ບົດ​ສຳ​ພາດເອກອັກຄະລັດຖະທູດຈີນປະຈໍາລາວໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 64 ປີ

ບົດ​ສຳ​ພາດເອກອັກຄະລັດຖະທູດຈີນປະຈໍາລາວໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 64 ປີ

ບົດ​ສຳ​ພາດເອກອັກຄະລັດຖະທູດຈີນປະຈໍາລາວໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ  ຈີນ-ລາວ ຄົບຮອບ 64 ປີ
ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດຈີນ-ລາວຄົບຮອບ 64 ປີ(25/4/1961-25/4/2025), ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ຈີນ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນ.

 

ຖາມ: ວັນທີ 25 ເມສານີ້ແມ່ນມື້ຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ, ທ່ານຕີລາຄາແນວໃດຕໍ່ໝາກຜົນສຳຄັນ ຂອງສາຍພົວພັນສອງປະເທດລາວ-ຈີນ?

ຕອບ:ປະເທດຈີນ-ລາວ ແມ່ນສະຫາຍອ້າຍນ້ອງທີ່ພິເສດນໍາກັນ, ວັນທີ 25 ເມສາແມ່ນວັນຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຈີນ-ລາວ.ປະຫວັດສາດແຫ່ງການສ້າງຕັ້ງສາຍພົວພັນທາງການທູດຂອງພວກເຮົາມີຄວາມສະຫງ່າງາມທີ່ສຸດ, ໃນນັ້ນມີທັງເຕົ້າໂຮມກຳລັງແຮງຢ່າງພີລະອາດຫານໃນການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ,ມີທັງຮ່ວມມືກັນຢ່າງສະໜິດແໜ້ນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຊຶ່ງໄດ້ກາຍເປັນຕົວແບບຂອງ ການພັດທະນາລະຫວ່າງພັກການເມືອງ ແລະ ລະຫວ່າງປະເທດ.

ພາຍຫຼັງ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ສະເໜີອອກແນວຄິດວ່າດ້ວຍການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແລ້ວ, ສອງປະເທດ ຈີນ-ລາວ ກໍໄດ້ເປັນເອກະພາບຮ່ວມກັນທາງດ້ານການເມືອງ ໃນການສ້າງເປັນຄູ່ຮ່ວມຊາຕາກຳສອງຝ່າຍກ່ອນໝູ່. ໃນປີ 2019 ແລະ ປີ 2023, ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ລົງນາມໃນ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ກັບການນໍາສູງສຸດຂອງປະເທດລາວ 2 ຄັ້ງ ຊຶ່ງໄດ້ກາຍເປັນບ່ອນອີງໃນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງສອງປະເທດ ລາວ-ຈີນ ໃນໄລຍະໃໝ່. ການຮ່ວມມືຮູບປະທຳ ລະຫວ່າງ ສອງປະເທດ ຈີນ-ລາວ ສາມາດຍາດໄດ້ຜົນສຳເລັດອັນມີລັກສະນະບຸກທະລຸຢ່າງບໍ່ຢຸດຢັ້ງ. ປະເທດຈີນໄດ້ກາຍເປັນປະເທດທີ່ລົງທຶນຫຼາຍທີ່ສຸດ ແລະ ເປັນຄ້າທີ່ສຳຄັນຂອງ ສປປລາວ. ຜະລິດຕະພັນກະສິກໍາຂອງລາວ ຈຳນວນຫຼາຍກວ່າ 80% ໄດ້ສົ່ງອອກໄປຈໍາໜ່າຍຢູ່ປະເທດຈີນ, ມູນຄ່າການຄ້າສອງຝ່າຍ ຈີນ-ລາວ ໃນປີ 2024 ບັນລຸໄດ້ 8,231 ຕື້ໂດລາ, ທຽບກັບໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 15.9% ຊຶ່ງໄດ້ສ້າງສະຖິຕິສູງອັນໃໝ່ອີກຄັ້ງໜຶ່ງ.

ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຊ່ວຍຍູ້ໜູນໃຫ້ປະເທດລາວ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ຊຶ່ງໄດ້ກວມເອົາການເຊື່ອມຈອດກັບປະເທດໄທ, ສິງກະໂປ ແລະ ອື່ນໆອີກ 18 ປະເທດ ແລະ ເຂດແຄວ້ນ. ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າລ້ວນແຕ່ສາມາດບັນລຸໄດ້ຫຼາຍກວ່າຈຳນວນ 50 ລ້ານໂຕນ ຊຶ່ງໄດ້ກາຍເປັນ “ເສັ້ນທາງຄໍາ” ຂອງການຂົນສົ່ງໂລຈິສຕິກສາກົນ ທີ່ມີປະສິດທິຜົນສູງ ແລະ ມີຄວາມສະດວກ. ການຮ່ວມມືໃນຂົງເຂດເສັ້ນທາງດ່ວນ ລາວ-ຈີນ ຊ່ວງໄລຍະວຽງຈັນ-ວັງວຽງ, ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ຂົງເຂດອື່ນໆສືບຕໍ່ລົງເລິກ,ໂຄງການໂຮງໝໍຫຼວງພະບາງ, ໂຮງໝໍມະໂຫສົດ, ໂຮງຮຽນວິຊາຊີບທາງລົດໄຟ ແລະ ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈຳນວນໜຶ່ງກໍໄດ້ສຳເລັດການກໍ່ສ້າງ ແລະ ນໍາໃຊ້ແລ້ວ, ທັງໄດ້ມີບົດບາດອັນຕັ້ງໜ້າໃຫ້ແກ່ການສືບຕໍ່ລົງເລິກມິດຕະພາບຈີນ-ລາວ ແລະ ນໍາເອົາຄວາມຜາສຸກມາສູ່ປະຊາຊົນສອງຊາດ ຈີນ-ລາວ ອີກດ້ວຍ.

ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການແລກປ່ຽນລະຫວ່າງສອງປະເທດ ຈີນ-ລາວ ນັບມື້ສະໜິດແໜ້ນ, ໂດຍສະເພາະພາຍຫຼັງເປີດນໍາໃຊ້ທາງລົດໄຟແລ້ວ, ນັກທ່ອງທ່ຽວທີ່ເດີນທາງເຂົ້າມາລາວກໍສາມາດເດີນທາງໄປຢ້ຽມຢາມຍາດພີ່ນ້ອງ, ໝູ່ເພື່ອນໄດ້ຢ່າງສະດວກສະບາຍ. ຊາວໜຸ່ມຂອງສອງປະເທດກໍນັບມື້ໃກ້ຊິດກັນຫຼາຍຂຶ້ນ, ມີນັກສຶກສາຈີນຫຼາຍຮ້ອຍຄົນມາຮຽນຢູ່ປະເທດລາວ ແລະ ມີນັກສຶກສາລາວຫຼາຍພັນຄົນກໍສຶກສາຮໍ່າຮຽນຢູ່ປະເທດຈີນ.

ຂ້າພະເຈົ້າມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ:ສາຍພົວພັນມິດຕະພາບ ຈີນ-ລາວຈະນັບມື້ນັບແໜ້ນແຟ້ນແໜ້ນແກ່ນ, ນັບມື້ຍາວນານ,ມີຄວາມສົດຊື່ນຢູ່ຕະຫຼອດເວລາ, ທັງໄດ້ປະກົດເປັນກຳລັງຊີວິດທີ່ນັບມື້ເຂັ້ມແຂງອັນໃໝ່ອອກມາເລື້ອຍໆ, ຂໍພຽງແຕ່ພວກເຮົາຈັບມືກັນພະຍາມຮ່ວມກັນ, ຢຶດໝັ້ນແນວຄິດຮ່ວມກັນສ້າງ ຮ່ວມກັນຊົມໃຊ້, ຮ່ວມມືກັນ ແລະ ຮັບຜົນປະໂຫຍດຮ່ວມກັນ ແນ່ນອນຈະບຸກເບີກໃຫ້ສອງປະເທດ ຈີນ-ລາວ ໄດ້ມີອະນາຄົດອັນດີງາມຍິ່ງຂຶ້ນ.

ຖາມ: ຕະຫຼອດໄລຍະ 64 ປີຜ່ານມາ, ໃນປະຫວັດສາດຂອງການພົວພັນ ຈີນ-ລາວ ໄດ້ມີຫຼາຍເລື່ອງລາວທີ່ໜ້າສົນໃຈ, ຂໍໃຫ້ທ່ານເວົ້າໃຫ້ຟັງແດ່ວ່າ ມີເລື່ອງລາວໃດແດ່ທີ່ເຮັດໃຫ້ທ່ານປະທັບໃຈທີ່ສຸດ.

ໃນປະຫວັດສາດການພົວພັນການທູດ ຈີນ-ລາວ ໄລຍະ 64 ປີຜ່ານມານັ້ນ, ແມ່ນຄວາມຊົງຈໍາທາງປະຫວັດສາດ ແລະ ເປັນຊັບສົມບັດອັນລໍ້າຄ່າຮ່ວມກັນຂອງພວກເຮົາ, ໃນນັ້ນກໍໄດ້ມີເລື່ອງລາວເຫດການທີ່ໜ້າປະທັບໃຈທີ່ໄດ້ເລົ່າສືບຕໍ່ກັນມາ, ຂ້າພະເຈົ້າຍິນດີແບ່ງປັນເລື່ອງລາວ 4 ເລື່ອງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ, ເພື່ອຊ່ວຍໃຫ້ຜູ້ຟັງ, ຜູ້ອ່ານ ໂດຍສະເພາແມ່ນຊາວໜຸ່ມໄດ້ເຂົ້າໃຈດີຂຶ້ນວ່າ ເປັນຫຍັງການເປັນຄູ່ຮ່ວມຊາຕາກໍາ ຈີນ-ລາວ ຈິ່ງເລິກເຊິ່ງ ແລະ ແໜ້ນແກ່ນປານນີ້.

ໜຶ່ງ, ເລື່ອງລາວ ລະຫວ່າງ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ກັບ ຕະກູນພົນເສນາ. ໃນຊຸມປີ 60 ຂອງສະຕະວັດຜ່ານມາ, ທ່ານ ກິນິມ ພົນເສນາ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນເວລານັ້ນ ໄດ້ຖືກພວກຝ່າຍຂວາທີ່ມີຈັກກະພັດແບບໃໝ່ເປັນຜູ້ບັນຊາລອບສັງຫານເສຍຊີວິດ, ລູກຫຼານຂອງເພິ່ນຈຳນວນໜຶ່ງໄດ້ຖືກສົ່ງໄປຮຽນໜັງສືຢູ່ປັກກິ່ງ. ຢູ່ທີ່ໂຮງຮຽນ 81 ຢູ່ປັກກິ່ງ, ພວກເພິ່ນ ແລະ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເປັນໝູ່ຮຽນນໍາກັນ ຊຶ່ງໄດ້ຜູກມິດຈິດມິດໃຈກາຍເປັນມິດຕະພາບຂ້າມຜ່ານເຄິ່ງສະຕະວັດ. ໃນໄລຍະປີ 2010 ແລະ ປີ 2017 ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ມາຢ້ຽມຢາມປະເທດລາວ 2 ຄັ້ງນັ້ນ ລ້ວນແຕ່ໄດ້ພົບກັບເອື້ອຍອ້າຍນ້ອງຕະກູນພົນເສນາ. ມິດຕະພາບຂອງເພື່ອນມິດສະຫາຍຮຽນຮ່ວມຫ້ອງດຽວກັນໄລຍະນີ້ ໄດ້ຖ່າຍທອດໃຫ້ເຫັນເຖິງມິດຕະພາບອັນພິເສດຖານສະຫາຍອ້າຍນ້ອງ ຈີນ-ລາວ, ທັງເປັນຕົວແບບລະຫວ່າງປະເທດໃນການເວົ້າເຖິງຄວາມສະເໝີພາບ ແລະ ການຖືສໍາຄັນຕໍ່ຄວາມຮູ້ສຶກເປັນມິດຈິດມິດໃຈ.

ສອງ, ເລື່ອງລາວ ກ່ຽວກັບໂຮງຮຽນນ້ອງນ້ອຍ 67 ກວາງຊີ ແລະ ໂຮງໝໍຈ່ຽງປິ່ນ. ໃນໄລຍະສົງຄາມປົດປ່ອຍຊາດຂອງລາວ, ຝ່າຍຈີນໄດ້ສ້າງຕັ້ງໂຮງຮຽນຫຼັງໜຶ່ງຢູ່ນະຄອນນານນິງ ເຂດກວາງຊີ ເພື່ອຮັບເອົາລູກຫຼານນັກປະຕິວັດລາວເຂົ້າຮຽນ,ຍ້ອນໂຮງຮຽນຖືກສ້າງຂຶ້ນໃນປີ 1967 ຈື່ງຕັ້ງຊື່ວ່າ ໂຮງຮຽນ “67”, ເມື່ອເວລາຍ້າຍຄືນໄປປະເທດລາວ ໃນປີ 1976 ນັ້ນ, ໂຮງຮຽນໄດ້ສິດສອນສ້າງລູກຫຼານນັກປະຕິວັດລາວຈຳນວນ 1,074 ຄົນ, ໃນນັ້ນມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ສະຫາຍການນໍາອື່ນໆຂອງລາວ ກໍລ້ວນແຕ່ແມ່ນອະດີດນັກຮຽນທີ່ດີເດັ່ນຂອງໂຮງຮຽນ, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດເຄີຍເປັນຄູອາຈານນໍາພານັກຮຽນລາວມາເຂົ້າຮຽນຢູ່ໂຮງຮຽນແຫ່ງນີ້. ຝ່າຍຈີນຍັງໄດ້ກໍານົດໃຫ້ໂຮງໝໍຈ່ຽນປິ່ນກວາງຊີຮັບເອົາພະນັກງານ ແລະ ຄອບຄົວຂອງພັກປະຊາຊົນປະຕິວັດລາວຈຳນວນ 100 ກວ່າຄົນມາຮັກສາປິ່ນປົວສຸຂະພາບຢູ່ໂຮງໝໍແຫ່ງນີ້. ເດືອນມີນາ ປີ 1976, ໃນເວລາທີ່ ທ່ານປະທານ ໄກສອນ ພົມວິຫານມາຢ້ຽມຢາມປະເທດຈີນກໍໄດ້ເດີນທາງໄປຢ້ຽມຢາມນັກຮຽນ ແລະ ຄູ-ອາຈານຢູ່ກວາງຊີ, ທັງໄດ້ໄປຢ້ຽມຢາມຄົນເຈັບຂອງລາວຢູ່ທີ່ໂຮງໝໍຈ່ຽງປິ່ນ ແລະ ໄດ້ປູກຕົ້ນດອກປາຍຢູລານ ທີ່ເປັນສັນຍາລັກແຫ່ງມິດຕະພາບ ຈີນ-ລາວ ທີ່ໂຮງໝໍອີກດ້ວຍ. ປັດຈຸບັນ, ອະດີດໂຮງຮຽນ 67 ແລະ ໂຮງໝໍຈ່ຽງປິ່ນ ໄດ້ເປັນສັກຂີພິຍານສໍາຄັນຂອງມິດຕະພາບຈີນ-ລາວ,ສະຫາຍລາວຫຼາຍຄົນກໍເຄີຍໄປຢ້ຽມຢາມສະຖານທີ່ແຫ່ງນີ້.

ສາມ, ເລື່ອງລາວ ຂອງ ກອງທັບປົດປ່ອຍປະຊາຊົນຈີນກັບກອງທັບປະຊາຊົນລາວໄດ້ຄຽງບ່າຄຽງໄຫຼ່ກັນສູ້ຮົບ. ໃນຊຸມປີ 60, ນາຍທະຫານວິສະວະກໍາ ແລະ ນາຍທະຫານອາກາດຂອງຈີນ ຈຳນວນໜຶ່ງແສນສິບພັນຄົນ ໄດ້ເດີນທາງມາລາວເພື່ອຊ່ວຍປະເທດລາວຕ້ານຈັກກະພັດແບບໃໝ່, ທະຫານຈີນໄດ້ສ້ອມແປງ ແລະ ສ້າງເສັ້ນທາງຫຼວງ ໄລຍະທາງ 822 ກິໂລແມັດ ພາຍໃຕ້ຄວັນໄຟຈາກການຖິ້ມລະເບີດທຳລາຍຂອງພວກຈັກກະພັດ, ນັ້ນກໍແມ່ນເສັ້ນທາງເລກທີ 13 ເໜືອທີ່ນໍາໃຊ້ຢູ່ໃນປັດຈຸບັນ. ກອງທັບປືນຄົກຈີນໄດ້ເຂົ້າຮ່ວມການຕໍ່ສູ້ເປັນຈຳນວນ 95 ຄັ້ງ ແລະ ສາມາດຍິງເຮືອບິນຂອງຈັກກະພັດແບບໃໝ່ຕົກ 35 ລຳ. ຄະນະທີ່ປຶກສາດ້ານການທະຫານຂອງຈີນໄດ້ເຮັດວຽກຢູ່ໃນຖໍ້າຊ່ຽວຊານຈີນ ຢູ່ຖານທີ່ໝັ້ນການປະຕິວັດຊໍາເໜືອ ແຂວງຫົວພັນ, ໄດ້ຮ່ວມກັບປະທານໄກສອນ ພົມວິຫານ ແລະ ການນໍາອາວຸໂສຂອງລາວທ່ານອື່ນໆ ຮ່ວມກັນຄົ້ນຄວ້າການວາງແຜນສູ້ຮົບ, ທັງໄດ້ສ້າງນັກຮົບຂອງລາວອີກດ້ວຍ. ວິລະຊົນຂອງຈີນ 269 ຄົນ ໄດ້ສະຫຼະຊີບຢູ່ປະເທດລາວ ແລະ ຕັ້ງສຸສານຢູ່ເມືອງນາໝໍ້, ເມືອງໄຊ ແຂວງອຸດົມໄຊ ແລະ ເມືອງແປກ ແຂວງຊຽງຂວາງ ທັງໝົດສາມບ່ອນ ເປັນສຸສານທະຫານຈີນ, ອັນໄດ້ກາຍເປັນຂີດໝາຍຂອງມິດຕະພາບ ຈີນ-ລາວ ທີ່ບໍ່ເຄີຍຖືກດັບມອດໄປຈັກເທື່ອ. ເມື່ອຮອດບຸນເຊັງເມັງຈີນ ແຕ່ລະປີ, ສະຖານທູດຈີນປະຈໍາ ສປປ ລາວ ກໍຈະຮ່ວມກັບສະຫາຍລາວໄປໄວ້ອາໄລລະນຶກເຖິງພວກເພິ່ນ.

ສີ່, ເລື່ອງລາວ ກ່ຽວກັບຝ່າຍລາວໃຫ້ການສະໜັບສະໜູນໃຫ້ແກ່ຝ່າຍຈີນ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ຢ່າງສຸດກໍາລັງແຮງ. ໃນປີ 2020 ໃນເວລາທີ່ການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ພວມກຳລັງຫຍຸ້ງຍາກທີ່ສຸດ, ປະເທດລາວໄດ້ລະດົມກຳລັງທົ່ວປະເທດໃຫ້ການຊ່ວຍເຫຼືອເງິນສົດລວມຈຳນວນ 7 ແສນໂດລາແລະເຄື່ອງໃຊ້ຕ່າງໆ, ສົ່ງໄປໃຫ້ຝ່າຍຈີນໃນເວລາເປັນປະເທດທຳອິດ. ຝ່າຍລາວຍັງໄດ້ໃຊ້ເວລາພຽງ 10 ກວ່າມື້ທີ່ເປັນເວລາອັນສັ້ນທີ່ສຸດ ພ້ອມກັນກະກຽມ ແລະ ເຮັດສຳເລັດການຈັດກອງປະຊຸມຕ້ານພະຍາດໂຄວິດ-19ລັດຖະມົນຕີຕ່າງປະເທດ ຈີນ-ອາຊຽນ ສະໄໝພິເສດ ແລະ ກອງປະຊຸມຕ້ານພະຍາດໂຄວິດ-19ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຶ່ງໄດ້ສົ່ງສຽງອັນເຂັ້ມແຂງທີ່ສຸດໃຫ້ບັນດາປະເທດໃນພາກພື້ນຈັບມືກັນຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19, ອັນໄດ້ເປັນການຈັດຕັ້ງປະຕິບັດແນວຄິດຂອງການເປັນຄູ່ຮ່ວມຊາຕາກຳຂອງມວນມະນຸດໄດ້ຢ່າງມີຊີວິດຊີວາ.

ຖາມ: ປີນີ້ແມ່ນປີສຳຄັນໃນປະຫວັດສາດຂອງປະເທດລາວ, ແມ່ນປີຄົບຮອບ 70 ປີການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ. ສອງຝ່າຍ ຈີນ-ລາວ ລ້ວນແຕ່ຖືສໍາຄັນຕໍ່ປະຫວັດສາດ, ທ່ານມີຄວາມເຂົ້າໃຈແນວໃດຕໍ່ປະຫວັດສາດຂອງພັກ ແລະ ລັດລາວ?.

ປີ2025ແມ່ນປີທີ່ສະຫາຍລາວໄດ້ມີເຫດການໃຫຍ່ທີ່ໜ້າດີໃຈຫຼາຍເລື່ອງ. ເມື່ອບໍ່ດົນມານີ້,ພັກປະຊາຊົນປະຕິວັດລາວກໍສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງຄຶກຄື້ນ, ສູນກາງພັກກອມມູນີນິດຈີນກໍໄດ້ສົ່ງໂທລະເລກຊົມເຊົຍເປັນສະເພາະ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມງານໂຮມຊຸມນຸມດັ່ງກ່າວ, ທັງໄດ້ຮັບຟັງການກ່າວຄໍາປາໄສ ຂອງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຢູ່ສະຖານທີ່ປະຊຸມຕົວຈິງ. ຕະຫຼອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ເຕົ້າໂຮມຄວາມສາມັກຄີນໍາພາປະຊາຊົນລາວ ຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າແລະແບບໃໝ່ຢ່າງພິລະອາດຫານ, ໄດ້ເຮັດສຳເລັດການປົດປ່ອຍປະເທດຊາດ, ຊຸກຍູ້ການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ການປະຕິບັດແນວທາງປ່ຽນແປງໃໝ່ຍາດໄດ້ຜົນສຳເລັດອັນສະຫງ່າງາມ. ໃນໄລຍະຂ້າພະເຈົ້າມາປະຈໍາການຢູ່ປະເທດລາວເກືອບໜຶ່ງປີ,ຂ້າພະເຈົ້າໄດ້ເຫັນຢ່າງປະຈັກຕາວ່າ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 11ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ, ສູນກາງພັກ ປປ ລາວໄດ້ສຸມໃສ່ການປັບປຸງບູລະນະການນໍາພາຂອງພັກໃຫ້ເຂັ້ມແຂງ, ການເມືອງ ແລະ ສັງຄົມມີຄວາມສະຫງົບ, ເສດຖະກິດມີທ່າອ່ຽງດີຂຶ້ນຢ່າງໝັ້ນທ່ຽງ, ບົດບາດໃນສາກົນນັບມື້ຮັບການຍົກສູງຂຶ້ນ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ:ສປປລາວຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມ ຕາມສະພາບຕົວຈິງຂອງປະເທດຕົນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ສາມາດເປີດກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກດ້ວຍຜົນສຳເລັດ.

ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ຊີ້ອອກວ່າ: “ປະຫວັດສາດເປັນຜູ້ຕັດສິນພວກເຮົາ”. ຝ່າຍລາວໄດ້ຈັດກິດຈະກໍາຕ່າງໆເພື່ອລະນຶກເຖິງວັນສໍາຄັນດັ່ງກ່າວ, ເຮັດໃຫ້ຂ້າພະເຈົ້າໄດ້ຄິດເຫັນປີ 2021 ໃນເວລາເຂົ້າຮ່ວມການເຊື່ອມຊຶມຮຽນຮູ້ປະຫວັດສາດພັກ ໃນໂອກາດຄົບຮອບ 100 ປີ ຂອງການສ້າງຕັ້ງພັກກອມມູນິດຈີນ, ເຮັດໃຫ້ຮູ້ສຶກໄດ້ເຖິງຄວາມຄ້າຍຄືກັນຫຼາຍຈຸດຂອງສອງພັກ ນັບແຕ່ການສ້າງຕັ້ງພັກ ແລະ ສະຖາປະນາປະເທດ, ການເຕີບໃຫຍ່ຂະຫຍາຍຕົວ. ສອງພັກຍາມໃດກໍລ້ວນແຕ່ໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນຈັດຢູ່ອັນດັບສູງສຸດ, ໄດ້ຖືເອົາການປະຕິວັດຕົນເອງເປັນວິທີການສໍາຄັນໃນການເຮັດໃຫ້ພັກກ້າວໜ້າຂຶ້ນໄປເລື້ອຍໆ,ເຮັດໃຫ້ສາມາດເອົາຊະນະຄວາມຫຍຸ້ງຍາກສິ່ງກີດຂວາງຕ່າງໆໄດ້ຢ່າງສຳເລັດຜົນ, ໄດ້ຖືເອົານັກປະຕິວັດອາວຸໂສຮຸ່ນກ່ອນເປັນຕົວແບບອັນດີເດັ່ນ, ຮຽນເອົາຄຸນສົມບັດອັນສູງສົ່ງຂອງພວກເພິ່ນໃນຄວາມຈົງຮັກພັກດີຕໍ່ພັກ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງລະບຽບວິໄນທີ່ເຂັ້ມງວດໃຫ້ແກ່ຕົນເອງ, ປັດຈຸບັນສອງຝ່າຍກໍລ້ວນແຕ່ປະເຊີນໜ້າກັບສະພາບແວດລ້ອມສາກົນທີ່ສະຫຼັບສັບຊ້ອນ ແລະ ໜ້າທີ່ແຫ່ງການປະຕິຮູບ, ພັດທະນາ ແລະ ຄວາມໝັ້ນຄົງທີ່ຫຍຸ້ງຍາກແລະໜັກໜ່ວງ.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ