ບົດສໍາພາດສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ (ໂອກາດສະຫາຍ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຈະມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 24-25/4/2025)

ບົດສໍາພາດສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ (ໂອກາດສະຫາຍ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຈະມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 24-25/4/2025)

ບົດສໍາພາດສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ  (ໂອກາດສະຫາຍ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຈະມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 24-25/4/2025)
ຄຳຖາມ 1. ຮຽນສະຫາຍ ເອກອັກຄະລັດຖະທູດທີ່ນັບຖື, ການຢ້ຽມຢາມທາງລັດຖະກິດ ຂອງສະຫາຍ ເລືອງເກື່ອງ ປະທານປະເທດຫວຽດນາມ ມີຂຶ້ນໃນບັນຍາກາດເບີກບານມ່ວນຊື່ນ ບຸນປີໃໝ່ລາວ ພສ 2568 ຫາກໍ່ຜ່ານພົ້ນໄປບໍ່ເທົ່າໃດມື້ຜ່ານມາ,

 

ເພື່ອແນໃສ່ຊຸກຍູ້ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຄືແນວໃດ?

ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ຈະເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ເມສາ 2025. ນີ້ແມ່ນການຢ້ຽມຢາມທາງລັດຖະກິດ ຄັ້ງທຳອິດຂອງ ສະຫາຍ ເລືອງເກື່ອງ ຊຶ່ງດຳເນີນໄປໃນສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ມີບັນດາການຜັນແປຢ່າງສັບສົນ ແລະ ບໍ່ເຄີຍມີມາກ່ອນ. ສອງປະເທດ ພວມຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ ຢ່າງຕັ້ງໜ້າ, ບັນລຸໄດ້ບັນດາຜົນງານທີ່ສຳຄັນ ແລະ ພາກພູມໃຈ. ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ພວມພັດທະນາຢ່າງດີງາມ, ຂໍ້ຕົກລົງຂອງບັນດາການນຳຂັ້ນສູງຂອງ ສອງພັກ, ສັນຍາຮ່ວມມືລະຫວ່າງລັດຖະບານ 2 ປະເທດ ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນສຳຄັນໃນຫຼາຍຂົງເຂດ.

ການຢ້ຽມຢາມຄັ້ງນີ້, ຈະປະກອບສ່ວນຮັດແໜ້ນສາຍພົວພັນຄວາມສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ເລິກເຊິ່ງກວ່າເກົ່າ. ພ້ອມທັງເປັນໂອກາດໃຫ້ສອງຝ່າຍ ປຶກສາຫາລືກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະພາບການໂລກ ແລະ ພາກພື້ນ ທີ່ສອງຝ່າຍສົນໃຈ. ຮ່ວມກັນຕີລາຄາຄືນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງໃນຫຼາຍຂົງເຂດ.

ພິເສດຄືດັ່ງທີ່ທ່ານຮູ້ວ່າ: ເມື່ອຮອດລະດູບານໃໝ່, ບຸນປີໃໝ່ປະຈໍາຊາດຫວຽດນາມ ກໍຄືບຸນປີໃໝ່ລາວໃນທຸກປີ, ສອງປະເທດ ຫວຽດນາມ ແລະ ລາວ ໄດ້ສົ່ງຄໍາອວຍພອນ, ຄວາມຢື້ຢາມຖາມຂ່າວຊຶ່ງກັນ ແລະ ກັນ, ຖືວ່າປີໃໝ່ຂອງເພື່ອນມິດ ຄືກັບຂອງຕົນເອງ ແລະ ກົງກັນຂ້າມ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ: ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ເລືອງເກື່ອງ ໃນຄັ້ງນີ້, ມີຂຶ້ນໃນທ່າມກາງບັນຍາກາດເບີກບານມ່ວນຊື່ນຂອງບຸນປີໃໝ່ລາວ, (ພສ 2568), ຖືເປັນການເຄື່ອນໄຫວສຳຄັນຢູ່ຕ່າງປະເທດ, ສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມຂອງສອງປະເທດ ຫວຽດນາມ - ລາວ ຈາກລຸ້ນສູ່ລຸ້ນ “ຄວາມມ່ວນຊື່ນ, ຄວາມໂສກເສົ້າ, ຄວາມສຸກ, ຄວາມທຸກ” ໃນທຸກສະພາບການ. ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ: ການຢ້ຽມຢາມທາງລັດຖະກິດ ຄັ້ງທຳອິດຂອງ ສະຫາຍ ເລືອງເກື່ອງ ສຸດທີ່ມີຄວາມໝາຍສຳຄັນ, ທັງສືບຕໍ່ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຊຶ່ງຍາມໃດກໍຖື ສປປ ລາວ ແລະ ການພົວພັນມິດຕະພາບ ຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງ ໃນການປະຕິບັດນະໂຍບາຍການຕ່າງປະເທດ, ຢືນຢັນເຖິງການໜູນຊ່ວຍຢ່າງແຂງແຮງຂອງ ຫວຽດນາມ ໃນຂະບວນການປ່ຽນແປງໃໝ່ ຢູ່ລາວ ແລະ ເປັນການເຄື່ອນໄຫວຕົວຈິງ ເພື່ອເພີ່ມທະວີຮັດແໜ້ນ ແລະ ຄວາມສາມັກຄີແບບພິເສດລະຫວ່າງ ການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ. ການນຳຂອງສອງປະເທດ ຈະໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ, ຂ້າພະເຈົ້າເຊື່ອໝັ້ນວ່າ: ການຢ້ຽມຢາມຂອງ ສະຫາຍ ເລືອງເກື່ອງ ໃນໄລຍະບຸນປີໃໝ່ລາວ ຈະສ້າງບາດກ້າວ ພັດທະນາໃໝ່ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະ ນຳເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ຕົວຈິງ ແລະ ມີປະສິດທິຜົນໃນອະນາຄົດ.

ຄຳຖາມທີ 2. ຮຽນສະຫາຍ ເອກອັກຄະລັດຖະທູດ, ໃນສະພາບການພາກພື້ນ ແລະ ໂລກ ມີການປ່ຽນແປງຢ່າງວ່ອງໄວ ແລະ ສັບສົນ ຕາມຄວາມເຫັນຂອງສະຫາຍ, ຫວຽດນາມ ແລະ ລາວ ຄວນສືບຕໍ່ການຮ່ວມມືໃນໄລຍະໃໝ່ຄືແນວໃດ ເພື່ອປະກອບສ່ວນຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ?

ໃນສະພາບການຂອງພາກພື້ນ ແລະ ໂລກທີ່ມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະ ຄາດຄະເນໄດ້ຍາກ, ການແຂ່ງຂັນຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່, ລັດທິປົກປ້ອງເສດຖະກິດ, ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງຮູບແບບໃໝ່ ພວມເປັນສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາປະເທດ, ໃນນັ້ນມີ ຫວຽດນາມ ແລະ ລາວ. ພ້ອມກັນນັ້ນ, ສອງປະເທດຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນຢ່າງເລິກເຊິ່ງ, ຄຽງຄູ່ກັບນະໂຍບາຍຂອງການນຳຂັ້ນສູງຂອງສອງປະເທດ, ສອງປະເທດໃຫ້ບຸລິມະສິດ ແລະ ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ພ້ອມກັນພັດທະນາ. ຂ້າພະເຈົ້າເຊື່ອໝັ້ນວ່າ: ເພື່ອໃຫ້ການພົວພັນລະຫວ່າງ ສອງປະເທດນັບມື້ກ້າວເຂົ້າສູ່ລວງເລິກ, ໃຫ້ປະກົດຜົນເປັນຈິງ, ມີປະສິດທິຜົນ, ໃນອະນາຄົດ ຕ້ອງຮ່ວມມືເປັນເອກະພາບກັນ, ຊຸກຍູ້ບັນດາມູນເຊື້ອປະຫວັດສາດອັນດີງາມ, ຄວາມສາມັກຄີ, ຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຜັນຂະຫຍາຍບັນດາທິດທາງສຳຄັນ ແລະ ບັນດາຂົງເຂດຮ່ວມມືຄື:

ໜຶ່ງ, ສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາຍຸດທະສາດ, ນະໂຍບາຍກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາ ແລະ ປັບປຸງປະສິດທິຜົນຂອງກົນໄກຮ່ວມມື, ກວດກາ ແລະ ສະເໜີບັນດາກົນໄກຮ່ວມມືໃໝ່; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະສົບການໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບອບການເມືອງ, ພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ; ເພີ່ມທະວີການແລກປ່ຽນດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອສໍາເລັດກົນໄກ, ນະໂຍບາຍ ປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ແຕ່ນີ້ຮອດທ້າຍປີ 2025, ສອງຝ່າຍ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງປະເທດ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ ເປັນຕົ້ນແມ່ນ ຜົນສໍາເລັດການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ສັນຍາຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ສອງຝ່າຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງ, ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນບຸນ ແລະ ເຫດການສຳຄັນຕ່າງໆເຊັ່ນ: ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວ ຄົບຮອບ 50 ປີ, ວັນເກີດປະທານໂຮ່ຈິມິນຄົບຮອບ 135 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ດ້ວຍຮູບການໂຄສະນາເຜີຍແຜ່ ໃຫ້ທຸກຊັ້ນຄົນເຫັນໄດ້ເຖິງ ນໍ້າໃຈສາຍພົວພັນ ຫວຽດນາມ - ລາວ. ບັນດາກະຊວງ, ຂະແໜງ ການ, ທ້ອງຖິ່ນ ໂດຍສະເພາະແມ່ນ ໄວໜຸ່ມຂອງສອງປະເທດ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ ແລະ ເຫັນໄດ້ມູນເຊື້ອອັນຍິ່ງໃຫຍ່ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ບໍລິສຸດ, ຈົງຮັກພັກດີ. ພິເສດ ຖືເປັນສາຍພົວພັນສາກົນທີ່ຫາຍາກໃນໂລກ, ຄວາມສາມັກຄີ, ການຊ່ວຍເຫຼືອຢ່າງຈິງໃຈ ແລະ ມີປະສິດທິຜົນ ລະຫວ່າງສອງພັກ ແລະ ສອງລັດ. ນີ້ແມ່ນປັດໄຈຕົ້ນຕໍ, ເປັນກົດເກນປະຫວັດສາດ, ແມ່ນໜຶ່ງໃນບັນດາກຳລັງແຮງ ແລະ ຄວາມໝາຍສຳຄັນຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຖືເປັນຊັບສົມບັດອັນລ້ຳຄ່າທີ່ຕ້ອງໄດ້ຮັບການຮັກສາ, ພັດທະນາ ແລະ ສືບຕໍ່ສືບທອດໃຫ້ຄົນລຸ້ນຫຼັງ. ພ້ອມກັນນັ້ນ, ສົມທົບກັນຕອບໂຕ້ຂໍ້ມູນທີ່ບິດເບືອນ ແລະ ແບ່ງແຍກການພົວພັນລະຫວ່າງ ສອງພັກ ແລະ ສອງປະເທດ ຂອງອິດທິກຳລັງປໍລະປັກ.

ສອງ, ເພີ່ມທະວີການຮ່ວມມື ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເລິກເຊິ່ງ, ກວ້າງຂວາງ, ຮັບປະກັນການໜູນຊ່ວຍຊຶ່ງກັນ ແລະ ກັນ ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ ທີ່ນັບມື້ຫຼາກຫຼາຍ, ສັບຊ້ອນ, ທັນສະໄໝ, ປະກອບສ່ວນຮັກສາສະຖຽນລະພາບຢູ່ແຕ່ລະປະເທດ. ພິເສດ ແມ່ນການສ້າງຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາລະຫວ່າງສອງປະເທດ, ຍົກສູງພາລະບົດບາດ ແລະ ອິດທິພົນໃນເວທີພາກພື້ນ ແລະ ສາກົນຂອງສອງປະເທດ.

ສາມ, ດ້ວຍນະໂຍບາຍຂອງການນຳຂັ້ນສູງສອງປະເທດ, ສອງປະເທດ ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ, ພິເສດ ແມ່ນການເຊື່ອມໂຍງ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ຂອງສອງປະເທດ ຫວຽດນາມ - ລາວ ໃຫ້ເໝາະສົມກັບການພົວພັນຮ່ວມມືອັນດີໃນດ້ານການເມືອງ, ປ້ອງກັນຄວາມສະຫງົບ. ພິເສດ ແມ່ນຕ້ອງຊຸກຍູ້ ແລະ ເພີ່ມທະວີການເຊື່ອມຈອດບັນດາກົນໄກ, ພື້ນຖານໂຄງລ່າງ, ການເງິນ, ພະລັງງານສະອາດ, ພະລັງງານທົດແທນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ; ດຶງດູດບັນດາວິສາຫະກິດ ຫວຽດນາມ ມາລົງທຶນໃນບັນດາຂະແໜງການທີ່ລາວມີທ່າແຮງ, ໃຫ້ບຸລິມະສິດພະລັງງານສະອາດ, ການຫັນເປັນດີຈີຕອນ, ກະສິກຳສະອາດ... ຊຸກຍູ້ເພື່ອເຊື່ອມໂຍງລະຫວ່າງວັດທະນະທຳ - ສັງຄົມ ຂອງສອງປະເທດ, ຊຸກຍູ້ການຄ້າ, ຂະຫຍາຍຕະຫຼາດໃຫ້ສິນຄ້າສອງປະເທດ... ເຖິງວ່າປີ 2024, ມູນຄ່າການຄ້າສອງຝ່າຍບັນລຸໄດ້ຫຼາຍກວ່າ 2 ຕື້ໂດລາ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ: ການນຳຂັ້ນສູງ ສອງພັກ, ສອງລັດ ແລະ ການເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ, ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ ສາມາດບັນລຸ 5 – 10 ຕື້ໂດລາ ໃນອະນາຄົດຂ້າງໜ້າ.

ສີ່, ສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງຊັບພະຍາກອນມະນຸດ, ຖືວ່ານີ້ແມ່ນວຽກງານຍຸດທະສາດ. ສອງປະເທດ ຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນນັກສຶກສາ, ບຳລຸງສ້າງ ລະຫວ່າງສອງປະເທດ, ຍົກສູງຄຸນນະພາບການຝຶກອົບຮົມ; ສ້າງໂຄງການຝຶກອົບຮົມວິຊາສະເພາະກ່ຽວກັບການຄຸ້ມຄອງລັດ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງໃຫ້ແກ່ລາວ.

ຫ້າ, ເອົາໃຈໃສ່ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ປັນຍາປະດິດ, ການຫັນເປັນດີຈີຕອນ, ຫວຽດນາມ ໄດ້ຕັ້ງໜ້າສະໜັບສະໜູນລາວ ໃນຂະບວນການຫັນເປັນດີຈີຕອນ, ພັດທະນາລັດຖະບານເອເລັກໂຕຣນິກ ແລະ ເສດຖະກິດດີຈີຕອນ. ຊຸກຍູ້ການຮ່ວມມື ໃນການຄົ້ນຄວ້າວິທະຍາສາດ ໂດຍສະເພາະ ໃນຂົງເຂດກະສິກໍາເຕັກໂນໂລຊີສູງ, ນໍາໃຊ້ປັນຍາປະດິດ ແລະ ກົນຈັກເຂົ້າໃນການຜະລິດ.

ຫົກ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ພິເສດ ແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມກັນ, ເພື່ອແນໃສ່ເຊື່ອມໂຍງເສດຖະກິດ ແລະ ເຂດຊາຍແດນ. ນີ້ຈະຊ່ວຍເສີມຂະຫຍາຍບົດບາດຂອງພາກທຸລະກິດ ແລະ ການແລກປ່ຽນປະຊາຊົນ ລະຫວ່າງ 2 ປະເທດ ໃນການຊຸກຍູ້ການພົວພັນ. ຂ້າພະເຈົ້າເຊື່ອໝັ້ນວ່າ: ບໍ່ວ່າໂລກຈະປ່ຽນແປງແນວໃດ, ດ້ວຍການຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ຜ່ານທິດທາງການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນອະນາຄົດ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ໄດ້ຮັບການກໍ່ສ້າງດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງສອງປະເທດ ຈະນັບມື້ຮັດແໜ້ນກວ່າເກົ່າ ຄືດັ່ງຄໍາເວົ້າທີ່ວ່າ; “ສາຍໃຈລາວຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົງຮ່າ ທັງແມ່ຂອງ ບໍ່ເລິກປຸນປານໄດ້” “ໝັ້ນຄົງຖະນົງແກ່ນກວ່າສາຍພູ ແມ່ນໍ້າໃຫຍ່”.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ