເພີ່ມຂຶ້ນຈາກ 24% ທີ່ປະກາດໃນວັນທີ 2 ເມສາ ຜ່ານມາ.

ຄໍາເຫັນ

ຂ່າວຕ່າງປະເທດ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ໄດ້ເປີດເຜີຍໃນວັນທີ 16 ກັນຍາ ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາຫຼຸດລົງ 9.6% ເມື່ອທຽບກັບປີກ່ອນ ມາຢູ່ທີ່ 3.10 ລ້ານຄົນ ເນື່ອງຈາກຄວາມຕ້ອງການທ່ອງທ່ຽວທີ່ງຽບເຫງົ້າລົງຕາມລະດູການຂອງບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ກັນຍາ ຜ່ານມາວ່າ: ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ, ກຳປູເຈຍຈະຢຸດການດຳເນີນທຸລະກິດການພະນັນອອນລາຍທັງໝົດຂອງຄາສິໂນທີ່ມີສະຖານທີ່ຕົວຈິງ ຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ ເພື່ອປາບປາມການຫຼອກລວງທີ່ອີງໃສ່ເຕັກໂນໂລຊີ ແລະ ການຟອກເງິນທີ່ຜິດກົດໝາຍ ຍ້ອນວ່າການພະນັນອອນລາຍໄດ້ກາຍເປັນເລື່ອງຍາກທີ່ຈະຄວບຄຸມ.
Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: Moody's Analytics ບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນ ທາງການເງິນ ລາຍງານວ່າ, ເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້ ໃນປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການຂະຫຍາຍຕົວຂອງການລົງທຶນທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງປັນຍາປະດິດ (AI). ເຖິງຢ່າງໃດກໍຕາມ, ຄວາມສ່ຽງພາຍນອກຍັງຄົງຢູ່ເຊັ່ນ: ລາຄາພະລັງງານທີ່ສູງຂຶ້ນ ແລະ ມາດຕະການພາສີອາກອນຂອງ ສະຫະລັດ ອາເມຣິກາ, ບວກກັບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ຊຶ່ງອາດຈະກົດດັນທ່າອ່ຽງເສດຖະກິດ ແລະ ເຮັດໃຫ້ຊ່ອງວ່າງການເຕີບໂຕລະຫວ່າງປະເທດກວ້າງຂວາງຂຶ້ນ.
ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9-13 ກັນຍານີ້, ວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າອຸດສາຫະກໍາ 400 ກວ່າແຫ່ງຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ ແລະ ບັນລຸຜົນສໍາເລັດ 1,200 ກວ່າລາຍການ ເຮັດໃຫ້ງານ​​ມະ​ຫະ​ກຳຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງວ່າ: ຈີນພວມສະໜອງເວທີການຮ່ວມມື ແລະ ໂອກາດການເຕີບໂຕໃຫ້ແກ່ໂລກດ້ວຍການຄ້າການບໍລິການຂອງຕົນ.
ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ເປີດຂຶ້ນ​ຢູ່​ນະ​ຄອນໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ ຈີນ, ໂດຍ​ມີ​ວິ​ສາ​ຫະ​ກິດ​ຫຼາຍກວ່າ 3,400 ແຫ່ງ​ຈາກ 70 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ຕີ​ມໍ​ແລັ​ສ​ເຕ ​ໄດ້​ເຂົ້າ​ຮ່ວມ​ງານ​​ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ເປັນ​ຜູ້​ຮ່ວມ​ຈັດ​ງານ, ນີ້​​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ 11 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ໜານ​ໜິງ​ຫຼັງ​ຈາກ​ອາ​ຊຽນ​ໄດ້​ເພີ່ມ​ປະ​ເທດ​ຕີ​ມໍ​ແລັ​ສ​ເຕ​ເຂົ້າ​ເປັນ​ສະ​ມາ​ຊິກ.
ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ເປີດຂຶ້ນທີ່​ນະຄອນຫຼວງປັກກິ່ງ ປະເທດຈີນ. ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ນຳ​ພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີ​ບົດກ່າວ​ຄຳ​ເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະ​ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ.
ເພີ່ມເຕີມ